ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ

(VOVWORLD) -ການພົວພັນຮ່ວມມືທາງດ້ານເສດຖະກິດການຄ້າການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັທະນາທີ່ເປັນໜ້າຊື່ນຊົມເພື່ອບັນລຸໄດ້ສິ່ງດັ່ງກ່າວຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທສະມາຄົມນັກທຸລະກິດ ໄທ - ຫວຽດດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິຫະກິດສອງປະເທດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ ກໍລະກົດ ປີ 2009, ຢູ່ແຂວງ ອຸດອນທານີ, ສະມາຄົມນັກທຸລະກິດໄທ - ຫວຽດ ດ້ວຍກວ່າ 500 ສະມາຊິກ - ເຊິ່ງແມ່ນວິສາຫະກິດ ຊາວ ຫວຽດນາມ ອາໄສຢູ່ 12 ແຂວງຂອງ ໄທ ດຳເນີນທຸລະກິດ, ຜະລິດອາໄຫຼ່ລົດໂອໂຕ, ລົດຈັກ, ເຄື່ອງໃຊ້ທີ່ຈຳເປັນ….

ໃນແຕ່ລະເດືອນ, ອ້າຍ ເຈືອງວັນດົງ, ເຈົ້າຂອງຮ້ານຂາຍເຄື່ອງທີ່ລະນຶກ ແລະ ອ້າຍ ເລວັນເວິນ, ເຈົ້າຂອງູຮ້ານຂາຍຊີ້ນງົວກະປ່ອງ ຢູ່ແຂວງ ອຸດອນທານີ ພ້ອມກັບສະມາຊິກອື່ນໆຂອງສະມາຄົມ ລ້ວນແຕ່ໄດ້ພົບປະກັນເພື່ອໂອ້ລົມສົນທະນາແບ່ງປັນບົດຮຽນ, ປະສົບການໃນການດຳເນີນທຸລະກິດໃຫ້ກັນ. ໃນໄລຍະເກີດໂລກລະບາດ ໂຄວິດ - 19, ທາງສະມາຄົມກໍຍັງຮັກສາການຕິດຕໍ່ພົວພັນກັບສະມາຊິກ ດ້ວຍການຈັດການປະຊຸມທາງໄກປະຈຳໄລຍະ.

ຂ້າພະເຈົ້າເຂົ້າຮ່ວມສະມາຄົມໄດ້ປະມານ 4 ປີແລ້ວ. ທຳອິດ, ອ້າຍ ໂຮ່ວັນເລິມ - ປະທານສະມາຄົມ ໄດ້ໂທລະສັບຫາ ແລະ ຊວນຂ້າພະເຈົ້າເຂົ້າຮ່ວມນຳ. ພໍ່ແມ່ພີ່ນ້ອງເຮົາເຂົ້ຮ່ວມສະມາົມນີ້ກໍເພື່ອພ້ອມກັນດຳເນີນທຸລະກິດ ແລະ ສົ່ງໄປຂາຍຢູ່ ຫວຽດນາມ. ໃນການປະຊຸມແຕ່ລະຄັ້ງ, ບັນດາສະມາຊິກໄດ້ໂອ້ລົມແລກປ່ຽນກ່ຽວກັບເລື່ອງເຮັດແນວໃດຈຶ່ງສາມາດນຳເຂົ້າສິນຄ້າ ຫວຽດນາມ ໄປຈຳໜ່າຍຢູ່ໄທ ໃຫ້ນັບມື້ນັບຫຼາຍກວ່າອີກ. ເຮັດແນວໃດໃຫ້ພໍ່ແມ່ພີ່ນ້ອງເຮົາມີຄວາມສາມັກຄີກັນ, ພ້ອມກັນຄ້າຂາຍ, ດຳເນີນທຸລະກິດ, ສ້າງຄວາມຮັ່ງມີໃຫ້ແກ່ປະເທດ ໄທ ແລະ ຫວຽດນາມ.”

