(VOVWORLD) -ບົດຂຽນ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ຂອງ ທ້າວ ອະພິຊິດ ໄດ້ເອົາຊະນະບົດຂຽນ 17 ບົດຂອງນັກສຶກສາຕ່າງປະເທດ ໂດຍຍາດໄດ້ລາງວັນທີ 1 ແລະ ລາງວັນຂວັນໃຈມະຫາຊົນທີ່ສຸດໃນການປະກວດ ປາຍປາກກາ VSL ຄັ້ງທີ 3 ໂດຍ ສະມາຄົມທູດວັດທະນະທໍາ, ພາກວິຊາ ຫວຽດນາມວິທະຍາ ແລະ ພາສາຫວຽດ - ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທໍາມະນຸດຫວຽດນາມ ຈັດຕັ້ງຂຶ້ນເມື່ອທ້າຍເດືອນພຶດສະພາຜ່ານມາ. ບົດຂຽນດັ່ງກ່າວ ມີຈຸດໃດພິເສດ ທີ່ພິຊິດໃຈຄະນະກໍາມະການ ແລະ ຜູ້ຟັງໄດ້? ເມື່ອຫາຄໍາຕອບໃຫ້ແກ່ຄໍາຖາມດັ່ງກ່າວ ຕໍ່ໄປນີ້ ເຊີນທ່ານຕິດຕາມບົດຂຽນຂອງນັກຂ່າວ ມິງງອກ.
ບົດຂຽນ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ຂອງ ທ້າວ ອະພິຊິດ ໄດ້ເອົາຊະນະບົດຂຽນ 17 ບົດຂອງນັກສຶກສາຕ່າງປະເທດ ໂດຍຍາດໄດ້ລາງວັນທີ 1 ໃນການປະກວດ ປາຍປາກກາ VSL ຄັ້ງທີ 3 |
“ເຄີຍມີຄົນພັນລະນາສູ່ຟັງວ່າ ຫວຽດນາມ ແມ່ນປະເທດໜຶ່ງທີ່ສວຍງາມ ແລະ ມີສະເໜີ ໂດຍໄດ້ສະແດງອອກຜ່ານຊຸດເສື້ອຍາວ ແລະ ກຸບທີ່ລຽບງ່າຍ.... ແລະ ຫວຽດນາມ ມີຫຼາກຫຼາຍສີສັນ, ແຕ່ຟັງໄປແລ້ວ, ໃນຫົວຂອງຂ້າພະເຈົ້າປະກົດແຕ່ສອງຄໍາ “ຖ້າຫາກວ່າ...” ຖ້າຫາກວ່າ ຂ້າພະເຈົ້າສາມາດເຫັນ ແລະ ຊົມບັນດາຄວາມງາມເຫຼົ່ານັ້ນກັບຕາ”.
ທີ່ທ່ານຫາກໍຮັບຟັງຜ່ານໄປນ້ັນ ແມ່ນວັກໜຶ່ງໃນພາກທໍາອິດຂອງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ໂດຍຜູ້ຂຽນ ອະພິຊິດ ມິ່ງວົງທໍາ ຂຶ້ນອ່ານ. ບໍ່ມີເທົ່າໃດຄົນທີ່ຄິດວ່າ ຜູ້ຂຽນບົດດັ່ງກ່າວທີ່ໃຊ້ຄໍາສັບແບບກະທັດຮັດແຕ່ມີຄວາມໝາຍ, ຈະແຈ້ງລ່ຽນໄຫຼ ນີ້ ແມ່ນຊາວຕ່າງປະເທດ ແລະ ພິເສດ ລາວພັດເປັນຄົນພິການທາງສາຍຕານໍາອີກ. ບົດຂຽນຂອງອະພິຊິດມີຄວາມຍາວທັງໝົດ 17 ໜ້າ ໄດ້ແບ່ງເປັນ 3 ພາກ, ລວມມີ: “ບຸນວາດສະໜາທີ່ມີຕໍ່ພາສາຫວຽດ”, “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ແລະ “ຄວາມປະທັບໃຈຕໍ່ວັດທະນະທໍາຫວຽດນາມ”. ອະພິຊິດ ໄດ້ເລືອກຫົວຂໍ້ໃຫ້ບົດຂຽນຂອງຕົນແມ່ນ “ຫວຽດນາມ ໃນສາຍໃຈຂອງຄົນຕາບອດຄືຂ້າພະເຈົ້າ” ເພາະວ່າ ເຖິງວ່າບໍ່ເຫັນແຈ້ງກໍຕາມ ແຕ່ຜ່ານບົດຂຽນນີ້ ລາວຢາກແບ່ງປັນຄວາມຮູ້ສຶກ, ຄວາມເຂົ້າໃຈຂອງຕົນກ່ຽວກັບ ຫວຽດນາມ - ເຊິ່ງເປັນປະເທດທີ່ ລາວ ມີຄວາມຮັກມາແຕ່ດົນນານແລ້ວ. ອະພິຊິດ ສະຫງວນໝົດພາກທຳອິດຂອງບົດຂຽນ ເພື່ອເລົ່າຄືນກ່ຽວກັບວາດສະໜາທີ່ລາວໄດ້ຮູ້ຈັກເຖິງຫວຽດນາມ ແລະ ວິວັດທະນາການຮຽນພາສາຫວຽດ ຂອງຕົນ.
