(VOVWORLD) -ໂດຍຕັ້ງຢູ່ທາງທິດຕາເວັນຕົກນະຄອນຫຼວງ ຈາກາຕາ, ຫໍພິພິທະພັນຕ່ຳຫູກທໍໄໝ ແມ່ນມໍລະດົກວັດທະນະທຳພິເສດ, ແມ່ນບ່ອນເກັບຮັກສາ, ອະນຸລັກ ແລະ ວາງສະແດງບັນດາຜະລິດຕະພັນ ກໍຄືບັນດາຜົນງານສິລະປະທີ່ກ່ຽວຂ້ອງເຖິງການຕ່ຳຫູກທໍໄໝ ຂອງ ອິນໂດເນເຊຍ. ໃນລາຍການ ຊາຍຄາອາຊຽນ ພາກນີ້, ເຊີນທ່ານພ້ອມກັບ ນັກຂ່າວ ເຮືອງຈ່າ ໄປຢ້ຽມຢາມຫໍພິພິຕະພັນດັ່ງກ່າວ ຜ່ານບົດຂຽນທີ່ມີຫົວຂໍ້ “ຫໍພິພິທະພັນຕ່ຳຫູກທໍໄໝ - ບ່ອນອະນຸລັກຮັກສາ ແລະ ແນະນຳມໍລະດົກວັດທະນະທຳ ອິນໂດເນເຊຍ”.
ຫໍພິພິທະພັນຕ່ຳຫູກທໍ່ໄໝ ຕັ້ງຢູ່ເຮືອນວິນລາເກົ່າແກ່ ໂດຍຊາວ ຝລັ່ງ ກໍ່ສ້າງ ໃນສະຕະວັດທີ 19 |
ໂດຍມີເນື້ອທີ່ກວ້າງກວ່າ 16.000 ຕາແມັດ, ຫໍພິພິທະພັນຕ່ຳຫູກທໍ່ໄໝ ຕັ້ງຢູ່ເຮືອນວິນລາເກົ່າແກ່ ໂດຍຊາວ ຝລັ່ງ ກໍ່ສ້າງ ໃນສະຕະວັດທີ 19. ປີ 1967, ທ່ານນາງ Tien Soeharto, ພັນລະຍາຂອງປະທານາທິບໍດີຜູ້ທີ 2 ຂອງ ອິນໂດເນເຊຍ ໄດ້ໃຊ້ສະຖານທີ່ແຫ່ງນີ້ເປັນອາຄານມໍລະດົກ - ບ່ອນເກັບຮັກສາແຜ່ນແພພື້ນເມືອງຊະນິດຕ່າງໆຂອງປະເທດຕົນ. ຫໍພິພິທະພັນໄດ້ຕັ້ງຢູ່ສະຖານທີ່ໃກ້ກັບຕະຫຼາດ Tanah Abang ເຊິ່ງເປັນຕະຫຼາດວາງຂາຍເຊື້ອຜ້າທີ່ເປັນມູນເຊື້ອຂອງນະຄອນຫຼວງ ຈາກາຕາ. ທ່ານນາງ Sari Permana Everlyn, ຫົວໜ້າຫ້ອງການຖະແຫຼງຂ່າວ ແລະ ການສຶກສາ ຂອງ ຫໍພິພິທະພັນ ໃຫ້ຮູ້ວ່າ:
“ມີປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍຄົນ ເມື່ອມາທ່ຽວ ອິນໂດເນເຊຍ ລ້ວນແຕ່ແວ່ຊື້ເສື້ອຜ້າແຜ່ນແພຢູ່ຕະຫຼາດ Tanah Abang. ພວກຂ້າພະເຈົ້າມີຄວາມປາດຖະໜາວ່າ ເມື່ອປະຊາຊົນມາຊື້ເຄື່ອງຢູ່ທີ່ນີ້ ຈະບໍ່ພຽງແຕ່ຢຸດຢູ່ກັບການຊື້ບັນດາຜະລິດຕະພັນຕຳແຜ່ນແພພື້ນເມືອງຂອງ ອິນໂດເນເຊຍ ເທົ່ານັ້ນ ຫາກຍັງມີຄວາມເຂົ້າໃຈກ່ຽວກັບມັນ ອີກດ້ວຍ. ດັ່ງນັ້ນ, ຫໍພິພິທະພັນ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊ່ວຍໃຫ້ປະຊາຊົນ ກໍຄື ແຂກທ່ອງທ່ຽງທຸກຄົນ ໄດ້ມີຄວາມເຂົ້າໃຈກ່ຽວກັບທີ່ມາ, ວິທີການຜະລິດ ແລະ ການພັດທະນາຂອງແຜ່ນແພພື້ນເມືອງນີ້”.