ຂ້າພະເຈົ້າແມ່ຊາວເຊື້ອຊາດ ຫວຽດນາມ. ຂ້າພະເຈົ້າເຂົ້າຮ່ວມສະມາຄົມນີ້ ຍ້ອນຢາກໄດ້ມີການແລກປ່ຽນຄ້າຂາຍກັບ ຫວຽດນາມ ແລະ ຢາກຊອກຮູ້ກ່ຽວກັບ ຫວຽດນາມຕື່ມອີກ. ໃນການພົບປະຄັ້ງຕ່າງໆ, ບັນດາສະມາຊິກຈະແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການເສດຖະກິດຂອງ ໄທ ແລະ ຫວຽດນາມ ແລະ ປະສົບການດຳເນີນທຸລະກິດ. ມີບາງຄັ້ງ, ທ່ານເອກອັກຄະລັດຖະທູດກໍໄດ້ເຂົ້າຮ່ວມນຳ ແລະແບ່ງປັນກ່ຽວກັບເງື່ອນໄຂ ກໍຄື ລະບຽບການຕ່າງໆເມື່ອຢາກດຳເນີນທຸລະກິດຢູ່ຫວຽດນາມ.”

ສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນຕາມຫຼັກການ ດ້ວຍຄວາມສະໝັກໃຈ, ເປັນເຈົ້າກ່ຽວກັບດ້ານການເງິນ, ເຄົາລົບກົດໝາຍຂອງ ໄທ ແລະ ລະບຽບການ, ຂໍ້ກຳນົດຕ່າງໆຂອງສະມາຄົມ. ໃນຕະຫຼອດໄລຍະ 12 ປີ ແຫ່ງການເຄື່ອນໄຫວ, ດ້ວຍທັດສະນະຄະຕິ ເຖິງວ່າພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ຕ່າງປະເທດກໍຕາມ ແຕ່ຍາມໃດກໍຍັງຕິດຕາມບາດກ້າວຜັນປ່ຽນຂອງບ້ານເກີດເມືອງນອນ, ບັນດາສະມາຊິກໃນກຸ່ມ ຍາມໃດກໍມານະພະຍາຍາມເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ການພົວພັນທາງດ້ານເສດຖະກິດລະຫວ່າງ ຫວຽດນາມ - ໄທ ໃຫ້ພັດທະນາ, ເພື່ອໃຫ້ສອງປະເທດພ້ອມກັນເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນແຫ່ງອື່ນໆ. ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ, ທ່ານ ໂຮ່ວັນເລີມ - ປະທານສະມາຄົມນັກທຸລະກິດ ໄທ - ຫວຽດ ໃຫ້ຮູ້ວ່າ:
ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ - ảnh 1ທ່ານ ໂຮ່ວັນເລີມ - ປະທານສະມາຄົມນັກທຸລະກິດ ໄທ - ຫວຽດ
ສະມາຄົມນັກທຸລະກິດ ໄທ - ຫວຽດ ໄດ້ມານະພະຍາຍາມຊຸກຍູ້ການການຄ້າລະຫວ່າງສອງປະເທດ ໂດຍຜ່ານການຈັດກອງປະຊຸມສົ່ງເສີມການຄ້າ ໄທ - ຫວຽດ ຄັ້ງຕ່າງໆ, ເຊື່ອມຕໍ່ວິສາຫະກິດລະຫວ່າງສອງຝ່າຍ. ຜ່ານນັ້ນ, ກໍແນະນຳ, ໂຄສະນາສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ, ສົ່ງເສີມບັນດານັກລົງທຶນ, ວິສາຫະກິດຂອງ ໄທ ເຂົ້າມາລົງທຶນ ຢູ່ ຫວຽດນາມ, ຊຸກຍູ້ການສົ່ງສິນຄ້າຂອງ ຫວຽດນາມ ເຂົ້າໃນຕະຫຼາດ ໄທ, ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງປະເທດ”.
ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ - ảnh 2ກອງປະຊຸມ “ສົ່ງເສີມການຄ້າ ໄທ - ຫວຽດ ສາກົນເປີດກວ້າງ” 

ໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນຂອງສະມາຄົມໃນໄລຍະຜ່ານມາ ແມ່ນການຈັດກອງປະຊຸມ “ສົ່ງເສີມການຄ້າ ໄທ - ຫວຽດ ສາກົນເປີດກວ້າງ” ສຳເລັດ ແລະ ໄຂສູນວາງສະແດງສິນຄ້າ ຫວຽດນາມ ຢູ່ ສູນການຄ້າ VT - ນ້ຳໜຶ່ງ ອຸດອນທານີ. ນີ້ແມ່ນສູນວາງສະແດງບັນດາຜະລິດຕະພັນຂອງ ຫວຽດນາມ ທີ່ມີຄຸນນະພາບສູງ. ຜ່ານນັ້ນ, ກໍແນະນຳສິນຄ້າຂອງ ຫວຽດນາມ ສູ່ຜູ້ບໍລິໂພກ ໄທ ໃຫ້ເປັນທີ່ຮູ້ຈັກ ແລະ ນຳໃຊ້ສິນຄ້າ ຫວຽດ ໃຫ້ຫຼາຍກວ່າອີກ. ໃນອະນາຄົດ, ສະມາຄົມນັກທຸລະກິດ ໄທ - ຫວຽດ ມີຄວາມປາດຖະໜາ ຈະສ້າງຕັ້ງສູນດັ່ງກ່າວໃຫ້ກາຍເປັນສູນວາງຂາຍສິນຄ້າ ຫວຽດ ຢູ່ ໄທ. ໃນໄລຍະຜ່ານມາ,  ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບບໍ່ແມ່ນໜ້ອຍເຖິງການເຄື່ອນໄຫວຂອງວິສາຫະກິດ ຊາວ ຫວຽດນາມ ອາໄສ ຢູ່ໄທ. ຕາມການສະຖິຕິຂອງສະມາຄົມນັກທຸລະກິດ ໄທ - ຫວຽດ ແລ້ວ, ວິສາຫະກິດເຮັດວຽກໃນຂົງເຂດຄື ການບໍລິການທ່ອງທ່ຽວ, ນຳເຂົ້າ - ສົ່ງອອກຜະລິດຕະພັນກະເສດ, logistic… ແມ່ນຖືກຜົນກະທົບຫຼາຍທີ່ສຸດ. ໂດຍມີຄວາມເຂົ້າໃຈໄດ້ເຖິງຄວາມຫຍຸ້ງຍາກ ເຊິ່ງວິສາຫະກິດໃນສະມາຄົມພວມປະເຊີນໜ້າ, ຄະນະການນຳສະມາຄົມນັກທຸລະກິດ ໄທ - ຫວຽດ ໄດ້ປະຕິບັດຫຼາຍມາດຕະການເພື່ອຊ່ວຍເຫຼືອວິສາຫະກິດ ຫວຽດນາມ ປະຈຳ ໄທ ກໍຄື ວິສາຫະກິດຊາວ ຫວຽດນາມ ອາໄສຢູ່ ໄທ.  ທ່ານໂຮ່ວັນເລິມ - ປະທານສະມາຄົມນັກທຸລະກິດ ໄທ - ຫວຽດ ໃຫ້ຮູ້ວ່າ:

