ເກືອບ 60 ປີກ່ອນໜ້ານີ້, ທ່ານ ທໍ່ຕູ້ ຢາໄຊຈູ, ອ້າຍບ່າວຊາວເຜົ່າມົ້ງ ດ້ວຍຄວາມສະຫລາດສະຫລຽວ, ຄວາມພິລະອາຫານ, ຄວາມປິຊາສາມາດຂອງຕົນ ໄດ້ນຳພາກອງພັນທີ 2 ຜ່ານຜ່າວົງລ້ອມຂອງພວກສັດຕູ, ຂ້າມປ່າລົງຫ້ວຍ, ຮັກສາກຳລັງໄປຮອດຖານທີ່ໝັ້ນຊາຍແດນ ຫວຽດ-ລາວ ຢ່າງປອດໄພ. ນີ້ແມ່ນການເຄື່ອນທັບ, ການຕໍ່ສູ້ອັນໄດ້ສ້າງ ຂີດໝາຍໃນປະຫວັດສາດການປະຕິວັດ ລາວ ຢ່າງເລິກເຊິ່ງເວົ້າລວມ ແລະ ປະຫວັດສາດກອງທັບປະເທດ ລາວ ເວົ້າສະເພາະ. ບົດເລື່ອງບັນທຶກ ທໍ່ຕູ້ ຢ່າໄຊຈູ ແມ່ນບົດເລື່ອງບັນທຶກທຳອິດຂອງນັກຂຽນ ຫງວຽນກວາງວິງ ທີ່ໄດ້ພິມດ້ວຍ 3 ພາສາ: ຫວຽດນາມ - ລາວ ແລະ ອັງກິດ. ຂໍເຊີນບັນດາທ່ານພ້ອມກັນຄົ້ນຫາບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ ຜ່ານບົດຂຽນຂອງ ເຈິ່ນຕ໊ວນ ນັກຂ່າວ VOV.
ນັກຂຽນ ຫງວຽນກວາງວິງ |
ຕ້ອນຮັບຂ້າພະເຈົ້າດ້ວຍຮອຍຍິ້ມຂອງຄົນໃຈດີ, ນຸ່ງຊຸດໂສ້ງເສື້ອທີ່ໄດ້ຕົກສີແລ້ວ, ນັກຂຽນ ຫງວຽນກວາງວິງ ເຖິງວ່າອາຍຸໄດ້ 60 ກ່ວາປີແລ້ວກໍ່ຕາມ ແຕ່ເບິ່ງລາວຍັງແຂງແຮງຢູ່, ລາວເປັນຄົນຜິວດຳແດງ ຍ້ອນແດດລົມຂອງເຂດດິນແດນທະເລ ກວາງບີງ.
ຈັບຈອກຊາຮ້ອນໆ, ດື່ມຄຳໜຶ່ງ, ແບ່ງປັນກ່ຽວກັບເຫດຜົນທີ່ພາໄປເຖິງການຂຽນບົດເລື່ອງບັນທຶກ ທໍ່ຕູ້ ຢ່າໄຊຈູ, ນັກຂຽນ ຫງວຽນກວາງວິງ ໃຫ້ຮູ້ວ່າ:
"ມັນມີ 2 ເຫດຜົນ. ເຫດຜົນທີ 1, ນີ້ແມ່ນໜຶ່ງໃນບັນດາບຸກຄົນທຳອິດທີ່ສ້າງຕັ້ງກຳລັງກອງທັບ ລາວ ຂຶ້ນ, ຕັ້ງພື້ນຖານທຳອິດ. ທີ 2 ແມ່ນຜົນງານຂອງພໍ່ຕູ້ ທໍ່ຕູ້ ຢາໄຊຈູ ໃນໄລຍະຊຸມປີ 1950 ແມ່ນໃຫຍ່ຫລວງທີ່ສຸດ. ພໍ່ແມ່ປະຊາຊົນເຜົ່າມົ້ງຢູ່ແຂວງ ຊຽງຂວາງ ແລະ ເຂດ ຊຳເໜືອ ລ້ວນແຕ່ຮູ້ຊື່ຮູ້ສຽງຂອງພໍ່ຕູ້ ທໍ່ຕູ ຢາໄຊຈູ, ຄືຜູ້ນຳຍິ່ງໃຫຍ່."
