(VOVWORLD) - ອິນໂດເນເຊຍ ແມ່ນປະເທດທີ່ມີນັບພັນໆເກາະ, ເພາະສະນັ້ນ, ການຄຸ້ມຄອງຂີ້ເຫຍື້ອສິ່ງເສດເຫຼືອຢູ່ທະເລ ພິເສດແມ່ນ ຢາງປລາດສະຕິກເສດເຫຼືອ ພວມກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບລັດຖະບານ ອິນໂດເນເຊຍ ເມື່ອປັດຈຸບັນ, ອິນໂດເນເຊຍ ໄດ້ຮັບການຂະໜານນາມວ່າ ແມ່ນໂຮງງານຜະລິດຂີ້ເຫຍື້ອສິ່ງເສດເຫຼືອໃຫຍ່ອັນດັບທີ 2 ໃນໂລກ ພຽງແຕ່ຖັດຈາກ ຈີນ ເທົ່ານັ້ນ.
ຮູບພາບນັກດຳນ້ຳຄົນໜຶ່ງພວມລອຍໃນທ່າມກາງທະເລທີ່ເຕັມໄປດ້ວຍ ຢາງປລາດສະຕິກເສດເຫຼືອ ຢູ່ ເກາະບາລີ |
ປີ 2018, ໃນສື່ສັງຄົມອອນລາຍໄດ້ປະກົດມີເທບບັນທຶກພາບເທບໜຶ່ງ ທີ່ເຮັດໃຫ້ປະຊາຊົນ ອິນໂດເນເຊຍ ເສົ້າສະຫຼົດໃຈ. ເທບບັນທຶກພາບດັ່ງກ່າວ ໄດ້ພັນລະນາຮູບພາບນັກດຳນ້ຳຄົນໜຶ່ງພວມລອຍໃນທ່າມກາງທະເລທີ່ເຕັມໄປດ້ວຍ ຢາງປລາດສະຕິກເສດເຫຼືອ ຢູ່ ເກາະບາລີ, ເຊິ່ງເປັນສະຖານທີ່ທ່ອງທ່ຽງທີ່ມີຄວາມສວຍສົດງົດງາມ ແລະ ມີຊື່ສຽງຂອງ ອິນໂດເນເຊຍ. ອີກບໍ່ດົນ ກໍປະກົດມີຮູບຖ່າຍປາວານ ທີ່ມີຄວາມຍາວ 10 ແມັດ ຕາຍຢູ່ແຄມທະເລ Sulawesi ໂດຍມີຂີ້ເຫຍື້ອສິ່ງເສດເຫຼືອໃນທ້ອງກວ່າ 6kg. ອິນໂດເນເຊຍ ພວມຢູ່ໃນລະດັບເຕືອນໄພກ່ຽວກັບບັນຫາຢາງປລາດສະຕິກເສດເຫຼືອ ຢູ່ທະເລ.