ພາຍຫຼັງເຄື່ອນໄຫວມາເປັນເວລາ 54 ປີ, ສະຖານທີ່ແຫ່ງນີ້ ໄດ້ເກັບຮັກສາຕົວຢ່າງແຜ່ນແພຫຼາຍກວ່າ 3.000 ຊະນິດ ນັບທາງແຜ່ນແພພື້ນເມືອງ ຕະຫຼອດເຖິງແຜ່ນແພໃນຍຸກທັນສະໄໝຂອງບັນດາເຜົ່າໃນທົ່ວປະເທດ ອິນໂດເນເຊຍ. ບັນດາຜະລິດຕະພັນຕ່ຳແຜ່ນແພ, ແພປັກແສ່ວ, ແພບາຕິກ, ແພຊາຣົງ ຕະຫຼອດຮອດບັນດາຊຸດອາພອນພື້ນເມືອງຂອງແຕ່ລະເຂດພາກ ພ້ອມດ້ວຍອຸປະກອນ, ເຄື່ອງຕ່ຳຫູກທໍໄໝຂອງ ອິນໂດເນເຊຍ ລ້ວນແຕ່ໄດ້ນຳມາວາງສະແດງຢູ່ທີ່ນີ້. ບໍ່ພຽງແຕ່ເທົ່ານັ້ນ, ຫໍພິພິທະພັນດັ່ງກ່າວ ຍັງມີຫ້ອງວາງສະແດງບັນດາຜະລິດຕະພັນຂອງນັກອອກແບບ ອິນໂດເນເຊຍ ອີກດ້ວຍ. ການຈັດແຈງໃນຫ້ອງວາງສະແດງດັ່ງກ່າວ ຈະມີການປ່ຽນແປງຕາມແຕ່ລະເດືອນ ເພື່ອນຳມາເຊິ່ງສີສັນ ແລະ ບັນຍາກາດໃໝ່ໃຫ້ແກ່ຫໍພິພິທະພັນແຫ່ງນີ້. ຈຸດທີ່ເປັນເອກະລັກກວ່າໝູ່ໃນຫໍພິພິທະພັນແມ່ນ ຫ້ອງວາງສະແດງແພບາຕິກຫຼາຍກວ່າ 300 ຊະນິດ ເຊິ່ງໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກວັດທະນະທຳຂອງ ອິນໂດເນເຊຍ ຈາກອົງການ UNESCO.
ຫ້ອງວາງສະແດງແພບາຕິກຫຼາຍກວ່າ 300 ຊະນິດ ເຊິ່ງໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກວັດທະນະທຳຂອງ ອິນໂດເນເຊຍ |
ໂດຍປະກົດມີຢູ່ ອິນໂດເນເຊຍ ກ່ອນນີ້ 500 ປີ, ແພ ບາຕິກ ໄດ້ເປັນທີ່ຮູ້ຈັກວ່າ ແມ່ນແພຊະນິດໜຶ່ງທີ່ໃຊ້ຕັດຊຸດອາພອນສະເພາະໃຫ້ແກ່ເຈົ້າກະສັດໃນລາດຊະວັງ ເທົ່ານັ້ນ ແຕ່ປັດຈຸບັນນີ້, ແພ ບາຕິກ ໄດ້ນຳໃຊ້ທົ່ວໄປແລ້ວ. ຜ່ານລວດລາຍທີ່ໄດ້ແຕ້ມດ້ວຍຂີ້ເຜີ້ງຮ້ອນ ແລະ ສີສັນຂອງແພ ບາຕິກ ກໍສາມາດເຫັນໄດ້ເຖິງຄວາມລະອິດລະອ້ຽວ ແລະ ຄວາມຄ່ອງແຄ້ວຂອງນາຍຊ່າງຫັດຖະກຳ ອິນໂດເນເຊຍ.
ໃນຫ້ອງວາງສະແດງນີ້, ແຂກທ່ອງທ່ຽວ ສາມາດຮັບຊົມແພ ບາຕິກ ຊະນິດຕ່າງໆ ທີ່ໄດ້ນຳໃຊ້ໃນຍຸກປະຖົມບູຮານກໍຄືໃນຍຸກປັດຈຸບັນ ແລະ ການພັດທະນາຕາມການເວລາ. ແພ ບາຕິກ ບາງຊະນິດມີລວດລາຍພິເສດ, ຫາຍາກ ແລະ ໄດ້ແຕ້ມດ້ວຍມື ຄື ແພບາຕິກ ຢູ່ Aceh ຫຼື ແພ ບາຕິກ ທີ່ມີມາກ່ອນນີ້ນັບຮ້ອຍປີ ກໍໄດ້ວາງສະແດງຢູ່ທີ່ນີ້ ແລະ ຫ້ອງວາງສະແດງ ບາຕິກ ແຫ່ງນີ້ ກໍແມ່ນແຫຼ່ງກຳເນີດຂອງຫໍພິພິທະພັນ ບາຕິກ ແຫ່ງຊາດ ອິນໂດເນເຊຍ.
ບັນດາຊຸດອາພອນພື້ນເມືອງຂອງແຕ່ລະເຂດພາກ
|
ເມື່ອມາຢ້ຽມຢາມຫໍພິພິທະພັນຕ່ຳຫູກທໍໄໝ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມບັນດາຜະລິດຕະພັນກ່ຽວກັບແຜ່ນແພພື້ນເມືອງເທົ່ານັ້ນ ຫາກຍັງໄດ້ສຳຜັດ ແລະ ທົດລອງການເຮັດບັນດາຜະລິດຕະພັນ ບາຕິກ ອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ຫໍພິພິທະພັນ ຍັງຈັດຕັ້ງບັນດາຊຸດຝຶກອົບຮົມຕ່າງໆ ທີ່ກ່ຽວຂ້ອງເຖິງແຜ່ນແພພື້ນເມືອງ ແລະ ສິລະປະແຕ້ມ ບາຕິກ ຂອງ ອິນໂດເນເຊຍ. ທ່ານ Sugeng Riadi, ນັກສິລະປະກອນແນະນຳການແຕ້ມ ບາຕິກ ໃນຫໍພິພິທະພັນ ແບ່ງປັນວ່າ:
“ຊຸດຝຶກອົບຮົມແຕ້ມ ບາຕິກ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອອະນຸລັກຮັກສາວັດທະນະທຳຂອງ ອິນໂດເນເຊຍ ເພື່ອໃຫ້ຄົນລຸ້ນຫຼັງ ສາມາດຊອກຮູ້ ແລະ ມີຄວາມພາກພູມໃຈກັບມູນເຊື້ອຂອງຊາດ. ພ້ອມກັນນັ້ນ, ນີ້ກໍເປັນບ່ອນຫຼໍ່ລ້ຽງ ແລະ ພັດທະນາຜູ້ທີ່ມີຄວາມເກັ່ງກ້າສາມາດ. ຜູ້ທີ່ເຂົ້າຮ່ວມຊຸດຝຶກອົບຮົມການແຕ້ມ ບາຕິກ ຢູ່ທີ່ນີ້ ບໍ່ພຽງແຕ່ເພື່ອໃຫ້ສົມກັບຄວາມຮັກມັກເທົ່ານັ້ນ, ຫາກຍັງ ພັດທະນາໃຫ້ກາຍເປັນອາຊີບຂອງຕົນອີກດ້ວຍ”.
ຢູ່ເບື້ອງຫຼັງຫໍພິພິທະພັນ ແມ່ນສວນພຶກສາສາດ ທີ່ມີເນື້ອທີ່ກວ້າງ 3000 ຕາແມັດ. ໃນສວນແຫ່ງນີ້ ມີຕົ້ນໄມ້ຊະນິດຕ່າງໆທີ່ໄດ້ນຳໃຊ້ເປັນວັດຖຸດິບໃນການຜະລິດແພ ແລະ ຍ້ອມສີ. ນອກຈາກນັ້ນ, ເພື່ອຮັກສາຄຸນນະພາບຂອງບັນດາຊຸດແພໄໝພື້ນເມືອງ, ຫໍພິພິທະພັນຕ່ຳຫູກທໍໄໝ ຍັງມີຫ້ອງທົດລອງ ແລະ ໂຮງຈັກແຫ່ງໜຶ່ງ ພ້ອມດ້ວຍຖັນແຖວນັກສິລະປະກອນທີ່ມີສີມືອາຊີບ ເພື່ອແປງແຜ່ນແພເປັນປະຈຳ ເພື່ອບໍ່ໃຫ້ບັນດາຜະລິດຕະພັນເຫຼົ່ານັ້ນ ຖືກຕົກສີເສຍຫາຍຕາມການເວລາ.
ຫໍພິພິທະພັນຕ່ຳຫູກທໍໄໝຢູ່ນະຄອນຫຼວງ ຈາກາຕາ ແມ່ນ ຫໍພິພິທະພັນທີ່ມີຂອບຂະໜາດໃຫຍ່ ແລະ ຮອບດ້ານທີ່ສຸດ ຂອງ ອິນໂດເນເຊຍ. ນີ້ກໍແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງລັດຖະບານ ອິນໂດເນເຊຍ ໃນການທ້ອນໂຮມ ແລະ ເກັບຮັກສາມໍລະດົກຂະແໜງຕ່ຳຫູກທໍໄໝຂອງປະເທດຕົນໄວ້./.