(VOVWORLD) -ດ້ວຍບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງ, ກ້າຄິດ ກ້າທຳ, Kang Sothea – ນາຍຊ່າງຜູ້ໜຶ່ງ ໄດ້ໃຊ້ເຄື່ອງອາໄຫຼ່ລົດຈັກເສດເຫຼືອ ສ້າງເປັນບັນດາຜະລິດຕະພັນສິລະປະຢູ່ແຂວງ Kandal ປະເທດ ກຳປູເຈຍ, ອ້າຍໄດ້ຮັບຄວາມຮັກແພງຈາກທຸກຄົນ ດ້ວຍບັນດາຄວາມເມົາມົວຂອງຕົນເອງ ແລະ ຄວາມປາດຖະໜາ ຢາກປະກອບສ່ວນກຳລັງແຮງຂອງຕົນ ເພື່ອຮັກສາສິ່ງແວດລ້ອມໃນວົງຄະນະຍາດ.
ເບິ່ງຄືວ່າ ບັນດາເຄື່ອງອາໄຫຼ່ລົດຈັກຄື: ໂສ້, ຕະປູກຽວ....ແມ່ນສິ່ງເສດເຫຼືອ ແຕ່ສຳລັບອ້າຍ Kang Sothea (Công Xộ-thia), ປະທານສະໂມສອນ OMA- ຊື່ງແມ່ນສະໂມສອນຂອງບັນດານາຍຊ່າງສ້ອມແປງລົດຈັກນິຍົມສິລະປະຢູ່ແຂວງ Kandal, ລາຊະອານາຈັກກຳປູເຈຍ ແລ້ວ, ນີ້ກໍ່ແມ່ນບັນດາວັດຖຸທີ່ສາມາດປະດິດສ້າງເປັນສິລະປະທີ່ດູດດື່ມໃຈໄດ້. ອ້າຍ Kang Sothea ໄດ້ເຮັດສິ່ງທີ່ເປັນ ສິລະປະນີ້ ຢ່າງກະທັນຫັນ ຍ້ອນອ້າຍເຄີຍເປັນຜູ້ຂາຍນ້ຳມັນລົດ ແລະ ນາຍຊ່າງສ້ອມແປງລົດຈັກ ແຕ່ຍ້ອນມີຄວາມຮັກມັກ ກັບສິລະປະ, ກໍ່ຄືຄວາມເສຍດາຍໃນຂະນະທີ່ຕ້ອງປະຖິ້ມເຄື່ອງອາໄຫຼ່ລົດຈັກເກົ່ານັ້ນ, ອ້າຍຈຶ່ງໄດ້ສ້າງຈຳນວນເຫຼັກເສດດັ່ງກ່າວເປັນບັນດາຜະລິດຕະພັນສິລະປະ. ອ້າຍ Kang Sothea ເວົ້າວ່າ:
ເມື່ອພົບປະກັບໝູ່ເພື່ອນທີ່ເປັນນາຍຊ່າງສ້ອມແປງລົດຈັກ, ຂ້າພະເຈົ້າເຫັນເຂົາເຈົ້າໄດ້ປະຖິ້ມເຫຼັກເສດຫຼາຍທີ່ສຸດ. ຂ້າພະເຈົ້າຈຶ່ງເກີດແນວຄິດຈະຫັນຈຳນວນເຫຼັກເສດເຫຼົ່ານັ້ນເປັນຜະລິດຕະພັນໃດໜຶ່ງທີ່ມີຄວາມໝາຍ ແລະ ສາມາດຂາຍໄດ້. ຫຼັງຈາກນັ້ນ ຂ້າພະເຈົ້າກໍ່ຄິດວ່າ ນີ້ຈະແມ່ນວຽກເສີມ ນອກຈາກອາຊີບເປັນນາຍຊ່າງສ້ອມແປງລົດຈັກ.
ດ້ວຍຄວາມປາດຖະໜາ ຢາກແບ່ງປັນກັບໝູ່ເພື່ອນທີ່ພວມປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19, ກໍ່ຄືຊອກຫາທິດເດີນໃໝ່ໃຫ້ອາຊີບຂອງຕົນ, ອ້າຍ Kang Sothea ພ້ອມກັບບັນດາເພື່ອນທີ່ເປັນນາຍຊ່າງສ້ອມແປງລົດຈັກ ໄດ້ສ້າງຕັ້ງສະໂມສອນ OMA ເພື່ອສາມາດພ້ອມກັນເຮັດບັນດາຜະລິດຕະພັນຈາກເຫຼັກເສດລົດຈັກໄດ້ຫຼາຍກ່ວາອີກ. ອ້າຍໄດ້ແບ່ງປັນຄວາມຫຍຸ້ງຍາກເມື່ອເຮັດບັນດາຜະລິດຕະພັນຂອງຕົນ, ອ້າຍ Kang Sothea ເວົ້າວ່າ: “ສະມາຊິກໃນສະໂມສອນທຸກຄົນ ລ້ວນແຕ່ບໍ່ໄດ້ຮຽນວິຊາສິລະປະຊຸດໃດ, ສະນັ້ນ, ເພື່ອສ້າງເປັນຜະລິດຕະພັນໜຶ່ງ ກໍ່ແມ່ນວິວັດການຍາວນານນັບແຕ່ມີແນວຄວາມຄິດ, ຕະຫຼອດຮອດການປະຕິບັດ… ບັນດາຜະລິດຕະພັນເຮັດຈາກເຫຼັກເສດລວມມີ: ແມງງອດ, ຈີ່ນາຍ, ແມງມູມ, ແມງວັນ, ໂຕມັງກອນ, ກຸ້ງມັງກອນ, ຕັກແຕນ…. ປະຈຸບັນ, ກຸ່ມກຳລັງ ມີ ຄວາມຄິດເຮັດມະນຸດຫຸ່ນຍົນ”.
