(vovworld)- ຄວາມຕ້ອງການສຳລັບຂະແຫນງການບິນຂອງອິນໂດເນເຊຍ ນັບມື້ນັບເພີ່ມຂຶ້ນ. ພິເສດ ນະໂຍບາຍທ້ອງຟ້າເປີດຂອງອາຊຽນຄາດວ່າຈະໄດ້ຮັບການປະຕິບັດໃນປີ 2015, ເມື່ອປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນ ຈະສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວໃຫມ່, ສະດວກສະບາຍກວ່າ ແຕ່ລະດັບແກ້ງແຍ້ງກໍສູງກວ່າ. ສິ່ງດັ່ງກ່າວແມ່ນຮຽກຮ້ອງໃຫ້ອິນໂດເນເຊຍຕ້ອງມີຍຸດທະສາດພັດທະນາໃຫມ່ເພື່ອຜ່ານຜ່າສິ່ງທ້າທາຍນີ້ ແລະ ກຳແຫນ້ນກາລະໂອກາດພັດທະນາ.
ພາບປະກອບ:
photo:internet
|
ໃນປີ 2012, ບັນດາສະຫນາມບິນຂອງ ອິນໂດເນເຊຍ ໄດ້ຕ້ອນຮັບ 1,5 ລ້ານຖ້ຽວບິນ, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວແມ່ນກຳລັງດັນສຳລັບລະບົບຂົນສົ່ງທາງອາກາດ. ປະຈຸບັນ ໃນແຕ່ລະປີ, ອິນໂດເນເຊຍ ພວມຂາດແຄນນັກບິນປະມານ 800 ຄົນ. ໃນຂະນະນັ້ນ, ບັນດາຮາກຖານບຳລຸງສ້າງແຕ່ລະປີພຽງແຕ່ບຳລຸງສ້າງນັກບິນໄດ້ແຕ່ 200- 250 ຄົນເທົ່ານັ້ນ. ນອກນັ້ນ ລະບົບສະຫນາມບິນ ແລະ ບັນຊາຈຸບິນ ຂອງ ອິນໂດເນເຊຍ ຖືກເກີນຄວາມສາມາດ. ສະເລ່ຍ, ບັນດາຖ້ຽວບິນເຄີຍຖືກໂຈະໄວ້ຢ້າງຫນ້ອຍສຸດ 30 ນາທີ.
ເພື່ອແກ້ໄຂສະພາບຫຍຸ້ງຍາກນີ້, ລັດຖະບານ ແລະ ບັນດາບໍລິສັດການບິນ ອິນໂດເນເຊຍ ໄດ້ນຳໃຊ້ຫລາຍມາດຕະການຊົ່ວຄາວກໍຄືຍາວນານ. ມີຫລາຍບໍລິສັດການບິນ ໄດ້ຮັບສະຫມັກນັກບິນຕ່າງປະເທດຫລືດຶງດູດບັນດານັກບິນການທະຫານເຂົ້າໃນບໍລິສັດການບິນຂອງຕົນ. ທ່ານ Endic Trewedater, ຜູ້ຝຶກຊ້ອມໃຫ້ນັກບິນສູ້ຮົບ Sukhoi ປະຈຸບັນເປັນຜູ້ຂັບເຮືອບິນພົນລະເຮືອນເວົ້າວ່າ:
“ຄວາມແຕກຕ່າງພຽງແຕ່ແມ່ນຊຸດເຄື່ອງແບບເທົ່ານັ້ນ. ທ່າທີ່ຮັບໃຊ້, ຄວາມຮູ້ ແລະ ຄວາມຊຳນານແມ່ນຄືກັນ. ບັນດາຖ້ຽວບິນພົນລະເຮືອນບໍ່ສັບສົມຄືບົດຝຶກຊ້ອມໃນກອງທັບ ແຕ່ເບິ່ງລວມແລ້ວແມ່ນຄ້າຍຄືກັນ.”