ໃນການຂຽນບົດເລື່ອງບັນທຶກ, ບາງເທື່ອເບິ່ງຄືວ່າຕົກເຂົ້າສູ່ສະພາບບໍ່ມີທາງອອກ, ແຕ່ຍິ່ງຊອກຮູ້ເອກະສານກ່ຽວກັບການຕໍ່ຕ້ານ 2 ຄັ້ງ, ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ ຂອງກອງທັບ ແລະ ປະຊາຊົນ ລາວ, ນັກຂຽນ ຫງວຽນກວາງວິງ ພັດຍິ່ງຊາບຊຶ້ງເລິກເຊິ່ງນ້ຳໃຈມິດຕະພາບສະໜິດແໜ້ນຫລາຍລຸ້ນຄົນ ທີ່ບໍ່ມີວັນຈະປ່ຽນແປງໄດ້ລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ລາວຕ້ອງໃຊ້ເວລາ ແລະ ກຳລັງເຫື່ອແຮງຫລາຍຢ່່າງ ເພື່ອຊອກຫາເອກະສານ, ພົບປະກັບບັນດາຜູ້ທີ່ຄຸ້ນເຄີຍກັບ ທໍ່ຕູ້ ຢາໄຊຈູ ທີ່ຍັງມີຊີວິດຢູ່, ຊອກຫາປື້ມ, ໜັງສືພິມເພືຶຶ່ອອ່ານ, ສະສົມ, ເຊື່ອມຕໍ່ບັນດາຂໍ້ມູນທີ່ຫາຍາກ ແລະ ລ້ຳຄ່າກ່ຽວກັບຊີວິດການເປັນຢູ່ຂອງ ທໍ່ຕູ້ ຢາໄຊຈູ. ນັກຂຽນ ຫງວຽນກວາງວິງ ໃຫ້ຮູ້ຕື່ມອີກວ່າ:
"ຂ້າພະເຈົ້າຊອກຫາໃນເອກະສານກອງທັບຂອງທັງ 2 ປະເທດ, ພຽງແຕ່ມີ 2 – 3 ແຖວຕົວໜັງສືຂຽນກ່ຽວກັບກອງພັນທີ 2 ຂອງພໍ່ຕູ້ເທົ່ານັ້ນ. ສ່ວນຕົນຕົວ, ພາລະກິດ, ການເສຍສະຫຼະຊີວິດຂອງພໍ່ຕູ້ ບໍ່ໄດ້ພັນລະນາລະອຽດ. ຂ້າພະເຈົ້າໄປ ລາວ ຊອກຮູ້ແຕ່ຄົນດຽວ, ບໍ່ມີເອກະສານຂໍ້ມູນຫຍັງໝົດ, ທັງໝົດເລີ່ມຈາກເລກ 0. ຄາວນັ້ນ ຂ້າພະເຈົ້າໄດ້ຂໍການຊ່ວຍເຫຼືອຈາກອ້າຍ ອານົງ ເປັນນ້ອງຊາຍຂອງເອື້ອຍ ປານີ. ຫລັງຈາກນັ້ນ 2 ອ້າຍນ້ອງຈຶ່ງກັບຄືນບ້ານເກີດເມືອງນອນຂອງພໍ່ຕູ້ ທໍ່ຕູ້ ຢາໄຊຈູ, ນັ້ນແມ່ນບ້ານຂອງຊາວເຜົ່າມົ້ງ ຢູ່ເນີນພູສູງ. ໂຊກດີທີ່ໄດ້ພົບກັບພໍ່ຕູ້, ມີອາຍຸ 95 ປີ, ເຊິ່ງເປັນຄົນຕິດຕໍ່ພົວພັນຂອງພໍ່ຕູ້ ທໍ່ຕູ້ ຢາໄຊຈູ, ໃນຄາວນັ້ນ ພໍ່ຕູ້ມີອາຍຸ 16 ປີ ແລະ ພໍ່ຕູ້ໄດ້ເລົ່າຄືນຊຸມວັນເວລາການເຄື່ອນໄຫວປະຕິວັດທັງໝົດຂອງທ່ານ ທໍ່ຕູ້ ຢາໄຊຈູ, ນັ້ນແມ່ນພະຍານຫຼັກຖານ ແລະ ແມ່ນແຫຼ່ງເອກະສານອັນລ້ຳຄ່າທີ່ສຸດ."
ບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ |
ບົດເລື່ອງບັນທຶກມີ 300 ໃບ, ບໍ່ພຽງແຕ່ວາດພາບກ່ຽວກັບຊີວິດການເປັນຢູ່ ແລະ ບັນດາວິລະກຳທີ່ຂຶ້ນຊື່ລືຊາຂອງພໍ່ຕູ້ ທໍ່ຕູ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມຮັກບ່າວສາວ, ນ້ຳໃຈຂອງນາງສາວ ລາວ ທີ່ສະຫງວນໃຫ້ທະຫານ ຫວຽດນາມ ອີກດ້ວຍ. ຄວາມຮັກນັ້ນ ໄດ້ຜ່ານຜ່າການທົດສອບຂອງສົງຄາມ, ບໍ່ພຽງແຕ່ແມ່ນຄວາມຮັກເທົ່ານັ້ນ ຫາກຍັງແມ່ນນ້ຳໃຈມິດສະຫາຍ, ນ້ຳໃຈສະໜິດແໜ້ນອີກດ້ວຍ, ເມື່ອເຂົາເຈົ້າໄດ້ຮ່ວມກັນສ້າງຄອບຄົວ, ເຖິງຈະບໍ່ຮັ່ງມີແຕ່ກໍ່ມີຄວາມສຸກ. ນັກຂຽນ ຫງວຽນກວາງວິງ ໃຫ້ຮູ້ຕື່ມອີກວ່າ:
"ຂ້າພະເຈົ້າໄດ້ພົບກັບນ້ອງສາວຂອງພໍ່ຕູ້ ທໍ່ຕູ, ອາຍຸກ່ວາ 90 ປີແລ້ວ. ແມ່ຕູ້ໄດ້ເລົ່າໃຫ້ຟັງກ່ຽວກັບຄວາມຮັກຂອງຕົນກັບອ້າຍທະຫານ ຫວຽດນາມ ທີ່ມີຊື່ວ່າ ຮຸ່ງ ໂດຍພໍ່ຕູ້ ທໍ່ຕູ ເປັນພໍ່ສື່. ພໍ່ຕູ້ ທໍ່ຕູ້ ເຄີຍກ່າວວ່າ: “ມຶງບໍ່ເອົາບັກ ຮຸ່ງ, ກູຈະຕັດຂາດກັບມຶງ” ແລະ ພໍ່ຕູ້ຢາກໃຫ້ນ້ອງສາວຂອງຕົນແຕ່ງງານກັບຄົນ ຫວຽດ, ເອົາທະຫານ ຫວຽດ, ເພື່ອສ້າງສາຍພົວພັນອັນສະໜິດແໜ້ນ ທັງທາງສາຍເລືອດ ເຊິ່ງບໍ່ພຽງແຕ່ເປັນສາຍພົວພັນລະຫວ່າງຊາດເທົ່ານັ້ນ. ຄວາມຮັກນັ້ນໄດ້ກາຍເປັນຈິງ, ພໍ່ຕູ້ ຮຸ່ງ ບໍ່ພຽງແຕ່ເປັນທະຫານ ຫວຽດນາມ ວິລະຊົນ ເທົ່ານັ້ນ ເຊິ່ງພາຍຫລັງໄດ້ກາຍເປັນພົນລະເມືອງລາວດີເດັ່ນ."