“ຂ້າພະເຈົ້າ ເລີ່ມຊອກຮູ້ກ່ຽວກັບຫວຽດນາມ ນັບແຕ່ເມື່ອອາຍຸຫາກໍໄດ້ 6 ປີ. ມີເທື່ອໜຶ່ງ ບັງເອີນຂ້າພະເຈົ້າໄດ້ຟັງລາຍການທາງວິທະຍຸຂອງວິທະຍຸກະຈາຍສຽງຫວຽດນາມ. ນັ້ນ ກໍເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ຟັງທໍານອງຂອງພາສາຫວຽດ ແລະ ຮູ້ສຶກມັກພາສາຫວຽດຫຼາຍ. ເມື່ອເລີ່ມຮຽນພາສາຫວຽດ, ຂ້າພະເຈົ້າກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຄື ບໍ່ມີຕຳລາຕົວໜັງສືນູນ ຫຼື ຮອດມື້ເສັງແລ້ວ ແຕ່ຂ້າພະເຈົ້າພິມພາສາຫວຽດ ບໍ່ເປັນ ຕ້ອງຫາໝູ່ຄົນຫວຽດພິມຊ່ວຍ”
ຍ້ອນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຜູ້ຂຽນນັ້ນ ໄດ້ເຮັດໃຫ້ຜູ້ອ່ານຫຼາຍຄົນມີຄວາມນິຍົມນັບຖື, ຕ້າຕວ໊ນກໍແມ່ນໜຶ່ງໃນຈຳນວນບັນດາຜູ້ອ່ານດັ່ງກ່າວ.
“ຜ່ານບົດຂຽນນີ້, ຂ້າພະເຈົ້າສາມາດເຫັນໄດ້ເຖິງເຈດຈຳນົງ ແລະ ມານະຈິດຂອງຜູ້ຂຽນ. ນີ້ກໍແມ່ນແຫຼ່ງກຳລັງໃຈ ເພື່ອໃຫ້ຂ້າພະເຈົ້າປັບປຸງຄວາມເຊື່ອໝັ້ນໃນການດໍາລົງຊີວິດ. ເຈດຈຳນົງອັນແຮງກ້າ, ຄວາມເຊື່ອໝັ້ນ ແລະ ມີແນວຄວາມຄິດທີ່ຕັ້ງໜ້າ ຈະຊ່ວຍໃຫ້ຕົນຜ່ານຜ່າໄດ້ທຸກສິ່ງທຸກຢ່າງ ທີ່ຕົນຄິດວ່າບໍ່ສາມາດຜ່ານຜ່າໄດ້. ອະພິຊິດເອງ ກໍ່ແມ່ນຄົນແນວນັ້ນ.”
