(VOVWORLD) -
ສົງຄາມໄດ້ຜ່ານໄປຫຼາຍສິບປີແລ້ວ, ແຕ່ຢູ່ບາງແຂວງທາງພາກເໜືອຂອງປະເທດລາວ (ຄື: ຊຽງຂວາງ, ຄຳມ່ວນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ອັດຕະປື) ຄວາມເຈັບປວດ, ຄວາມເສຍຫາຍຍ້ອນລູກລະເບີດ, ໝາກໝິ່ນຍັງຕົກຄ້າງຢູ່. ຢູ່ແຂວງ ຊຽງຂວາງ, ມີຫຼາຍຄອບຄົວ, ຫ້າງຮ້ານໃຊ້ ຊາກຂອງລູກລະເບີດ ເພື່ອເຮັດເປັນຮົ້ວເຮືອນ, ຄືດັ່ງວິທີໜຶ່ງເພື່ອຕັກເຕືອນເຖິງຄວາມເຈັບປວດຈາກສົງຄາມ, ລູກລະເບີດ, ໝາກໝິ່ນປະໄວ້ໃຫ້. ຫຼັງຮົ້ວເຮືອນນັ້ນ, ຍັງມີຫຼາຍຄົນຕ້ອງແບກຫາບຄວາມເຈັບປວດ, ຄວາມເສຍຫາຍຍ້ອນລູກລະເບີດທີ່ຍັງບໍ່ທັນແຕກຍັງຢູ່ທີ່ນັ້ນ.
ປ້າຍກ່າວເຕືອນ (ພາບ: ວິທະຍຸແຫ່ງຊາດລາວ)
|
ໃນສົງຄາມຢູ່ບັນດາປະເທດ ອິນດູຈີນ, ໄລຍະແຕ່ 1964 – 1973, ອາເມລິກາ ໄດ້ຖິ້ມລະເບີດ, ໝາກໝິ່ນກວ່າ 2 ລ້ານໂຕນໃນເຂດດິນແດນຂອງ ສປປ ລາວ, 30% ຈຳນວນລູກລະເບີດນັ້ນຍັງບໍ່ທັນແຕກ, ດ້ວຍຈຳນວນກ່ວາ 80 ລ້ານລູກທີ່ຍັງຕົກຄ້າງຢູ່ຫຼາຍບ່ອນໃນທົ່ວປະເທດລາວ. ເຖິງວ່າສົງຄາມໄດ້ສິ້ນສຸດລົງຫຼາຍສິບປີແລ້ວກໍ່ຕາມ, ແຕ່ໃນຊຸມປີຜ່ານມາ, ໃນທົ່ວປະເທດລາວ ຍັງຢັ້ງຢືນກ່ວາ 1.000 ກໍລະນີຜູ້ຖືກຮັບບາດເຈັບ ແລະ ເສຍຊີວິດຍ້ອນລູກລະເບີດ, ໝາກໝິ່ນທີ່ຍັງບໍ່ທັນແຕກ, ໃນນັ້ນມີ ກ່ວາ 284 ຄົນເສຍຊີວິດ, ລວມມີທັງເດັກນ້ອຍ. ວັນທີ 29 ກໍລະກົດ ຜ່ານມາ, ໃນເວລາກຳລັງຫຼີ້ນນຳໝູ່ເພື່ອນ, ກຸ່ມເດັກນ້ອຍ 5 ຄົນຮັບບາດເຈັບ ແລະ ເສຍຊີວິດຍ້ອນຢຽບຖືກລະເບີດທີ່ຍັງບໍ່ທັນແຕກ ທີ່ຕົກຄ້າງຫຼັງສົງຄາມ.
