ຫວຽດ​ນາມ - ຄູ່​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ແຖວ​ໜ້າ​ຂອງ ກຳ​ປູ​ເຈຍ

(VOVWORLD) -ປີ 2019 ສືບຕໍ່ສ້າງຂີດໝາຍແກ່ການພົວພັນຮ່ວມມືການລົງທຶນ, ການຄ້າ ລະຫວ່າງຫວຽດນາມ - ກໍາປູເຈຍ. ວົງເງິນການຄ້າສອງຝ່າຍປີ 2019 ຄາດວ່າບັນລຸ 5,2 ຕື້ USD ລື່ນກາຍຄາດໝາຍ 5 ຕື້ USD ເຊິ່ງລັດຖະບານ 2 ຝ່າຍ ໄດ້ວາງອອກໃຫ້ແກ່ປີ 2020. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ນອກຈາກບັນດາກຸ່ມບໍລິສັດໃຫຍ່ ທີ່ສວມບົດບາດຕົ້ນຕໍໃນການລົງທຶນຂອງຫວຽດນາມຢູ່ ກຳປູເຈຍ ແລ້ວ, ບັນດາວິສາຫະກິດເອກະຊົນ ຫວຽດນາມ ກໍ່ໄດ້ ແລະ ກຳລັງເປີດກວ້າງການລົງທຶນຢູ່ຕະຫຼາດແຫ່ງນີ້. ນີ້ແມ່ນສັນຍາທີ່ສະແດງໃຫ້ເຫັນວ່າ ແງ່ຫວັງອັນດີງາມໃນການແລກປ່ຽນການຄ້າສອງຝ່າຍໃນໄລຍະຈະມາເຖິງ.
ຫວຽດ​ນາມ - ຄູ່​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ແຖວ​ໜ້າ​ຂອງ ກຳ​ປູ​ເຈຍ - ảnh 1ທ່ານ ຫວູກວາງມິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມແຫ່ງ ສສ.ຫວຽດນາມ ປະຈຳ ກຳປູເຈຍ  

ໂດຍແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ໄລຍະຜ່ານມາ, ທ້ອງຖິ່ນແຫ່ງຕ່າງໆຢູ່ເຂດຕາເວັນອອກສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້ ຂອງຫວຽດນາມ ແລະ ກຳປູເຈຍ ໄດ້ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ປະກອບສ່ວນສ້າງກຳລັງໜູນພັດທະນາເຂດເສດຖະກິດຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ສ້າງເງື່ອນໄຂໃຫ້ສິນຄ້າ, ວິສາຫະກິດຂອງທັງເຂດ ແລະ ນະຄອນໂຮ່ຈີມິນ ສຳຜັດກັບຕະຫຼາດ ກໍາປູເຈຍ ແລະ ບັນດາປະເທດ ອາຊຽນ.

        ທ້າຍເດືອນພຶດສະພາ 2019, ສັນຍາວ່າດ້ວຍການຂົນສົ່ງທາງບົກລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ມີຜົນສັກສິດ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມເຕີມຂໍ້ກຳນົດອະນຸຍາດໃຫ້ບັນດາລົດລາງພາຫະນະຂົນສົ່ງເຂົ້າອອກດິນແດນຂອງກັນ ຜ່ານບັນດາຄູ່ດ່ານຊາຍແດນສາກົນ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ພາຫະນະຂົນສົ່ງໄປມາໄດ້ຢ່າງສະດວກ, ວ່ອງໄວກວ່າ. ທ່ານ ຟານແທັງຕວ໊ນ, ເຈົ້າຂອງຮາກຖານຜະລິດນ້ຳກ້ອນ ເຕິນບຽນ, ຢູ່ຕາແສງເຕິນໂຮະເກີ, ເມືອງເຕິນຮົ່ງ, ແຂວງດົ່ງທາບຂອງຫວຽດນາມ ໃຫ້ຮູ້ວ່າ:

        “ເມື່ອລົດລາງພາຫະນະໄປມາສະດວກນັ້ນ ການແລກປ່ຽນຄ້າຂາຍສິນຄ້າກໍຈະສະດວກວ່າຫຼາຍເທົ່າ. ສິນຄ້າໄດ້ຂົນສົ່ງໄປໂດຍກົງເລີຍ ໂດຍບໍ່ຕ້ອງປ່ຽນລົດຢູ່ຊາຍແດນອີກແລ້ວ. ເມື່ອກ່ອນນີ້ແມ່ນລຳບາກຫຼາຍ, ເສຍເວລາ ແລະ ເສຍກຳລັງເຫື່ອແຮງຫຼາຍ”.

        ໃນສະພາບການລວມ, ການພົວພັນຮ່ວມມືການລົງທຶນ, ການຄ້າລະຫວ່າງ 2 ປະເທດໃນປີ 2019 ແມ່ນມີການພັດທະນາຢ່າງບໍ່ຢຸດຢັ້ງ. ດ້ວຍກວ່າ 200 ໂຄງການ ພ້ອມກັບຍອດເງິນຈົດທະບຽນລົງທຶນທັງໝົດບັນລຸກວ່າ 3 ຕື້ USD, ຫວຽດນາມ ກາຍເປັນ 1 ໃນ 5 ພື້ນຖານເສດຖະກິດມີເງິນລົງທຶນໂດຍກົງຕ່າງປະເທດ (FDI) ຫຼາຍທີ່ສຸດ ຢູ່ ກຳປູເຈຍ. ຄາດວ່າ ປີ 2019, ວົງເງິນການຄ້າສອງຝ່າຍຈະບັນລຸ 5,2 ຕື້ USD, ລື່ນກາຍຄາດໝາຍທີ່ໄດ້ວາງອອ.