ການແຕ່ງບົດຄືແນວໃດ ເພື່ອດຶງດູດຜູ້ອ່ານ, ນັ້ນກໍ່ແມ່ນສິ່ງທີ່ນັກຂຽນ ຫງວຽນກວາງວິງ ເອົາໃຈໃສ່ ແລະ ມີຄວາມເປັນຫ່ວງເປັນໄຍທີ່ສຸດ ເມື່ອຮັບຟັງສະມາຊິກແຕ່ລະຄົນເລົ່າຄືນກ່ຽວກັບເລື່ອງທ່ານ ທໍ່ຕູ້ ຢາໄຊຈູ. ໂດຍອີງໃສ່ການແຕ່ງໂຄງສ້າງລະຫວ່າງຊີວິດ ແລະ ວິລະກຳ, ຮູບພາບວິລະກຳ ທໍ່ຕູ້ ຢາໄຊຈູ ໄດ້ປະກົດຂຶ້ນຜ່ານບັນດາການສູ້ຮົບທີ່ດຸເດືອດຕ້ານພວກທະຫານ ວັງປາວ, ຕູບິນ. ນັກຂຽນ ຫງວຽນກວາງວິງ ໃຫ້ຮູ້ວ່າ:
"ຂ້າພະເຈົ້າຢາກວາງກຳນົດຂຽນຮ່າງບົດເລື່ອງບັນທຶກຄືການຂຽນວັນນະຄະດີແຕ່ແມ່ນຄວາມຈິງທັງໝົດເຊິ່ງໄດ້ເລົ່ານັບແຕ່ໄລຍະທ່ານ ທໍ່ຕູ້ ຢາໄຊຈູ ກຳເນີດ ແລະ ເຕີບໃຫຍ່ຂຶ້ນມາຄືແນວໃດ. ທັງເລື່ອງຄວາມຮັກ, ເລື່ອງຕີພ່າຍສັດຕູ, ແຕ່ບໍ່ຂຽນແບບແຕ່ງສີສັນ. ຝ່າຍນີ້ແມ່ນ ທໍ່ຕູ, ຝ່າຍນັ້ນແມ່ນ ວັງປາວ, ອີກຝ່າຍໜຶ່ງແມ່ນ ຕູບິນ, 3 ຄົນນີ້ແມ່ນຮູ້ຈັກກັນ, ສະໜິດສະໜົມກັນ. ບົດເລື່ອງກ່ຽວກັບຊີວິດຂອງທ່ານ ທໍ່ຕູ້ ອັນໄດ້ປະກົດຂຶ້ນຮູບພາບຂອງນັກກອມມູນິດປະຕິວັດ ລາວ."
ບົດເລື່ອງບັນທຶກນີ້ ບໍ່ພຽງແຕ່ສະຫງວນໃຫ້ຜູ້ອ່ານ ລາວ, ຫວຽດນາມ ເທົ່ານັ້ນ ຫາກຍັງສະຫງວນໃຫ້ຜູ້ອ່ານໃນທົ່ວໂລກອີກດ້ວຍ. ນັກຂຽນ ຫງວຽນກວາງວິງ ແບ່ງປັນວ່າ:
"ພາຍຫລັງຂຽນຮ່າງບົດຮຽບຮ້ອຍແລ້ວ, ຂ້າພະເຈົ້າຕັດສິນໃຈວ່າ ເພື່ອໃຫ້ບົດເລື່ອງບັນທຶກຫົວນີ້ ໄດ້ເຜີຍແຜ່ຢ່າງກ້ວາງຂວາງນັ້ນ ອາດຈະເປັນຄັ້ງທຳອິດທີ່ຂ້າພະເຈົ້າ ຕ້ອງແປເປັນ 3 ພາສາທັງ ຫວຽດນາມ, ລາວ ແລະ ອັງກິດ. ບົດເລື່ອງພາກພາສາ ລາວ ອາດຈະແປບໍ່ມ່ວນປານໃດ ແຕ່ຢ່າງໜ້ອຍຜູ້ອ່ານກໍ່ສາມາດກຳໄດ້ຂໍ້ມູນໃນບົດເລື່ອງ."
