ຫວຽດນາມກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ2ຂອງຈີນໃນພາກພື້ນອາຊຽນ

ຫວຽດນາມກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ2ຂອງຈີນໃນພາກພື້ນອາຊຽນ  - ảnh 1

(vovworld)-​ ​ວັນ​ທີ 30/1, ສະ​ພາ​ວິ​ສາ​ຫະ​ກິດ​ຈີນ -ອາ​ຊຽນ ປະ​ກາດ​ບົດ​ລາຍ​ງານ​ໄຕ​ມາດ​ທີ 4/2014 ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ ອາ​ຊຽນ -ຈີນ ແລະ ບັນ​ຊີ​ລາຍ​ຊື່​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ​ຂອງ ອາ​ຊຽນ -ຈີນ ຄັ້ງ​ທີ 7. ບົດ​ລາຍ​ງານ​ໄດ້​ໄຈ້​ແຍກ​ສະ​ພາບ​ການ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ຈີນ​ໃນ​ໄຕ​ມາດ​ທີ 4/2014, ທົບ​ທວນ​ຄືນ​ບັນ​ດາ​ໝາກ​ຜົນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ອາ​ຊຽນ - ຈີນ ໃນ​ປີ​ຜ່ານ​ມາ ແລະ ແງ່​ຫວັງ​ການ​ພັດ​ທະ​ນາ​ປີ 2015. ປີ 2014, ວົງ​ເງິນ​ການ​ຄ້າ ຈີນ -ອາ​ຊຽນ ກວມກວ່າ 11% ຍອດ​ວົງ​ເງິນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີນ ແລະ ເພີ່ມ​ຂຶ້ນ 10,6% ເມື່ອ​ທຽບ​ໃສ່​ປີ 2013. ລະ​ດັບ​ເຕີບ​ໂຕ​ຂອງວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 8,3%. ເປັນ​ຫນ້າ​ສົນ​ໃຈ ຫວຽດ​ນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ຈີນ ໃນ​ພາກ​ພື້ນ ອາ​ຊຽນ, ຖັດ​ມາ​ແມ່ນ ມາ​ເລ​ເຊຍ. ຄາດ​ວ່າ ທ້າຍ​ປີ 2015, ສອງ​ຝ່າຍ​ຈະ​ສຳ​ເລັດ​ການ​ເຈ​ລະ​ຈາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ ອາ​ຊຽນ - ຈີນ, ປະ​ຕິ​ບັດ​ແຜນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ RCEP, ປະ​ຕິ​ບັດ​ປີ​ຮ່ວມ​ມື​ທະ​ເລ ອາ​ຊຽນ -ຈີນ ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລກ​ປ່ຽນ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