ອາລົມຈິດຄວາມຮັກແພງຂອງຊາວຫວຽດນາມທີ່ມີຕໍ່ເພື່ອນຫນຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ

(vovworld)- ລາຍການພັກອາໄສຢູ່ເຮືອນຂອງປະຊາຊົນ (homestay) ແມ່ນຫນຶ່ງໃນບັນດາການເຄື່ອນໄຫວໄດ້ກາຍເປັນຈຸດພົ້ນເດັ່ນໃນຫລາຍປີຜ່ານມາຂອງ ກຳປັ່ນຊາວຫນຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ (SSEAYP). ປີນີ້ ເມື່ອຕ້ອນຮັບກຳປັ່ນ SSEAYP2015 ເມື່ອວັນທີ 17-21/11, ປະຊາຊົນນະຄອນໂຮ່ຈິມີນ ອີກຄັ້ງຫນຶ່ງ ໄດ້ສ້າງຄວາມປະທັບໃຈອັນດີງາມ ແລະ ເລິກເຊິ່ງໃຫ້ແກ່ບັນດາເພື່ອນມິດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນກ່ຽວກັບດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ.
ອາລົມຈິດຄວາມຮັກແພງຂອງຊາວຫວຽດນາມທີ່ມີຕໍ່ເພື່ອນຫນຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ - ảnh 1
ຊາວຫນຸ່ມ ລາວ ເຂົ້າຮ່ວມກຳປັ່ນ ອາຊຽນ -ຍີ່ປຸ່ນ
ພາບ:news.zing.vn

        ນີ້ແມ່ນຄັ້ງທີ 8 ຄອບຄົວທ່ານ ເຈີນງອກກວາງ ຢູ່ ຄຸ້ມຖະຫນົນ 4 ຕາແສງ ເບນແທງ ເມືອງ 1 ນະຄອນໂຮ່ຈິມີນ ໄດ້ຕ້ອນຮັບບັນດາຜູ້ແທນໃນກຳປັ່ນ ຊາວຫນຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ມາພັກອາໄສຢູ່ເຮືອນຂອງຕົນ. ທ່ານໄດ້ກະກຽມຫ້ອງນອນ, ຊັບຊ້ອນເຄື່ອງຂອງຢ່າງລອບຄອບຖີ່ຖ້ວນໃຫ້ແກ່ເພື່ອນຫນຸ່ມ. ສຳລັບທ່ານ ກວາງແລ້ວ, ມີຊາວຫນຸ່ມ ກຳປັ່ນ ອາຊຽນ ແລະ ຍີ່ປຸ່ນ ຫລາຍຄົນມາດຳລົງຊີວິດພ້ອມກັບຄອບຄົວຂອງທ່ານ ແມ່ນບັນດາລູກລ້ຽງທີ່ຮັກແພງ ແລະ ເປັນຫນ້າຈົດຈຳ. ເມື່ອເຂົາເຈົ້າອອກຈາກເຮືອນຂອງທ່ານເພື່ອກັບຄືນເມືອປະເທດ ພວກຫລານຍັງຄົງຕິດຕໍ່ພົວພັນກັບຄອບຄົວທ່ານເປັນປະຈຳ ສະນັ້ນ ອາລົມຈິດຄວາມຮັກແພງລະຫວ່າງຄອບຄົວທ່ານກັບພວກຫລານນັບມື້ນັບສະຫນິດຕິດພັນກວ່າ. ທ່ານ ກວາງຢາກ ສະແດງໃຫ້ເຫັນບັນດາຄຸນນະທາດອັນດີງາມຂອງຊາວຫວຽດນາມ, ຂອງປະຊາຊົນນະຄອນ ໂຮ່ຈິມີນ ທີ່ສີວິໄລ, ທັນສະໄຫມ ແລະ  ສາຍຈິດມິດໃຈທີ່ມີຕໍ່ ບັນດາເພື່ອນມິດສາກົນ.

