(vovworld)-ມີນາງສາວຫລາຍຄົນຢູ່ ກຳປູເຈຍ ພວມຮຽນວາດຟ້ອນພື້ນເມືອງ Apsara ຄືດັ່ງວິທີຫນ່ຶງເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ. ອາດຖືວ່າ Apsara ແມ່ນຕົວຢ່າງທີ່ພົ້ນເດັ່ນໃນການອະນຸລັກຮັກສາ ແລະ ພັດທະນາຄຸນຄ່າມໍລະດົກວັດທະນະທຳບໍ່ມີຮູບຮ່າງ ກໍຄືວິທີຂຸດຄົ້ນບັນດາຄຸນຄ່ານີ້ເພື່ອຮັບໃຊ້ຊີວິດຂອງປະຊາຊົນ.
“ຊີວິດຂອງຂ້າພະເຈົ້າໄດ້ມີການປ່ຽນແປງຫລາຍຢ່າງ ນັບແຕ່ເມື່ອຂ້າພະເຈົ້າເລີ່ມຮຽນວາດຟ້ອນ Apsara ແລະ ກາຍເປັນນັກຟ້ອນອາຊີບ. ຂ້າພະເຈົ້າໄດ້ຮັບການກຳເນີດໃນຄອບຄົວທຳມະດາສາມັນ. ແຕ່ເມື່ອຮູ້ຟ້ອນ Apsara ແລ້ວ, ຂ້າພະເຈົ້າກໍ່ໄດ້ຮັບເຊີນໄປສະແດງຢູ່ຕ່າງປະເທດ. ຂ້າພະເຈົ້າສາມາດຫາເງິນໄດ້ຫລາຍພໍສົມຄວນຈາກການຟ້ອນ Apsara ເພື່ອຊ່ວຍເຫລືອຄອບຄົວກໍຄືສືບຕໍ່ການຮຽນຂອງຕົນ.”
ນັ້ນແມ່ນຄຳແບ່ງປັນຂອງນາງ Srey Senh ຊື່ງແມ່ນຫນຶ່ງໃນຈຳນວນນັກຟ້ອນອາຊີບ Apsara ນັບພັນຄົນ ຢູ່ ກຳປູເຈຍ. Srey Senh ໃຫ້ຮູ້ວ່າ: ເພື່ອກາຍເປັນນັກຟ້ອນອາຊີບ, ນາງຕ້ອງຮຽນຟ້ອນ Apsara ນັບແຕ່ເມື່ອອາຍຸ 14 ປີ ແລະ ແອບຟ້ອນຢ່າງລຳບາກໃນຕະຫຼອດໄລຍະ 8 ປີ ຈຶ່ງສາມາດຟ້ອນຢ່າງອ່ອນຊ້ອຍໄດ້.
ຕາມເລື່ອງລາວທີ່ເລົ່າສືບມາແຕ່ບຸຮານນະການ, Apsara ແມ່ນນາງເທວະດາເມກ ແລະ ນຳ້. ເມື່ອບັນດານາງເທວະດາ ຢອກຫລິ້ນ, ຟ້ອນລຳທຳເພງ, ຕົ້ມໄມ້ໃບຫຍ້າກໍ່ເກີດດອກອອກຫນໍ່ ແລະ ສັດສາວາສິ່ງກໍ່ແຜ່ຜາຍອອກ, ສະນັ້ນ ປະຊາຊົນ ກຳປູເຈຍ ໄດ້ເຊີດຊູ Apsara ແມ່ນນາງເທວະດາວັດທະນາຖາວອນ ແລະ ສ້າງເປັນວາດຟ້ອນ Apsara ເພື່ອສະແດງໃນມື້ຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງບັນດາເທວະດາ ແລະ ລາຊະວົງ. ວາດຟ້ອນ Apsara ເຄີຍປະກົດໃນພາບແຕ້ມ ແລະ ຮູບຄວັດແກະສະຫລັກທີ່ປະດັບຢູ່ບັນດາວິຫານບູຮານ ຂອງກຳປູເຈຍຄື: ກຸ່ມ ອັງກໍວັດ ກໍຄືບັນດາກິດຈະກຳສາສະໜາໃນທົ່ວປະເທດ. ໃນຫລາຍສັດຕະວັດຜ່ານມາ, Apsara ໄດ້ກາຍເປັນວາດຟ້ອນລາຊະວັງ ແລະ ບັນດານາງສາວກຳປູເຈຍເຄີຍສະແດງວາດຟ້ອນນີ້ໃນໂອກາດວັນບຸນຕ່າງໆ ແລະ ງານດອງ. ປີ 2003, UNESCO ໄດ້ຮັບຮອງວາດຟ້ອນ Apsara ເປັນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດ. ປະຈຸບັນ, ບັນດາເຮືອນຮ້ານ, ໂຮງແຮມໃຫຍ່ ຢູ່ ກຳປູເຈຍ ເຄີຍຈັດລາຍການຟ້ອນ Apsara ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ມີຫລາຍເວັບໄຊທ່ອງທ່ຽວຖືວ່າ: ເມື່ອມາຢ້ຽມຢາມ ກຳປູເຈຍ ຖ້າບໍ່ໄດ້ຊົມວາດຟ້ອນ Apsara, ໝາຍຄວາມວ່າ ນັກທ່ອງທ່ຽວບໍ່ທັນຮູ້ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວ ກຳປູເຈຍ .