ປາວານ ທີ່ມີຄວາມຍາວ 10 ແມັດ ຕາຍຢູ່ແຄມທະເລ Sulawesi |
ຕາມຕົວເລກຂອງອົງການສະຖິຕິສູນກາງ ແລະ ສະຫະສະມາຄົມອຸດສາຫະກຳຢາງປລາດສະຕິກ ອິນໂດເນເຊຍ ແລ້ວ, ແຕ່ລະປີ ປະເທດນີ້ໄດ້ຜະລິດສິ່ງເສດເຫຼືອ 64 ໂຕນ, ໃນນັ້ນສິ່ງເສດເຫຼືອ 3,2 ໂຕນ ແມ່ນໄດ້ລອຍປ່ອຍໃຫ້ໄປຕາມແມ່ນໍ້າສາຍຕ່າງໆ ແລ້ວໄຫຼອອກສູ່ທະເລ. ຄວາມຈິງແລ້ວ, ສິ່ງເສດເຫຼືອຢາງປລາດສະຕິກ ອາດຈະໃຊ້ເວລານັບສິບຫາຮ້ອຍປີ ຈິ່ງສາມາດຍ່ອຍລະລາຍໄດ້ ແຕ່ກໍບໍ່ຍ່ອຍລະລາຍໄດ້ຢ່າງສິ້ນເຊີງ ໂດຍຈະເປັນມະນຸມູນປລາດສະຕິກ ອັນໄດ້ເປັນໄພນາບຂູ່ທີ່ຊ້ອນແຝງສໍາລັບລະບົບຊີວະພາບທະເລ ແລະ ສຸຂະພາບຂອງຄົນເຮົາ. ໝາກຜົນການຄົ້ນຄວ້າຂອງມະຫາວິທະຍາໄລ Geogria, ອາເມລິກາໄດ້ຊີ້ໃຫ້ເຫັນວ່າ ມີປະມານ 28% ຈໍານວນປາທີ່ພວມຈໍາໜ່າຍຢູ່ ອິນໂດເນເຊຍ ນັ້ນ ແມ່ນບັນຈຸອະນຸມູນຢາງປລາດສະຕິກ. ທ່ານນາງ Susi Pudjiastuti ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ກ່າວເຕືອນວ່າ:
“ຖ້າຫາກວ່າ ພວກເຮົາສືບຕໍ່ປ່ອຍຢາງປລາດສະຕິກເສດເຫຼືອລົງໄປຢູ່ທະເລນັ້ນ ຮອດປີ 2030, ປະລິມານຢາງປລາດສະຕິກຈະຫຼາຍກວ່າປາ. ຍິ່ງໄປກວ່ານັ້ນ ພວມເຮົາກໍຕ້ອງໃຫ້ຄໍາໝັ້ນສັນຍາກັບໂລກວ່າ ຈະຫຼຸດຜ່ອນປະລິມານຢາງປລາດສະຕິກລົງ 70% ໃນປີ 2025. ຂ້າພະເຈົ້າສະເໜີວ່າ ພວກເຮົາຕ້ອງຈໍາກັດການນໍາໃຊ້ຢາງປລາດສະຕິກໃນຊີວິດປະຈໍາວັນຢ່າງສຸດຂີດ. ແທນທີ່ຈະຜະລິດຢາງປລາດສະຕິກໃຊ້ໄດ້ແຕ່ເທື່ອດຽວນັ້ນ, ຈົ່ງຜະລິດຢາງປລາດສະຕິກທີ່ສາມາດຜະລິດຄືນໃໝ່ ຫຼື ບັນດາຜະລິດຕະພັນທີ່ເຮັດດ້ວຍເຈ້ຍ ຈະດີກວ່າ”.
ປະຊາຊົນ ອິນໂດເນເຊຍ ສ້າງຄວາມຊີນເຄີຍໃນການຖືຖົງ ຫຼື ກະຕ່າຂອງຕົນເມື່ອໄປຊື້ເຄື່ອງ |
