(vovworld)- ກໍເຊັນດຽວກັນກັບຫລາຍປະເທດອື່ນ, ປະຈຸບັນ ອິນໂດເນເຊຍ ພວມຕ້ອງປະເຊີນຫນ້າກັບບັນດາບັນຫາໃຫຍ່ໃນວຽກງານແກ້ໄຂວຽກເຮັດງານທຳ ແລະ ປົກປ້ອງສິດຜົນປະໂຫຍດໃຫ້ແກ່ຄົນງານ, ພິເສດສຳລັບບັນດາອາຊີບບໍ່ໄດ້ຮັບຄວາມເອົາໃຈໃຈ່ຈາກສັງຄົມປານໃດຄື: ອາຊີບຊ່ວຍວຽກຄອບຄົວ(ແມ່ບ້ານ). ຫວ່າງແລ້ວນີ້, ສະພາແຫ່ງຊາດ ອິນໂດເນເຊຍ ໄດ້ຕົກລົງປະຕິບັດການປັບປຸງຮ່າງກົດໝາຍວ່າດ້ວຍແຮງງານ. ຫນຶ່ງໃນບັນດາເນື້ອໃນສຳຄັນຂອງຮ່າງກົດໝາຍສະບັບປັບປຸງດັ່ງກ່າວ ແມ່ນວາງອອກບັນດາຂໍ້ກຳນົດກ່ຽວກັບລະດັບເງິນເດືອນ, ເງື່ອນໄຂເຮັດວຽກ ແລະ ບັນດາມາດຕະຖານ, ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນສຳລັບກຸ່ມບຸກຄົນເຮັດວຽກງານດັ່ງກ່າວ.
ປະຈຸບັນ ອິນໂດເນເຊຍ ມີຄົນງານປະມານ 10,7 ລ້ານຄົນພວມເຮັດອາຊີບແມ່ບ້ານໃນບັນດາຄອບຄົວ. ເຂົາເຈົ້າສ່ວນຫລາຍມາຈາກເຂດຊົນນະບົດ ແລະ ພຽງແຕ່ໄດ້ຮຽນຈົບຊັ້ນປະຖົມເທົ່ານັ້ນ. ລະດັບເງິນເດືອນ ແລະ ເງື່ອນໄຂເຮັດວຽກຂອງເຂົາເຈົ້າບໍ່ໄດ້ຮັບປະກັນ ແລະ ເຄີຍເຮັດວຽກຕະຫລອດ 12 ຊົ່ວໂມງ/ມື້, ບໍ່ມີມື້ພັກຜ່ອນ. ນອກນັ້ນ ບັນດາແມ່ບ້ານນີ້ ບໍ່ໄດ້ຮັບການປົກປ້ອງຈາກກົດໝາຍເທື່ອ. ທ່ານ Poempida Hidayatulloh, ນັກສ້າງກົດໝາຍຂຶ້ນກັບພັກ Golkar ໃຫ້ຮູ້ວ່າ:
“ປະຈຸບັນ, ເມື່ອບັນດາຄອບຄົວຢາກຈ້າງແມ່ບ້ານ, ເຂົາເຈົ້າປາດຖະຫນາວ່າແມ່ບ້ານຜູ້ນັ້ນສາມາດເຮັດທຸກວຽກງານໄດ້. ສິ່ງນີ້ບໍ່ຍຸຕິທຳ ເພາະວ່າ ຄວາມຮັບຜິດຊອບຕ້ອງສົມກັບເງິນເດືອນທີ່ເຂົາເຈົ້າໄດ້ຮັບ.”
