ຢ້ຽມຢາມຫໍພິພິດທະພັນຂີ້ເຜິ້ງ ສິງກະໂປ

(vovworld)- ມາ​ຢ້ຽມຢາມສິງ​ປະ​ໂປ,​ ສະຖານ​ທີ່​ທຳ​ອິດຊື່​ງນັກ​ທ່ອງ​ທ່ຽວ​​ເຄີຍ​ແວ່​ຢາມ​ນັ້ນ​ແມ່ນ ຫໍພິພິດທະພັນ Images of Singapore ຖືກຕັ້ງ​ຢູ່​ເກາະ Sentosa ທີ່​ສວຍ​ງາມ​. ຫໍພິພິດທະພັນ​ແຫ່ງ​ນີ້ ​ແມ່​ນສະຖານ​ທີ່​ວາດ​ພາບ​ເຖິງການ​ດຳ​ລົງຊີວິດ​ຂອງ​ຊາວ​ປະ​ເທດ​ຕ່າງໆຢູ່​ສິງກະ​ໂປ ນັບ​ແຕ່​ໄລຍະ​ບູຮານ​ນະ​ການມາ​ຮອດ​ປະຈຸ​ບັນຢ່າງ​ມີ​ຊີວິດ​ຊີວາ, ດ້ວຍເຕັກ​ໂນ​ໂລ​ຊີ​​​​ປັ້ນຮູບ​ຂີ້​ເຜິ້ງຢ່າງລະອຽດ​ລະ​ອໍ ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳ ຫໍພິພິດທະພັນຂີ້​ເຜິ້ງ ສິງກະ​ໂປ.

        ຜ່ານ​ການ​ຜັນ​ແປ​​ຫລາຍ​ຢ່າງໃນ​ປະຫວັດສາດ, ປະ​ຈຸ​ບັນ ສິງກະ​ໂປ​ໄດ້​ກາຍ​ເປັນ​ສູນ​ແລກປ່ຽນ​ການ​ຄ້າ​ສາກົນ, ເປັນ​ແຫ່ງສົ່ງ​ຕໍ່​ສິນຄ້າ​ທາງ​ທະ​ເລ​​ສຳຄັນທີ່​ເຊື່ອມ​ຕໍ່​ລະຫວ່າງ ​ເອີ​ລົບ ​ແລະ ອາຊີ. ​ໃນ​ວິວັດທະນາ​ການ​ສ້າງສາ​ປະ​ເທດ​ຊາດ, ປະ​ຊາ​ຄົມຊາວ​ຕ່າງ​ປະ​ເທດ​ຢູ່​ສິງກະ​ໂປ ​ໄດ້​ດຳລົງ​ຊີວິດ​​ຢ່າງສະຫນິດ​ຕິດ​ພັນນຳກັນ ສ້າງ​ເປັນ​ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​​​ຊາດຕ່າງໆ ​ແລະ ຫໍພິພິດທະພັນ​ແຫ່ງ​ນີ້​​ໄດ້​ວາດ​ພາບ​ເຖິງປະຫວັດແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ຂອງ​​ສິງກະ​ໂປ​ຢ່າງ​ມີ​ຊີວິດ​ຊີວາ.