|
ຍ້ອນຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ກຳປູເຈຍ ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ຄວາມຕ້ອງການຮັບຊົມວາດຟ້ອນ Apsara ກໍ່ເພີ່ມຂຶ້ນເຊັ່ນດຽວກັນ, ຍ້ອນເຫດນັ້ນການຮຽນວາດຟ້ອນ Apsara ຈຶ່ງກາຍເປັນວິທີຫນຶ່ງເພື່ອໃຫ້ນາງສາວກຳປູເຈຍ ຫລາຍຄົນຫລຸດພົ້ນອອກຈາກຄວາມທຸກຍາກ. ມີສູນສອນຟ້ອນ Apsara ໂດຍບໍ່ເສຍຄ່າຫລາຍແຫ່ງໄດ້ຮັບການສ້າງຂຶ້ນ. ອ້າຍ Waan Sithen, ຄູສອນຢູ່ ສະຖາບັນສິລະປະ Cham pay ໃຫ້ຮູ້ວ່າ: ໃນໄລຍະບໍ່ຮອດປີຫນຶ່ງ, ຈຳນວນຜູ້ມາຮຽນວາດຟ້ອນ Apsara ໄດ້ເພີ່ມຂຶ້ນເຖິງ 200 ຄົນ.
“ດ້ວຍທັກສະຟ້ອນ Apsara ຂອງຕົນ, ພວກນ້ອງສາມາດຫາເງິນ ລ້ຽງຊີບ ໃນກໍລະນີບໍ່ທັນບັນລຸໄດ້ຄວາມໄຝ່ຝັນຂອງຕົນຄືຢາກກາຍເປັນທະນາຍຄວາມ, ທ່ານໝໍ. ບັນດາວາດຟ້ອນນີ້ ໄດ້ຊ່ວຍໃຫ້ພວກນ້ອງມີຊີວິດດີກວ່າ.”
ຕາມການສະຖິຕິໃຫ້ເຫັນວ່າ: ລາຍຮັບສະເລ່ຍ ຂອງຄົນງານຜູ້ຫນຶ່ງຢູ່ ກຳປູເຈຍ ແມ່ນ 100-150 USD/ເດືອນ. ແຕ່ລາຍຮັບຂອງນັກຟ້ອນ Apsara ອາຊີບ ຄົນຫນຶ່ງແມ່ນ 300 USD/ເດືອນ. ສະນັ້ນ ຜູ້ສາວ ກຳປູເຈຍ ຫລາຍຄົນຈຶ່ງຮຽນຟ້ອນ Apsara ຄືດັ່ງວິທີຫນຶ່ງເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ສືບຕໍ່ການຮຳ່ຮຽນ, ປະຕິບັດຄວາມໄຝ່ຝັນຂອງຕົນ. ເປັນທີ່ຈະແຈ້ງແລ້ວວ່າ, Apsara ແມ່ນແບບຢ່າງທີ່ພົ້ນເດັ່ນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ເຮັດໃຫ້ບັນດາຄຸນຄ່ານີ້ກາຍເປັນເຄື່ອງມືຊ່ວຍປະຊາຊົນມີຊີວິດດີກວ່າ.