ປະຊາຄົມເສດຖະກິດອາຊຽນ ຫລັງປີ 2015

ປະຊາຄົມເສດຖະກິດອາຊຽນ ຫລັງປີ 2015 - ảnh 1
ພາບ​ປະ​ກອບ:internet

(vovworld)- ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ພວມ​ຮີບ​ເຮັ່ງ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ, ເປ​ັ​ນ​ຂີດ​ໝາຍ​ແຫ່ງ​ການ​ເຊື່ອ​ມ​ໂຍງ​ກັບບັນ​ດາ​ພື້​ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຢ່າງ​ຮອບ​ດ້ານ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປີ 2015 ພຽງ​ແຕ່​ເປັນ​ຂີດ​ໝາຍ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ອາ​ຊຽນ. ສະ​ນັ້ນ, ພາຍ​ຫລັງປີ 2015, ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຈະ​ເປັນແນວ​ໃດ. ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈະ​ເຕື້ອງ​ເຖິງ​ບັນ​ຫານີ້​ຜ່ານ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: “ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ​ຫລັງ​ປີ 2015”.

        ໄລ່​ມາ​ຮອດ​ປະ​ຈຸ​ບັນ, ແຜນ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ​ສຳ​ເລັດ​ໄດ້​ກວ່າ 80%. ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການມອບ​ສັນ​ຍາ​ແລກ​ປ່ຽນ​ສິນ​ຄ້າ ອາ​ຊຽນ ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊ​ິກ​ດ້ອຍ​ພັດ​ທະ​ນາກວ່າ​ໃນ​ກຸ່ມ​ຄື: ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ, ລົບ​ລ້າງ​ຮົ້ວ​ປອດ​ພາ​ສີ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນ​ສິນ​ຄ້າ​ຢູ່ ອາ​ຊຽນ, ພັດ​ທະ​ນາ​ກາ​ນ​ເຊື່ອມ​ໂຍງ​ດ້ານ​ພາ​ສີ. ຕາມ​ແຜນ​ການ, ທ້າຍ​ປີ 2015, ປະ​ຊາ​ຄົມເສດ​ຖ​ະ​ກິດ ອາ​ຊຽນ ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່ 4 ເສົາ​ຄ້ຳ ສ້າງ​ເປັນ​ຕະ​ຫລາດດຽວ ແລະ ຮາກ​ຖານ​ການ​ຜ​ະ​ລິດ​ລ​ວມ, ສ້າງ​ເຂດ​ເສດ​ຖະ​ກິດ​ແກ້ງ​ແຍ້ງ; ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ສະ​ຫມ່ຳ​ສະ​ເໝີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ພາຍ​ຫລັງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ເລື່ອງ​ສ້າງ​ເປັນ​ຕະ​ຫລາດ​ລວມ​ເຮັດ​ໃຫ້​ສິນ​ຄ້າ, ບໍ​ລິ​ການ, ການ​ເຄື່ອນ​ໄຫວ​ການ​ລົງ​ທຶນ​ມ​ີ​ຄວາມ​ເສ​ລີ​ໃນ​ການ​ຈໍ​ລະ​ຈອນ, ​ການຍົກ​ຍ້າຍ​ແຮງ​ງານ​ມີ​ສີ​ມືໃນ​ພາກ​ພື້ນ​. ບັນ​ດາ​ຮົ້ວ​ພາ​ສີ, ປອດ​ພາ​ສີ ໄດ້​ຮັບ​ການ​ແກ້​ໄຂ ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍູ້​ແຮງ​ການ​ສົ່ງ​ອອກ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ການ​ນຳ​ເຂົ້າ, ຫລຸດ​ຜ່ອນ​ຄ່າ​ຜະ​ລິດ​ຕະ​ພັນ. ສິ່ງ​ດັ່ງ​ກ່າວ​ຊ່ວຍ​ໃຫ້​ພາກ​ພື້ນ ອາ​ຊຽນ ມີ​ຄວາມ​ຂະ​ຫ​ຍັນ​ຂັນ​ເຄື່ອນກວ່າ,  ມີ​ສະ​ມັດ​ຕະ​ພາບ​ສູງ ກວ່າ ແລະ ມີ​ກຳ​ລັງ​ແກ້ງ​ແຍ້ງ​ອັນ​ໃຫ​ຍ່​ຫລວງ​ເມື່ອ​ທຽບ​ໃສ່​ບັນ​ດາ​ພາກ​ພື້ນ​ອື່ນ​ໃນ​ໂລກ. ສາດ​ສະ​ດາ​ຈານ, Hidetoshi Nishimura, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ອາ​ຊຽນ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້ ຢືນ​ຢັນ: ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໃນ​ອາ​ຊຽນ ​ໄດ້​ຮັບ​ການ​ສົ່ງ​ເສີມ​ຈາກບັນ​ດາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ຢ່າງ​ແທດ​ຈິງ.

