(VOVWORLD) - ເຕົ້ານ້ຳຊາຮ້ອນ, ເຂົ້າໜົມຖົ່ວດິນຫວານໆ, ມັນໆນົວໆ ພ້ອມກັບເຂົ້າໜົມເຂົ້າເໝົ້າທີ່ໜຽວ, ຫອມ ໄດ້ສ້າງຈຸດຄວາມງາມດ້ານວັດທະນະທະທີ່ເປັນເອກະລັກສະເພາະຂອງຊາວ ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.
ທ່ານ ສິງທອງ ເລົ່າເລື່ອງກ່ຽວກັບການຢ້ຽມຢາມ ພົນເອກ ຫວໍງວຽນຢາບ
|
ແລະ ນັ້ນກໍ່ແມ່ນເຄື່ອງຂອງທີ່ຍາມໃດກໍ່ມີພ້ອມຢູ່ໃນເຮືອນຂອງທ່ານ ສິງທອງ ສິງຫາປັນຍາ - ອະດີດຜູ້ອຳນວຍການຫໍພິພິທະພັນ ໄກສອນ ພົມວິຫານ ເມື່ອເຊີນແຂກມາຢາມເຮືອນຢູ່ໃນເມືອງລາວ. ໃນລາຍການຊາຍຄາອາຊຽນພາກນີ້, ພວກຂ້າພະເຈົ້າຂໍແນະນຳບົດຂຽນດ້ວຍຫົວຂໍ້ວ່າ “ລາວເປັນແມ່, ຫວຽດນາມ ເປັນພໍ່” ດ້ວຍບັນດາອະນຸສອນ, ຄວາມຮູ້ສຶກຂອງທ່ານ ສິງທອງ ສິງຫາປັນຍາ ກ່ຽວກັບຄວາມຊົງຈຳໃນຊ່ວງເວລາໜຶ່ງທີ່ຢູ່ ຫວຽດນາມ ກໍ່ຄືການພົວພັນລະຫວ່າງ ລາວ - ຫວຽດນາມ.
“ຂ້າພະເຈົ້າກຳເນີດຢູ່ຊຽງຂວາງ, ແຕ່ໄດ້ໄປຮຽນຢູ່ ຫວຽດນາມ ນັບແຕ່ຄາວຍັງນ້ອຍ. ປະເທດລາວ ເປັນແມ່, ປະເທດ ຫວຽດນາມ ເປັນພໍ່. ແມ່ເປັນຜູ້ໃຫ້ກຳເນີດຂ້າພະເຈົ້າ, ສ່ວນພໍ່ແມ່ນຜູ້ເບິ່ງແຍງລ້ຽງດູ. ຂ້າພະເຈົ້າໄດ້ເຕີບໃຫຍ່ດ້ວຍເຂົ້າສານຂອງ ຫວຽດນາມ ແລະ ຫວຽດນາມ ໄດ້ລ້ຽງດູຂ້າພະເຈົ້າໃຫ້ເຕີບໃຫຍ່,ເຕີບໃຫຍ່ທັງດ້ານພູມປັນຍາ, ທັງແນວຄວາມຄິດ. ຂ້າພະເຈົ້າຮັກປະເທດ ຫວຽດນາມ ແລະ ຫວຽດນາມ ຍາມໃດກໍ່ຢູ່ໃນດວງໃຈຂອງຂ້າພະເຈົ້າ”.
ນັ້ນແມ່ນຄຳແບ່ງປັນຂອງທ່ານ ສິງທອງ ສິງຫາປັນຍາ - ອະດີດຜູ້ອຳນວຍການຫໍພິພິທະພັນ ໄກສອນ ພົມວິຫານ. ທ່ານໄດ້ກຳເນີດ ແລະ ເຕີບໃຫຍ່ໃນໄລຍະສົງຄາມ (ປີ 1958) ຢູ່ເຂດດິນແດນຍຸດທະສາດ ສຳລັບສົງຄາມຢູ່ທັງປະເທດລາວ, ຫວຽດນາມ ກໍ່ຄືທົ່ວພາກພື້ນ ອິນດູຈີນ, ນັ້ນແມ່ນເຂດດິນແດນ ຊຽງຂວາງ ວິລະຊົນ. ໃນຊຸມປີ 1959 – 1972 ແມ່ນຊ່ວງເວລາສົງຄາມຢູ່ ຊຽງຂວາງ ດຸເດືອດທີ່ສຸດ. ທັງພໍ່ ແລະ ແມ່ຂອງທ່ານລ້ວນແຕ່ແມ່ນທະຫານ. ເພື່ອມີຄວາມອຸ່ນອ່ຽນໃຈຕໍ່ສູ້ໃນສະໜາມຮົບ, ຕ້ານສັດຕູຜູ້ຮຸກຮານ, ພໍ່ແມ່ ໄດ້ສົ່ງທ່ານໄປຝາກຢູ່ນຳຄອບຄົວຄົນຮູ້ຈັກ ຢູ່ ຫວຽດນາມ ແລະ ຮຽນຈົບມໍ5 ຈຶ່ງກັບຄືນເມືອປະເທດ. ບັນດາສະຖານທີ່ຄື: ເມື່ອງແຊ໋ນ, ກອນກວງ, ບັກຢາງ, ບັກນີງ ແລະ ບາງສະຖານທີ່ຢູ່ຮ່າໂນ້ຍ ຄື: ເຄີມທຽນ, ດົ໋ງດາ, ເຊີນໄຕ ລ້ວນແຕ່ແມ່ນບ່ອນທີ່ໃກ້ຊິດ ແລະ ລຶ້ງເຄີຍສຳລັບທ່ານ. ເຖິງວ່າ, ບໍ່ໄດ້ເຕີບໃຫຍ່ໃນອ້ອມແຂນຂອງພໍ່ແມ່ ແລະ ຍາມໃດທ່ານກໍ່ຕ້ອງກິນເຂົ້າປົນກັບມັນຕົ້ນກໍ່ຕາມ ແຕ່ທ່ານກໍ່ໄດ້ດຳລົງຊີວິດໃນນ້ຳໃຈຄວາມຮັກແພງ, ການອຸ້ມຊູູ່່ຊ່ວຍເຫຼືອ, ການເບິ່ງແຍງດູແລຂອງປະຊາຊົນ ຫວຽດນາມ, ມີຊີວິດຄາວເຍົາໄວເຕັມໄປດ້ວຍຄວາມຊົງຈຳທີ່ດີ:
“ເມື່ອພວກຂ້າພະເຈົ້າໄປອົບພະຍົບ, ເດັກນ້ອຍໄດ້ແບ່ງເປັນກຸ່ມ 2 – 3 ຄົນແລ້ວສົ່ງໄປຢູ່ກັບຄອບຄົວໜຶ່ງ ແລະ ພວກຂ້າພະເຈົ້າພ້ອມກັບລູກເຕົ້າຂອງເຂົາໄດ້ລະຫຼິ້ນ, ໄປຈັບຫາປາ, ໄປເກັບເຂົ້າເປືອກ, ມັນດ້າງ, ເກັບໝາກຊິມ ແລະ ກິນຈົດປາກກໍ່ປ່ຽນເປັນສີອິດເລີຍ. ຄາວນັ້ນ, ອາດເວົ້າໄດ້ວ່າ ບໍ່ມີພົມແດງລະຫວ່າງຊາວ ລາວ ແລະ ຊາວ ຫວຽດ. ບາງເທື່ອເຂົາໜຶ້ງມັນດ້າງ, ເດັກນ້ອຍພວກເຮົາ ທັງລາວ ແລະ ຫວຽດ ໄດ້ເຕົ້າໂຮມກັນກິນ. ບັນດາຄວາມຊົງຈຳນີ້ແມ່ນສິ່ງທີ່ພວກຂ້າພະເຈົ້າຍາມໃດກໍ່ຄິດຮອດຄິດເຖິງ ແລະ ເຄົາລົບ, ນັບຖືນ້ຳໃຈເຊິ່ງເຂົາສະຫງວນໃຫ້ແກ່ພວກຂ້າພະເຈົ້າ”.
ທ່ານ ສິງທອງ ຍັງໄດ້ຄົ້ນຄ້ວາ, ສະສົມເອກະສານກ່ຽວກັບການພົວພັນ ຫວຽດນາມ ແລະ ລາວ
|
ບັນດາຄວາມຊົງຈຳທີ່ສວຍງາມໃນຄາວເຍົາໄວ ແລະ ຍ້ອນນ້ຳໃຈຮັກແພງຂອງປະຊາຊົນ ຫວຽດນາມ ແລະ ຍິ່ງກ່ວານັ້ນແມ່ນຄວາມຮັກຂອງທ່ານສະຫງວນໃຫ້ແກ່ປະເທດ ຫວຽດນາມ, ທ່ານໄດ້ຕັດສິນໃຈກັບຄືນ ຫວຽດນາມ ເພື່ອຮຽນຕໍ່ລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຢູ່ ຮ່າໂນ້ຍ. ຮອດປີ 1991, ທ່ານຈຶ່ງກັບເມືອເມືອງລາວ ແລະ ເຮັດວຽກຢູ່ຫໍພິພິທະພັນ ໄກສອນ ພົມວິຫານ. ໄລຍະກ່ວາ 20 ປີທີ່ໄດ້ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ, ທ່ານ ສິງທອງ ສິງຫາປັນຍາ ພ້ອມກັບໝູ່ເພື່ອນຂອງຕົນໄດ້ອົບພະຍົບຢູ່ຫຼາຍບ່ອນ ແລະ ໄດ້ເຫັນປະຈັກຕາຄວາມດຸເດືອດ ແລະ ຮ້າຍແຮງຂອງສົງຄາມ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກ, ອັນຕະລາຍຫຼາຍຢ່າງກໍ່ຕາມ ແຕ່ບັນດານັກສຶກສາລາວ ຄືທ່ານເອງ ຍາມໃດກໍ່ໄດ້ຮັບຄວາມເບິ່ງແຍງດູແລ, ອຸ້ມຊູູ່່ຊ່ວຍເຫຼືອ, ລ້ຽງດູຈາກປະຊາຊົນ ຫວຽດນາມ ແລະ ຄູອາຈານ. ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຄືດັ່ງເບ້ຍໄມ້ທີ່ໄດ້ຮັບການບົວລະບັດຢ່າງລະອຽດລະອໍ ແລະ ເຕີບໃຫຍ່ເຂັ້ມແຂງຈາກ ຫວຽດນາມ”:
“ທຸກສິ່ງທຸກຢ່າງລ້ວນແຕ່ແມ່ນຄູອາຈານບອກສອນໃຫ້, ພວກເພິ່ນໄດ້ເບິ່ງແຍງດູແລເຮົາຄືດັ່ງຜູ້ເປັນແມ່. ຈາກບັນດາສິ່ງນັ້ນ, ຂ້າພະເຈົ້າຈຶ່ງເວົ້າວ່າ, ຍາມໃດ ຫວຽດນາມ ກໍ່ໃນດວງໃຈຂອງຂ້າພະເຈົ້າ, ທັງອາລົມຈິດຄວາມຮັກແພງ, ທັງການເບິ່ງແຍງດູແລສຸຂະພາບ, ຈິດໃຈ, ວັດຖຸ, ການຮ່ຳຮຽນ… ບໍ່ພຽງແຕ່ແມ່ນຄວາມຮັກບ່າວ ສາວ, ຄວາມຮັກຕໍ່ປະຊາຊົນ, ຄວາມຮັກແພງຄູອາຈານ, ໝູ່ເພື່ອນ…. ແລະ ບັນດາສິ່ງນັ້ນໄດ້ຊ່ວຍໃຫ້ຂ້າພະເຈົ້າເຕີບໃຫຍ່ ແລະ ສິ່ງທີ່ຈະແຈ້ງທີ່ສຸດແມ່ນຂ້າພະເຈົ້າໄດ້ເຕີບໃຫຍ່ຢູ່ ຫວຽດນາມ”.
ຍິ່ງມີການອຸທິດສ່ວນ, ຍິ່ງໄດ້ເຮັດວຽກ, ທ່ານຍິ່ງເຂົ້າໃຈໄດ້ເລິກເຖິງຄຳວ່າ “ພິເສດ” ໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ. ຍ້ອນເຫດນັ້ນ, ນອກຈາກເລື່ອງຈັດງານວາງສະແດງຄັ້ງຕ່າງໆ ກ່ຽວກັບການພົວພັນລະຫວ່າງສອງປະເທດ, ປ່ຽນໃໝ່ຮູບແບບຈັດສັນຂອງຫໍພິພິທະພັນ ເພື່ອແນໃສ່ຊ່ວຍໃຫ້ລຸ້ນໜຸ່ມອາດສາມາດສຳຜັດກັບປະຫວັດສາດໄດ້ງ່າຍດາຍກ່ວາ, ເມື່ອພັກບຳນານແລ້ວ, ທ່ານໄດ້ຂຽນປື້ມ, ສະສົມວັດຖຸພັນ, ຮູບເງົາ … ດ້ວຍຄວາມຫວັງຢາກປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ. ຫວ່າງແລ້ວນີ້, ທ່ານໄດ້ສະເໜີປື້ມດ້ວຍຫົວຂໍ້ວ່າ “ເລວັນຮ໋ຽນ - ເອກອັກຄະລັດຖະທູດ ຫວຽດນາມ ຄົນທຳອິດຢູ່ ລາວ”. ໃນວິວັດການຂຽນປື້ມ, ທ່ານໄດ້ລະດົມລູກສາວຕົນພ້ອມກັນເຮັດ, ຄືດັ່ງວິທີໜຶ່ງເພື່ອສຶກສາໃຫ້ລູກເຕົ້າກ່ຽວກັບສາຍພົວພັນທີ່ຫາຍາກ, ມີໜຶ່ງບໍ່ມີສອງໃນໂລກນີ້.
ບັນດາຄວາມຄິດຮອດຄິດເຖິງ, ຄວາມຊົງຈຳ ແລະ ນ້ຳໃຈຂອງພະນັກງານພັກເບ້ຍບຳນານ ຄືທ່ານ ສິງທອງ ສິງຫາປັນຍາ ກ່ຽວກັບຊຸມວັນເດືອນປີທີ່ຕິດພັນ, ຄວາມຊົງຈຳ ແລະ ສາຍພົວພັນ ຫວຽດນາມ - ລາວ ແມ່ນພະຍານຫຼັກຖານສະແດງໃຫ້ເຫັນແຈ້ງສຳລັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ອ້າຍນ້ອງ. ທ່ານເອງແມ່ນຂົວຕໍ່ທີ່ມີຊີວິດຊີວາທີ່ສຸດ ເພື່ອເພີ່ມພູນຄູນສ້າງການພົວພັນທີ່ຫາຍາກນີ້./.