        ທ່ານ ຫງວຽນເຟືອງລາມ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສາຂາ ເກີນເທີ ໃຫ້ຮູ້ວ່າຫວຽດນາມ ມີທ່າໄດ້ປຽບໃນການພັດທະນາຫຼາຍຢ່າງ, ເພາະສະນັ້ນ ຕ້ອງເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊຽນ. ໄລຍະທຳອິດ ແມ່ນບັນດາວິສາຫະກິດໃຫຍ່ຂອງຫວຽດນາມໃນຂົງເຂດການເງິນ - ທະນາຄານ, ຢາງພາລາ, ໂທລະຄົມມະນາຄົມ, ການປຸງແຕ່ງ... ລົງທຶນເຂົ້າຕະຫຼາດກຳປູເຈຍ. ຫຼັງຈາກນັ້ນ ແມ່ນຍູ້ແຮງການຮ່ວມມືດ້ານການຄ້າກຸ່ມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງສອງປະເທດ. ພິເສດ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດກະສິກຳໃຫຍ່ທີ່ສຸດຂອງຫວຽດນາມ, ເຊິ່ງຕິດກັບຊາຍແດນ ກຳປູເຈຍ, ມີພົນລະເມືອງ ແລະ ເງື່ອນໄຂທຳມະຊາດທີ່ຄ້າຍຄືກັນ ຈະແມ່ນບ່ອນທີ່ມີເງື່ອນໄຂສະດວກທີ່ສຸດ ເພື່ອຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ທ່ານ ຫງວຽນເຟືອງລາມ ໃຫ້ຂໍ້ສັງເກດວ່າ:

        “ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ກຳປູເຈຍ ຈະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດ ແລະ ສ້າງກະແສຟອງໃໝ່. ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈະສືບຕໍ່ມານະພະຍາຍາມປະຕິບັດບັນດາໜ້າທີ່ສຳຄັນນີ້ ເພື່ອເພີ່ມທະວີການຮ່ວມມື ແລະ ພັດທະນາເສດຖະກິດລະຫວ່າງຫວຽດນາມ ກັບບັນດາປະເທດ ອາຊຽນ ເວົ້າລວມ ແລະ ກຳປູເຈຍ ເວົ້າສະເພາະ. ພິເສດ, ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດກະສິກໍາໃຫຍ່ທີ່ສຸດຂອງຫວຽດນາມ ເຊິ່ງໄດ້ຮັບຖືວ່າ ແມ່ນບ່ອນມີເງື່ອນໄຂສະດວກທີ່ສຸດເພື່ອຮ່ວມມື”.

        ທ່ານ ຫວູກວາງມິງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມແຫ່ງ ສສ.ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ ລັດຖະບານ ກຳປູເຈຍ ພວມສ້າງເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດຫວຽດນາມ ມາລົງທຶນ, ໃນນັ້ນ ມີບັນດາຂົງເຂດຄືກະສິກຳ, ການທ່ອງທ່ຽວ, ການຂົນສົ່ງ ແລະ logistics, ກໍສ້າງ ແລະ ວັດສະດຸກໍ່ສ້າງ, ການສຶກສາ ແລະ ບຳລຸງສ້າງດ້ານເຕັກນິກວິຊາຊີບ... ທ່ານກ່າວວ່າ:

        “ສະພາບການມີຄວາມສະດວກກວ່າເກົ່າຫຼາຍ, ເຊິ່ງໄດ້ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມດຳເນີນທຸລະກິດຢູ່ທີ່ນີ້. 10 ປີຜ່ານໄປ, ມີກະແສຟອງທີ 2 ລົງທຶນຢ່າງແຮງຢູ່ທີ່ນີ້. ປັດຈຸບັນ ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ພວກເຮົາສືບຕໍ່ມີກະແສຟອງການລົງທຶນດຳເນີນທຸລະກິດຢູ່ກຳປູເຈຍ ຄັ້ງທີ 2, ນັບແຕ່ການກໍ່ສ້າງ, ພື້ນຖານໂຄງລ່າງ ຕະຫຼອດຮອດສະບຽງອາຫານ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech decho Hunsen ປະກາດວ່າ  ຮຽກຮ້ອງໃຫ້ເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ; ພິເສດແມ່ນເຫັນດີເປັນເອກະພາບຄົ້ນຄວ້າ, ກະກຽມໃຫ້ແກ່ການສ້າງຕັ້ງບັນດາເຂດເສດຖະກິດພິເສດທີ່ສະຫງວນສະເພາະໃຫ້ແກ່ວິສາຫະກິດຫວຽດນາມ.”

        ປັດຈຸບັນ, ມີຫຼາຍກາລະໂອກາດເພື່ອໃຫ້ວິສາຫະກິດສອງປະເທດຮ່ວມມື ແລະ ປະກອບສ່ວນໃຫ້ແກ່ພັດທະນາເສດຖະກິດຂອງຫວຽດນາມ ແລະ ກຳປູເຈຍໃນປີ 2020 ແລະ ຊຸມປີຕໍ່ໄປ. ສິ່ງດັ່ງກ່າວ ບໍ່ພຽງແຕ່ເສີມຂະຫຍາຍໄດ້ບັນດາກຳລັງຄວາມສາມາດ ແລະ ທ່າໄດ້ປຽບຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງ, ໜູນຊ່ວຍເຊິ່ງກັນແລະກັນ ພ້ອມກັນພັດທະນາອີກດ້ວຍ./

ຕອບກັບ

ຂ່າວ/ບົດ​ອື່ນ