ອ້າຍ ວື່ຢາງ, ປະຊາຊົນຢູ່ແຂວງ ຊຽງຂວາງ ແມ່ນຜູ້ປະສົບເຄາະຮ້າຍຄົນໜຶ່ງຈາກສະພາບການມົນລະພິດຈາກລູກລະເບີດ, ໝາກໝິ່ນ. ກ່ອນນີ້, ອ້າຍແມ່ນເສົາຫຼັກຂອງຄອບຄົວ, ດ້ວຍຄວາມຄາດຫວັງອອກແຮງງານເພື່ອບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍອາຊີີບປູກປ່າ. ໂຊກບໍ່ດີ, ໃນມື້ໜຶ່ງທີ່ພວມເຮັດວຽກຢູ່ໃນປ່າ, ອ້າຍຢຽບຖືກລະເບີດ, ລະເບີດແຕກ, ເຮັດໃຫ້ເປັນຄົນຕາບອດ ແລະ ບໍ່ສາມາດອອກແຮງງານໄດ້ອີກ. ເຖິງວ່າຖືກບາດເຈັບຫຼາຍປີແລ້ວກໍ່ຕາມ, ແຕ່ບາງຄັ້ງຄາວ, ຄວາມເຈັບກໍ່ຍັງມາເຢືອນຕາມຮ່າງກາຍອ້າຍ. ຍິ່ງກ່ວານັ້ນ, ຄວາມເປັນຫ່ວງເປັນໄຍຍ້ອນບໍ່ສາມາດທຳມາຫາກິນລ້ຽງຄອບຄົວ ຍິ່ງໄດ້ເຮັດໃຫ້ອ້າຍກະວົນກະວາຍທໍລະມານໃຈທີ່ສຸດ. ເມື່ອຄິດຄືນມື້ຢຽບຖືກລະເບີດ, ອ້າຍຍັງຮູ້ສຶກຢ້ານຢູ່:
ສຽງອ້າຍ ວື່ຢາງ
ຄອບຄົວອ້າຍ ວື່ຢາງ
|
ສ່ວນທ່ານ ອິນທະວົງສາ, ກໍ່ແມ່ນຊາວຊຽງຂວາງ ຄົນໜຶ່ງ, ໃຫ້ຮູ້ວ່າ: ມີຫຼາຍກໍລະນີຄືອ້າຍ ວື່ຢາງ. ຢູ່ບ້ານຂອງທ່ານ, ມີສິບໆຄົນຖືກບາດເຈັບ, ຊ້ຳບໍ່ໜຳ, ຍັງມີກໍລະນີເສຍຊີວິດຍ້ອນຢຽບຖືກລະເບີດທີ່ຍັງບໍ່ທັນແຕກ ເມື່ອໄປເຮັດໄຮ່ເຮັດນາ. ລູກລະເບີດ, ໝາກໝິ່ນຍັງຕົກຄ້າງ ແຕ່ຍັງບໍ່ທັນມີມາດຕະການໃນການຄົ້ນຫາ ແລະ ທຳລາຍໃຫ້ເໝາະສົມ. ດັ່ງນັ້ນ, ເຖິງວ່າຊີວິດການເປັນຢູ່ຢູ່ແຫ່ງນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເນື້ອທີ່ປ່າຫຼາຍຢູ່ ແຕ່ພໍ່ແມ່ປະຊາຊົນບໍ່ກ້າໄປທຳຖາງບຸກເບີກປ່າ, ຍ້ອນຢ້ານມີລູກລະເບີດທີ່ບໍ່ທັນແຕກ. ທ່ານ ອິນທະວົງສາ ກໍ່ໃຫ້ຮູ້ຕື່ມອີກວ່າ ບໍ່ພຽງແຕ່ມະນຸດເທົ່ານັ້ນ, ຫາກສັດລ້ຽງຄື: ງົວ, ຄວາຍ ຍາມໄຖນາ ຫຼື ກຳລັງກິນຫຍ້າກໍ່ຢຽບຖືກລູກລະເບີດ, ໝາກໝິ່ນ. ນີ້ແມ່ນບັນດາປັດໄຈກໍ່ຄວາມກີດຂວາງເຖິງການພັດທະນາດ້ານເສດຖະກິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້.