“ຄົນຫວຽດນາມ ທີ່ຂ້າພະເຈົ້າຮູ້ຈັກ ລ້ວນແຕ່ເປັນຜູ້ຄົນທີ່ມີຄວາມເມດຕາກະລຸນາ ແລະ ຊ່ວຍເຫຼືອຂ້າພະເຈົ້າຢ່າງສຸດຈິດສຸດໃຈ. ໃນຄວາມຄິດຂອງຂ້າພະເຈົ້າ, ປະຊາຊົນຫວຽດນາມ ທັງຮັກແພງແຂກຄົນ, ທັງໃຈດີ ແລະ ໃກ້ຊິດສະໜິດສະໜົມ. ເມື່ອຕອນຫາກໍມາຫວຽດນາມໃໝ່ໆ, ຂ້າພະເຈົ້າບໍ່ຮູ້ຈັກຫຍັງເລີຍ, ແປກທີ່ແປກທາງ ແລະ ກໍ່ບໍ່ມີພີ່ມີນ້ອງ ແຕ່ໝູ່ຄົນຫວຽດ ເຊິ່ງເປັນຜູ້ຄົນທີ່ຂ້າພະເຈົ້າຮູ້ຈັກຜ່ານສື່ສັງຄົມອອນລາຍຕ່າງໆນັ້ນ ໄດ້ສະຫຼະເວລາອັນມີຄ່າຂອງຕົນເພື່ອຊ່ວຍເຫຼືອຂ້າພະເຈົ້າ ບໍ່ວ່າຈະເປັນການໄປຮັບໄປສົ່ງ, ໄປຕະຫຼາດຕະລີ ຕະຫຼອດຮອດການກິນການຢູ່ ພ້ອມທັງ ພາຂ້າພະເຈົ້າໄປທ່ອງທ່ຽວທົ່ວປະເທດຫວຽດນາມ ແລະ ສ້າງສະພາບແວດລ້ອມໃຫ້ຂ້າພະເຈົ້າໄດ້ເວົ້າພາສາຫວຽດອີກດ້ວຍ”.
ບົດຂຽນ “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ຂອງອ້າຍບ່າວໄທພິການຕາ |
ສຳລັບ ອະພິຊິດ ແລ້ວ, ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດທີ່ມີອາຫານການກິນຫຼາຍເຍື່ອງທີ່ແຊບນົວ, ຈັບໃຈເທົ່ານັ້ນ ຫາກຊາວຫວຽດນາມຍັງມີຄວາມສະໜິດສະໜົມ ແລະ ໃຈດີອີກດ້ວຍ. ໝູ່ຊາວຫວຽດນາມ ແມ່ນບຸກຄົນທີ່ໄດ້ຮຽງບ່າຮຽງໄຫຼ່ ແລະ ຢູ່ຄຽງຂ້າງຂ້າພະເຈົ້າໃນຊຸມວັນທຳອິດທີ່ຮຽນພາສາຫວຽດ. ອາດເວົ້າໄດ້ວ່າ, ຈິດໃຈອັນອົບອຸ່ນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄົນຫວຽດນັ້ນ ໄດ້ຊ່ວຍໃຫ້ອະພິຊິດຜ່ານຜ່າຄວາມຫຍຸ້ງຍາກໃນການຮ່ຳຮຽນ ແລະ ການດຳລົງຊີວິດປະຈຳວັນ ຈຶ່ງບັນລຸຜົນສຳເລັດຄືໃນວັນນີ້.
“ຄຳສຸພາສິດຂອງຫວຽດນາມ ຕິດພັນກັບຊີວິດປະຈຳວັນ. ຕອນທຳອິດ ຂ້າພະເຈົ້າຮູ້ສຶກມ່ວນ ແຕ່ເມື່ອດຳລົງຊີວິດຢູ່ຫວຽດນາມແລ້ວ ຈຶ່ງເຫັນວ່າ ມີຄຳສຸພາສິດຫຼາຍຄຳ ເຊິ່ງບັນດາບັນພະບຸລຸດໄດ້ກ່າວໄວ້ໃຫ້ນັ້ນ ແມ່ນຖືກຕ້ອງທີ່ສຸດ. ຕົວຢ່າງຄື “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”...”.
ຜ່ານບົດຂຽນບໍ່ພຽງແຕ່ສະແດງໃຫ້ເຫັນວ່າ ອະພິຊິດ ແມ່ນຄົນມີລະດັບຄວາມຮູ້ ແລະ ເຂົ້າໃຈກ່ຽວກັບວັດທະນະທຳ, ຮີດຄອງປະເພນີ... ຂອງຫວຽດນາມ ຢ່າງເລິກເຊິ່ງກວ້າງຂວາງເທົ່ານັ້ນ, ຫາກການໃຊ້ພາສາ, ຄຳສຸພາສິດຢ່າງຊັດເຈນໃນພາກທີ 3 “ຄວາມປະທັບໃຈຕໍ່ວັດທະນະທຳຫວຽດນາມ” - ພາກສຸດທ້າຍຂອງບົດຂຽນ ຍິ່ງສ້າງຄວາມປະທັບໃຈຕໍ່ຜູ້ອ່ານກວ່າອີກ.