        “ຂ້າພະເຈົ້າຢາກໃຫ້ເພື່ອນມິດສາກົນຮູ້ຈັກໄດ້ວ່າ ຊາວ ຫວຽດນາມ ແມ່ນຜູ້ຮັກແພງແຂກຄົນ, ຮັກຫອມສັນຕິພາບ. ຂ້າພະເຈົ້າຍາມໃດກໍກະກຽມຢ່າງລອບຄອບຖີ່ຖ້ວນເພື່ອໃຫ້ເພື່ອນຫນຸ່ມເມື່ອມາດຳລົງຊີວິດກັບຄອບຄົວຂ້າພະເຈົ້າລ້ວນແຕ່ຮູ້ສຶກປິຕິຊົມຊື່ນ ແລະ ເມື່ອກັບຄືນເມືອປະເທດຈະມີຄວາມຮູ້ສຶກຄິດຮອດຄິດເຖິງ. ມີເພື່ອນຫນຸ່ມຜູ້ຫນຶ່ງ ຢູ່ ນະຄອນຫລວງ ວຽງຈັນ ປະເທດລາວ ເມື່ອຮອດປີໃຫມ່ ລ້ວນແຕ່ສົ່ງບັດອວຍພອນປີໃຫມ່ມາໃຫ້ຄອບຄົວ, ສ່ວນອີກຜູ້ຫນຶ່ງຢູ່ ຍີ່ປຸ່ນ ໄດ້ກັບຄືນມາຢ້ຽມຢາມພໍ່ລ້ຽງແມ່ລ້ຽງເທື່ອຫນຶ່ງແລ້ວ.”

         ໃນຊຸມມື້ຢູ່ນະຄອນ ໂຮ່ຈິມີນ, ລູກລ້ຽງສອງຄົນທີ່ມາຈາກ ອິນໂດເນເຊຍ ແລະ ຍີ່ປຸ່ນ ລ້ວນແຕ່ໄດ້ຮັບການເບິ່ງແຍງດູແລຄື ຈາກ ແມ່ຕູ້ ເຈີນທິຕວຽດເຮື່ອງ ຢູ່ ຕາແສງ 11 ເມືອງ 3 ດັ່ງລູກຄິງຂອງຕົນ. ແມ່ຕູ້ເຮື່ອງຕື່ນນອນແຕ່ຮຸ່ງເຊົ້າ ໄປຕະຫລາດຊື້ອາຫານເພື່ອແຕ່ງກິນໃຫ້ເພື່ອນຫນຸ່ມ. ແມ່ຕູ້ຄິດວ່າ ຄາບອາຫານແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ແມ່ນການເຕົ້າໂຮມຄວາມຮັກແພງ, ສ້າງອາລົມຈິດສະຫນິດສະຫນົມລະຫວ່າງລຸ້ນຄົນຕ່າງໆໃນຄອບຄົວ, ສະແດງລັກສະນະວົງຄະນາຍາດຂອງຊາດຫວຽດນາມ. ເຖິງວ່າ ບັນດາເຍື່ອງອາຫານທຳມະດາສາມັນກໍຕາມ ແຕ່ແມ່ຕູ້ກໍເຂົ້າໃຈໄດ້ວ່າລູກລ້ຽງສອງຄົນໃນຄອບຄົວມັກກິນອາຫານປະເພດໃດ, ລົດຊາດຄືແນວໃດ. ແມ່ຕູ້ເຮື່ອງໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ຮັບຂ່າວວ່າ ມີພວກຫລານແມ່ນຊາວມຸດສະລີມ ມາຢ້ຽມຢາມ, ສະນັ້ນ ຂ້າພະເຈົ້າໄດ້ກະກຽມໃຫ້ພວກຫລານບັນດາເຍື່ອງອາຫານປຸງແຕ່ງດ້ວຍປາ, ກຸ້ງ ພ້ອມດ້ວຍເຂົ້າຫນົມ ແບ່ງແບ່ວ, ແບ່ງເນີ້ມ. ຕອນເຊົ້າ ຂ້າພະເຈົ້າພາພວກຫລານໄປຕະຫລາດ ເພື່ອໃຫ້ພວກຫລານມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີຕະຫລາດຫວຽດນາມ. ປີນີ້ ຂ້າພະເຈົ້າຈະພາພວກຫລານໄປ ຕະຫລາດພາກຕາເວັນຕົກ ຊື່ງແມ່ນຕະຫລາດເກົ່າແກ່ທີ່ສຸດຢູ່ທີ່ນີ້.”

