ພົບປະກັບດຣ ສີຣິວົງ ຫົງສະຫວັນ- ຄົ້ນຄວ້າກ່ຽວກັບຫວຽດນາມ


(vovworld)- “ຂ້າ​ພະ​ເຈົ້າ​ຮຽນ​ພາ​ສາ ຫວຽດ ກ່ອນ​ອື່ນ​ໝົດ​ແມ່ນເພື່ອ​ສາ​ມາດ​ຄົ້ນ​ຄ້​ວາ ແລະ ເຂົ້າ​ໃຈ​​ໄດ​້ບັນ​ດາ​ເອ​ກະ​ສານ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ, ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ..” ນັ້ນ​ແມ່ນ​ສາຍ​ເຫດ​​ທີ່​ພາ​ໃຫ້ ດ​ຣ ສີ​ຣິ​ວົງ ຫົງ​ສະ​ຫວັນ, ຄູ​ສອນ​ພະ​ແນກວັດ​ທະ​ນະ​ທຳ​ມະ​ນຸດ, ສັງ​ກັດ​ມະ​ຫາ​ວິ​ທະ​ຍ​າ​ໄລ ອຸ​ບອນ ຣັດ​ຈ​ະ​ທາ​ນີ ຮຽນ​ພາ​ສາ​ຫວຽດ.

ພົບປະກັບດຣ ສີຣິວົງ ຫົງສະຫວັນ- ຄົ້ນຄວ້າກ່ຽວກັບຫວຽດນາມ - ảnh 1
ສີ​ຣິ​ວົງ ຫົງ​ສະ​ຫວັນ ທີ່​ພິ​ທີ​ຮັບ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​ປະ​ລິ​ຍາ​ເອກ
ພາບ:vov

        ພວກ​ເຮົາ​ພົບ​ປະ​ກັບ ດ​ຣ ສີ​ຣິ​ວົງ ຫົງ​ສະ​ຫວັນ ​ຢູ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ ​ເອື້ອຍ​ມາ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວິ​ທີ​ສິດ​ສອນ​ພາ​ສາ​ຫວຽດ. ເອື້ອຍ ສີ​ຣິ​ວົງ ຫົງ​ສະ​ຫວັນ ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ບັນ​ດາ​ນັກ​ຂ່າວ​ໃນ​ຫນ່ວຍ​ງານ​ພາ​ສາ​ໄທ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫ​ວຽດ​ນາມ ແຫ່ງ​ທີ່ກ່ອນນີ້​ຄື​ແຕ່​ປີ 2005-2008 ເອື້ອຍໄດ້​ຊ່ວຍກວດ​ແກ້​ລາຍ​ການ ແລະ ອ່ານ​ຂ່າວ, ບົດ ໃນ​ໄລ​ຍະ​ທີ່​ເອື້ອຍ ພວມ​ຮຽນ​ຢູ່​ພະ​ແນກ​ພາ​ສາ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ- ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ. ສຳ​ລັບ ເອື້ອຍ ສີ​ຣິ​ວົງ ຫົງ​ສະ​ຫວັນ​ແລ້ວ, ພາ​ສາ​ຫວຽດ ແມ່ນ​ພາ​ສາ​ທີ່ ເອື້ອຍ​​ນິ​ຍົມ​ທີ່​ສຸດ​ນັບ​ແຕ່​ຄາວ​ຍັງ​ນ້ອຍ.

       ສຽງ ສີ​ຣິ​ວົງ ຫົງ​ສະ​ຫວັນ

        ເມື່ອ​ເລີ່ມ​ຮຽນ​ພາ​ສາ​ຫວຽດ, ຫລາຍ​ຄົນ​ໄດ້​ຖາມ​ເອື້ອຍ​ວ່າ: ຮຽນ ພາ​ສາ​ຫວຽດ ເພື່ອ​ເຮັດ​ຫຍັງ? ໃນ​ຂະ​ນະ​​ທີ່ ນັກ​ສຶກ​ສາ​ຫລາຍ​ຄົນ​ພັດ​ເລືອກ​ເຟັ້ນ​ຮຽນ​ພາ​ສາ ອັງ​ກິດ, ພາ​ສາ​ຍີ່​ປຸ່ນ, ພາ​ສາ​ຈີນ ເພື່ອມີ​ຄວາມ​ສະ​ດວກ​ໃນ​ການ​ຊອກ​ຮູ້ວຽກ​ເຮັດ​ງານ​ທຳ​.