“ອາຈານເຄີຍເລົ່າສູ່ຟັງວ່າ ເວລາກິນປາ ຜູ້ເປັນລູກເປັນຫຼານຕ້ອງສະຫງວນຫົວໃຫ້ຜູ້ ໃຫຍ່ ນັ້ນເຂົາເອີ້ນວ່າ ເຄົາລົບຜູ້ໃຫຍ່. ຂ້າພະເຈົ້າເຫັນແປກ ແຕ່ກໍໜ້າຈັບໃຈ ສະນັ້ນ ເມື່ອມີໂອກາດກິນເຂົ້ານໍາຜູ້ໃຫຍ່ ຂ້າພະເຈົ້າກໍບໍ່ກິນຫົວປາອີກເລີຍ. ອາຫານການກິນຂອງຫວຽດນາມ ກໍພິເສດຫຼາຍ. ເພິ່ນໃສ່ເຄື່ອງປຸງທຳມະດາ ແຕ່ພັດສ້າງເປັນລົດຊາດພິເສດ, ແຊບນົວ. ມີອາຫານສອງເຍື່ອງທີ່ຂ້າພະເຈົ້າມັກຫຼາຍ ນັ້ນແມ່ນເຂົ້າປຸ້ນຊີ້ນປີ້ງ ແລະ ບັນກວ້ນ”.
ທ່ານນາງ ຫງວຽນຫວຽດເຮືອງ - ອາຈານສອນພາກວິຊາຫວຽດນາມວິທະຍາ ແລະ ພາສາຫວຽດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນໜຶ່ງໃນຄະນະກຳມະການ ແລະ ຜູ້ອ່ານ ເລເຢືອງ ໃຫ້ຮູ້ວ່າ:
“ໄວຍາກອນພາສາຫວຽດ ຂອງ ອ້າຍອະພິຊິດ ແມ່ນ ຊັດເຈນທີ່ສຸດ. ນີ້ແມ່ນບົດຂຽນມີຄວາມຍາວພໍສົມຄວນເມື່ອທຽບໃສ່ບັນດາບົດຂຽນທີ່ເຂົ້າຮ່ວມການແຂ່ງຂັນ. ໃນບົດຂຽນຂອງ ອະພິຊິດ ມີຫຼາຍຕອນລາວຂຽນມ່ວນກວ່າຄົນຫວຽດຂຽນຊ້ຳ. ແຕ່ລະປະໂຫຍກລ້ວນແຕ່ມີຄວາມຮູ້ສຶກຂອງຜູ້ຂຽນສະຫງວນໃຫ້ແກ່ຫວຽດນາມ ແລະ ມານະຈິດບືນຕົວຂຶ້ນຢ່າງແຮງກ້າຂອງລາວ”.
“ຂ້າພະເຈົ້າມີຄວາມນິຍົມນັບຖືຄວາມສາມາດໃນການຂຽນຂອງອະພິຊິດ. ບົດຂຽນນີ້ເລິກເຊິ່ງຫຼາຍ, ລາວໃຊ້ຄຳກອນ, ຄຳສຸພາສິດໄດ້ຢ່າງຖືກຕ້ອງ ແລະ ຊັດເຈນຫຼາຍ. ບາງເທື່ອຄົນຫວຽດເອງ ບໍ່ຂຽນມ່ວນຄືລາວຊ້ຳ”.
ອະພິຈິດແບ່ງປັນວ່າ ສາເຫດທີ່ລາວເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ແມ່ນຢາກສະແດງຄວາມຮູ້ສຶກ, ຄວາມຮັກຂອງຕົນທີ່ມີຕໍ່ປະເທດຫວຽດນາມ ແລະ ຢາກສົ່ງສານໄປໃຫ້ທຸກຄົນວ່າ “ຢ່າທໍ້ຖອຍໃຈເມື່ອປະສົບກັບຄວາມຫຍຸ້ງຍາກ”. ແລະ ຫວັງວ່າ ຈະປະກອບສ່ວນເລັກໆນ້ອຍໆຂອງຕົນ ເພື່ອກາຍເປັນ ທູດ ເປັນຂົວຕໍ່ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ໄທ.