ຮູບແບບຮັບສະໝັກຜູ້ອາຍຸສູງຢູ່ IKEA, ປະເທດໄທ

(VOVWORLD) - ໂດຍຖືກຕັ້ງໃນເນື້ອທີ່ດິນກ້ວາງ 43.000 ຕາແມັດ ໃນຖະໜົນ ບາງນາ - ຕຣາດ, ຫ່າງຈາກໃຈກາງນະຄອນຫຼວງ ບາງກອກ, ປະເທດໄທ ໂດຍໃຊ້ເວລາໃນການຂີ່ລົດ 40 ນາທີຂີ່ລົດ, ສາຂາ IKEA ບາງນາ ໄດ້ວາງສະແດງເຄື່ອງເຟີນີເຈີໃຊ້ໃນຄອບຄົວ ແລະ ໃນຫ້ອງການກ່ວາ 7.500 ຢ່າງ.
ຮູບແບບຮັບສະໝັກຜູ້ອາຍຸສູງຢູ່ IKEA, ປະເທດໄທ - ảnh 1  IKEA ບາງນາໄທ

ຍາມໃດກໍ່ມານະພະຍາຍາມເພື່ອຊຸກຍູ້ຄວາມສະເໝີພາບ, ຄວາມເປັນຫຼາຍຮູບຫຼາຍແບບໃນສັງຄົມ ກໍ່ຄືປະກອບບົດບາດຂອງຕົນໃນການສ້າງການດຳລົງຊີວິດທີ່ດີງາມກ່ວາໃຫ້ແກ່ປະຊາຊົນປະເທດປະຈຳຖິ່ນ, IKEA ໄທ, ເຊິ່ງເປັນສາຂາຂອງກຸ່ມບໍລິສັດນາໆຊາດຂາຍຍ່ອຍເຄື່ອງເຟີນີເຈີແຖວໜ້າຂອງໂລກ, ເປັນຕົວແບບທີ່ດີເດັ່ນໃນບັນດາວິສາຫະກິດຕ່າງປະເທດໃນການຮັບສະໝັກຜູ້ອາຍຸສູງເຂົ້າເຮັດວຽກ. ເຊີນທ່ານຜູ້ຟັງ, ຜູ້ອ່ານພ້ອມກັບນັກຂ່າວ ເຟືອງລຽນ ຊອກຮູ້ຮູບແບບນີ້ໃນລາຍການ “ຊາຍຄາອາຊຽນ”.

        ໂດຍຖືກຕັ້ງໃນເນື້ອທີ່ດິນກ້ວາງ 43.000 ຕາແມັດ ໃນຖະໜົນ ບາງນາ - ຕຣາດ, ຫ່າງຈາກໃຈກາງນະຄອນຫຼວງ ບາງກອກ, ປະເທດໄທ ໂດຍໃຊ້ເວລາໃນການຂີ່ລົດ 40 ນາທີຂີ່ລົດ, ສາຂາ IKEA ບາງນາ ໄດ້ວາງສະແດງເຄື່ອງເຟີນີເຈີໃຊ້ໃນຄອບຄົວ ແລະ ໃນຫ້ອງການກ່ວາ 7.500 ຢ່າງ. ບັນດາພະນັກງານເຮັດວຽກຢູ່ IKEA ນຸ່ງຊຸດເຄື່ອງແບບສີເຫຼືອງ - ຂຽວ, ເຊິ່ງເປັນ 2 ສີຕົ້ນຕໍຂອງບໍລິສັດ ພວມຍູ້ລົດຂົນສົ່ງເຄື່ອງຂອງເພື່ອນຳມາວາງສະແດງ ຫຼື ພວມໃຫ້ຄຳປຶກສາແກ່ລູກຄ້າຕ່າງໆ. ຢູ່ຂ້າງກັບບ່ອນວາງສະແດງແມ່ນບ່ອນຂາຍຂອງກິນ IKEA Food, ເຊິ່ງເປັນບ່ອນທີ່ປ້າ ສາລີ ບຸດສີ, ອາຍຸ 62 ປີ, ເກົ້າຜົມ, ໃສ່ຖົງມື ພວມເກັບມ້ຽນຖ້ວຍ, ຈານ:

