ສ້າງຊີວິດໃຫມ່ໃຫ້ແກ່ບັນດາຕຶກອາຄານ ປູຊະນີຍະສະຖານຂອງສິງກະໂປ

(vovworld)-ມີ​ທະນາຄານ ​ແລະ ອົງການ​ການ​ເງິນ​ຫລາຍ​ແຫ່ງ​ຢູ່​ສິງກະ​ໂປ ພວມ​ເຊົ່າ​ບັນດາ​ຕຶກອາຄານປູຊະນີຍະສະຖານ​ເພື່ອ​ຮັບ​​ໃຊ້​ການ​ບຳລຸງ​ສ້າງ​ພະນັກງານ​ລັດຖະກອນ​ຂອງບັນດາ​ສາຂາ ​ແລະ ຫ້ອງການ​ຜູ້ຕາງຫນ້າ​ຂອງ​ຕົນ​ໃນ​ພາກ​ພື້ນ ອາຊີ​ປາຊີ​ຟີ​ກ. ບັນດາ​ສັນຍາ​ໃຫ້​ເຊົ່າ​ນີ້ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງລາຍ​ຮັບ​ໃຫຍ່​ໃຫ​້​ແກ່​ລັດຖະບານ ສິງກະ​ໂປ ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຊີວິດ​ໃຫມ່​ໃຫ້​ແກ່​ຕຶກ​ອາຄານ.

ສ້າງຊີວິດໃຫມ່ໃຫ້ແກ່ບັນດາຕຶກອາຄານ ປູຊະນີຍະສະຖານຂອງສິງກະໂປ - ảnh 1
ນະ​ໂຍບາຍ​ໃຫ້ເຊົ່າ​ບັນດາ​ຕຶກ​ອາຄານ​ເກົ່າ​ຂອງ​ລັດຖະບານ​ສິງກະ​ໂປ ພວມ​ໄດ້​ຮັບ​ການ​ຕອບ​ສະຫນອງ​ຈາກ​ກຸ່ມ​ບໍລິສັດ​ການ​ເງິນ​ນາໆ​ຊາດ
photo:internet

        ຕຶກ​ອາຄານ​ກອງ​ບັນຊາ​ການ​ທະຫານ ຫລື​​ເອີ້ນ​ວ່າ ຕຶກ​ອາຄານ Flagstaff, ​ກ່ອນ​ນີ້​ແມ່ນ​ບ່ອນ​ພັກອາ​ໄສຂອງ​ການ​ນຳ​ຈຳ​ນວນ​ຫນ່ຶງ​ໃນ​ໄລຍະທີ່ ສິງກະ​ໂປເປັນ​ຫົວ​ເມືອງ​ຂຶ້ນ​ຂອງອັງກິດ​ໃນ​ຊຸມ​ປີ 1930. ຕຶກ​ອາຄານຫລັງ​ນີ້ ກໍ​ຮັບ​ໃຊ້​ບັນດາ​ອົງການ​​ແຫ່ງ​ລັດ​ສິງກະ​ໂປ ​ໃນ​ທ້າຍ​ປີ 1990 ກ່ອນ​ທີ່​ໄດ້​ຮັບ​ການ​ຮັບຮອງ​​ແມ່ນ​​ປູ​ຊະນີ​ຍະສະ​ຖານ​ລະດັບ​ຊາດ​ໃນ​ປີ 2009. ປະຈຸ​ບັນ, Flagstaff ​ໄດ້​ກາຍ​ເປັນ​ສູນ​ບຳລຸງ​ສ້າງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ UBS, ຊື່​ງ​ແມ່ນ​ກຸ່ມ​ບໍລິສັດ​ການ​ເງິນ​ຂອງ ສະ​ວິດ. UBS ​ໄດ້​ປະກອບ​ບັນດາ​ເຕັກ​ໂນ​ໂລ​ຊີ​​ໃຫມ່​ສຸດ, ​ເພື່ອ​ຊຸກຍູ້​ການ​ຮຳ່ຮຽນ ​ແລະ ພັດທະນາ​ຂອງ​ລັດຖະກອນ. ທ່ານ Moria Roberts, ຜູ້ອຳ​ນວຍ​ການ​ຮັບຜິດຊອບ​ບັນຫາ​ຊັບພະຍາກອນ​ມະນຸດ​ຂອງ UBS ​ໃຫ້​ຮູ້​ວ່າ: ນີ້​ແມ່ນກາລະ​ໂອກາດ​​ເພ່ືອ​ໃຫ້​ການ​ດຳ​ເນີນ​ທຸລະ​ກິດ​​ເຕີບ​ໂຕ ​ແລະ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກ​ພັດທະນາ​ບັນດາ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ຕົນ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟິກ.