 ຢ້ຽມຢາມຫໍພິພິດທະພັນຂີ້ເຜິ້ງ ສິງກະໂປ - ảnh 1

        ສຽງ​ທີ່​ທ່ານຫາ​ກໍ່​ຮັບ​ຟັງ​ແມ່ນ​ເນື້ອ​ໃນ​ຂອງຮູບ​ເງົາ​ທີ່ແນະນຳກ່ຽວ​ກັບ​ປະຫວັດສາດ​ຂອງ​ສິງກະ​ໂປ ຊື່​ງ​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊົມໃນ​ຫ້ອງ​ສາຍ​​ຮູບ​ເງົານ້ອຍ​ກ່ອນ​ທີ່​​​ເຂົ້າ​ຢ້ຽມ​ຊົມ​ຫໍພິພິດທະພັນ. ຢູ່​ເທິງ​ຫນ້າ​ຈໍ່ ປະກົດ​ອອກຮູບ​ພາບ​ຜູ້​ຊາຍ 4 ຄົນທີ່​ຕາງຫນ້າ​ໃຫ້ ປຊ​ຊ 4 ປະ​ເທດ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ສິງກະ​ໂປຄື: ຊາວຈີນ, ​ມາ​ເລ​ເຊຍ, ອິນ​ເດຍ ​ແລະ ອັງກິດ. ດ້ວຍ​ເຕັກນິກທັນ​ສະ​ໄຫມ​ປະສົມ​ກັບ ສີ, ແສງ, ສຽງ​ ​ແລະ ຮູບ​ພາບ, 4 ຄົນ​ດັ່ງກ່າວ​ໄດ້ພັດ​ປ່ຽນ​ກັນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ປະຫວັດສາດ​ແຫ່ງ​ການ​ສ້າງ​ຕັ້ງປະ​ເທດ​ສິງ​ກະ​ໂປ ​ແລະ ຂະ​ແຫນງ​ການ​ເດີນ​ທະ​ເລ​ທີ່​ຈະ​ເລີນ​ໝັ້ນ​ຄົງ​ຂອງ​ປະ​ເທດ​ນີ້. ​ເພື່ອ​ພິສູດ​ໃຫ້​ເລື່ອງ​ລາວ​ດັ່ງກ່າວ ມີ​​ຮູບ​ເງົາ​ກະ​ຕຸນເລື່ອງສັ້ນ​​ກ່ຽວ​ກັບ​ລາຊະ​ກຸມມານ Sang Nila Utama ຜູ້​ມີ​ຄຸ​ນງາ​ມຄວາມ​ດີ​ໃນ​ການ​ຄົ້ນ​ພົບ ​ແລະ ກໍ່ສ້າງ​ປະ​ເທດ​ສິງກ​ະ​ໂປ.

        ອອກ​ຈາກ​ຫ້ອງ​ສາຍ​ຟີ​ມຮູບ​ເງົາ, ​ນັກ​ທ່ອງ​ທ່ຽວ​​ຈະ​ກ້າວ​ເຂົ້າ​ອຸໂມງ​​ທີ່ຮົກ​ເຮື້ອ​ວ່າງ​ເປົ່າດ້ວຍ​​ຕົ້ນ​ໄມ້​ໃບ​ຫຍ້າ, ດອກ​ໄມ້ ​ພ້ອມ​ກັບ​ສຽງ​ນົກຮ້ອງ​, ​ສຽງ​ຮ້ອງ​ຂອງສັດປ່າ… ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ຄື​ດັ່ງ​ພວມ​​ຢູ່​ກາງ​ປ່າ​ທີ່ຮົກ​ເຮື້ອ​ເປົ່າ​ຫວ່າງ.

 ຢ້ຽມຢາມຫໍພິພິດທະພັນຂີ້ເຜິ້ງ ສິງກະໂປ - ảnh 2
ຄາບ​ອາ​ຫານ​ຂອງ​ຊາວຈີນ
ພາບ:dulich.com


        ​ເມື່ອ​​ເຂົ້າ​ເຂດ​ວາງສະ​ແດງ, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ແປກ​ປະຫຼາດ​ໃຈຕໍ່​​ຮູບ​​ປັ້ນ​​ໃຫ​ຍ່​ນ້ອຍ​ຕ່າງ​ກັນທີ່​ເຮັດ​ດ້ວຍ​ຂີ້​ເຜິ້ງ…​​​ໃນຊຸດ​ອາພອນ​ພື້ນ​ເມືອງ​ດ້ວຍສີສັນ​ງາມ​ຕາມຂອງ​​ປະ​ເທດ​ຕ່າງໆ​ຢູ່​ສິງກະ​ໂປ. ບໍ່​ມີ​ຮູບ​ປັ້ນ​ນັກ​ການ​ເມືອງ, ນັກວິທະຍາສາດ, ນັກ​ປະພັນ, ​ດາ​ລາ​ຮູບ​ເງົາ​… ຄື​​ໃນ​ບັນ​ດາ​​ຫໍພິພິດທະພັນ​ຂີ້​ເຜິ້​ງຢູ່ ອັງກິດ, ຝລັ່ງ ….ຢູ່​ທີ່​ນີ້​ພຽງ​​ແຕ່ມີ​ຮູບ​ປັ້ນ​​ສາມ​ັນຊົນ, ຊາວ​ປະມົງ, ກັບຕັນ​… ຜ່ານ​ການ​ດ​ຳ​ລົງ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ສິງກະ​ໂປ​ຄື: ງານ​ແຕ່ງດອງ, ງານ​ບຸນ​ຕ່າງໆ, ບຸ​ນປີ​ໃຫມ່, ບຸນວັນ​ເພັງ, ຄາບ​ອາຫານ​ຂອງ​ ​ຊາວ​ຈີນ, ຮູບ​ພາບ​ກ່ຽວ​ກັບ​ການ​ຫາ​ປ່າ, ລ່າ​ເນື້ອ... ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນດາ​ຮູບ​ປັ້ນ​ຂີ້​ເຜິ້ງຄືຮູບ​ຄົນ​ແທ້​ເທົ່າ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວ​ຕ່າງໆ​ຂອງ​​ຊາວ​ບູ​ຮານ​ໃນ​ເມື່ອ​ກ່ອນອີກ​ດ້ວຍ​ຄື: ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ, ນັ່ງ​ຊົມ​ສະ​ແດງ​ຕົວ​ລະຄອນ​ຢູ່​ເວທີ​ນ້ອຍ..

