​ປະ​ເທດອິນ​ໂດ​ເນ​ເຊຍ ​ໃນ​ສາຍຕາ​ຂອງ​ຜູ້​ຟັງ​ວິ​ທະ​ຍຸ​ຊາວ​ຫວຽດນາມ

(VOVWORLD) -ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມປະເທດອິນໂດເນເຊຍຂອງປະທານໂຮ່ຈີມິນ ແລະການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອິນໂດເນເຊຍ Soekarno” ໄດ້ສິ້ນສຸດລົງ 2 ເດືອນກວ່າແລ້ວ. ແຕ່ສໍາລັບອ້າຍ ຕື່ແທັງຟອງ ຜູ້ທີ່ຍາດໄດ້ລາງວັນພິເສດໃນການເສັງດັ່ງກ່າວ, ຄວາມຮູ້ສຶກຂອງລາວ ເບິ່ງຄືວ່າຍັງເໝືອນເດີມພິເສດ ເມື່ອລາວຫາກໍສິ້ນສຸດການເດີນທາງໄປຢ້ຽມຢາມປະເທດອິນໂດເນເຊຍ ໃນເວລາ ວັນ ໃນຊຸມວັນຕົ້ນລະດູບານໃໝ່ 2020. ຕໍ່ໄປນີ້, ເຊີນທ່ານຜູ້ຟັງພ້ອມກັບພວກຂ້າພະເຈົ້າພົບປະໂອ້ລົມກັບ ອ້າຍຕື່ແທັງຟອງ ເພື່ອຮັບຟັງຄວາມຮູ້ສຶກຂອງລາວພາຍຫຼັງການຢ້ຽມຢາມປະເທດອິນໂດເນເຊຍຄັ້ງນີ້.  

                ບຸນຫວາດສະໜາຊັກພາອ້າຍຕື່ແທັງຟອງ ໄດ້ມີໂອກາດໄປຢ້ຽມຢາມປະເທດອິນໂດເນເຊຍ ທີ່ສວຍງາມກໍຍ້ອນຄວາມຊີນເຄີຍໃນການຮັບຟັງບັນດາລາຍການວິທະຍຸຂອງລາວເອງ. ຄວາມຊີນເຄີຍດັ່ງກ່າວຂອງລາວ ໄດ້ເລີ່ມແຕ່ຄາວຍັງນ້ອຍ ຈົນມາຮອດທຸກວັນນີ້ ເມື່ອລາວໄດ້ກາຍເປັນຕໍາຫຼວດ. ຍ້ອນຟັງວິທະຍຸ, ອ້າຍຟອງຈຶ່ງຮູ້ຈັກການເສັງ“ຊອກຮູ້ກ່ຽວກັບການຢ້ຽມຢາມປະເທດອິນໂດເນເຊຍຂອງປະທານໂຮ່ຈີມິນ ແລະການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອິນໂດເນເຊຍ Soekarno” ໂດຍວິທະຍຸກະຈາຍສຽງຫວຽດນາມສົມທົບກັບສະຖານທູດ ອິນໂດເນເຊຍປະຈໍາຫວຽດນາມ ຈັດຕັ້ງ. ອາລົມຈິດທີ່ລາວມີຕໍ່ປະທານໂຮ່ຈີມິນກໍຄືຄວາມຮູ້ຄວາມເຂົ້າໃຈກ່ຽວກັບການພົວພັນລະຫວ່າງສອງປະເທດຫວຽດນາມ - ອິນໂດເນເຊຍ, ແລະພິເສດ ລາວມີຄວາມຫວັງຢາກມີໂອກາດໄປຢ້ຽມຢາມປະເທດທີ່ມີີເກາະນັບພັນແຫ່ງນີ້ຈຶ່ງຍິ່ງເຮັດລາວຢາກເຂ້ົາຮ່ວມການເສັງດັ່ງກ່າວ. ບັນດາຄວາມມານະພະຍາຍາມໃນຕະຫຼອດໄລຍະກວ່າ 1 ເດືອນໝົກມຸ້ນກັບການຊອກຫາຂໍ້ມູນນໍາອິນເຕີເນັດ, ນໍາຫໍສະໝຸດນັ້ນ ໃນສຸດທ້າຍກໍໄດ້ຮັບສິ່ງຕອບແທນທີ່ເໝາະສົມ.

