ວັດພະນົມ-ສະຖານທີ່ທ່ອງທ່ຽວແຫ່ງການເຊື່ອຖືສາສະຫນາພຸດຢູ່ ກຳປູເຈຍ


(vovworld)- ວັດພະນົມເປັນງາມ, ສະຫງົບສຸກ ແລະ ເລິກລັບ” ນັ້ນແມ່ນ      ຄວາມຮູ້ສຶກຂອງ ນາງ Alisa, ນັກທ່ອງທ່ຽວ ອົດສະຕາລີ ຊື່ງແມ່ນຫນຶ່ງໃນຈຳນວນນັກທ່ອງທ່ຽວຕ່າງປະເທດຫລາຍຄົນເມື່ອໄດ້ຮັບຊົມ ວັດພະນົມ ຊື່ງແມ່ນວັດແຫ່ງສັກສິດ ດຶງທີ່ໄດ້ດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ ແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວຢ້ຽມຢາມກຳປູເຈຍ.

ວັດພະນົມ-ສະຖານທີ່ທ່ອງທ່ຽວແຫ່ງການເຊື່ອຖືສາສະຫນາພຸດຢູ່ ກຳປູເຈຍ - ảnh 1
ວັດພະນົມ
ພາບ:internet

           ຈາກສະຫນາມບິນ ສາກົນ Pechentong, ໄປຕາມທິດເຫນືອປະມານ 10 ກິໂລແມັດແມ່ນຈະຮອດວັດພະນົມ. ວັດຕັ້ງຢູ່ຖະຫນົນ Norodom, ໃຈກາງນະຄອນ ພະນົມເປັນ ຊື່ງແມ່ນຫນຶ່ງໃນບັນດາວັດທີ່ມີປະຫວັດຄວາມເປັນມາແຕ່ດົນນານ ແລ້ວ . ຖ້າສັງເກດຈາກທາງໄກ, ວັດແຫ່ງນີ້ຖືກຕັ້ງຢູ່ເທິງພູ ມີຄວາມສູງ 27 ແມັດ ແລະ ຖືກປົກຄຸມດ້ວຍສີຂຽວຂອງຕົ້ນໄມ້. ຢູ່ປະຕູເຂົ້າວັດ ທ່ານຈະພົບເຫັນທາດໃຫຍ່ກວ່າໝູ່ໃນວັດ ນັ້ນແມ່ນ ທາດເຈົ້າຊີວິດ Ponhea ຊື່ງແມ່ນຜູ້ຍົກຍ້າຍເມືອງຫລວງຂອງລະບອບ ຂະແມ ຈາກອັງກໍມາພະນົມເປັນເມື່ອປີ 1422. ອ້າຍ Rithy Bora, ຜູ້ຄຸ້ມຄອງວັດ ໃຫ້ຮູ້ວ່າ: ວັດແຫ່ງນີ້ໄດ້ຮັບການກໍ່ສ້າງເມື່ອປີ 1372.

        “ພາຍຫລັງເກີດນ້ຳຖ້ວມຄັ້ງໃຫຍ່, ມີແມ່ຍິງເສດຖີຜູ້ຫນຶ່ງ ມີຊື່ວ່າ Daun Penh ໄດ້ພົບເຫັນ ພະພຸດທະຮູບ 4 ຮູບ ບົນແມ່ນ້ຳຂອງ. ເພື່ອສະແດງຄວາມເຄົາລົບນັບຖື, ທ່ານນາງ Daun Penh ໄດ້ລົງທຶນກໍ່ສ້າງວັດນ້ອຍແຫ່ງຫນຶ່ງເທິງໂນນພູ ດ້ວຍຈຸດປະສົງຢາກອະນຸລັກຮັກສາພະພຸດທະຮູບ 4 ຮູບດັ່ງກ່າວຫລິກລ້ຽງນ້ຳຖ້ວມ. ສິ່ງສັກສິດຂອງພະພຸດທະຮູບເຫລົ່ານັ້ນ ໄດ້ດຶງດູດປະຊາຊົນຍ້າຍມາດຳລົງຊີວິດຢູ່ອ້ອມແອ້ມວັດແຫ່ງນີ້ນັບມື້ນັບຫລາຍ ແລະ ສ້າງເປັນເຂດຊຸມຊົນ, ຊຶ່ງແມ່ນຕົ້ນກຳເນີດຂອງນະຄອນຫລວງ ພະນົມເປັນປະຈຸບັນ (ພະນົມໝາຍເຖິງໂນນພູ, ສ່ວນ ເປັນ ແມ່ນຊື່ຂອງຜູ້ກໍ່ຕັ້ງ)”

        ຢູ່ເສັ້ນທາງຂຶ້ນວັດ ມີຮູບງູເທວະດາ Naga ແລະ ຮູບສັດສັກສິດ 2 ໂຕຂອງກຳປູເຈຍ. ໃນວັດແຫ່ງນີ້ມີທາດໃຫຍ່ ນ້ອຍຫລາຍແຫ່ງ. ສ່ວນຕາມທາງລົງ, ແມ່ນເດີ່ນນ້ອຍ ຕັ້ງຮູບປັ້ນຂອງເຈົ້າຊີວິດ Ponhea Yat. ແທ່ນບູຊາ ທ່ານນາງ Penh ຕັ້ງຢູ່ໃຈກາງທາດໃຫຍ່ ທາງຫລັງຂອງວັດ.