ນັກຂຽນ ຫງວຽນກວາງວິງ ເຊັນຊື່ໃສ່ປື້ມ ເພື່ອມອບໃຫ້ຜູ້ອ່ານ |
ໃນຕົ້ນປີ 2018, ບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ ໄດ້ແນະນຳຕໍ່ຜູ້ອ່ານ. ປື້ມຫົວນີ້ ບໍ່ພຽງແຕ່ເລົ່າຄືນຄວາມຈິງ, ຄົບຖ້ວນສົມບູນ, ຊັດເຈນທັງໝົດຂອງຊີວິດ, ທັງຄອບຄົວ ແລະ ເປັນວິລະກຳອັນດັງກ້ອງຂອງທ່ານ ທໍ່ຕູ້ ຢາໄຊຈູ ພ້ອມກັບບັນດາເພື່ອນຮ່ວມຮົບຂອງທ່ານເທົ່ານັ້ນ. ບົດເລື່ອງບັນທຶກນີ້ ຍັງວາດພາບເຖິງນ້ຳໃຈຄວາມຮັກແພງອັນໜຽວແໜ້ນລະຫວ່າງທ່ານ ທໍ່ຕູ້ ຢາໄຊຈູ ແລະ ເພື່ອນສະຫາຍທະຫານອາສາສະໝັກ ຫວຽດນາມ. ໃນນັ້ນ, ຍັງມີນ້ຳໃຈຄວາມຮັກແພງຂອງອ້າຍນ້ອງແຮກສ່ຽວລະຫວ່າງທ່ານ ທໍ່ຕູ້ ຢ່າໄຊຈູ ແລະ ທ່ານພົນຈັດຕະວາ ໂງເທ້ເຊີນ (ຜູ້ບັນຊາການທະຫານອາສາສະໝັກ ຫວຽດນາມ ຢູ່ເຂດພາກເໜືອຂອງປະເທດ ລາວ) ໄດ້ກາຍເປັນຄວາມຊົງຈຳທີ່ດີງາມຂອງນ້ຳໃຈກອງທັບປະຊາຊົນສອງຊາດ ຫວຽດນາມ - ລາວ.
"ຂ້າພະເຈົ້າມີຄວາມຕົກສະເງີ້ທີ່ສຸດ ເມື່ອໄດ້ອ່ານບົດເລື່ອງບັນທຶກຫົວນີ້ ຂຽນກ່ຽວກັບນັກປະຕິວັດ ລາວ ເຊິ່ງຜູ້ຂຽນເປັນຄົນ ຫວຽດນາມ. ບົດເລື່ອງບັນທຶກຫົວນີ້ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ອ່ານເຂົ້າໃຈໄດ້ເຖິງຄຸນຄ່າຫຼັກຂອງນັກປະຕິວັດ ລາວ ເທົ່ານັ້ນ ຫາກຍັງຊ່ວຍໃຫ້ລຸ້ນໜຸ່ມ 2 ປະເທດເຂົ້າໃຈເຖິງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ອີກດ້ວຍ."
"ສຳລັບຕົວຂ້າພະເຈົ້າເອງ, ປື້ມເລື່ອງຫົວນີ້ມີຄວາມໝາຍທາງປະຫວັດສາດຢ່າງເລິກເຊິ່ງ ແລະ ເປັນບົດຮຽນໃຫ້ແກ່ລຸ້ນລູກລຸ້ນຫຼານຂອງພວກຂ້າພະເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈເຖິງນ້ຳໃຈການຕໍ່ສູ້, ເສຍສະຫຼະຢ່າງພິລະອາດຫານຂອງພໍ່ຕູ້ ທໍ່ຕູ້ ຢາໄຊຈູ ໃນປະຫວັດສາດການປະຕິວັດ ລາວ."