        ຕົ້ນເດືອນກຸມພາຜ່ານມາ, ຄະນະຈັດຕັ້ງການເສັງດັ່ງກ່າວ ໄດ້ຈັດໃຫ້ອ້າຍ ຟອງພ້ອມດ້ວຍພັນລະຍາໄປຢ້ຽມຢາມປະເທດອິນໂດເນເຊຍ - ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍ ເຊິ່ງຄະນະຈັດຕັ້ງໄດ້ມອບໃຫ້ສະເພາະຜູູ້ຍາດໄດ້ລາງວັນສູງສຸດ. ໃນການຢ້ຽມຢາມຄັ້ງນີ້, ມີຫຼາຍສິ່ງຫຼາຍຢ່າງຢູ່ປະເທດນີ້ ເຮັດໃຫ້ອ້າຍຟອງ ມີຄວາມປະທັບໃຈ.

        “ລະບົບຄົມມະນາຄົມຄວາມໄວສູງ ແລະ ສາທາລະນະຢູ່ທີ່ນີ້ໄດ້ຮັບຄວາມເອົາໃຈໃສ່ລົງທຶນ ແລະພັດທະນາພໍສົມຄວນ. ພວກຂ້າພະເຈົ້າ ໄດ້ຕົກສະເງີ້ເມື່ອເຫັນວ່າ ນະຄອນຫລວງ ຈາກາຕາ ແມ່ນແຕກຕ່າງກັບແນວຄິດຂອງຕົນ. ທໍາອິດຂ້າພະເຈົ້າຄິດວ່າ ຈາກາຕາ ແມ່ນນະຄອນຫຼວງທີ່ແອອັດ, ແຕ່ເມື່ອມາຮອດຈິ່ງເຫັນວ່າ ຈາກາຕາ ສົມເປັນນະຄອນສີຂຽວຢ່າງແທ້ຈິງ. ມີຕົ້ນໄມ້ໃບຫຍ້າຢູ່ທົ່ວທຸກບ່ອນ ແລະ ມີການວາງແຜນຜັງຕົວເມືອງສວຍງາມພໍສົມຄວນ. ສະຖາປັດຕະຍາກໍາຂອງນະຄອນນີ້ກໍເປັນໜ້າຈັບໃຈຫຼາຍ. ມີບັນດາສະຖາປັດຕະຍາກໍາຂອງຊາວອິດສະລາມ ສະຫຼັບກັບສະຖາປັດຕະຍາກໍາຂອງໂຮນລັງ. ນອກຈາກນັ້ນຍັງມີຕຶກອາຄານທີ່ທັນສະໄໝຫຼາຍຕຶກ ແລະກິດຈະກໍາສະຖາປັດຕະຍາກໍາສິລະປະພິເສດ ອັນໄດ້ເຮັດໃຫ້ຈາກາກຕາ ກາຍເປັນນະຄອນທີ່ມີມົນສະເໜ່ສະເພາະຂອງຕົນ”.

​ປະ​ເທດອິນ​ໂດ​ເນ​ເຊຍ ​ໃນ​ສາຍຕາ​ຂອງ​ຜູ້​ຟັງ​ວິ​ທະ​ຍຸ​ຊາວ​ຫວຽດນາມ - ảnh 1 ອ້າຍຟອງ ແລະ ເມຍໄດ້ມີການລົງຕົວຈິງທີ່ຫນ້າຈັບໃຈດ້ວຍການຂີ່ລົດຊິກໂລຢູ່ອິນໂດເນເຊຍ

        ໃນໄລຍະຢູ່ຢ້ຽມຢາມອິນໂດເນເຊຍ, ອ້າຍຟອງ ໄດ້ໄປຢ້ຽມຢາມສະຖານທີ່ຫຼາຍແຫ່ງທີ່ມີຊື່ສຽງຄື Monas - ເຊິ່ງເປັນອະນຸສາວະລີແຫ່ງຊາດຂອງອິນໂດເນເຊຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດ - ເຊິ່ງເປັນບ່ອນທີ່ເກັບຮັກສາເອກະສານສໍາຄັນກ່ຽວກັບປະຫວັດສາດຫຼາຍຢ່າງຂອງອິນໂດເນເຊຍ, ໄປຢ້ຽມຢາມໂບດອິດສະລາມຕະຫຼອດຮອດພູເຂົາໄຟຫຼືຫາດຊາຍແຄມທະເລທີ່ສວຍງາມຫຼາຍແຫ່ງ ແລະອື່ນໆ. ໃນນັ້ນ, ມີສະຖານທີ່ພິເສດແຫ່ງໜຶ່ງ ເຊິ່ງເປັນບ່ອນທີ່ກ່ອນນີ້ 61 ປີ, ປະທານໂຮ່ຈີມິນເຄີຍມາຢ້ຽມຢາມ.

