ອາຊຽນ ແລະ ສເກົາຫລີ ມານະພະຍາຍາມສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ

(vovworld) - ຊອກ​ຫາ​ຍຸດ​ທະ​ສາດ​ເພື່ອຊຸກຍູ້​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ ລະຫວ່າງ ອາ​ຊຽນ ​ແລະ ສ​ເກົາຫລີ” ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫົວ​ຂໍ້​ຕົ້ນຕໍ ຂອງ​ເວທີ​ປາ​ໄສ ສ​ເກົາຫລີ - ອາ​ຊຽນ ຄັ້ງ​ທີ 7 ຊື່​ງດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ໃນ​ທ້າຍ​ເດືອນ 8 ຜ່ານ​ມາ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຕິດ​ພັນ ​ແລະ ​ເຮັດ​ໃຫ້ປະຊາຊົນ​ຫຍັບ​ມໍ່​ເຂົ້າກັນ​ກວ່າ​ໃນ​ອະນາຄົດ.

ເວທີ​ປາ​ໄສການ​ຮ່ວມ​ມື ອາ​ຊຽນ ​ແລະ ສ​ເກົາຫລີ ຄັ້ງ​ທີ 7 ພາຍ​ໃຕ້​ຫົວ​ຂໍ້​ວ່າ “​ໂລກ​ສວຍ​ງາມ​ກວ່າ​ໃນ​ຄວາມ​ຫລາກຫລາຍ​ຮູບ​​ແບບ”, ບັນດາ​ນັກຮຽນ​ຮູ້, ນັກ​ການ​ທູດ, ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ ສ​ເກົາຫລີ ​ແລະ ອາ​ຊຽນ ຖື​ວ່າ: ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ວິວັດທະນາ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ພ້ອມ​ກັນ​ນັ້ນກໍເປັນການ​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​​ເຊື່ອ​ໝັ້ນ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ສ​ເກົາຫລີ ​ແລະ ອາ​ຊຽນ. ດຣ ຫງວຽນ​ຮູ​ຍຮ່ວາງ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໃຫ້​ຮູ້​ວ່າ:

“ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຈາກຜູ້​ແທນ​ຫລາຍ​ທ່ານ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ ອາ​ຊຽນ - ສ​ເກົາຫລີ. ຂ້າພະ​ເຈົ້າ​ຖື​ວ່າ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ ອາ​ຊຽນ ​ແລະ ສ​ເກົາຫລີ ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ໂຄສະນາ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ເວົ້າ​ສະ​ເພາະ ແລະ ອາ​ຊຽນ ​ເວົ້າ​ລວມ​​ອອກສູ່​ປະຊາຊົນ ສ​ເກົາຫລີ ​ແລະ ກົງກັນຂ້າມ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ສ​ເກົາຫລີ ສາມາດ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ.”

ອາຊຽນ ແລະ ສເກົາຫລີ ມານະພະຍາຍາມສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ - ảnh 1
ປະເທດ ສ ເກົາຫລີ
ພາບປະກອບ: internet

​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ອາ​ຊຽນ - ສ​ເກົາຫລີ ສາມາດ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​​ແຂງ​ແຮງ​ກວ່າ​ໃນ​ອະນາຄົດ, ທ່ານ Kim Wongsang ປະທານ​ອົງການ Korea Foundation ​ໄດ້​ສະ​ເຫ​ນີວ່າ: ສອງ​ຝ່າຍ​ຄວນ​ຊຸກຍູ້​​ການ​ພົວພັນ​ແລກປ່ຽນ​ທາງ​ດ້ານ​ວັດ​ທະນະ​ທຳ, ສິລະ​ປະ, ກິລາ, ການ​ສຶກສາບ​ຳລຸງ​ສ້າງ​​ໃຫ້ຫລາຍ​ກວ່າ​ອີກ, ​ສະຫນອງ​ທຶນ​ການສຶກສາ​ໃຫ້​ແກ່​ນັກຮຽນ​ສອງ​ຝ່າຍ, ຈັດ​ຕັ້ງ​ງານ​ຕະຫລາດນັດ​ໂຄສະນາ​ການທ່ອງທ່ຽວ ​ແລະ ສ້າງ​ກອງ​ທຶນ​ວັດທະນະທຳ​ຮ່ວມ ອາ​ຊຽນ - ສ​ເກົາຫລີ. ​ໂດຍ​ມີ​ທັດສະນະ​ເຊັ່ນ​ດຽວ​ກັນ​ກັບ​ປະທານ ອົງການ Korea Foundation, ດຣ Moh Lee ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເຊີ​ອູ​ນ ​ໄດ້​ສະ​ເຫ​ນີວ່າ:

