ບັນດາປະເທດອາຊຽນໝັ້ນໝາຍມານະພະຍາຍາມຕ້ານການໃຊ້ຄວາມຮຸນແຮງທາງເພດສຳພັນ

ບັນດາປະເທດອາຊຽນໝັ້ນໝາຍມານະພະຍາຍາມຕ້ານການໃຊ້ຄວາມຮຸນແຮງທາງເພດສຳພັນ - ảnh 1
ທ່ານ​ນາງ ຫງວຽນ​ເຟືອງ​ງາ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:internet

(vovworld)- ​ ​ວັນ​ທີ 15/4, ຢູ່​ສຳ​ນັກ​ງານ​ຂອງ ສ​ປ​ຊ ຢູ່ ນິວຢອກ ສະ​ຫ​ະ​ລັດ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​​ປຶກ​ສາ​ຫາ​ລືເ​ປີດ ກ່ຽວ​ກັບ​ຫົວ​ເລື່ອງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສ​ຳ​ພັນ ໃນການ​ປະ​ທະ​ກັນ ໂດຍ​ຜູ້​ຕາງ​ຫນ້າ ລາ​ຊະ​ອາ​ນາ​ຈັກ ຈໍ​ແດນ, ​ປະ​ທານ​ໝ​ູນ​ວຽນ​ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ໃນ​ເດືອນ 4 ເປັນ​ປະ​ທານ. ​ກ່າວ​ຄຳ​ເຫັນ​ນະ​ທີນີ້, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້ຕາງ​ຫນ້າ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເນັ້ນ​ຫນັກວ່າ: ອາ​ຊຽນ ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສ​ຳ​ພັນ ແລະ​ ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ບັນ​ຫາ​ສັນ​ຍ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ ແລະ ພາກ​ພື້ນ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ເນັ້ນ​ຫນັກ​ວ່າ ບັນ​ດາ​ປະ​ເທດ ອາ​ຊຽນ ຖື​ວ່າ ເຖິງວ່າ​ມີ​ຄວາມ​ຄືບ​ຫນ້າ​ຫລາຍ​ຢ່າງ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ມະ​ຕິ 1325 ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ ກໍ​ຕາມ ແຕ່​ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສຳ​ພັນ​ຢູ່​ບັນ​ດາ​ປະ​ເທດ​ເກີດ​ການ​ປະ​ທະ​ກັນ​ໃນ​ໂລກ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ເປັນ​ຕົ້ນ​ ມີ​ການ​ເຂົ້າ​ຮ່ວມ​ຂອງ​​ບັນ​ດາກຸ່ມກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ. ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ແລ້ວ, ບັນ​ດາ​ປະ​ເທດ ອາ​ຊຽນ ຖື​ວ່າ ສະ​ພາບ​ການ​ດັ່ງ​ກ່າວ​ຕ້ອງ​ແກ້​ໄຂ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ໄກ່​ເກ່ຍ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຊຸກ​ຍູ້​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ ຊາຍ.

 

ຂ່າວ/ບົດ​ອື່ນ