        ສຽງເທບພາສາໄທ

        ນັ້ນແມ່ນຄຳໃນໃຈຂອງປ້າ ສາລີ ບຸດສີ, ເຊິ່ງເປັນພະນັກງານເຮັດວຽກງານລ້າງຖ້ວຍຢູ່ IKEA Food. ກ່ອນນີ້, ປ້າເປັນກຳມະກອນເຮັດວຽກງານກົນຈັກ, ຈາກນັ້ນພັກບຳນານ ຢູ່ເຮືອນເປັນແມ່ຄົວ. ປ້າບໍ່ເຄີຍຄິດເລີຍວ່າ, ເມື່ອມີອາຍຸ 55 ປີ ປ້າຍັງມີກາລະໂອກາດໄດ້ເຮັດວຽກຕໍ່. ປະຈຸບັນ, ປ້າ ສາລີ ບຸດສີແມ່ນໜຶ່ງໃນຈຳນວນ 2 ຄົນທີ່ມີອາຍຸກ່ວາ 60 ປີພວມເຮັດວຽກຢູ່ IKEA ໄທ, ນອກຈາກນັ້ນ, ພະນັກງານເຮັດວຽກຢູ່ທີ່ນີ້ໃນເກັ່ນອາຍຸແຕ່ 40 – 55 ປີໄດ້ກວມເອົາ 10 – 20%. ທ່ານນາງ ເບັນຈະວອນ ໂອມາກ, ຜູ້ຄຸ້ມຄອງຂັ້ນສູງສາຂາ IKEA ບາງນາ, ໃຫ້ຮູ້ວ່າ:

ສຽງເທບພາສາໄທ

        ນອກຈາກຮ້ານ IKEA Food ແລ້ວ, ຜູ້ອາຍຸສູງຍັງຖືກສັບຊ້ອນເຮັດວຽກໃນພາກສ່ວນອື່ນໆອີກ. ຕາມທ່ານນາງ ເບັນຈະວອນ ໂອມາກ ແລ້ວ, ການສັບຊ້ອນຄືແນວນັ້ນແມ່ນຍ້ອນລັກສະນະຂອງຜູ້ອາຍຸສູງແມ່ນມັກລົມກັນ ດັ່ງນັ້ນ ເຂົາເຈົ້າອາດຈະເສີມຂະຫຍາຍຄວາມສາມາດໃນການໃຫ້ຄຳປຶກສາ, ທັງບໍ່ຮູ້ສຶກເບື່ອໜ່າຍກັບວຽກງານ. ປ້າ ການຈະນີ, ອາຍຸ 62 ປີ, ພະນັກງານ Sales ຢູ່ IKEA, ໃຫ້ຮູ້ວ່າ:

ສຽງເທບພາສາໄທ

        ບໍ່ພຽງແຕ່ສ້າງສະພາບແວດລ້ອມໃຫ້ການເຮັດວຽກທີ່ສະໜິດສະໜົມ, ມີວິຊາຊີບສຳລັບຜູ້ອາຍຸສູງເທົ່ານັ້ນ, IKEA ໄທ ຍັງເປີດບັນດາຊຸດເຝຶດອົບຮົມກ່ຽວກັບທັກສະໃຫ້ແກ່ພະນັກງານ ເພື່ອແນໃສ່ຍົກສູງຄຸນນະພາບໃນການເຮັດວຽກອີກດ້ວຍ. ທ່ານນາງ ເບັນຈະວອນ ໂອມາກ ໃຫ້ຮູ້ວ່າ:

        ສຽງເທບພາສາໄທ

        ຮູບແບບບໍ່ຈຳແນກອາຍຸ, ນຳໃຊ້ກຳລັງແຮງງານທີ່ມີປະສົມການຢ່າງເໝາະສົມ, ພ້ອມທັງສ້າງວຽກເຮັດງານທຳເພື່ອເພີ່ມລາຍຮັບໃຫ້ຜູ້ອາຍຸສູງຂອງ IKEA ໄທ ພວມໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ນັບມື້ນັບມີຜູ້ອາຍຸສູງຫຼາຍຄົນມີຄວາມຫວັງຢາກມີວຽກເຮັດງານທຳພາຍຫຼັງພັກບຳນານ ຢູ່ໄທ. ນີ້ແມ່ນຮູບແບບຂອງບັນດາປະເທດໃນຂົງເຂດທີ່ປະຈຸບັນມີຈຳນວນຜູ້ອາຍຸສູງເພີ່ມຂຶ້ນຫຼາຍ, ໃນນັ້ນມີ ຫວຽດນາມ ຕ້ອງຮ່ຳຮຽນເອົາບົດຮຽນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