ໂດຍມີຄຳເຫັນຄືກັບຜູ້ອ່ານຂ້າງເທິງ, ທ່ານ ອຳພາວັນ ກ້ວາງມະນີວັນ, ທູດວັດທະນະທຳ - ການສຶກສາ, ສະຖານທູດ ລາວ ປະຈຳ ຫວຽດນາມ ແບ່ງປັນວ່າ:
"ນອກຈາກເວລາເຮັດວຽກ, ຂ້າພະເຈົ້າໄດ້ຍາດເວລາວາງຍາມໃດກໍ່ເອົາປື້ມເລື່ອງທີ່ຂຽນກ່ຽວກັບ ທໍ່ຕູ້ ຢາໄຊຈູ ຂຶ້ນມາອ່ານ. ປື້ມເລື່ອງຫົວນີ້ິ້ມີປະໂຫຍດຫລາຍສຳລັບຂ້າພະເຈົ້າ. ມັນບໍ່ພຽງແຕ່ຂຽນກ່ຽວກັບຂະບວນການປະຕິວັດຂອງ ລາວ ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ເທົ່ານັ້ນ ຫາກຍັງຈາລຶກຮູບພາບຂອງນັກວິລະຊົນ ທໍ່ຕູ້ ຢ່າໄຊຈູ ເຂົ້າຮ່ວມຂະບວນການຕ້ານ ຝຣັ່ງ ຕັ້ງແຕ່ຄາວຍັງໜຸ່ມ. ພວກນ້ອງນັກຮຽນ, ນັກສຶກສາ, ຊາວໜຸ່ມເຍົາວະຊົນ ຄວນອ່ານ ເພື່ອຊອກຮູ້ຕື່ມກ່ຽວກັບປະຫວັດສາດການກຳເນີດຂອງການປະຕິວັດ ລາວ ກໍ່ຄືສາຍພົວພັນລາວ - ຫວຽດນາມ, ຫວຽດນາມ - ລາວ ມີຄວາມເປັນມາຄືແນວໃດ, ເພາະວ່າ ໃນປື້ມເລື່ອງຫົວນີ້ ໄດ້ຂຽນຢ່າງຈະແຈ້ງກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດໃນສະໄໝຕໍ່ສູ້ຕ້ານ ຝຣັ່ງ."
ທ່ານ ອຳພາວັນ ກ້ວາງມະນີວັນ, ທູດວັດທະນະທຳ - ການສຶກສາ, ສະຖານທູດ ລາວ |
ເຊິ່ງເປັນຄົນໜຶ່ງທີ່ຮ່ວມສະໄໝການຕໍ່ສູ້ຕ້ານສັດຕູ, ທ່ານພົນຈັດຕະວາ ຮີ່ງດັກເຮືອງ, ອະດີດຫົວໜ້າການເມືອງ, ຫົວໜ້າຄະນະຊ່ຽວຊານການທະຫານ ຫວຽດນາມ ຊ່ວຍ ລາວ, ຫົວໜ້າຄະນະຕິດຕໍ່ພົວພັນທົ່ວປະເທດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍ ລາວ ແບ່ງປັນຄວາມໃນໃຈວ່າ:
"ບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ ສັງເຂບໄດ້ຊີວິດ, ການເຄື່ອນໄຫວຂອງສະຫາຍ ທໍ່ຕູ້ ຢ່າໄຊຈູ ທັງໝົດ. ໃນບັນດາບົດເລື່ອງບັນທຶກກ່ຽວກັບບັນດາການນຳຂອງ ລາວ, ບົດເລື່ອງບັນທຶກຫົວນີ້ ແມ່ນຖືວ່າຂຽນໄດ້ດີທີ່ສຸດ, ໄດ້ຮັບຄວາມນິຍົມທີ່ສຸດ. ເວົ້າລວມແລ້ວ, ມັນໄດ້ເລົ່າຄືນຊີວິດຂອງ ທໍ່ຕູ້, ນັກວິລະຊົນແຫ່ງຊາດ ລາວ. ນ້ຳໃຈຮັກຊາດ, ຮັກປະຊາຊົນຂອງ ທໍ່ຕູ້ ແມ່ນຄວາມຄາດຫວັງ, ດັ່ງນັ້ນ ທໍ່ຕູ້ ບໍ່ທໍ້ຖອຍຕໍ່ທຸກໆບັນຫາທີ່ລຳບາກກາກກຳເພື່ອຜ່ານຜ່າ, ເປັນຕົ້ນແມ່ນນ້ຳໃຈຮັກຊາດ."