        ສຽງ ສີ​ຣິ​ວົງ ຫົງ​ສະ​ຫວັນ

        ​ເອື້ອຍ​ຕິດ​ພັນ​ກັບຮຽນ​ພາ​ສາ​ຫວຽດ ​ນັບ​ແຕ່​ເວ​ລາໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ລັດ​ຖະ​ບານ​ໄທ ມາ​ຮຽນ​ພາ​ສາ​ຫວຽດ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ພະ​ແນກວັນ​ນະ​ຄະ​ດີພາ​ສາ​ສາດ, ພະ​ແນກ​ສ້າງ​ຄູ, ມະ​ຫາ​ວິ​ທະ​ຍາ​ໄລ ເກີນ​ເທີ ປີ 2000. ຮອດ​ປີ 2004, ເອື້ອຍ​ສືບ​ຕໍ່ ໄດ້​ຮັບ​ທຶນ​ສຶກ​ສາ​​ຈາກລັດ​ຖະ​ບານ​ໄທ ມາ​ຫວຽດ​ນາມ ຄົ້ນ​ຄວ້າ​ປະ​ລິ​ຍາ​​ເອກໄລ​ຍະ 5 ປີ​ເຄິ່ງ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ເອື້ອຍ​ຍົກ​ສູງ​ດ້ານ​ພາ​ສາ​ຫວຽດ ແລະ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ຫວຽດ​ນາມຄື: ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ ແລະ ພ້ອມ​ກັບ​ໝູ່​ເພື່ອນ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ທັດ​ສະ​ນີ​ຍະ​ພາບ​ຫລາຍ​ແຫ່ງ.

ສຽງ ສີ​ຣິ​ວົງ ຫົງ​ສະ​ຫວັນ

        ພາຍ​ຫລັງ 15 ປີ ຕິດ​ພັນ​ກັບ​ພາ​ສາ​ຫວຽດ, ສີ​ຣິ​ວົງ ຫົງ​ສະ​ຫວັນ ສາ​ມາດ​ຮັບ​ຟັງ ແລະ ເຂົ້າ​ໃຈ​ພາ​ສາ​ຫວຽດ​ໄດ້​ດີຄື​ດັ່ງ​ຄົນ​ຫວຽດ​ແທ້. ຊ້ຳ​ບໍ່​ໜຳ ເອື້ອຍ​ຍັງ​ຄົ້ນ​ຄ​້​ວາບັນ​ດາ​ຫົວ​ເລື່ອງ​ຍາກ​ໃນ​ໄວ​ຍາ​ກອນ ພາ​ສາ​ຫວຽດ.

        “ໃນ​ພາ​ສາ​ຫວຽດ​ມີ​ປະ​ໂຫຍກທີ່​ວ່າ “ລົມ​ພາ​ຍຸ​ແຮງເທົ່າ​ໃດ​ກໍ່ບໍ່​​ຍາກ​ເທົ່າ​ກັບ​ໄວ​ຍາ​ກອນ​ຫວຽດ​ນາມ”, ໝາຍ​ຄວາມ​ວ່າ ໄວ​ຍາ​ກອນ​ຫວຽດ​ນາມ​ຍາກ​ທີ່​ສຸດ. ເມື່ອ​​ນັກ​ສຶກ​ສາ​ໄທ​ຮຽນ ພາ​ສາ​ຫວຽດ, ເຂົາ​ເຈົ້າພຽງ​ແຕ່​​ຮຽນປະ​ໂຫຍກ, ສຳ​ນວນງ່າຍໆ​​ໄດ້ເທົ່າ​ນັ້ນ. ເມື່ອ​ຮຽນ​ປະ​ໂຫຍກ​ຍາກ​ກ​ວ່າ ເຂົາ​ເຈົ້າ​ມັກ​ຫລົງ​ກັບ​ໄວ​ຍາ​ກອນ​ໄທ. ບາງ​ເທື່ອ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ຈະ​ໃຊ້​ສັບ​ໃດ ເພາະ​ວ່າ ໃນ​ພາ​ສາ​ຫວຽດ ມີ​ຫລາຍ​ສັບ​ແມ່ນໃຊ້​ຕາມ​ປະ​ໂຫຍກ”