        “ຄະນະຈັດຕັ້ງໄດ້ພາຂ້າພະເຈົ້າໄປຢ້ຽມຊົມນະຄອນ Bandung, ເຊິ່ງເປັນນະຄອນທີ່ສວຍງາມ, ລົດລາງພາຫະນະໄປມາຄຶກຄັກພໍສົມຄວນ ແລະອາກາດກໍເຢັນດີ. ຂ້າພະເຈົ້າມີຄວາມຕື້ນຕັນໃຈແທ້ໆ ເພາະວ່ານີ້ແມ່ນຄວາມໄຝ່ຝັນແຕ່ດົນຂອງຂ້າພະເຈົ້າ ແລະປັດຈຸບັນກໍມີໂອກາດໄດ້ມາແທ້, ຂ້າພະເຈົ້າໄດ້ມາຢ້ຽມຢາມບ່ອນທີ່ປະທານໂຮ່ຈີມິນ ເຄີຍມາ. ຂ້າພະເຈົ້າ ໄດ້ຮັບຟັງກ່ຽວກັບການເຄື່ອນໄຫວຂອງ ປະທານໂຮ່ຈີມິນ ຢູ່ທີ່ນີ້, ໄດ້ໄປຢ້ຽມຢາມບ່ອນທີ່ເພິ່ນເຄີຍໄປ. ພິເສດ, ຂ້າພະເຈ້ົາໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Padjadjaran, ບ່ອນທີ່ເພິ່ນໄດ້ຮັບໃບປະກາດສະນີຍະບັດປະລິນຍາເອກ ຂະແໜງກົດໝາຍ, ເຊິ່ງເປັນໃບປະກາດໜຶ່ງດຽວທີ່ເພິ່ນເຫັນດີຮັບເອົາ ໃນຕະຫຼອດຊີວິດຂອງຕົນ. ຂ້າພະເຈົ້າບໍ່ຮູ້ຈະພັນລະນາຄວາມຮູ້ສຶກຕອນນີ້ຄືແນວໃດ. ແຕ່ເມື່ອມາແຫ່ງນີ້,ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈຕໍ່ຜູ້ນໍາຂອງຊາດຫວຽດນາມ, ເຊິ່ງເປັນເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນ ແລະປະເທດອິນໂດເນເຊຍ”.

​ປະ​ເທດອິນ​ໂດ​ເນ​ເຊຍ ​ໃນ​ສາຍຕາ​ຂອງ​ຜູ້​ຟັງ​ວິ​ທະ​ຍຸ​ຊາວ​ຫວຽດນາມ - ảnh 2 ອ້າຍຟອງ ແລະ ເມຍ ຢ້ຽມຢາມພູເຂົາໄຟ 

        ບໍ່ພຽງແຕ່ມີຄວາມປະທັບໃຈຕໍ່ການພັດທະນາ ແລະຄວາມສວຍງາມຂອງປະເທດ ອິນໂດເນເຊຍ ເທົ່ານັ້ນ, ອ້າຍຟອງຍັງມີບັນດາການລົງພຶດຕິກຳຕົວຈິງທີ່ຈັບອົກຈັບໃຈກ່ຽວກັບວັດທະນະທໍາຂອງປະເທດອິດສະລາມນີ້ອີກດ້ວຍ.

        ໄດ້ຄົ້ນຫາພື້ນຖານວັດທະນະທຳໃໝ່ ແມ່ນສິ່ງທີ່ໜ້າຈັບອົກຈັບໃຈສໍາລັບຂ້າພະເຈົ້າ. ຢູ່ທີ່ນີ້, ປະຊາຊົນສ່ວນຫຼາຍ ແມ່ນເຊື່ອຖືສາສະໜາອິດສະລາມສະນັ້ນເມື່ອໄປຢ້ຽມຢາມປະເທດອິນໂດເນເຊຍ, ເຮົາຈະພົບເຫັນໂບດອິດສະລາມຫຼາຍແຫ່ງ. ເລື່ອງການກິນຂອງຊາວອິນໂດເນເຊຍກໍມີຄວາມແຕກຕ່າງກັນກັບເຮົາ, ເຂົາເຈົ້າບໍ່ກິນຊີ້ນໝູ. ເຂົາເຈົ້າກິນເຜັດພໍສົມຄວນ. ແຕ່ໂຊກດີທີ່ຂ້າພະເຈົ້າກິດເຜັດໄດ້. ປະຊາຊົນຢູ່ທີ່ນີ້ໃຈດີ, ສະໜິດສະໜົມ ແລະ ຮັກແພງແຂກຄົນ. ສະເພາະສ່ິງດັ່ງກ່າວ, ຂ້າພເຈົ້າເຫັນວ່າຊາວອິນໂດເນເຊຍ ແລະຫວຽດນາມ ແມ່ນມີຄວາມຄ້າຍຄືກັນ”.