ທ່ານພົນຈັດຕະວາ ຮີ່ງດັກເຮືອງ |
ພາຍຫລັງທ່ານ ທໍ່ຕູ້ ຢາໄຊຈູ ເສຍສະຫຼະຊີວິດເມື່ອປີ 1961, ໂດຍປະຕິບັດຕາມຄຳປະຕິຍານຕົວ, ດັ່ງນັ້ນ ບັນດາລູກຂອງທ່ານ ທໍ່ຕູ້ ຢາໄຊຈູ ແມ່ນໄດ້ຮັບການລ້ຽງດູເບິ່ງແຍງ, ບອກສອນ ຖືວ່າຄືເປັນລູກຄີງຈາກຄອບຄົວຂອງ ພົນຈັດຕະວາ ໂງເທ້ເຊີນ ແລະ ໄດ້ໃຫ້ພວກເຂົາໄດ້ຮ່ຳຮຽນຢູ່ ຫວຽດນາມ ຈົນເຖິງຮຽນຈົບມະຫາວິທະຍາໄລ. ຫລັງຈາກນັ້ນ ໄດ້ກາຍເປັນພະນັກງານການນຳຂອງການປະຕິວັດ ລາວ, ໃນນັ້ນ ມີລູກສາວຂອງທ່ານ ທໍ່ຕູ້ ຢາໄຊຈູ ນັ້ນແມ່ນທ່ານນາງ ປານີ ຢາທໍ່ຕູ້, ປະຈຸບັນ ເປັນກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ແຫ່ງ ສປປ. ລາວ./.
---------
ທໍ່ຕູ້ ຢາໄຊຈູ (1916 - 1961) ແມ່ນຊາວໜຸ່ມຊົນເຜົ່າມົ້ງ ຢູ່ເມືອງ ໜອງແຮດ, ແຂວງ ຊຽງຂວາງ. ດ້ວຍນ້ຳໃຈຮັກຊາດອັນດູດດື່ມ, ອ້າຍບ່າວອາຍຸ 16 ປີ ໄດ້ສ້າງຕັ້ງກອງຫຼອນນ້ອຍຂອງບ້ານ. ຜ່ານວັນເວລາແຫ່ງການຕໍ່ສູ້ ແລະ ສ້າງວິລະກຳອັນລືຊາຫລາຍຢ່າງ, ກອງຫຼອນຂອງທ່ານ ທໍ່ຕູ້ ຢາໄຊຈູ ໄດ້ເຕີບໃຫຍ່ເຂັ້ມແຂງດຶງດູດເອົາຊາວໜຸ່ມບັນດາຊົນເຜົ່າຢູ່ແຂວງ ຂຽງຂວາງ ແລະ ປ່ຽນຊື່ເປັນກອງຫຼອນ ປັດໃຈ - ຊື່ຂອງນັກວິລະຊົນຕ້ານ ຝຣັ່ງ ຂອງ ລາວ.
ພາຍຫລັງກຳລັງກອງທັບປະຕິບັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ (ປະເທດ ລາວ), ທໍ່ຕູ້ ຢາໄຊຈູ ໄດ້ເປັນຜູ້ບັນຊາການກອງພັນທີ 2, ເປັນກອງພັນໜຶ່ງທີ່ສູ້ຮົບ ແລະ ໄດ້ຮັບໄຊຊະນະໃນຫລາຍບັ້ນຮົບໃຫຍ່, ສົມທົບກັບທະຫານອາສາສະໝັກ ຫວຽດນາມ ຕີຊະນະ ຝຣັ່ງ ແລ້ວກໍ່ຕີຊະນະ ອາເມລິກາ ຢູ່ ຊຽງຂວາງ, ໜອງແຮດ, ທົ່ງໄຫຫີນ.
ທໍ່ຕູ້ ຢາໄຊຈູ ເສຍສະຫຼະຊີວິດໃນປີ 1961, ລວມອາຍຸໄດ້ 45 ປີຢູ່ທົ່ງໄຫຫີນ - ແຂວງ ຊຽງຂວາງ ແລະ ໄດ້ຮັບນາມມະຍົດນັກວິລະຊົນແຫ່ງຊາດຈາກພັກ, ລັດ, ລັດຖະບານ, ກອງທັບແຫ່ງ ສປປ.ລາວ.