ອາລົມຈິດຄວາມຮັກແພງຂອງຊາວຫວຽດນາມທີ່ມີຕໍ່ເພື່ອນຫນຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ - ảnh 2
ຊາວຫນຸ່ມຫວຽດນາມ ເຂົ້າຮ່ວມກຳປັ່ນ ອາຊຽນ -ຈີນ
ພາບ:news.zing.vn

        ບໍ່ພຽງແຕ່ມີຄອບຄົວທ່ານ ເຈີນງອກກວາງ ແລະ ແມ່ຕູ້ ເຈີນທິຕວຽດເຮື່ອງ ເທົ່ານັ້ນ ປີນີ້ ຢູ່ ນະຄອນ ໂຮ່ຈິມີນ ໄດ້ມີກວ່າ 170 ຄອບຄົວ ເຮັດສຳເນົາຈົດທະບຽນຮັບຜູ້ແທນຈາກກຳປັ່ນ ຊາວຫນຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ກວ່າ 300 ຄົນ ມາພັກອາໄສຢູ່ໃນເຮືອນ. ບັນດາຄອບຄົວໄດ້ກະກຽມບ່ອນກິນບ່ອນຢູ່ ຕະຫລອດຮອດສະຖານທີ່ບັນເທິງ, ເຂດປູຊະນີຍະສະຖານປະຫວັດສາດ ວັດທະນະທຳໃຫ້ແກ່ພວກຫລານ, ຊ່ວຍພວກຫລານຄົ້ນຫາທັດສະນີຍະພາບ ແລະ ຄວາມສວຍງາມຢູ່ນະຄອນ. ອ້າຍ ນັດທະພົບ, ຊາວໄທ ໃຫ້ຮູ້ວ່າ: ເດີນທາງຫລາຍມື້ໃນກຳປັ່ນ ດ້ວຍການເຄື່ອນໄຫວຫລາຍຢ່າງ, ເມື່ອໄດ້ມາດຳເນີນຊີວິດຮ່ວມກັບຄອບຄົວພໍ່ລ້ຽງແມ່ລ້ຽງ, ອ້າຍມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ ຫວຽດນາມ ແລະ ຊາວຫວຽດນາມ ທີ່ສະຫນິດສະຫນົມ ແລະ ຮັກແພງແຂກຄົນ. ນັດທະພົບ ໃຫ້ຮູ້ວ່າ:

        “ເປັນຄັ້ງທຳອິດ ຂ້າພະເຈົ້າມາຢ້ຽມຢາມຫວຽດນາມ, ພິເສດ ແມ່ນຢູ່ຢ້ຽມຢາມ ນະຄອນ ໂຮ່ຈິມີນ. ສະນັ້ນ ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ສຸດ. ຄອບຄົວອາວກວາງ ໄດ້ເບິ່ງແຍງຂ້າພະເຈົ້າ ແລະ ໝູ່ເພື່ອນຢ່າງລອບຄອບຖີ່ຖ້ວນ, ສະຫນິດສະຫນົມ ແລະ ເປີດອົກເປີດໃຈ ຄືດັ່ງລູກຫລານໃນຄອບຄົວຂອງຕົນ. ຢູ່ນຳຄອບຄົວອາວກວາງພຽງສອງສາມມື້ ແຕ່ ຂ້າພະເຈົ້າມີຄວາມຮັກແພງຄອບຄົວອາວທີ່ສຸດ. ເມື່ອກັບຄືນເມືອປະເທດ, ຂ້າພະເຈົ້າຈະນຳເອົາບັນດາຮູບພາບທີ່ຖ່າຍກັບຄອບຄົວອາວ ຜ່ານ facebook ຂອງຕົນ ແລະ ຈະຕິດຕໍ່ພົວພັນກັບຄອບຄົວອາວ ກວາງເປັນປະຈຳ ຜ່ານອີແມວ ແລະ ຈົດໝາຍ.”

        ລາຍການ “Homestay” ຂອງກຳປັ່ນຊາວຫນຸ່ມ ອາຊີຕາເວັນອອກສ່ຽງໃຕ້ ປີນີ້ ດຳເນີນ ໃນເວລາພຽງ 2 ວັນ ຫນຶ່ງຄືນເທົ່ານັ້ນ ແຕ່ບັນດາພໍ່ລ້ຽງແມ່ລ້ຽງໄດ້ເຮັດໃຫ້ບັນດາເພື່ອນມິດຢູ່ ຍີ່ປຸ່ນ ແລະ ອາຊີຕາເວັນອອກສ່ຽງໃຕ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ເຊື່ອມໂຍງ, ກ່ຽວກັບຄວາມອົບອຸ່ນໃນຄອບຄົວ ແລະ ມູນເຊື້ອຮັກແພງແຂກຄົນຂອງປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