(VOVWORLD) - ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສປປ ລາວ ມີປະມານ 100.000 ຄົນ, ຍາມໃດເຂົາເຈົ້າກໍ່ຢາກໃຫ້ລູກຫຼານຮູ້ພາສາ ຫວຽດ ແລະ ຖືນັ້ນແມ່ນຄວາມຈຳເປັນທີ່ສຸດ, ຍ້ອນເວົ້າແລະ ຂຽນພາສາແມ່ຂອງຕົນໄດ້ ຈຶ່ງສາມາດຊາບຊຶມ, ຮັກສາ...
ໂຮງຮຽນ ຫງວຽນຢູ
|
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສປປ ລາວ ມີປະມານ 100.000 ຄົນ, ຍາມໃດເຂົາເຈົ້າກໍ່ຢາກໃຫ້ລູກຫຼານຮູ້ພາສາ ຫວຽດ ແລະ ຖືນັ້ນແມ່ນຄວາມຈຳເປັນທີ່ສຸດ, ຍ້ອນເວົ້າແລະ ຂຽນພາສາແມ່ຂອງຕົນໄດ້ ຈຶ່ງສາມາດຊາບຊຶມ, ຮັກສາ, ເພີ່ມພູນຄູນສ້າງບັນດາສິ່ງຍອດຍິ່ງເຊິ່ງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້. ຍ້ອນເຫດນັ້ນ, ເຖິງວ່າຈະແມ່ນລຸ້ນທີສອງ, ທີສາມຫຼື ລຸ້ນທີ 4 ທີ່ດຳລົງຊີວິດຢູ່ເຂດດິນແດນລາວກໍ່ຕາມ ແຕ່ວ່າພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ວຽງຈັນ ກໍຍັງມີຄວາມເອົາໃຈໃສ່ໃນການໃຫ້ລູກຫຼານຂອງຕົນຮຽນພາສາ ຫວຽດ ໄປຄຽງຄູ່ກັບພາສາລາວ. ພວກນ້ອງໆເອງກໍ່ເຂົ້າໃຈໄດ້ເຖິງຄວາມສຳຄັນຂອງພາສາ ຫວຽດ ດັ່ງນັ້ນຍາມໃດກໍ່ມານະພະຍາຍາມເພື່ອບັນລຸໄດ້ໝາກຜົນທີ່ດີທີ່ສຸດ.
ໃນຊຸມປີມໍ່ໆມານີ້, ມີຊາວໜຸ່ມ, ເຍົາວະຊົນເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ ລາວ ລຸ້ນຄົນທີ 3, ທີ 4 ຍິ່ງນັບມື້ນັບມີຄວາມມັກຮັກໃນການຮຽນພາສາ ຫວຽດ. ມີຫຼາຍຄົນຮຽນພາສາ ຫວຽດ ແມ່ນຍ້ອນໄດ້ຮູ້ອີກພາສາໜຶ່ງເທົ່ານັ້ນ, ແຕ່ມີຫຼາຍຄົນຮຽນພາສາ ຫວຽດ ຍ້ອນມີຄວາມຫວັງຢາກກັບເມືອບ້ານເກີດເມືອງນອນເພື່ອຮ່ຳຮຽນ, ເຮັດວຽກ ຫຼື ຮຽນເພື່ອຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດກົກເຄົ້າເຫງົາກໍຂອງຕົນຕື່ມອີກ… ແຕ່ພວກນ້ອງລ້ວນແຕ່ມີຄວາມຮັກທີ່ສັກກະລະບູຊາຕໍ່ປະເທດຊາດ. ດ້ວຍບັນດາຄຳສັບທີ່ລຽບງ່າຍ ແຕ່ດ້ວຍຄວາມຮູ້ສຶກອັນຈິງໃຈ, ນ້ອງ ໄຊຍະລາດ, ອາຍຸ 15 ປີ, ມີຄວາມພູມໃຈເມື່ອໄດ້ແບ່ງປັນກ່ຽວກັບຄວາມມັກຮັກກໍ່ຄືຄວາມຫຍຸ້ງຍາກຂອງຕົນໃນເວລາເລີ່ມຮຽນພາສາ ຫວຽດ ທຳອິດ ຈົນຮອດຈຸດເວລາທີ່ອ່ານໄດ້ຂຽນເປັນ:
“ກ່ອນນີ້ 2 ປີ ນ້ອງຢາກຊອກຮູ້ກ່ຽວກັບວັດທະນະທຳ, ກ່ຽວກັບບ້ານເກີດເມືອງນອນ ຫວຽດນາມ, ຫຼັງຈາກນັ້ນນ້ອງໄດ້ເລີ່ມຮຽນພາສາ ຫວຽດ. ເຖິງວ່າ ພໍ່ປູ່ແມ່ຍ່າ ໄດ້ເລົ່າໃຫ້ຟັງກ່ຽວກັບປະຫວັດສາດຂອງ ຫວຽດນາມ ແລ້ວກໍ່ຕາມ ແຕ່ຍັງບໍ່ທັນເຂົ້າໃຈໝົດເທື່ອ ແລະ ເມື່ອຮູ້ພາສາ ຫວຽດ ນັ້ນ ກໍໄດ້ຊ່ວຍໃຫ້ນ້ອງເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດຊາດແຈ້ງກ່ວາອີກ. ນອກຈາກນັ້ນແລ້ວ, ນ້ອງກໍ່ສາມາດໄດ້ພົວພັນແລກປ່ຽນກັບໝູ່ເພື່ອນ, ນັກສຶກສາ ຫວຽດນາມ ຢູ່ບັນດາປະເທດໃນໂລກ”.
ນ້ອງສາວ ທັດສະນີ ໂພມາສີ, ອາຍຸ 17
|
ສຳລັບ ທັດສະນີ ໂພມາສີ, ອາຍຸ 17 ປີທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ ລາວ ແຕ່ພໍ່ແມ່ໄດ້ສອນ ພາສາ ຫວຽດ ແຕ່ຄາວຍັງນ້ອຍ ດັ່ງນັ້ນ, ການຮຽນພາສາ ຫວຽດ ຂອງນ້ອງກໍ່ສະດວກກ່ວາ. ທັດສະນີ ເລົ່າໃຫ້ຟັງວ່າ: ຍາມໃດພໍ່ແມ່ກໍ່ບອກສອນວ່າ ຕ້ອງອວ່າຍໜ້າເມືອຫາກົກເຄົ້າເຫງົາກໍ, ເຖິງວ່າຈະດຳລົງຊີວິດຢູ່ແຫ່ງຫົນໃດກໍ່ຕາມ, ບ້ານເກີດເມືອງນອນຍາມໃດກໍ່ຢູ່ໃນຫົວໃຈ ແລະ ຫວັງວ່າລູກຫຼານຈະແມ່ນລຸ້ນສືບທອດຮັກສາ ພາສາ ຫວຽດ ໃນປະເທດລ້ານຊ້າງນີ້:
“ນ້ອງໄດ້ຮຽນພາສາ ຫວຽດ ຕອນອາຍຸ 6 ປີ. ນອກຈາກເວລາຮ່ຳຮຽນຢູ່ໂຮງຮຽນແລ້ວ, ເມື່ອກັບບ້ານພໍ່ແມ່ກໍ່ໄດ້ສອນເພີ່ມພາສາ ຫວຽດ ແລະ ມີການໂອ້ລົມກັນດ້ວຍພາສາ ຫວຽດ. ຮຽນພາສາ ຫວຽດ ແມ່ນເພື່ອຮູ້ຈັກພາສາໜຶ່ງຕື່ມອີກ, ທີສອງ, ນ້ອງກໍ່ຢາກຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ແລະ ເມື່ອກັບບ້ານ ກໍ່ສາມາດລົມນຳຍາດຕິພີ່ນ້ອງດ້ວຍພາສາ ຫວຽດ, ສິ່ງດັ່ງກ່າວເຮັດໃຫ້ນ້ອງມີຄວາມສະໜິດຕິດພັນ ແລະ ຢາກຮຽນພາສາ ຫວຽດ ຫຼາຍກ່ວາອີກ”.