“ພວກ​ເຮົາ​ຄວນ​ເປີດ​ກວ້າງ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ ອາ​ຊຽນ ​ແລະ ສ​ເກົາຫລີ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວາງສະ​ແດງ, ​ໂຄສະນາ​ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຫລາຍ​ກວ່າ. ພວກ​ເຮົາ​ຄວນ​ສ້າງ​ອົງການ​ປະສານ​ງານ, ຄຸ້ມ​ຄອງ​ບໍລິຫານ​ບັນດາ​ການ​ເຄື່ອນ​ໄຫວ​ນັ້ນ. ນອກ​ນັ້ນ ອາ​ຊຽນ ​ແລະ ສ​ເກົາຫລີ ຄວນ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ພົວພັນ​ແລກປ່ຽນ​ສິລະ​ປະວັດ​ທະນະ​ທຳ.”

​ເພື່ອ​ສ້າງ​ເງື່ອນ​ໄຂໃຫ້​ແກ່​ປະຊາຊົນ ສ​ເກົາຫລີ ​ແລະ ອາ​ຊຽນ ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຢ່າງສະດວກ​ກວ່າ, ສາ​ສະ​ດາ​ຈານ, ດຣ Lee Joon Sik ຮອງ​ຜູ້ອຳນວຍການ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເຊີ​ອູນ ມີ​ຄຳ​ເຫັນ​ວ່າ:

“ປະຈຸ​ບັນ ສ​ເກົາຫລີ ​ໄດ້​ມີ​ສັນຍາ​ຍົກ​ເວັ້ນ visa ​ໂດຍກຳນົດ​ເວລາ​ສຳລັບ ອາ​ເມ​ລິ​ກາ, ຍີ່​ປຸ່ນ… ​ໃນ​ຂະນະ​ນັ້ນ ບັນດາ​ປະ​ເທດ​ອາ​ຊຽນ ກໍ​ມີ​ສັນຍາ​ຍົກ​ເວັ້ນ visa ພາຍ​ໃນ​ກຸ່ມ​ແລ້ວ, ​ພວກ​ເຮົາ​ຄວນ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ຍົກ​ເວັ້ນ visa ລະຫວ່າງ​ສອງ​ຝ່າຍ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ອາດ​ຈະ​​ເຊັນສັນຍາ​ກັບ​ອາ​ຊຽນໃນ​ປີ 2015.”

        ຕາມ​ຄຳ​ເຫັນ​ຂອງ​ທ່ານ Rodolfo Severino ຫົວ​ຫນ້າ​ສູນ​ຄົ້ນ​ຄ້ວາ ອາ​ຊຽນ,​ ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ສິງກະ​​ໂປ​ແລ້ວ, ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ການ​ຍົກ​ເວັ້ນ visa ຄວນ​ນຳ​ເອົາມາປຶກສາ​ຫາລື​ສອງ​ຝ່າຍ, ລະຫວ່າງ ສ​ເກົາຫລີ ກັບ​ແຕ່ລະ​ປະ​ເທດ ອາ​ຊຽນ. ຄຳ​ເຫັນ​ນີ້​ຈະ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້ ສ​ເກົາຫລີ ​ແລະ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ສືບ​ຕໍ່​ວາງ​ອອກ​ການ​ກຳນົດ​ທິດ ​ແລະ ບັນດາ​ບາດກ້າວ​ລະອຽດ​ກວ່າ​ໃນ​ອະນາຄົດ.

        ນອກຈາກ​ຫົວ​ຂໍ້ ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ ອາ​ຊຽນ ​ແລະ ສ​ເກົາຫລີ, ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ກໍ​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ອື່ນ​ຄື: ການ​ຮ່ວມ​ມື​ພັດທະນາ ສ​ເກົາຫລີ - ອາ​ຊຽນ, ​ການເຕີບໂຕເສດຖະກິດ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ບັນຫາ​​ອົບ​ພະຍົບ, ​ແຮງ​ງານ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ປອດ​ອາວຸດ​ນິວ​ເຄຼຍ.

        ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ວາງ​ອອກ​ຈຸດໝາຍ​ລວມ, ມຸ່ງໄປເຖິງການສ້າງຄວາມເຊ່ືອໝັ້ນ ແລະ ຄວາມເຂົ້າອົກເຂົ້າໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ ສ​ເກົາຫລີ ​ແລະ ອາ​ຊຽນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຍືນ​ຍົງ, ຍາວ​ນານ ​ແລະ ການພັດທະນາ​ລະຫວ່າງ ອາ​ຊຽນ ​ແລະ ສ​ເກົາຫລີ ​ໃນ​ອະ​ນາ​ຄົດ​ໃຫ້ດີຍິ່ງກວ່າ​ອີກ​.

Trung Cuong

ຂ່າວ/ບົດ​ອື່ນ