        ສໍາລັບອ້າຍ ຟອງ ແລ້ວ, ການເດີນທາງໄປຕ່່າງປະເທດຄັ້ງທໍາອິດນີ້ບໍ່ພຽງແຕ່ແມ່ນການທ່ອງທ່ຽວເທົ່ານັ້ນຫາກຍັງມີຄວາມໝາຍຫຼາຍກວ່ານັ້ນ ເມື່ອລາວໄດ້ພົບປະແລກປ່ຽນກັບບັນດາຜູ້ຟັງວິທະຍຸ ຂອງອິນໂດເນເຊຍ - ຜູ້ທີ່ຍາດໄດ້ລາງວັນໃນການເສັງດັ່ງກ່າວອີກດ້ວຍ.

        “ມີສິ່ງໜຶ່ງທີ່ໜ້າຈັບອົກຈັບໃຈ ນັ້ນແມ່ນຂ້າພະຈົ້າໄດ້ພົບປະແລກປ່ຽນກັບຜູ້ຟັງລາຍການວິທະຍຸກະຈາຍສຽງຫວຽດນາມສອງຄົນຢູ່ອິນໂດເນຊຍ. ເຖິງວ່າຄົນລະປະເທດກໍຕາມ ແຕ່ພວກຂ້າພະເຈົ້າໄດ້ໂອ້ລົມສົນທະນາຢ່າງເປີດອົກເປີດໃຈ ເພາະວ່າພວກຂ້າພະເຈົ້າມີຫຼາຍຈຸດຄືກັນ. ນັ້ນແມ່ນມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວັດທະນະທໍາ, ປະຫວັດສາດ, ຮີດຄອງປະເພນີຂອງກັນ. ຍິ່ງໄປກວ່ານັ້ນ ແມ່ນຄວາມຮັກຄວາມແພງ, ຄວາມເຄົາລົບລະຫວ່າງສອງຊາດ, ສອງປະເທດ ແລະການນໍາສອງທ່ານ. ໃນນັ້ນ, ວິທະຍຸກະຈຽງຫວຽດນາມ ໄດ້ເປັນຂົວຕໍ່ວັດທະນະທໍາທີ່ສໍາຄັນທີ່ສຸດ”.

​ປະ​ເທດອິນ​ໂດ​ເນ​ເຊຍ ​ໃນ​ສາຍຕາ​ຂອງ​ຜູ້​ຟັງ​ວິ​ທະ​ຍຸ​ຊາວ​ຫວຽດນາມ - ảnh 3 ອ້າຍຟອງ ພົບປະກັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນໂດເນເຊຍ 

        ກັບຄືນສູ່ວຽກງານປະຈໍາວັນພາຍຫຼັງການຢ້ຽມຢາມອິນໂດເນເຊຍ, ອ້າຍ ຕື່ແທັງຟອງ ເວົ້າຄວາມໃນໃຈສູ່ຟັງວ່າ, ລາງວັນຂອງການເສັງຄັ້ງນີ້ ແມ່ນຂອງຂວັນທາງດ້ານຈິດໃຈພິເສດສໍາລັບ ລາວ ໃນຍາມຕົ້ນປີ 2020 ແລະ ກໍແມ່ນປີທີ່ຫວຽດນາມ ແລະອິນໂດເນເຊຍສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 65 ປີ. ອ້າຍຟອງ ໃຫ້ຮູ້ວ່າລາວເອງກໍມີບາງແຜນການຕ້ອງປະຕິບັດໃນປີນີ້, ແຕ່ແນ່ນອນວ່າລາວຍັງຄົງສືບຕໍ່ປະຕິບັດຄວາມເມົາມົວຂອງຕົນໃນການຊອກຮູ້ ແລະຄົ້ນຄວ້າເລິກກວ່າງກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ, ພ້ອມທັງຫວັງວ່າຈະມີໂອກາດໄດ້ປະກອບສ່ວນເລັກໆນ້ອຍໆໃນການເຊື່ອມຕໍ່, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ໂດຍຜ່ານໝູ່ເພື່ອນຊາວອິນໂດເນເຊຍ ເຊິ່ງລາວໄດ້ພົບປະໃນການຢ້ຽມຢາມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