ທ່ານນາງ ຫງວຽນທິແທັງເຮືອງ, ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ປະຈຳ ນະຄອນຫຼວງ ວຽງຈັນ, ໃຫ້ຮູ້ວ່າ: ໂຮງຮຽນໄດ້ນຳພາສາ ຫວຽດ ເຂົ້າໃນຫຼັກສູດການສິດສອນຢູ່ທຸກຊັ້ນຮຽນ ແລະ ນີ້ແມ່ນບ່ອນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຂອງນັກຮຽນເຊິ່ງເປັນລູກຫຼານຂອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ຫຼາຍລຸ້ນຄົນ. ຍ້ອນໄດ້ນຳການສອນພາສາຫວຽດ ເຂົ້າໃນຫຼັກສູດການຮຽນຂອງນັກຮຽນແຕ່ຄາວຍັງນ້ອຍ ດັ່ງນັ້ນຕຳລາການຮຽນການສອນຂອງໂຮງຮຽນກໍ່ໄດ້ຮັບການນຳໃຊ້ຢ່າງມີໄຫວພິບເພື່ອຖ່າຍທອດຄວາມຮູ້ກ່ຽວກັບດ້ານວັດທະນະທຳ, ປະຫວັດສາດ ຂອງ ຫວຽດນາມ, ເພື່ອແນໃສ່ເຮັດໃຫ້ນ້ຳໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ເລິກເຊິ່ງຂຶ້ນຕື່ມ; ຊ່ວຍໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ລາວ ແລະ ນັກຮຽນລາວ ມີຄວາມເຂົ້າໃຈ ແລະ ຮັກແພງປະເທດຊາດ, ຊາວ ຫວຽດນາມ ກ່ວາອີກ:
“ບັນດາຄູສອນບໍ່ພຽງແຕ່ສອນກ່ຽວກັບວັດທະນະທຳເທົ່ານັ້ນ ແຕ່ໜ້າທີ່ຂອງບັນດາຄູສອນສູງສົ່ງກວ່າອີກ, ນັ້ນແມ່ນໄດ້ພາພວກນ້ອງອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈເລິກເຊິ່ງກ່ວາກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ, ນ້ອງນັກຮຽນຂອງໂຮງຮຽນ ຫງວຽນຢູ ທຸກຄົນ ຈະເວົ້າພາສາ ຫວຽດ ໄດ້ເປັນຄືດັ່ງພາສາທົ່ວໄປ”.
ທ່ານນາງ ຫງວຽນທິແທັງເຮືອງ, ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ |
ພາສາ ຫວຽດ ມີບົດບາດສຳຄັນສຳລັບຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຊາວ ຫວຽດນາມ ອາໄສຢູ່ວຽງຈັນ ເວົ້າສະເພາະ. ຖ້າຫາກບໍ່ຮັກສາພາສາ ຫວຽດ ໃຫ້ເປັນຢ່າງດີນັ້ນກໍຍາກທີ່ຈະຮັກສາສີສັນ, ວັດທະນະທຳຂອງຊາວ ຫວຽດນາມ ຢູ່ຕ່າງປະເທດໄວ້ໄດ້. ຍ້ອນຮັບຮູ້ໄດ້ສິ່ງດັ່ງກ່າວ, ດັ່ງນັ້ນບັນດາພໍ່ແມ່ ແລະ ພວກນ້ອງເອງຍາມໃດກໍ່ພະຍາຍາມໃນການຮ່ຳຮຽນພາສາ ຫວຽດ, ເພື່ອໃຫ້ພາສາ ຫວຽດ ຄືດັ່ງສິ່ງທີ່ບໍ່ອາດຂາດໄດ້ໃນວັດທະນະທຳ ຫວຽດນາມ, ປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ./.