|
ອ້າຍ Kang Sothea ໄດ້ສະສົມເງິນທີ່ເກັບໄດ້ຈາກການຂາຍບັນດາຜະລິດຕະພັນດັ່ງກ່າວ ທັງໃຊ້ໃນຊີວິດປະຈຳວັນ ທັງສ້າງວຽກເຮັດງານທຳໃຫ້ບັນດາເພື່ອນຮ່ວມງານທີ່ນິຍົມສິລະປະຄືອ້າຍຢູ່ທ້ອງຖິ່ນ. ອ້າຍຍັງມີແນວຄິດ ຈະເປີດຮ້ານວາງສະແດງເພື່ອໃຫ້ປະຊາຊົນ ແລະ ແຂກຄົນສາມາດເຂົ້າມາຢ້ຽມຊົມໄດ້, ຈາກນັ້ນຈະຍົກອອກສານທີ່ວ່າ: ສິ່ງທີ່ຢູ່ອ້ອມຂ້າງພວກເຮົາ ຄິດວ່າບໍ່ມີຄວາມໝາຍຫຍັງ ແຕ່ເມື່ອພວກເຮົາມີເຈດຈຳນົງ ແລະ ກຳລັງປະດິດສ້າງແລ້ວ, ສິ່ງດັ່ງກ່າວພັດມີຄວາມໝາຍຕໍ່ຊີວິດຂອງພວກເຮົາ.
ເມື່ອໄປຢ້ຽມຊົມເຂດຜະລິດ ແລະ ເຂດວາງສະແດງ, ອ້າຍ Banh Nha ແລະ ອ້າຍ Pisey ແຂກທ່ອງທ່ຽວມາຈາກ ພະນົມເປັນ ໄດ້ມີຄວາມນັບຖືຕໍ່ສີມືທີ່ຄ່ອງແຄ້ວຂອງບັນດານາຍຊ່າງສ້ອມແປງລົດຈັກທີ່ຮັກຫອມສິລະປະນີ້ທີ່ສຸດ:
ຂ້າພະເຈົ້ານິຍົມນັບຖືຕໍ່ຄວາມສາມາດຂອງບັນດານາຍຊ່າງນີ້ທີ່ສຸດ. ເຂົາເຈົ້າໄດ້ຫັນບັນດາເຄື່ອງເສດເຫຼືອ ເປັນບັນດາຜະລິດຕະພັນສິລະປະ ທີ່ໄດ້ນຳມາວາງສະແດງຢູ່ຫຼາຍແຫ່ງຄື: ຮ້ານອານຫານ, ຮ້ານກາເຟ, ໂຮງແຮມ… ຂ້າພະເຈົ້າມັກບັນດາຜະລິດຕະພັນນີ້ທີ່ສຸດ.
ບັນດາຮູບຈຳລອງໂຕສັດນີ້ມີຊີວິດຊີວາ, ງາມຕາ ແລະ ແປກປະຫຼາດໃຈທີ່ສຸດ. ນີ້ແມ່ນການປະສົມລະຫວ່າງສິລະປະ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງລາຍຮັບໃຫ້ແກ່ບັນດານາຍຊ່າງຕື່ມອີກ.
ບັນດາສະມາຊິກສະໂມສອນ OMA ໄດ້ນຳມາເຊິ່ງສິ່ງທີ່ ໃໝ່ອ່ຽມ ແລະ ແປກໜ້າໃນດ້ານສິລະປະມາໃຫ້ທຸກຄົນ. ນັ້ນແມ່ນການປະດິດສ້າງສິລະປະໃນສິ່ງທີ່ມີຢູ່ແລ້ວ, ສິລະປະບໍ່ແມ່ນສິ່ງທີ່ຫ່າງໄກ ແລະ ສຳຜັດຍາກ, ສິລະປະພັດມີຄວາມໃກ້ຊິດກັບຊີວິດປະຈຳວັນຂອງພວກເຮົາ. ການປະສານສົມທົບລະຫວ່າງຄວາມນິຍົມລົດຈັກ ແລະ ຄວາມມັກຮັກໃນສິລະປະ, ສະໂມສອນ OMA ໄດ້ເຮັດບັນດາຜະລິດຕະພັນສິລະປະສະເພາະ ແລະ ມີຄວາມດູດດື່ມໃຈ, ພ້ອມທັງໄດ້ປະກອບສ່ວນຮັກສາສິ່ງແວດລ້ອມອີກດ້ວຍ.