        “ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ມີ​ສອງ​ຈຸດໝາຍ​ຕົ້ນ​ຕໍ, ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເສ​ລີ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ ຫາກ​ແມ່ນ​ຮາກ​ຖານ​ຜະ​ລິດ​ຫ​ນຶ່ງ​ດຽວ. ສິ່ງ​ດັ່ງ​ກ່າວ​ຕິດ​ພັນ​ກັບ​ເຄືອ​ຂ່າຍ​ຜະ​ລິດ​ທີ່​ກ້າວ​ຫ​ນ້າ​ຊື່ງ​ຖືກ​ສ້າງ​ຂຶ້ນ​​ຢູ່​ພາກ​ພື້ນໃນ 3 ທົດ​ສະ​ວັດ​ຜ່ານ​ມາ. ນີ້​ແມ່ນ​ຜົນ​ງານ​ດີ​ເລີດ, ເປັນ​ເອ​ກະ​ລັກ​ສະ​ເພາະ. ເຄືອ​ຂ່າຍ​ຜະ​ລິດ​ນີ້ ບໍ່​ມີ ຢູ່ ສ​ະ​ຫະ​ພາບ​ເອີ​ລົບ ແລະ ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ຕົວ​ຢ່າງ​ຄື: ພາກ​ສ່ວນ​ຫ​ນຶ່ງ​ແຫ່ງ​ການຜະ​ລິດ​ຂອງ​ໄທ​ຖືກມອບ​ໂອນ​ໃຫ້​ແກ່​ກຳ​ປູ​ເຈຍ. ບັນ​ດາ​ກຳ​ມະ​ກອນ​ມີ​ສີ​ມື ຢູ່ ໄທ ຈະ​ສົ່ງ​ໄປ​ຍັງ​ກຳ​ປູ​ເຈຍ ​ເພື່ອ​ດຳ​ເນີນບັນ​ດາ​ຊຸດ​ບຳ​ລຸງ​ສ້າງ.”

          ເຖິງ​ຢ່າງ​ໃດ​ກໍ​ຕາມ, ກາ​ນ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ບໍ່​ທັນ​ສູງ. ສະ​ນັ້ນ ເພື່ອ​ໃຫ້​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ສ້າງ​ຕັ້ງ​ຂຶ້ນ ແລະ ພັດ​ທະ​ນາ​ຫລັງ​ປີ 2015, ບັນ​ດາ​ປະ​ເທດ ອາ​ຊຽນ ຈະ​ເພີ່​ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ພາຍ​ໃນ​ກຸ່ມ ແລະ ພາກ​ພື້ນ. ທ່ານ George Yeo, ປະ​ທານ​ກຸ່ມ​ບໍ​ລິ​ສັດ Kerry Logistics, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ ຢືນ​ຢັນ​ວ່າ:

        “ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ, ຈີນ  - ອິນ​ເດຍ ຈະ​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ອະ​ນາ​ຄົດ​ຂອງ ອາ​ຊຽນ. ອາ​ຊຽນ ຮັກ​ສາບົດ​ບາດ​ຕັດ​ສິນ​ຊີ້​ຂາດ​ຫລືບໍ່​ ແມ່ນອີງ​ໃສ່​ເລື່ອ​ງ ອາ​ຊຽນ ມີ​ຄວາມ​ສາ​ມັກ​ຄີ, ເຊື່ອມ​ໂຍງ ແລະ ຮ່ວມ​ສຳ​ພັນ​ກວ່າຫລືບໍ່ ຜ່ານ​ບັນ​ດາ​ເສັ້ນ​ທາງ​ບົກ, ທາງ​ອາ​ກາດ, ຮ່ວມ​ສຳ​ພັນ​ເອ​ເລັກ​ໂຕ​ນິກ ແລະ ການ​ຍົກ​ຍ້າຍ​ຂອງ​ປະ​ຊາ​ຊົນ​ຫລືບໍ່?”

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ປີ 2015 ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. ພາຍ​ຫລັງ​ປີ 2015, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຈະ​ມີ​ຫລາຍ​ວຽກ​ຕ້ອງ​ເຮັດ, ພິ​ເສດ ແມ່ນ​ເລື່ອງ​ລົບ​ລ້າງ​ຮົ້ວ​ພາ​ສີ, ຊຸກ​ຍູ້​ການ​ລົງ​ທຶນ​ເພື່ອ​ກາຍ​ເປັນ​ເຂດ​ລົງ​ທຶນ​ທີ່​ດູດ​ດື່ມ, ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ລວມ ເພື່ອ​ຫລຸດ​ຜ່ອນ​ຊ່ອງ​ຫວ່າງ​ລະ​ຫວ່າງ​ຜູ້​ທຸກ​ຍາກ ແລະ ຮັ່ງ​ມີ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