        “ພວກ​ຂ້າພະ​ເຈົ້າ​ເລີ່​ມຕົ້ນ​ການ​ບູລະນະ ​ແລະ ຕິດ​ຕັ້ງ​ອຸປະກອນ​ທີ່​ຈຳ​ເປັນ​ໃຫ້​ແກ່​ຕຶກ​ອາຄານ​ນີ້​​ເມື່ອປີ 2007. ພວກ​ຂ້າພະ​ເຈ້ົ້າຖື​ວ່າ ນີ້​​ແມ່ນ​ການ​ພິສູດ​ໃຫ້​ແກ່ການ​ລົງທຶນ​ເຂົ້າ​ຖັນ​ແຖວ​ລັດຖະກອນ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ພາກ​ພື້ນ. ​ໃນ​ຈຸດ​ເວລາ​ນັ້ນ, ນີ້​ແມ່ນ​ບ້ວງ​ລາຍ​ຈ່າຍ​ຫລາຍ​ພໍ​ສົມຄວນ. ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ເລືອກ​ເຟັ້ນຫລາຍ​ບ່ອນ, ​ແຕ່ ສຸດ​ທ້າຍ​ແມ່ນ​​ເລືອກ​ເຟັ້ນຕຶກ​ອາຄານ​ນີ້.”

        ​ເຂົ້າ​ຮ່ວມ​ທ່າ​ອ່ຽງນີ້ ມີ​ກຸ່ມ​ບໍລິສັດ​ຊັ້ນ​ນຳ​ໂລກ​ຫລາຍ​ແຫ່​ງຄື: ກຸ່ມ​ທະນາຄານ ຝລັ່ງ BNP Paribas, ກຸ່ມ​ບໍລິສັດ​ປະກັນ​ໄພ ຝລ່ັງ AXA.. ກຸ່ມ​ບໍລິສັດ​ປະກັນ​ໄພ ຝລ່ັງ AXA ​ໄດ້​ເຊ່ົາ​ຕຶກ​ອາຄານ Kinloss,​ກ່ອນ​ນີ້ ​ແມ່ນ​ໂຮງຮຽນ​ກິນນອນ​​ໃຫ້​ແກ່​ລູກ​ຫລານຂອງ​ກຳລັງ​ທະຫານ ອັງກິດ ​ໃນ​ຊຸມ​ປີ 1950-1970 ຢູ່​ຖະຫນົນ Ladyhill ​ນຳ​ໃຊ້ເປັນ​ສູນ​ບຳລຸງ​ສ້າງ AXA ພາກ​ພື້ນ ປາຊີ​ຟີ​ກ. ດ້ວຍ​ຫ້ອງ​ຮຽນ 10 ຫ້ອງ, ສູນ​ນີ້​ສາມາດ​ຮັບ​ໃຊ້​ນັກຮຽນ 400 ຄົນ​ທີ່​ມາ​ຈາກ​ບັນດາ​ສາຂາ ​ແລະ ຫ້ອງການ AXA ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສ​ເກົາຫລີ, ຍີ່​ປຸ່ນ. ທ່ານ​ນາງ Caroline Buhagiar, ຜູ້ອຳ​ນວນ​ການ​ສູນ​ບຳລຸງ​ສ້າງ ​ແລະ ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ AXA ພາກ​ພື້ນ ອາຊີ​ໃຫ້ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ມີ​ແຜນການ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາຊີ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ໄດ້​ລົງທຶນ​ສູນ​ບຳລຸງ​ສ້າ​ງນີ້. ​ແລະ ​ໂຊກ​ດີຫລາຍທີ່ ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ລັດຖະບານ ສິງກະ​ໂປ ​ໃນ​ການ​ບູລະນະ​ຕຶກ​ອາຄາ​ນ​ເກົ່າ ​ເພື່ອ​ນຳ​ເຂົ້າ​ຮັບ​ໃຊ້​ການ​ຮຳ່ຮຽນ​ໃນປະຈຸ​ບັນ.”

