(vovworld)- ເຊັ່ນດຽວກັນກັບ ລະຄອນຕ່ວງ ຂອງຫວຽດນາມ, ຟ້ອນໂຂນ ຫລື ລະຄອນຫົວໂຂນ ແມ່ນຮູບການສິລະປະທີ່ເປັນມູນເຊື້ອຂອງໄທ ທີ່ເລີ່ມມີມາແຕ່ສະໄຫມລາດຊະວົງເຈົ້າອະຢຸດທະຢາ ກ່ອນນີ້ກວ່າ 600 ປີ. ປະຈຸບັນ, ຟ້ອນໂຂນ ໄດ້ກາຍເປັນຫນຶ່ງໃນບັນດາຮູບການສິລະປະທີ່ເປັນມູນເຊື້ອແລະເຄີຍສະແດງໃນບັນດາງານບຸນພິເສດຂອງໄທ ຫລື ໃນການເຄື່ອນໄຫວໂຄສະນາວັດທະນະທຳຢູ່ປະເທດອື່ນໆຄືຢູ່ຫວຽດນາມ.
ນາງ ຄັດທະຣີຍາ ປະກອບຜົນ ພວມສະແດງການຟ້ອນໂຂນ
ພາບ:vov
|
ບົນເວທີສະແດງຢູ່ຮ່າໂນ້ຍ, ນາງ ຄັດທະຣີຍາ ປະກອບຜົນ ສວມເປັນລາຊິນີປາ ສຸພັນນາ ມັດຈາ ພ້ອມກັບຄູ່ຟ້ອນພວມສະແດງລະຄອນເລື່ອງ ຣາມມະກຽນ, ຕອນທີ່ ຫານູມານ ໄລ່ຈັບ ນາງ ສຸພັນນາ ມັດຈາ. ສຸພັນນາ ມັດຈາ ນຸ່ງຊຸດອາພອນທີ່ສວຍງາມຂອງລາຊິນີ, ດ້ວຍ ມົງກຸດເຄືອບຄຳທີ່ເຫຼື້ອມມິບແມບ, ປະລັກແຂນເພັດ, ເສື້ອຄຸມຕຳ່ດ້ວຍເສັ້ນໄໝຄຳ, ເບື້ອງຫຼັງມີຫາງປານ້ອຍ. ເຮັດໃຫ້ນາງທັງງາມສະສວຍ, ທັງ ອ່ອນໂຍນ, ເຢືອກເຢັນ. ຄູ່ຟ້ອນກັບນາງແມ່ນຕົວລະຄອນ ຫານຸມານ, ສວມເປັນໂຕລີງທີ່ຈົ່ງຮັກພັກດີຂອງລາດຊະກຸມມານ ຣາມາ, ພວມສະແດງທ່າທາງແກ່, ດຶງເຮັດໃຫ້ຜູ້ຊົມວາດພາບເຖິງຮູບພາບສອງຄົນພວມໄລ່ຈັບກັນ. ນີ້ແມ່ນຕອນທີ່ສ້າງຄວາມດຶງດູດທີ່ສຸດໃນລະຄອນເລື່ອງ ຣາມມະກຽນ (ຄ້າຍຄືກັນກັບລະຄອນພະລັກພະຣາມຂອງລາວ ) ລະຄອນນາງ ຊີຕາຂອງຫວຽດນາມ, ຣຽມເກ ຂອງກຳປູເຈຍ, ຮີໄກຢາດ ສະຣີຣາມາ ຂອງອິນໂດເນເຊຍ ຫລື ອາລີມ ຢູ່ ຟິລີບປີນ. ເມື່ອເວົ້າເຖິງຄວາມເມົາມົວຂອງຕົນຕໍ່ສິລະປະປະເພດນີ້, ນາງ ຄັດທະຣີຍາ ປະກອບຜົນ, ໃຫ້ຮູ້ວ່າ:
ສຽງນາງຄັດທະຣີຍາ
ກໍ່ເຊັ່ນດ່ຽວກັນກັບຕ່ວງບູຮານ ຂອງຫວຽດນາມ, ບັນດາກິລິຍາທ່າທາງ, ໃນການຟ້ອນໂຂນແມ່ນມາຈາກທຳມະຊາດ. ຕົວຢ່າງຄື: ຕົວລະຄອນ ຫານຸມານ ແມ່ນລີງໂຕຫນຶ່ງ ສະນັ້ນເຄີຍມີທ່າທາງເຕັ້ນ, ດີດ, ກະລອັກກະແລັກ ແລະ ຫລຽວເບິ່ງນັ້ນເບິ່ງນີ້. ກ່ອນນີ້ ນັກສະແດງຟ້ອນໂຂນ ສ່ວນຫລາຍແມ່ນຜູ້ຊາຍ ແລະ ບັນດາຕົວລະຄອນລ້ວນແຕ່ໃສ່ຫົວໂຂນ ແຕ່ພາຍຫລັງສັດຕະວັດທີ 19, ແມ່ຍິງກໍ່ເຂົ້າຮ່ວມຟ້ອນໂຂນ. ໃນການຟ້ອນໂຂນປະຈຸບັນ, ມີແຕ່ຕົວລະຄອນສັດຫລືຜີຍັກຈຶ່ງໃຊ້ຫົວໂຂນເທົ່ານັ້ນ, ສ່ວນບັນດາຕົວລະຄອນຄືເທວະດາຟ້າແຖນ ແລະ ມະນຸດ, ເຂົາເຈົ້າເຄີຍໃຊ້ມົງກຸດ ຫລື ຜົມປອມ. ສຳລັບ ຄັດທະຣີຍາ ປະກອບຜົນ, ນາງໄດ້ແອບຟ້ອນເມື່ອມີອາຍຸພຽງ 10 ປີ, ມາຮອດປະຈຸບັນ ນາງໄດ້ສະຫນິດຕິດພັນກັບສິລະປະປະເພດນີ້ມາເປັນເວລາ 20 ກວ່າປີແລ້ວ.