ທາງສະມາຄົມໄດ້ສົມທົບກັບປະຊາຄົມຊາວ ຫວຽດນາມ ຮຽກຮ້ອງ, ຕອບສະໜອງ ແລະ ໜູນຊ່ວຍຈຳໜ່າຍສິນຄ້າຂອງວິຫະກິດ ຊາວ ຫວຽດນາມ ຜະລິດ. ພວກຂ້າພະເຈົ້າກໍໜູນຊ່ວຍວິສາຫະກິດທ່ອງທ່ຽວດ້ວຍການຊ່ວຍກູ້ຢືມທຶນທີ່ມີດອກເບ້ຍບຸລິມະສິດ ເພື່ອື້ນຟູການດຳເນີນທຸລະກິດ. ທາງສະມາຄົມພວກຂ້າພະເຈົ້າ ຍັງຊອກຫາວິທີຕິດຕໍ່ພົວພັນຫາຊື້ວັກຊິນ Pfizer, Moderna, AstraZeneca ສັກໃຫ້ແກ່ຜູ້ອອກແຮງງານ ເພື່ອຮັບປະກັນແຮງງານຮັບໃຊ້ການຜະລິດຢູ່ວິສາຫະກິດ ພາຍຫຼັງໂລກລະບາດໂຄວິດ - 19”.

ໄປຄຽງຄູ່ກັນນັ້ນ, ດ້ວຍເນື້ອໃນຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແບ່ງສຸກແບ່ງທຸກນຳກັນຂອງຊາວ ຫວຽດນາມ, ສະມາຄົມນັກທຸລະກິດ ໄທ - ຫວຽດ ຍັງມີການເຄື່ອນໄຫວແທດຈິງຫຼາຍຢ່າງອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ກໍຄືສັງຄົມປະເທດປະຈຳຖິ່ນ ແລະ ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ ໄທ ເປັນຕົ້ນແມ່ນການຊ່ວຍເຫຼືອເຂົ້າສານໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ, ມອບຊຸດປ້ອງກັນ PPE ໃຫ້ແກ່ໂຮງໝໍຢູ່ແຂວງຕ່າງໆ, ຊ່ວຍເຫຼືອກອງທຶນວັກຊິນກັນພະຍາດໂຄວິດ - 19…

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ - ảnh 3ສະມາຄົມນັກທຸລະກິດ ໄທ - ຫວຽດ ມອບຂອງຂວັນໃຫ້ແກ່ນັກສຶກສາ ຫວຽດນາມ ແລະ ໄທ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19
ແບ່ງປັນກ່ຽວກັບແຜນການໃນໄລຍະຈະມາເຖິງຂອງສະມາຄົມ, ທ່ານ ໂຮ່ວັນເລິມ, ປະທານສະມາຄົມວິສາຫະກິດ ໄທ - ຫວຽດ ໃຫ້ຮູ້ວ່າ:

ໂລກລະບາດໂຄວິດ - 19 ໄດ້ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ວິຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ ແລະ ຫວຽດນາມ. ສະມາຄົມນັກທຸລະກິດ ຈະສືບຕໍ່ໜູນຊ່ວຍບັນດາວິຫະກິດໃນການຜະລິດດຳເນີນທຸລະກິດ, ຈຳໜ່າຍສິນຄ້າ, ຮຽກຮ້ອງວິສາຫະກິດຊຸກຍູ້ການແລກປ່ຽນການຄ້າຜ່ານທາງອອນໄລ, ຫັນເປັນດີຈີຕອນ ເພື່ອໄປທັນກັບທ່າອ່ຽງຂອງຕະຫຼາດ”.

ການເຄື່ອນໄຫວຕ່າງໆຂອງສະມາຄົມນັກທຸລະກິດ ໄທ - ຫວຽດ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການພົວພັນການຄ້າລະຫວ່າງສອງປະເທດ ຫວຽດນາມ - ໄທ, ແມ່ນບ່ອນອີງທາງດ້ານຈິດໃຈໃຫ້ແກ່ປະຊາຄົມວິສາຫະກິດຊາວ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ມີຄວາມອຸ່ນອ່ຽນໃຈທຳການຜະລິດ, ດຳເນີນທຸລະກິດຢູ່ປະເທດປະຈຳຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