        ສິ້ນ​ສຸດ​ການ​ຄົ້ນ​ຫາ​ຫໍພິພິດທະພັນ​ຂີ້​ເຜິ້ງ, ບັນດາ​ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ຫລາຍ​ປະ​ເທດ ​ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ລວມວ່າ: ຫໍພິພິດທະພັນ​ແມ່ນ​ຮູບ​ພາບທີ່​ມີ​ຊີ​ວິດ​ຊີວາ​ ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ສິງກະ​ໂປ. ທ່ານ​ນາງ Aishah, ນັກ​ທ່ອງ​ທ່ຽວ​ມາ​ຈາກ ມາ​ເລ​ເຊຍ ​ເວົ້າ​ວ່າ:


 ຢ້ຽມຢາມຫໍພິພິດທະພັນຂີ້ເຜິ້ງ ສິງກະໂປ - ảnh 3

        ສ່ວນ ອ້າຍ​ເຍີ​ດມີ​ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​​ໂນ້ຍ(ຫວຽດນາມ) ຮູ້ສຶກ​ພຶ່ງ​ພໍ​ໃຈ​ເມື່ອ​ໄດ້​ຄົ້ນ​ຫາ​ວິວັດທະນາ​ການ​​ແຫ່ງການພັດທະນາ​ຂອງ​ສິງກະ​ໂປ, ຈາກ​ໝູ່​ບ້ານ​ຊາວ​ປະມົງ​ນ້ອຍ​ກາຍ​ເປັນ​ປະ​ເທດ​ຈະ​ເລີນ​ຮຸ່ງ​ເຮືອງ​ຄື​ປະຈຸ​ບັນ.

        “ຂ້າພະ​ເຈົ້າ​ຮູ້​ສຶກປະ​ທັບ​ໃຈ​ຕໍ່​​ຫົວ​ຄິດປະດິດ​ສ້າງຂອງ​ຊາວ​ສິງກະ​ໂປທີ່​ສຸດ. ຮ້ານ​ວາງສະ​ແດງ​ແຕ່ລະ​ຮ້ານໄດ້​ວາດ​ພາບໃຫ້​​ເຫັນ​ເລື່ອງ​ລາວ​ໃດ​ຫນຶ່ງ, ​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຮູ້ສຶກ​​ແຕກ​ຕ່າງ​ກັນ. ຜ່ານບັນ​ດາຮູບ​ປັ້ນ​​​ທີ່​ເຮັດ​ດ້ວຍຂີ້​ເຜິ້ງ ພ້ອມ​ກັບອຸປະກອນ​ປະຖົມ​ປະ​ຖານນັ້ນ, ຜູ້​ຊົມ​ສາມາດ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຊີວິດ​ຂອງ​ຊາວ​ປະ​ເທດ​ຕ່າງໆ​ຢູ່ສິງກະ​ໂປ​​ໃນກ່ອນ​ນີ້.”

         ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສິງກະ​ໂປ​ບໍ່​ພຽງ​ແຕ່​ມີ​ບາດກ້າວ​ດີ​ພໍ​ສົມຄວນ​​ໃນ​ການ​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຫລາຍ​ນະ​ໂຍບາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ອີກ​ດ້ວຍ. ພິ​ເສດ ສິງກະ​ໂປ ​​​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ການບູຸລະນະ ​ປະຕິສັງ​ຂອນ ແລະ ລົງທຶນ​ເປີດ​ກວ້າງ​ບັນດາ​ເຂດ​ປູຊະນີຍະສະຖານ, ທັດສະນີ​ຍະ​ພາບ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ສະ​ນັ້ນ ຈຳນວນນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ສິງກະ​ໂປ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ​ເຂົາ​ເຈົ້າ​ບໍ່​ຮູ​​້ສຶກ​ເບື່ອ​ນ່າຍ ​ເຖິງ​ວ່າ​ຈະກັບ​ມາ​ຢ້ຽມຢາມ​​ຫລາຍ​ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