ສຽງນາງຄັດທະຣີຍາ
ເມື່ອຊົມນາງ ຄັດທະຣີຍາ ປະກອບຜົນ ຟ້ອນໂຂນ, ໃນຕົວລະຄອນ ລາຊິນີປາ ສຸພັນນາ ມັດຈາ. ຜູ້ຊົມທັງຊາວຫວຽດນາມ ແລະໄທກໍ່ລ້ວນແຕ່ຮູ້ສຶກຈັບອົກຈັບໃຈຕໍ່ແຕ່ລະກິລິຍາທ່າທາງຂອງນາງທີ່ສຸດ
“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າຊົມຟ້ອນໂຂນ, ເຖິງວ່າບໍ່ຮູ້ພາສາໄທກໍຕາມ ແຕ່ຂ້າພະເຈົ້າກໍສາມາດເຂົ້າໃຈໄດ້ເນື້ອໃນຂອງລະຄອນ ເພາະວ່າ ມັນຄ້າຍຄືເລື່ອງ ນາງຊີຕາ ຢູ່ ຫວຽດນາມ. ແລະມັນໄດ້ເກີດມາຈາກເລື່ອງ ຣາມາຢານາ ຂອງອິນເດຍ ຊື່ງຫລາຍຄົນໄດ້ຮູ້ຈັກແລ້ວ.”
“ຂ້າພະເຈົ້າມັກຊົມຕອນທີ່ ຫານຸມານໄລ່ຈັບໄດ້ເມຍແມ່ນລາຊິນີ ສຸພັນນາ ມັດຈາ. ໃບຫນ້າຂອງລາວປ່ຽນແປງໄປດ້ວຍຄວາມຮູ້ສຶກທາງໃຈຄື: ບາງເທື່ອຄຽດແຄ້ນ, ບາງເທື່ອເປັນຕາຮັກ… ແລະ ທ່າທາງສະແດງອອກຄ້າຍຄືກັນກັບລີງ. ສ່ວນຜູ້ທີ່ສວມເປັນຕົວລະຄອນ ຫານຸມານ ແມ່ນຟ້ອນງາມ, ອອນຊອນທີ່ສຸດ. ຂ້າພະເຈົ້າຮູ້ສຶກຄືວ່າລາວໄດ້ນຳໃຊ້ທັງຮ່າງກາຍເພື່ອສະແດງທ່າທາງຂອງຕົວລະຄອນແທ້.”
“ນ້ອງມັກຊົມຟ້ອນໂຂນຍ້ອນຊຸດອາພອນຂອງຕົວລະຄອນງາມ ແລະ ລະອຽດລະອໍທີ່ສຸດ. ນອກນັ້ນ ເນື້ອໃນລະຄອນກໍອຸດົມສົມບູນ ແລະ ມີຫລາຍຮູບຫລາຍແບບທີ່ສຸດ.”
ລາຍການສະແດງສິລະປະໄທຢູ່ ຫໍພິພິດທະພັນຊົນເຜົ່າວິທະຍາ
ຫວຽດນາມ ທີ່ຮ່າໂນ້ຍ
ພາບ:vov
|
ເມື່ອສິ້ນສຸດການສະແດງ ນາງ ຄັດທະຣີຍາ ປະກອບຜົນ ພ້ອມກັບຄູ່ຟ້ອນໄດ້ສົ່ງຮ້ອຍຍີ້ມ ແລະ ກົ້ມຫົວອຳລາຜູ້ຊົມ. ມື້ນີ້ ນາງ ແລະ ຄູ່ສະແດງຂອງຕົນໄດ້ຊ່ວຍໃຫ້ຜູ້ຊົມຊາວຫວຽດນາມ ຮູ້ຈັກໄດ້ວ່າ ຟ້ອນໂຂນ, ເຊິ່ງແມ່ນຫນຶ່ງໃນບັນດາຮູບການສິລະປະມູນເຊື້ອທີ່ເປັນເອກະລັກສະເພາະຂອງໄທແມ່ນຄືແນວໃດ.