(vovworld) - ໄຫຫີນບູຮານ ນັບພັນໆຫນ່ວຍ ມີນ້ຳຫນັກແຕ່ 600 ກິໂລກາມ ເຖິງ 1 ໂຕນ ມີອາຍຸແຕ່ 2.500 - 3000 ປີ ຕັ້ງຢາຍເດຍລະດາດ ໃນທົ່ງຢູ່ ເມືອງແປກ ແຂວງ ຊຽງຂວາງ. ມາຮອດປະຈຸບັນ, ຕົ້ນກຳເນີດຂອງບັນດາໄຫຫີນເຫຼົ່ານີ້ ພວມເປັນສິ່ງທີ່ປິດສະໜາສຳລັບນັກຄົ້ນຄ້ວາບູຮານຄະດີ ກໍຄືນັກທ່ອງທ່ຽວມາຈາກທົ່ວທຸກສາລະທິດ.
ເດັກນ້ອຍມີຄວາມແປກປະຫລາດຕໍ່ໄຫຫີນ ຢູ່ ແຂວງ ຊຽງຂວາງ
ພາບ:internet
|
ເມື່ອມີໂອກາດມາຢ້ຽມປະເທດລ້ານຊ້າງທີ່ສວຍງາມ, ສິ່ງທຳອິດທີ່ນັກທ່ອງທ່ຽວສົນໃຈແມ່ນທົ່ງໄຫຫີນ. ເພາະວ່າ ຢູ່ທີ່ນີ້ມີໄຫຫີນໃຫຍ່, ນ້ອຍທັງໝົດ ປະມານ 2000 ຫນ່ວຍ, ຕັ້ງຍັ່ງຢາຍເດຍລະດາດ ຢູ່ 57 ບ່ອນໃນສາມໝູ່ບ້ານທີ່ຫ່າງຈາກເທດສະບານເມືອງ ໂພນສະຫວັນ ແຂວງ ຊຽງຂວາງປະມານ 7 ກິໂລແມດ. ໄຫຫີນຫນ່ວຍໃຫຍ່ສຸດມີເສັ້ນຜ່າກາງ 2,5ແມັດ ແລະ ສູງເຖິງ 2,57 ແມດ, ມີນ້ຳຫນັກຫຼາຍໂຕນ. ຫນ່ວຍນ້ອຍສຸດມີຂະຫນາດພໍອູ້ມໜຶ່ງ . ໄຫຫີນສ່ວນຫລາຍບໍ່ມີຝາປົກ ແລະ ມີຮູບຊົງແຕກຕ່າງກັນ, ບໍ່ມີຫນ່ວຍໃດຄ້າຍຄືກັນ ແລະ ຕັ້ງຍັ່ງຢາຍເດຍລະດາດບໍ່ເປັນລະບຽບ. ມີເລື່ອງລາວສືບທອດກັນມາແຕ່ບູຮານນະການວ່າ: ຂຸນເຈືອງ ແມ່ນກົກເຫຼົ່າຊົນເຜົ່າລາວບູຮານ, ພາຍຫລັງຕີເອົາຊະນະສັດຕູ, ຂຸນເຈືອງໄດ້ສ່ັງໃຫ້ຜະລິດບັນດາໄຫຫີນດັ່ງກ່າວເພື່ອບັນຈຸເຫລົ້າກຽມຈັດງານລ້ຽງສະຫຼອງໄຊຊະນະ. ປະຊາຊົນຢູ່ທີ່ນີ້ພັດເຊື່ອວ່າ, ບັນດາໄຫຫີນເຫຼົ່ານີ້ແມ່ນຈອກກິນເຫລົ້າຂອງບັນດາເທວະດາ. ອ້າຍບູນມີ ຊາວຊຽງຂວາງໃຫ້ຮູ້ວ່າ:
ສຽງເພື່ອນບຸນມີ
ປີ 1930, ນັກຄົ້ນຄ້ວາຊາວ ຝລັ່ງ ມີຊຶ່ວ່າ Madelaine Colani ໄດ້ດຳເນີນການຂຸດຄົ້ນຢູ່ເຂດທົ່ງໄຫຫີນ ແລະ ຊອກເຫັນວັດຖຸພັນຫລາຍຢ່າງວາງຢູ່ໃກ້ກັບໄຫຫີນຄື: ໂສ້ງເສື້ອ, ເຄື່ອງເອ້ຍ້ອງເກົ່າແກ່ ໂດຍໄດ້ຮັບການຜະລິດກ່ອນນີ້ປະມານ 400 - 600 ປີ. ທ່ານນາງໄດ້ຢັ້ງຢືນວ່າ: ບັນດາໄຫຫີນເຫຼົ່ານັ້ນ ບໍ່ແມ່ນ ນຳໃຊ້ເພື່ອບັນຈຸເຫລົ້າ ເພາະວ່າບໍ່ເຫັນພະຍານຫລັກຖານໃດໆທີ່ຈະພິສູດໃຫ້ເຫັນແຈ້ງສິ່ງດັ່ງກ່າວໄດ້. ຈາກນັ້ນ ບັນດານັກຄົ້ນຄ້ວາຈຶ່ງຍົກອອກສົມຕິຖານທີ່ວ່າບັນດາໄຫຫີນນີ້ອາດຈະໃຊ້ເພື່ອບັນຈຸອັດຖິຂອງຊາວຍວນ ຊຶ່ງແມ່ນຫນຶ່ງໃນບັນດາເຜົ່າບູຮານຂອງລາວ. ຍ້ອນບັນດາສິ່ງເລິກລັບມະຫັດສະຈັນຢູ່ທົ່ວໄຫຫີນຊຽງຂວາງ ໄດ້ເຮັດໃຫ້ເຂດດິນແດນແຫ່ງນີ້ກາຍເປັນມໍລະດົກອັນດູດດື່ມນັກທ່ອງທ່ຽວກວ່າໝູ່ຢູ່ປະເທດລ້ານຊ້າງ. ເມື່ອໄດ້ຮັບຊົມທົ່ງໄຫຫີນ ແລະ ຮູ້ສຶກແປກປະຫລາດໃຈ, ອ້າຍ ຫງວຽນມີນຕວນ ນັກທ່ອງທ່ຽວມາຈາກ ຮ່າໂນ້ຍ ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າແມ່ນຜູ້ໂຊກດີເມື່ອໄດ້ມາຢ້ຽມຊົມທົ່ງໄຫຫີນ ແລະ ຮູ້ສືກປະທັບໃຈຫລາຍ. ບັນດາໄຫຫີນຢູ່ທີ່ນີ້ແມ່ນເກົ່າແກ່ ແລະ ເລິກລັບ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຕົ້ນກຳເນີດຂອງມັນ. ແຕ່ເຖິງຢ່າງໃດກໍຕາມ, ຜ່ານການທ່ຽວຊົມຄັ້ງນີ້ຂ້າພະເຈົ້າເຫັນວ່າ ນາຍຊ່າງທີ່ຜະລິດບັນດາໄຫຫີນຂອງ ຊາວລາວບູຮານແມ່ນປະເສີດເລີດລ້ຳ ນີ້ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງລາວ.”
ທົ່ງໄຫຫີນ
ພາບ: internet
|
ຍ້ອນຄວາມງາມທີ່ແຕກຕ່າງ ແລະ ບັນດາເລື່ອງລາວ ກ່ຽວກັບໄຫຫີນບໍ່ທັນບົ່ງບອກໃຫ້ຮູ້ຕົ້ນກຳເນີດຂອງມັນ ຍິ່ງເຮັດໃຫ້ທົ່ງໄຫຫີນ ນັບມື້ນັບດູດດື່ມນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ແຕ່ລະປີ ມີນັກທ່ອງທ່ຽວມາຢ້ຽມຊົມທົ່ງໄຫຫີນ 1 ລ້ານເທື່ອຄົນ, ໃນນັ້ນກວ່າ 60%ແມ່ນນັກທ່ອງທ່ຽວຕ່າງປະເທດ. ແລະ ເພື່ອໃຫ້ເພື່ອນມິດສາກົນຮູ້ຈຶກເຖິງເຂດປູຊະນີຍະສະຖານແຫ່ງເທບນິຍາຍນີ້, ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ລາວ ພວມກະກຽມສຳເນົາເອກະສານຍື່ນສະເຫນີຕໍ່ອົງການ UNESCO ຮັບຮອງເປັນມໍລະດົກວັດທະນະທຳໂລກ.
Anh Dao