ຫ້ອງຮຽນພາສາ​ລາວ ຢູ່ ຮ່​າ​ໂນ້ຍ - ບ່ອນຫຼໍ່ລ້ຽງຄວາມ​ຮັກ​ຂອງ​ໄວໜຸ່ມ ຫວຽດນາມ ຕໍ່​ປະ​ເທດ ລາວ​ລ້ານ​ຊ້າງ

(VOVWORLD) -    ຮູບພາບກ່ຽວກັບປະເທດ ລາວ ທີ່ສວຍສົດງົດງາມ, ວາດຟ້ອນລໍາວົງທີ່ອ່ອນຊ້ອຍ ແລະ ເຍື່ອງຕໍາໝາກຫຸ່ງທີ່ເຜັດຈັດ ໄດ້ເຮັດໃຫ້ບັນດາເພື່ອນໆນັກສຶກສາຢາກໄປຢ້ຽມຢາມປະເທດ ລາວ ກໍຄື ແຜ່ຂະຫຍາຍຄວາມຮັກຂອງໄວໜຸ່ມຫວຽດນາມ ທີ່ມີຕໍ່ປະເທດລ້ານຊ້າງນີ້.

        ເມື່ອປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເປີດກວ້າງການຮ່ວມມືໃນທຸກຂົງເຂດ ເລື່ອງຮຽນບັນດາພາສາທີ່ບໍ່ຄ່ອຍໄດ້ຮັບຄວາມນິຍົມເພີ່ມ ຄື ພາສາ ໄທ ແລະ ພາສາລາວ ນອກຈາກພາສາຫຼັກ ເຊິ່ງບັນດາເພື່ອນໆນັກສຶກສາທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍນັ້ນ ບໍ່ພຽງແຕ່ຊ່ວຍພວກເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະຊາຊົນ, ປະເທດຊາດ ແລະ ວັດທະນະທໍາຂອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກຍັງນໍາມາເຊິ່ງກາລະໂອກາດໃໝ່ຫຼາຍຢ່າງໃນການຫາວຽກເຮັດງານທໍາໃນອະນາຄົດອີກດ້ວຍ. ພາສາ ໄທ ໄດ້ນໍາເຂົ້າລະບົບຫຼັກສູດຄືພາສາຕ່າງປະເທດທີ 2 ຢູ່ໂຮງຮຽນແຫ່ງນີ້ ແຕ່ດົນແລ້ວ (ນັບແຕ່ປີ 2001) ແລະ ຄ່່ອຍໆຢັ້ງຢືນໄດ້ຄວາມດູດດື່ມຂອງຕົນ. ເຖິງວ່າຫາກໍໄດ້ຮັບການສ້າງຕັ້ງກໍ່ຕາມ, ແຕ່ຜ່ານພາກຮຽນທີ 1, ພາສາລາວ ກໍຢັ້ງຢືນໄດ້ບັນດາຈຸດຈັບອົກຈັບໃຈພິເສດຂອງຕົນ ອັນໄດ້ເຮັດໃຫ້ນັກສຶກສາຫວຽດນາມເກີດມີຄວາມຢາກຮູ້ຢາກຮຽນ. ຕໍ່ໄປນີ້, ເຊີນທ່ານຮັບຟັງບົດສາລະຄະດີ ດ້ວຍຫົວຂໍ້: ຫ້ອງຮຽນພາສາລາວ ຢູ່ ຮ່າໂນ້ຍ - ບ່ອນຫຼໍ່ລ້ຽງຄວາມຮັກຂອງໄວໜຸ່ມ ຫວຽດນາມ ທີ່ມີຕໍ່ປະເທດ ລາວ ລ້ານຊ້າງ.