ສຽງທ່ານ ອິນທະວົງສາ
ເຖິງວ່າສົງຄາມໄດ້ສິ້ນສຸດລົງແລ້ວກໍ່ຕາມ, ແຕ່ຍັງມີລູກລະເບີດ, ໝາກໝິ່ນ, ວັດຖຸລະເບີດບໍ່ທັນແຕກ ຍັງຕົກຄ້າງຢູ່ຫຼາຍສະຖານທີ່ໃນປະເທດລາວ. ສິ່ງດັ່ງກ່າວບໍ່ພຽງແຕ່ກໍ່ໃຫ້ເກີດຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງສຳລັບມະນຸດ, ທຳລາຍສິ່ງແວດລ້ອມ, ທຳມະຊາດເທົ່ານັ້ນ ຫາກຍັງໄດ້ຂີດຂວາງໃນການນຳໃຊ້ທີ່ດິນເພື່ອຜະລິດກະສິກຳ ກໍ່ຄືແຜນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນອີກດ້ວຍ. ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ລາວ ໃຫ້ຮູ້ວ່າ: ນັບແຕ່ເວລາເຂົ້າຮ່ວມສົນທິສັນຍາເກືອດຫ້າມນຳໃຊ້ລູກລະເບີດ (CCM), ລາວ ໄດ້ຈັດຕັ້ງການໂຄສະນາ, ສຶກສາໃຫ້ແກ່ປະຊາຊົນກ່ຽວກັບວຽກງານປ້ອງກັນ, ຫຼີກລ້ຽງລູກລະເບີດ, ໝາກໝິ່ນທີ່ບໍ່ທັນແຕກຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ໜູນຊ່ວຍໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກໝິ່ນເກືອບ 3.000 ຄົນ:
ສຽງທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະບານ ສປປ ລາວ ຫວັງວ່າ ບັນດາອົງການສາກົນ, ບັນດານັກອຸປະຖຳຈະສືບຕໍ່ຮ່ວມເດີນທາງ, ຊ່ວຍເຫຼືອເພື່ອໃຫ້ປະເທດນີ້ຍູ້ໄວການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ບໍ່ທັນແຕກ, ຜ່ານຜ່າຜົນກະທົບຢ່າງໜັກໜ່ວງຈາກລູກລະເບີດ, ວັດຖຸລະເບີດທີ່ບໍ່ທັນແຕກພາຍຫຼັງສົງຄາມໂດຍໄວ. ລັດຖະບານ ລາວ ຖື ລູກລະເບີດ, ໝາກໝິ່ນທີ່ຍັງຕົກຄ້າງພາຍຫຼັງສົງຄາມແມ່ນໄພພິບັດປະຈຳວັນສຳລັບປະຊາຊົນ, ກໍ່ຄວາມຫຍຸ້ງຍາກໃນການຜະລິດ ແລະ ຊີວິດການເປັນຢູ່, ກີດຂວາງການພັດທະນາປົກກະຕິຂອງເສດຖະກິດ - ສັງຄົມ. ດັ່ງນັ້ນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ບໍ່ທັນແຕກຍາມໃດ ລັດຖະບານ ລາວ ກໍ່ໄດ້ເອົາໃຈໃສ່ ແລະ ສະຫງວນບຸລິມະສິດແຖວໜ້າ. ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວຂົນຂວາຍການອຸປະຖຳເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກໝິ່ນທີ່ບໍ່ທັນແຕກກໍ່ໄດ້ຮັບການຜັນຂະຫຍາຍຢ່່າງມີປະສິດທິຜົນ, ພິເສດແມ່ນການໜູນຊ່ວຍຈາກບັນດາອົງການສາກົນ, ບັນດາປະເທດທີ່ມີການພົວພັນຄູ່ຮ່ວມມື ແລະ ບັນດາປະເທດບ້ານໃກ້ເຮືອນຄຽງທີ່ສະຫງວນໃຫ້ປະເທດລາວ./.