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ນະ​ໂຍບາຍ​ໃຫ້ເຊົ່າ​ບັນດາ​ຕຶກ​ອາຄານ​ເກົ່າ​ຂອງ​ລັດຖະບານ​ສິງກະ​ໂປ ພວມ​ໄດ້​ຮັບ​ການ​ຕອບ​ສະຫນອງ​ຈາກ​ກຸ່ມ​ບໍລິສັດ​ການ​ເງິນ​ນາໆ​ຊາດ. ທ່າ​ອ່ຽງນີ້​ໄດ້​ນຳ​ມາ​ເຊິ່ງຊີວິດ​ໃຫມ່​ໃຫ້​ແກ່​ຕຶກ​ອາຄານ​, ນຳ​ມາ​ເຊິ່ງລາຍ​ຮັບ​​ໃຫ້​ແກ່​ລັດຖະບານ ສິງກະ​ໂປ, ດ້ານ​ອື່ນ ພວມ​ເຮັດ​ໃຫ້​ສິງ​ກະ​ໂປ ກາຍ​ເປັນ​ສູນ​ການ​ເງິນ​ຂອງ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ​ເພາະວ່າ ​ເມື່ອ​ບັນດາ​ກຸ່ມ​ບໍ​ລິ​ສັດ​ການ​ເງິນນາໆຊາດ​ລົງທຶນ, ກໍ່ສ້າງ​ສູນ​ບຳລຸງ​ສ້າງ​ຮັບ​ໃຊ້​ການ​ຝືກອົບຮົມ​ລັດຖະກອນ​ຢູ່​ພາກ​ພື້ນ, ສິ່ງ​ດັ່ງກ່າວ​ກໍ​ໝາຍ​ຄວາມ​ວ່າ ​ບັນດາ​ກຸ່ມ​ບໍລິສັດ​ນີ້ຖື​ວ່າ ນີ້​ແມ່ນສຳນັກງານມີ​ລັກສະນະ​ພາກ​ພື້ນ. ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ໃນ​ພາກ​ພື້ນ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ທີ່ນີ້. ບັນດາ​ເຫດການ​ໃຫຍ່​ຈະ​ຖືກ​ປືກສາ​ຫາລື​ຢູ່​ສິງກະ​ໂປ. ສິ່ງ​ດັ່ງກ່າວ​ຢືນຢັນ​ຄວາມ​ໄວ້​ເນື້​​ອ​ເຊື່ອ​ໃຈ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ນາໆ​ຊາດ​ສຳລັບ​ສິງກະ​ໂປ ​ແລະ ສິ່ງ​ສຳຄັນ​ກວ່າ, ອິດ​ທິພົນ​ຊື່​ສຽງ​ຂອງ​ສິງກະ​ໂປ​ຢູ່​ຕະຫລາດ​ການ​ເງິນ​ໂລກ​ກໍ​ຈະ​ໄດ້ຮັບການ​ຍົກ​ສູງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