        ນັ້ນແມ່ນບັນຍາກາດກ່ອນທີ່ດໍາເນີນເຫດການໜຶ່ງພິເສດພໍສົມຄວນ, ເຊິ່ງເປັນມື້ທີ່ມອບລາງວັນການເສັງເວົ້າພາສາລາວ ດ້ວຍຫົວຂໍ້ເລືອກເອງ ຜ່ານຮູບແບບຖ່າຍທໍາ ວີດີໂອ ແລະ ກໍແມ່ນວັນໂຮມຊຸມນຸມຂອງທັງ ຄູອາຈານ ແລະ ນັກສຶກສາ ຮຽນວິຊາພາສາຕ່າງປະເທດທີ 2 - ພາສາລາວ - ຊຸດທີ 1 (ສົກຮຽນ 2019 – 2020) ພາຍຫຼັງຊຸມວັນທີ່ບໍ່ໄດ້ພົບກັນຍ້ອນປະຕິບັດການແຍກຫ່າງໃນສັງຄົມ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. ດ້ວຍຄວາມກະຕືລືລົ້ນທີ່ຈະໄດ້ຮັບລາງວັນ ແລະ ໄດ້ພົບປະໝູ່ຄູ, ສະນັ້ນ, ເຂົາເຈົ້າໄດ້ມາແຕ່ເຊົ້າ ແລ້ວເປີດເຜີຍເຫດຜົນທີ່ເລືອກຮຽນພາສາລາວສູ່ກັນຟັງ ດ້ວຍຄວາມເບີດບານມ່ວນຊື່ນ. ເພື່ອນ ຟຸ່ງທີ່ງອກແອັງ, ກ່າວວ່າ:

ຫ້ອງຮຽນພາສາ​ລາວ ຢູ່ ຮ່​າ​ໂນ້ຍ - ບ່ອນຫຼໍ່ລ້ຽງຄວາມ​ຮັກ​ຂອງ​ໄວໜຸ່ມ ຫວຽດນາມ ຕໍ່​ປະ​ເທດ ລາວ​ລ້ານ​ຊ້າງ - ảnh 1 ເພື່ອນ ຟຸ່ງທີ່ງອກແອັງ ຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ


“ຄວາມຈິງແລ້ວ, ການຮຽນພາສາລາວສໍາລັບນ້ອງຄືດັ່ງບຸນຫວາດສະໜາ. ທໍາອິດນ້ອງກໍ່ບໍ່ໄດ້ເລືອກຮຽນພາສາ ລາວ ດອກ. ນ້ອງເລືອກຮຽນພາສາ ສ.ເກົາຫຼີ ແຕ່ລົງທະບຽນບໍ່ໄດ້. ບັງເອີນ ມີເພື່ອນຄົນໜຶ່ງທີ່ເປັນຫົວໜ້າຫ້ອງ ໄດ້ແນະນໍາໃຫ້ນ້ອງໄປຮຽນພາສາລາວ. ກ່ອນໜ້ານັ້ນ, ນ້ອງກໍໄດ້ຊອກຮູ້ມາໜ້ອຍໜຶ່ງແລ້ວ, ນ້ອງເຫັນວ່າພາສາ ລາວ ຍາກພໍສົມຄວນ, ດັ່ງນັ້ນ ມັນຍິ່ງເຮັດໃຫ້ນ້ອງຢາກຮູ້ ແລະ ຢາກຮຽນ”.

        ບໍ່ວ່າຈະເລືອກຮຽນພາສາ ລາວ ຍ້ອນສາຍເຫດໃດກໍຕາມ, ແຕ່ພວກເພື່ອນຮຽນກໍ່ໄດ້ດີ ແລະ ບັນລຸໄດ້ໝາກຜົນສ່ວນໃດສ່ວນໜຶ່ງ. ພິເສດ, ພາຍຫຼັງຊຸດຮຽນ, ພວກເພື່ອນລ້ວນແຕ່ໃຫ້ການຕອບຮັບວ່າ ພາສາລາວຄັກຫຼາຍ ແລະ ບໍ່ຍາກ.

        “ທໍາອິດນ້ອງເຫັນວ່າ ເອົາ! ເປັນຫຍັງຕົວໜັງສືມັນເງາະໆແງະໆຄືແນວນີ້ ຊິຂຽນໄດ້ຈັ່ງໃດ? ແຕ່ພາຍຫຼັງທີ່ໄດ້ຮັບການສິດສອນຈາກອາຈານສອນເທື່ອລະເລັກເທື່ອລະນ້ອຍຄືກັບເດັກ ປ1 ນັບແຕ່ການຝຶກອ່ານ, ຝຶກຂຽນ, ຝຶກເວົ້າ ແລະ ຝຶກຟັງ ແລ້ວພາສາລາວ ຄ່ອຍໆໄດ້ປະກົດຂຶ້ນໃນຈິດສໍານຶກຂອງນ້ອງ ແລະ ນ້ອງເຫັນວ່າ ມັນງ່າຍຂຶ້ນກວ່າເກົ່າ. ເຮົາພຽງແຕ່ໃຊ້ເວລາ ແລະ ກໍາລັງ ແມ່ນບໍ່ມີຫຍັງທີ່ເຮັດບໍ່ໄດ້, ຄືດັ່ງຄໍາເວົ້າ ທີ່ປະທານໂຮ່ຈີມິນ ເຄີຍກ່າວໄວ້ວ່າ: “ບໍ່ມີຫຍັງຍາກ, ຢ້ານແຕ່ໃຈບໍ່ແຂງ, ຖ້າຕັດສິດໃຈເຮັດແລ້ວ ຂຸດພູຖົ່ມທະເລກໍ່ໄດ້”. ມາຮອດປັດຈຸບັນ, ນ້ອງສາມາດທັກທາຍເປັນພາສາລາວໄດ້ໂດຍພື້ນຖານ ແລະ ພາຍຫຼັງຊຸດຮຽນນີ້, ນ້ອງໝັ້ນໃຈວ່າ ໄປທ່ອງ ລາວ ຈະບໍ່ມີຮົ້ວກີດຂວາງກ່ຽວກັບດ້ານພາສາອີກແລ້ວ”.

        “ພາສາລາວ ແມ່ນພາສາທີ່ໃໝ່ສໍາລັບນ້ອງ ແລະ ຄືກັນກັບໃບເຈ້ຍຂາວ ສະນັ້ນ ເມື່ອຮຽນແລ້ວຈື່ໄດ້ໄວ. ຄວາມຈິງແລ້ວ, ນ້ອງເຫັນພາສາລາວ ບໍ່ຍາກ ນັບທັງການຂຽນ ແລະ ການອ່ານ, ແຕ່ເຮົາຕ້ອງດຸໝັ່ນຮຽນຄໍາສັບໃໝ່”.

        ນັ້ນແມ່ນບົດເຂົ້າຮ່ວມການເສັງຂອງ ເພື່ອນ ຟຸ່ງທິງອກແອັ໊ງ, ຜູ້ຍາດໄດ້ລາງວັນທີ 1 ໃນການເສັງເວົ້າພາສາລາວ ຜ່ານຮູບແບບຖ່າຍທໍາ ວີດີໂອ. ເຖິງວ່າແມ່ນການເສັງນ້ອຍ ເພື່ອແທນໃຫ້ບົດກວດກາທ້າຍພາກຮຽນ ເມື່ອບໍ່ສາມາດມາໂຮງຮຽນໃນໄລຍະເກີດໂລກລະບາດໂຄວິດ - 19, ແຕ່ໝາກຜົນຂອງການເສັງນີ້ ແມ່ນຫຼັກຖານຕົວຈິງທີ່ພິສູດໃຫ້ເຫັນບັນດາຄວາມມານະພະຍາຍາມຂອງພວກເພື່ອນໃນຕະຫຼອດໄລຍະ 8 ເດືອນຜ່ານມາ. ນັກສຶກສາທັງໝົດ 21 ຄົນໃນຫ້ອງ ຕ່າງກໍສາມາດທັກທາຍໄດ້ໂດຍພື້ນຖານ, ອ່ານໄດ້ຂຽນເປັນພໍສົມຄວນ, ສາມາດແນະນໍາກ່ຽວກັບບາງຫົວຂໍ້ອ້ອມຂ້າງໃນຊີວິດປະຈໍາວັນ... 8 ເດືອນ - ຟັງໄປເບິ່ງຄືວ່າແມ່ນໄລຍະເວລາຍາວພໍສົມທຄວນ, ແຕ່ຄວາມຈິງແລ້ວ, ພວກເພື່ອນໄດ້ຮຽນຊົ່ວໂມງໜຶ່ງຕໍ່ອາທິດເທົ່ານັ້ນ. ເພາະສະນັ້ນ, ສໍາລັບ ອາຈານ ພູດພິທັດ ອຸປະເສີດ - ເຊິ່ງເປັນຄູສອນຫຼັກໆຂອງຫ້ອງຮຽນ ຖືວ່າ ດ້ວຍໄລຍະເວລານັ້ນ ແລະ ໝາກຜົນນັ້ນ, ເຖິງວ່າການອອກສຽງຍັງບໍ່ຖືກປານໃດກໍຕາມ ແຕ່ແມ່ນໝາກຜົນທີ່ໜ້າພາກພູມໃຈ.