        ຄວາມ​ນິ​ຍົມ​ກັບ​ພາ​ສາ​ຫວຽດ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເອື້ອຍ​​ປະ​ສົບ​ຜົນສຳ​ເລັດ​​ໃນບັນ​ດາ​ຫົວ​ເລື່ອງ​ຄົ້ນ​ຄ​ວ້າ​ຍາກ​​ດ້ວຍ​ຄະ​ແນນ​ສູງ​ເທົ່າ​ນັ້ນ ຫາກຍັງ​ຊ່ວຍ​ເອື້ອຍ ສີ​ຣິ​ວົງ ຫົງ​ສະ​ຫວັນ​ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ຫລາຍ​ຂົງ​ເຂດ​ອີກ​ດ້ວຍ.  ເອື້ອຍ​​ເຄີຍເປັນ​ນັກ​ປະ​ຖາ​ກະ​ຖາ, ​ໄປສິດ​ສອນ ແລະ ແປ​ພາ​ສາ ​ໃຫ້​ຫລາຍ​ອົງ​ການ.  ​ພິ​ເສດ, ເອື້ອຍ​ໄດ້ເປັນ​ຜູ້​ແປ​ພາ​ສາ​ໃຫ້​ພົນ​ເອກ ​ປຣະ​ຢຸດ​ຈັນໂອຊາ- ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ແລະ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 5 ເມື່ອ​ເດືອນ 12/2014 ຢູ່ ບາງກອກ ປະ​ເທດ​ໄທ. ແລະ ຫວ່າງ​ແລ້ວນີ້, ​ຄື​ວັນ​ທີ 20/3/2015 ເອື້ອຍ​ເປັນ​ຜູ້​ແປ​ພາ​ສາ ໃຫ້​ພົນ​ເອກ ທະ​ນາ​ສັກ​ ປະ​ຕິ​ມາ​ປະ​ກອນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທ ໃນ​ໂອ​ກາດ​ທ່ານ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ປະ​ສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ໄທ- ຫວຽດ​ນາມ.

        ດ​ຣ ​ສີ​ຣິ​ວົງ ຫົງ​ສະ​ຫວັນ ຖື​ວ່າ: ການເລືອກ​ເຟັ້ນ​ຮຽນ​ພາ​ສາ​ຫວຽດ​ຂອ​ງ​ຕົນ​ແມ່ນ​ຖືກ​ຕ້ອງ​ ເພາະ​ວ່າ ​ມັນ​ມີ​ປະ​ໂຫຍດ​ໃຫ້​ທັງ​ສັງ​ຄົມ ໄທ ແລະ ຫວຽດ​ນາມ. ປະ​ຈຸ​ບັນ ຢູ່​ໄທ ຄວາມ​ຕ້ອງ​ການ​ຮຽນ​ພາ​ສາ​ຫວຽດ​ ເພີ່ມ​ຂຶ້ນ ແຕ່​ມີ​ພຽງ​ມະ​ຫາ​ວິ​ທະ​ຍາ​ໄລ 4 ແຫ່ງ​ສອນ​ພາ​ສາ​ຫວຽດ​ເທົ່າ​ນັ້ນ. ດ​ຣ​ສີ​ຣິ​ວົງ ຫົງ​ສະ​ຫວັນ ປາດ​ຖະ​ຫນາ​ວ່າ ລັດ​ຖະ​ບານ​ໄທ ຈະ​ສະ​ຫນອງ​ທຶນ​ສຶກ​ສາ​ໃຫ້​ນັກ​ສຶກ​ສາ, ຄູ​ສອນ ໄທ​ ໄປ​ຮຽນ​ປະ​ລິຍ​າ​ຕີ, ປະ​ລິ​ຍາ​ໂທ ຢູ່​ຫວຽດ​ນາມ ຫລາຍກວ່າ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຮຽນ ​ພາ​ສາ​ຫວຽດ​ທີ່​ນັບ​ມື້​ນັບ​ສູງ​ຢູ່​ໄທ.

 

ຕອບກັບ

ຂ່າວ/ບົດ​ອື່ນ