ປະຊຸມສຳມະນາ“ການເຊື່ອມໂຍງອາຊຽນຜ່ານກົດໝາຍ”

ປະຊຸມສຳມະນາ“ການເຊື່ອມໂຍງອາຊຽນຜ່ານກົດໝາຍ” - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:baomoi.com


(vovworld)- ​ ຕອນ​ເຊົ້າ​ວັນ​ທີ 1/4  ຢູ່ ຮ່າ​ໂນ້ຍ, ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ“ການ​ເຊື່ອມ​ໂຍງ​ອາ​ຊຽນຜ່ານ​ກົດໝາຍ” ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ປະຊາ​ຄົມ​ເສດຖະກິດ ອາ​ຊຽນ” ​ໂດຍ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ສົມທົບ​ກັບ​ສູນ​ຄົ້ນ​ຄ້ວາກົດໝາຍ ຂຶ້ນ​ກັບ​ມະຫາວິທະຍາ​ໄລ ສິງກະ​ໂປ ຈັດ​ຕັ້ງ​ຂຶ້ນ. ມີ​ຜູ້​ແທນ​ກວ່າ 100 ທ່ານ ຊື່​ງ​ແມ່ນ​ບັນດາ​ເຈົ້າ​ຫນ້າ​ທີ່​ລັດຖະບານ, ນັກຮຽນ​ຮູ້, ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ​ຂອງ 10 ປະ​ເທດ ສະມາຊິກ ອາ​ຊຽນ ​ແລະ ຜູ້ຕາງຫນ້າ​ບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສາກົນ​ຂອງ 20 ປະ​ເທດ ​ໃນ​ໂລກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ. ກ່າວ​ຄຳ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ໂຮ່ຊວນ​ເຊີນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ​:ຍາມ​​ໃດ ອາ​ຊຽນແມ່ນ​ບຸລິມະສິດຕົ້ນຕໍ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ​ຫວຽດນາມ.

“​ແຜນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ. ຫວຽດນາມ ​ເຄົາລົບ​ບັນດາ​ຫລັກການ​ພື້ນຖານ​ຂອງ​ກົດ​ບັດ ສປຊ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບັນດາ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ພາກ​ພື້ນ. ຫວຽດນາມ ສະຫນັບສະຫນູນ ການ​ຍົກ​ສູງ​ບົດບາດ​ຂອງ​ກົດໝາຍ​ໃນ​ການ​ຮ່ວມ​ສຳພັນ ​ແລະ ສ້າງ​ປະຊາ​ຄົມ ອາ​ຊຽນ. ຍາມ​ໃດ ຫວຽດນາມກໍ​ແມ່ນ​ສະມາຊິກ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ໃນ​ວິວັດທະນາ​ການ​ເຈລະຈາ​ ກົດ​ບັດ ອາ​ຊຽນ ກໍ​ຄື​ນຳ​ເນື້ອ​ໃນ ກົດ​ບັດ ອາ​ຊຽນ ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ພາຍຫລັງ ກົດ​ບັດ​ອາ​ຊຽນ ​ໄດ້​ຮັບ​ການ​ລົງ​ນາມ​ເມ່ືອ​ປີ 2007, ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ ອາ​ຊຽນ ທຳ​ອິດ ​ໃຫ້​ສັດຕະ​ຍາ​ບັນ​ກົດ​ບັດ​ອາ​ຊຽນ. ຫວຽດນາມ ກໍ​ຕັ້ງຫນ້າ​ໃນ​ວິວັດ​ການ​ພິຈາລະນາ, ​ເພີ່ມ​ເຕີມ, ປັບປຸງ​ເນື້ອ​ໃນ​ກົດໝາຍ​ກໍ​ຄື​ບັນດາ​ຂັ້ນ​ຕອນ, ລະບຽບ​ການ​ພາຍ​ໃນ​ປະ​ເທດ​ໃຫ້​ເໝາະ​ສົມ​ກັບ​ຮີດຄອງ​ປະ​ເພນີ ​ແລະ ຂໍ້​ກຳນົດ​ຂອງ ອາ​ຊຽນ.”

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກຮຽນ​ຮູ້, ຜູ້​ຊ່ຽວຊານ​​ໄດ້​ປຶກສາ​ຫາລື​ ເພີ່ມ​ທະວີການ​ນຳ​ໃຊ້​ກົດໝາຍ​ເຂົ້າ​ໃນ​ການ​ຮ່ວມ​ສຳພັນ​ເສດຖະກິດ ອາ​ຊຽນ, ຖອດ​ຖອນ​ບັນດາ​ບົດຮຽນອັນ​ລຳ້​ຄ່າ ຈາກ​ພຶດຕິ​ກຳ​ກໍ​ຄື​ທິດ​ສະ​ດີ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