ນອກນັ້ນ, ຍ້ອນຂາດສະຫນາມບິນ, ບັນດາສະຫນາມບິນການທະຫານກໍຖືກນຳເຂົ້າໃຊ້ການ ດ້ວຍ 30 ຖ້ຽວບິນ/ມື້ ໃນນັ້ນມີບັນດາຖ້ຽວບິນສາກົນ, ຖ້ຽວບິນການທະຫານ ແລະ ບິນເຝີກງານ. ໃນຮອບເວລາ 3 ປີຈະມາເຖິງ, ລັດຖະບານ ອິນໂດເນເຊຍ ຈະລົງທຶນປະກອບລະບົບບັນຊາຈຸບິນລວມມູນຄ່າ 250 ລ້ານ USD. ລະບົບດັ່ງກ່າວຈະຊ່ວຍຫລຸດຜ່ອນເວລາ ໂຈະຖ້ຽວບິນລົງເຫລືອພຽງ 3 ນາທີ. ປະຈຸບັນ ອິນໂດເນເຊຍ ມີອົງການບັນຊາຈຸບິນແຫ່ງຫນຶ່ງດຽວ, ສາມາດຄຸ້ມຄອງ ເຮືອບິນ 150 ລຳ, ນັບທັງເຮືອບິນການທະຫານ ແລະ ເຮືອບິນພົນລະເຮືອນ. ຈຳນວນດັ່ງກ່າວບໍ່ທັນຕອບສະຫນອງໄດ້ຄວາມຕ້ອງການໃຫມ່ທີ່ວາງອອກສຳລັບຂະແຫນງການບິນ. ທ່ານ Am ran, ຜູ້ອຳນວຍອົງການບັນຊາຈຸບິນ Ena ຂອງດິນໂດເນເຊຍ ໃຫ້ຮູ້ວ່າ:
“ໃນປີ 2016, ຈະເລີ່ມປະຕິບັດການບັນຊາຈຸບິນຕາມລະບົບໃຫມ່, ພວກຂ້າພະເຈົ້າວາງຈຸດໝາຍຫລຸດຜ່ອນ ເວລາໂຈະຖ້ຽວບິນ ລົງ 15 ນາທີ ໃຫ້ 30% ຈຳນວນຖ້ຽວບິນ, ເທົ່າກັບ 3.000 ຖ້ຽວບິນ. ປີ 2017, ຈຸດໝາຍຂອງພວກຂ້າພະເຈົ້າແມ່ນຫລຸດຜ່ອນເວລາໂຈະຖ້ຽວບິນ ລົງເຫລືອພຽງ 2 -3 ນາທີ.”
ເຖິງວ່າ ລະບົບການບິນຍາມໃດກໍເກີນຄວາມສາມາດກໍຕາມ, ແຕ່ບັນດາຖ້ຽວບິນຂອງອິນໂດເນເຊຍໄດ້ຮັບການຕີລາຄາວ່ານັບມື້ນັບປອດໄພກວ່າ. ປີ 2011, ຈຳນວນອຸບັດຕິເຫດເຮືອບິນຢູ່ປະເທດນີ້ ແມ່ນ 32 ກໍລະນີ. ມາຮອດປີ 2012, ຫລຸດລົງເຫລືອພຽງ 27 ກໍລະນີ. ນີ້ແມ່ນການປັບປຸງດີພໍສົມຄວນ ພິເສດ ເມື່ອຈຳນວນຖ້ຽວບິນໄດ້ເພີ່ມຂຶ້ນທົບສອງເທົ່າໃນປີນີ້.
ດ້ວຍການເພີ່ມທະວີແຫລ່ງຊັບພະຍາກອນມະນຸດ ແລະ ຍົກສູງຄຸນນະພາບພື້ນຖານໂຄງລ່າງ, ອິນໂດເນເຊຍ ພວມມານະພະຍາຍາມສູ້ຊົນເພື່ອສາມາດແກ້ງແຍ້ງກັບບັນດາຄູ່ແຂງອື່ນທີ່ແຂງແຮງກວ່າໃນອາຊຽນ ຄືສິງກະໂປ, ມາເລເຊຍ ເມື່ອນະໂຍບາຍທ້ອງຟ້າເປີດ ຂອງອາຊຽນໄດ້ຮັບການປະຕິບັດໃນປີ 2015.