ແຜນການດໍາເນີນງານລະດັບຊາດກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອໄລຍະ 2018 – 2025 ກໍໄດ້ຍົກອອກມາ ເພື່ອສະໜອງການກໍານົດທິດຍຸດທະສາດໃຫ້ບັນດາພະນັກງານ, ຂະແໜງການກ່ຽວຂ້ອງ, ສະໜອງບັນດາຂໍ້ມູນຂ່າວສານທາບທາມຄົ້ນຄວ້າໃຫ້ແກ່ວົງຄະນະຍາດ ແລະ ບັນດາບໍລິສັດດໍາເນີນທຸລະກິດ ເພື່ອແນໃສ່ຍູ້ໄວການບໍາບັດສິ່ງເສດເຫຼືອຢູ່ທະເລ. ອໍານາດການປົກຄອງນະຄອນໃຫຍ່ແຫ່ງຕ່າງໆຢູ່ ອິນໂດເນເຊຍ ຄື Surabaya, Banjarmasin, Balikapapan, Bogor ແລະ ພິເສດແມ່ນຢູ່ເກາະ ບາລີ ແມ່ນໄດ້ໝູນໃຊ້ມາດຕະການຕ່າງໆ ເພື່ອຫຼຸດຜ່ອນສິ່ງເສດເຫຼືອຢາງປລາດສະຕິກ, ການອອກຄໍາສັ່ງຫ້າມນໍາໃຊ້ເຄື່ອງປລາດສະຕິກທີ່ໃຊ້ໄດ້ແຕ່ເທື່ອດຽວ ກໍແມ່ນໜຶ່ງໃນບັນດາມາດຕະການດັ່ງກ່າວ. ແທນທີ່ນັ້ນ, ເຂົາເຈົ້ານໍາໃຊ້ບັນດາຜະລິດຕະພັນທີ່ແບບພື້ນບ້ານຄື ຖົງທີ່ສານດ້ວຍໄມ້ໄຜ່, ທໍ່ດູດໄມ້ໄຜ່ ແລະ ນໍາໃຊ້ໃບຕອງເພື່ອຫໍ່ຂອງກິນ. ໃນລະບົບຫ້າງຮ້ານສັບພະສິນຄ້າ ຫຼືຕະຫຼາດັ້ງເດີມຢູ່ອິນໂດເນເຊຍ, ຖ້າຫາກນໍາໃຊ້ຖົງຢາງຜູ້ຄົນນັ້ນ ຈະຕ້ອງເສຍເງິນ. ທ່ານນາງ Tira Mafira ຜູ້ສ້າງຂະບວນການປາສະຈາກການນໍາໃຊ້ຖົງຢາງນີລົງ ໃຫ້ຮູ້ວ່າ:
“ພວກເຮົາໃຊ້ຖົງຢາງນີລົງ ປະມານ 10 ນາທີ, ຫຼາຍສຸດກໍປະມານ 2 ວັນເທົ່ານັ້ນ ກໍເອົາໄປຖີ້ມແລ້ວ, ແຕ່ຖົງຢາງນີລົງນັ້ນ ສາມາດຄົງຕົວນັບຮ້ອຍປີ. ເວລາຈູດເພື່ອກໍາຈັດມັນ ກໍຈະເປັນຄວັນມີອາຍພິດ. ດັ່ງນັ້ນ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ລັດຖະບານວາງອອກບັນດາຂໍ້ກໍານົດຫຼຸດຜ່ອນການນໍາໃຊ້ຖົງຢາງນີລົງ, ບັນດາຮ້ານຂາຍຍ່ອຍ ຈົ່ງຕັ້ງໜ້າສົ່ງເສີມລູກຄ້າ ບໍ່ນໍ້າໃຊ້ຖົງຢາງນີລົງ ແລະ ສ້າງຄວາມຊີນເຄີຍໃນການຖືຖົງ ຫຼື ກະຕ່າຂອງຕົນທີ່ສາມາດໃຊ້ໄດ້ຫຼາຍເທື່ອເມື່ອໄປຊື້ເຄື່ອງ”.