ວັດພະນົມ-ສະຖານທີ່ທ່ອງທ່ຽວແຫ່ງການເຊື່ອຖືສາສະຫນາພຸດຢູ່ ກຳປູເຈຍ - ảnh 2
ພາບ:internet

  ສຳລັບປະຊາຊົນ ກຳປູເຈຍ ແລ້ວ, ວັດພະນົມ ແມ່ນສະຖານທີ່ບູຊາທີ່ສັກສິດ. ສະນັ້ນ ເມື່ອປະສົບສິ່ງບໍ່ສະດວກໃນຊີວິດ, ເຂົາເຈົ້າເຄີຍມາວັດເພື່ອພາວະນາ ແລະ ກໍບໍ່ຫລົງລືມມາຂອບຄຸນເມື່ອຄວາມມຸ່ງມາດປາດຖະຫນາຂອງຕົນປະກົດຜົນເປັນຈິງ. ວັດພະນົມ ແມ່ນສູນງານບຸນຂອງນະຄອນ ສະນັ້ນ ໃນໂອກາດງານບຸນຕ່າງໆຂອງ ກຳປູເຈຍ ມີພຸດທະສາສະນີກະຊົນ ມາວັດນີ້ເປັນຈຳນວນຫລວງຫລາຍ. ອ້າຍ So Cheat ຊາວພະນົມເປັນ ແບ່ງປັນວ່າ:

        “ຂ້າພະເຈົ້າເຄີຍໄປວັດພະນົມ. ວັດແຫ່ງນີ້ແມ່ນສັກສິດທີ່ສຸດ, ຂ້າພະເຈົ້າເຄີຍພາວະນາໃຫ້ຄອບຄົວມີສຸຂະພາບເຂັ້ມແຂງ, ສະຫງົບສຸກ. ແຕ່ລະເທື່ອເມື່ອກັບຄືນເມືອຈາກວັດ ຂ້າພະເຈົ້າຮູ້ສຶກຈິດໃຈສະຫວາດສະເຫວີຍກວ່າ.”

        ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອໃຫ້ປະຊາຊົນມາທຳພິທີການສາສະຫນາເທົ່ານັ້ນ, ວັດພະນົມຍັງແມ່ນສະຖານທີ່ທ່ອງທ່ຽວດູດດື່ມສຳລັບບັນດານັກທ່ອງທ່ຽວຕ່າງປະເທດຜູ້ທີ່ຢາກຊອກຮູ້, ຄົ້ນຫາກ່ຽວກັບປະເທດກຳປູເຈຍອີກດ້ວຍ. ອ້າຍ Bora, ຜູ້ຄຸ້ມຄອງວັດ ພະນົມໃຫ້ຮູ້ວ່າ:

        “ໃນໄລຍະຫລາຍປີທີ່ຄຸ້ມຄອງວັດແຫ່ງນີ້ ຂ້າພະເຈົ້າເຫັນວ່າ ນັກທ່ອງທ່ຽວມາຢ້ຽມຢາມວັດພະນົມນັບມື້ນັບເພີ່ມຂຶ້ນ. ພິເສດ ແມ່ນນັກທ່ອງທ່ຽວມາຈາກ ຫວຽດນາມ ແລະ ຈີນ. ສິ່ງທີ່ສ້າງຄວາມດຶງດູດນັກທ່ອງທ່ຽວ ແມ່ນຍ້ອນຄວາມງາມ ແລະ ສິ່ງສັກສິດ ຂອງວັດ”

        ພາຍຫລັງເຂົ້າຖະຫວາຍທູບທຽນພາວະນາຂໍໃຫ້ມີໂຊກມີໄຊໃຫ້ແກ່ຕົນເອງ ແລະ ຄອບຄົວແລ້ວ, ນັກທ່ອງທ່ຽວສາມາດຢືນຢູ່ເດີນວັດເພື່ອສັງເກດພາບພົດນະຄອນຫລວງ ພະນົມເປັນ. ເອື້ອຍ ຫງວຽນທິຕວຽດ, ນັກທ່ອງທ່ຽວມາຈາກຫວຽດນາມ ແບ່ງປັນວ່າ: ວັດພະນົມ ແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານທີ່ດູດດື່ມ.

        “ຂ້າພະເຈົ້າ ໄດ້ອ່ານ ແລະ ຊົມວັດພະນົມທາງໂທລະພາບ, ແຕ່ເມື່ອ ເຫັນປະຈັກຕາ ຂ້າພະເຈົ້າເຫັນວ່າ ວັດແຫ່ງນີ້ງາມຫລາຍ, ອາດຈະເວົ້າໄດ້ວ່າ ນີ້ແມ່ນສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທຳ, ຈິດວິນຍານດູດດື່ມທີ່ສຸດຢູ່ ກຳປູເຈຍ.”

         ຖ້າມີໂອກາດມາຢ້ຽມຢາມ ກຳປູເຈຍ, ທ່ານຈົ່ງແວ່ຢາມ ວັດພະນົມເພື່ອເຫັນປະຈັກຕາຄວາມງາມແບບເກົ່າແກ່ຂອງວັດແຫ່ງນີ້. ຄວາມ ສະຫງົບງຽບ ແລະ ສັກສິດຂອງວັດພະນົມຈະເຮັດໃຫ້ພວກເຮົາຮູ້ສຶກຈິດໃຈສະຫວາດສະເຫວີຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