ຫ້ອງຮຽນພາສາ​ລາວ ຢູ່ ຮ່​າ​ໂນ້ຍ - ບ່ອນຫຼໍ່ລ້ຽງຄວາມ​ຮັກ​ຂອງ​ໄວໜຸ່ມ ຫວຽດນາມ ຕໍ່​ປະ​ເທດ ລາວ​ລ້ານ​ຊ້າງ - ảnh 2ອາຈານ ພ້ອມດ້ວຍເພື່ອນໆນັກສຶກນັກສາ - ຜູ້ທີ່ໄດ້ຮັບລາງວັນໃນການເສັງເວົ້າພາສາລາວ  ຜ່ານຮູບແບບຖ່າຍທໍາ ວີດີໂອ


ນອກຈາກໄດ້ຮຽນກ່ຽວກັບພາສາລາວແລ້ວ, ບັນດາຈຸດພົ້ນເດັ່ນກ່ຽວກັບວັດທະນະທໍາ, ເຄື່ອງນຸ່ງຖື ແລະ ອາຫານການກິນຂອງ ລາວ ກໍໄດ້ສະຫຼັບເຂົ້າໃນຊົ່ວໂມງຮຽນຕ່າງໆ, ອັນໄດ້ຊ່ວຍໃຫ້ພວກເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດລາວລ້ານຊ້າງ. ເພື່ອນ ເລແທັງຮວິ່ງ - ຜູ້ຍາດໄດ້ລາງວັນທີ 3 ຂອງການເສັງດັ່ງກ່າວ ແບ່ງປັນວ່າ:

        “ຜ່ານຊຸດຮຽນພາສາລາວ ແລະ ຜ່ານການແນະນໍາຂອງອາຈານນັ້ນ ນ້ອງໄດ້ມີຄວາມເຂົ້າໃຈຕຶ່ມອີກກ່ຽວກັບວັດທະນະທໍາ ແລະ ພິເສດ, ອາຫານການກິນ ລາວ ແຊບຫຼາຍ. ອາຈານໄດ້ແນະນໍາໃຫ້ພວກນ້ອງຮູ້ຫຼາຍຢ່າງກ່ຽວກັບວັດທະນະທໍາ ແລະ ເຫັນວ່າ ປະເທດລາວ ກໍພັດທະນາຫຼາຍ”.

        ສ່ວນ ເພື່ອນ ເຢືອງທິບິກຮັ່ງ ພັດມີການສັງເກດທີ່ລະອຽດອ່ອນກວ່າ ກ່ຽວກັບປະຊາຊົນລາວ ໂດຍຜ່ານການປຸງແຕ່ງອາຫານ ແລະ ລວດລາຍຕ່າງໆຢູ່ຕີນສິ້ນ.