ໄປຄຽງຄູ່ກັນນັ້ນ, ຍັງມີຂະບວນການຕ່າງໆໄດ້ຮັບການສ້າງຕັ້ງຂຶ້ນຄື: ຂະບວນການ ອິນໂດເນເຊຍ ສະອາດ, ຂະບວນການປອດຖົງຢາງນີລົງ, ຂະບວນການແນະນຳການອະນາໄມທະເລ Nusantara ຫຼືຂະບວນການຊ່າງດຳນ້ຳກະທໍາຄວາມສະອາດ. ທ່ານ Ahni Murdani, ປະຊາຊົນຢູ່ເຂດ ບາລີ ກໍເປັນໜຶ່ງໃນຈຳນວນຜູ້ທີ່ເຂົ້າຮ່ວມບັ້ນອະນາໄມແຄມທະເລໃນຕະຫຼອດ 5 ປີ ຜ່ານມາ, ແບ່ງປັນສູ່ຟັງວ່າ:
“ບັນດາການເຄື່ອນໄຫວຄືແນວນີ້ແມ່ນເປັນປະໂຫຍດທີ່ສຸດ ເພາະວ່າ ພວກເຮົາຄວນເອົາໃສ່ໃຈເຖິງສິ່ງແວດລ້ອມ ແລະ ຮຽກຮ້ອງໃຫ້ປະຊາຊົນທຸກຄົນຮ່ວມແຮງຮ່ວມໃຈກັນ ແລະມີຄວາມຮັບຜິດຊອບໃນການທຳຄວາມສະອາດຕໍ່ຢາງປລາດສະຕິກເສດເຫຼືອ. ຖ້າຫາກວ່າ ພວກເຮົາບໍ່ເລີ່ມປະຕິບັດ ສິ່ງເສດເຫຼືອຈະມີຢູ່ທົ່ວທຸກທີ່ທຸກບ່ອນ”.
ບໍ່ຢູ່ນອກເໜືອບັ້ນເຄື່ອນໄຫວກໍາຈັດສິ່ງເສດເຫຼືອນັ້ນ, ວິສາຫະກິດຂະໜາດໃຫຍ່ແຫ່ງຕ່າງໆຂອງ ອິນໂດເນເຊຍ ກໍມີການເຄື່ອນໄຫວຫຼາຍຢ່າງເພື່ອຫຼຸດຜ່ອນຢາງປລາດສະຕິກເສດເຫຼືອ. ໃນນັ້ນ, ບໍລິສັດ Nestle Indonesia ໄດ້ສົມທົບກັບ ບໍລິສັດ Unilever, Coca – cola, Danone Aqua, Indofood ແລະ Tetra Park ສ້າງຕັ້ງສະຫະພັນເຄື່ອງຫຸ້ມຫໍ່ ແລະ ຜະລິດຄືນໃໝ່ເພື່ອສິ່ງແວດລ້ອມທີ່ຍືນຍົງຢູ່ ອິນໂດເນເຊຍ.
ໂຮງງານຜະລິດລິດພະລັງງານໄຟຟ້າຈາກສິ່ງເສດເຫຼືອ |
ປີ 2019, ອິນໂດເນເຊຍ ໄດ້ຕັດສິນໃຈຈ່າຍ 10 ພັນຕື້ Rupiah ເທົ່າກັບກວ່າ 700 ລ້ານ ໂດລາສະຫະລັດ ໃຫ້ບັນດາທ້ອງຖິ່ນທີ່ມີຜົນງານ ແລະ ເຂັ້ມງວດໃນການຄຸ້ມຄອງ ແລະ ບຳບັດສິ່ງເສດເຫຼືອກາຍເປັນພະລັງງານໄຟຟ້າທີ່ໝູນໃຊ້ເຕັກໂນໂລຢີຂຽວ. ປັດຈຸບັນ, ຢູ່ອິນໂດເນເຊຍ ມີນະຄອນ 12 ແຫ່ງໄດ້ປະຕິບັດສຳເລັດການກໍ່ສ້າງໂຄງງານຜະລິດພະລັງງານໄຟຟ້າຈາກສິ່ງເສດເຫຼືອ. ຄາດວ່າ, ບັນດາໂຮງງານເຫຼົ່ານັ້ນ ຈະເລີ່ມເຄື່ອນໄຫວໃນປີ 2019 – 2022 ດ້ວຍຄາດໝາຍ ສາມາດຜະລິດໄຟຟ້າໄດ້ຢ່າງໜ້ອຍແມ່ນ 234 MW ຈາກສິ່ງເສດເຫຼືອ 16 ພັນໂຕນໃນແຕ່ລະວັນ./.