ຫ້ອງຮຽນພາສາ​ລາວ ຢູ່ ຮ່​າ​ໂນ້ຍ - ບ່ອນຫຼໍ່ລ້ຽງຄວາມ​ຮັກ​ຂອງ​ໄວໜຸ່ມ ຫວຽດນາມ ຕໍ່​ປະ​ເທດ ລາວ​ລ້ານ​ຊ້າງ - ảnh 3 ເພື່ອນ ເຢືອງທິບິກຮັ່ງຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ

“ຜ່ານການປຸງແຕ່ງອາຫານ ແລະ ເຄື່ອງນຸ່ງຖືຂອງເຂົາເຈົ້າ, ນ້ອງເຫັນວ່າ ຄົນລາວ ເປັນຄົນທີ່ລະອຽດລະອໍ, ລະອຽດອ່ອນ ແລະ ຮັກຄວາມງາມ. ແຕ່ລະລວດລາຍທີ່ເລັກໆນ້ອຍໆຢູ່ຕີນສິ້ນກໍໄດ້ທັກແສ່ວຢ່າງລະອຽດລະອໍ, ພິຖີພິຖັນ ແລະ ປະດິດປະດອຍ. ຜ່ານບັນດາລວດລາຍເຫຼົ່ານັ້ນ, ນ້ອງມີຄວາມປະທັບໃຈ ແລະ ນັບຖືເຂົາເຈົ້າທີ່ສຸດ. ນ້ອງກໍຢາກມີຊຸດລາວຊຸດໜຶ່ງ. ນ້ອງເຫັນວ່າ ຄົນລາວເປັນຄົນມີຄວາມເມດຕາປານີ, ອ່ອນໂຍນ ແລະ ເຕັມໄປດ້ວຍຄວາມຮັກແພງ”.

        ຮູບພາບກ່ຽວກັບປະເທດ ລາວ ທີ່ສວຍສົດງົດງາມ, ວາດຟ້ອນລໍາວົງທີ່ອ່ອນຊ້ອຍ ແລະ ເຍື່ອງຕໍາໝາກຫຸ່ງທີ່ເຜັດຈັດ ໄດ້ເຮັດໃຫ້ບັນດາເພື່ອນໆນັກສຶກສາຢາກໄປຢ້ຽມຢາມປະເທດ ລາວ ກໍຄື ແຜ່ຂະຫຍາຍຄວາມຮັກຂອງໄວໜຸ່ມຫວຽດນາມ ທີ່ມີຕໍ່ປະເທດລ້ານຊ້າງນີ້. ເພື່ອນ ຟຸ່ງທິງອັກແອັງ, ແບ່ງປັນຕື່ມອີກວ່າ:

        “ພາຍຫຼັງໄລຍະຮຽນມາເປັນເວລາ 1 ປີ, ນ້ອງເຫັນວ່າ ພາສາລາວ ເປັນໜ້າສົນໃຈຫຼາຍ ແລະ ນ້ອງກໍຢາກໄປຢາມປະເທດລາວ, ຄົ້ນຫາການດໍາລົງຊີວິດຂອງປະຊາຊົນລາວ ເພື່ອມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບປະເທດລາວອ້າຍນ້ອງ. ຈາກນັ້ນ, ນ້ອງຈະສາມາດໂຄສະນາກ່ຽວກັບວັດນະທະທໍາ, ແບ່ງປັນຄວາມຮູ້ຂອງຕົນກ່ຽວກັບປະເທດລາວໃຫ້ທຸກຄົນຮູ້ຕື່ມອີກ, ເຂົ້າໃຈຕື່ມອີກກ່ຽວກັບວັດທະນະທໍາລາວ. ນ້ອງຮູ້ສຶກມີຄວາມພາກພູມໃຈ ເມື່ອຕົນສາມາດຊ່ວຍນ້ອງໆລຸ້ນໜຸ່ມນ້ອຍ ໃຫ້ກໍມີຄວາມມັກຮັກໃນການຮຽນກພາສາລາວຄືກັບນ້ອງ ແລະ ຢາກໃຫ້ພາສາລາວ ພັດທະນາ ແລະ ໄດ້ຮັບຄວາມນິຍົມຊົມຊອບຫຼາຍກວ່ານີ້ອີກ”./.

ຕອບກັບ

ຂ່າວ/ບົດ​ອື່ນ