ປະຈຸບັນ ອິນໂດເນເຊຍ ພວມຕ້ອງປະເຊີນຫນ້າກັບບັນຫາໃຫຍ່ໃນການແກ້ໄຂວຽກເຮັດງານທຳ
ພາບປະກອບ:internet
|
ສາຍເຫດຫນຶ່ງອີກທີ່ເຮັດໃຫ້ເງິນເດືອນຂອງແມ່ບ້ານຕຳ່ ຍ້ອນເຂົາເຈົ້າບໍ່ໄດ້ຮັບການບຳລຸງສ້າງວິຊາຊີບ. ໃນຂະນະນັ້ນ ພາລະກອນເບິ່ງແຍງເດັກທີ່ໄດ້ຮຽນບັນດາຊຸດຮຽນພື້ນຖານກ່ຽວກັບທາດບຳລຸງ, ຮັກສາສຸຂະພາບ ມີລະດັບເງິນເດືອນປະມານ 300 USD/ເດືອນ. ສ່ວນລະດັບເງິນເດືອນຂອງແມ່ບ້ານບໍ່ໄດ້ຮຽນວິຊາຊີບ ໄດ້ຮັບ ພຽງ 150 USD ເທ່ົານັ້ນ ເຖິງວ່າວຽກງານທີ່ເຂົາເຈົ້າຮັບຜິດຊອບລວມມີ ການເບິ່ງແຍງເດັກ ແລະ ວຽກງານທຸກຢ່າງໃນຄອບຄົວອີກ. ປ້າ Niken Rahendrawan, ຊື່ງແມ່ນຜູ້ຈ້າງແມ່ບ້ານໃຫ້ຮູ້ວ່າ: ຍາກທີ່ຈະຊອກໄດ້ແມ່ບ້ານຄົນຫນຶ່ງທັງຊຳນານງານ, ທັງບໍລິສຸດ ອ່ານອອກຂຽນເປັນ.
“ເມື່ອແມ່ບ້ານເລີ່ມເຮັດວຽກ, ພວກຂ້າພະເຈົ້າເອົາໃຈໃສ່ເຖິງຄວາມສະຫລາດສະຫລຽວຂອງເຂົາເຈົ້າ. ແມ່ບ້ານຄົນຫນຶ່ງມີຄວາມສະຫລາດສະຫລຽວບາງເທື່ອບໍ່ແມ່ນຜູ້ເຮັດວຽກດຸຫມັ່ນ. ສະນັ້ນ ພວກຂ້າພະເຈົ້າປຶກສາຫາລືລະດັບເງິນເດືອນກ່ອນ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າບໍ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານໄດ້.”
ຄຽງຄູ່ກັບການຮັບປະກັນບັນດາສິດຜົນປະໂຫຍດພື້ນຖານຂອງແມ່ບ້ານ, ກົດໝາຍວ່າດ້ວຍແຮງງານສະບັບປັບປຸງຢູ່ ອິນໂດເນເຊຍ ໄດ້ຍົກອອກບັນດາຂໍ້ກຳນົດກ່ຽວກັບການສອນວິຊາຊີບໂດຍບັງຄັບສຳລັບບັນດາບໍລິສັດເປັນກາງເຄີຍເປັນນາຍຫນ້າກ່ຽວກັບຜູ້ຊ່ວຍວຽກຄອບຄົວ. ປ້າ Ruminah ຫົວຫນ້າຫ້ອງການຮັບສະໝັກແມ່ບ້ານ ຢູ່ ຢາກາກຕາ ໃຫ້ຮູ້ວ່າ:
“ການສອນວິຊາຊີບໃຫ້ແກ່ຄົນງານຕ້ອງເສຍຄ່າອຸປະກອນການຮຽນ, ຄູສອນ. ຄ່າບໍລິການຈະປ່ຽນແປງ. ລະດັບເງິນເດືອນຂອງແມ່ບ້ານກໍໄດ້ຮັບການປັບປຸງ. ສະນັ້ນ ຂ້າພະເຈົ້າຄິດວ່າ ມາດຕະຖານທີ່ວາງອອກໃຫ້ເຂົາເຈົ້າກໍຕ່າງກັນ.”
ປະຈຸບັນ ຄວາມຕ້ອງການຮັບສະໝັກຄົນງານຊ່ວຍວຽກໃນຄອບຄົວຢູ່ ອິນໂດເນເຊຍ ນັບມື້ນັບເພີ່ມຂຶ້ນ, ໃນຂະນະຈຳນວນຜູ້ຈົດທະບຽນມາຊ່ວຍວຽກໃນຄອບຄົວກໍ່ຫລຸດລົງ. ສະນັ້ນ ເພື່ອຮັບປະກັນດ້ານກົດໝາຍ, ເງື່ອນໄຂເຮັດວຽກ, ລະດັບເງິນເດືອນສຳລັບແມ່ບ້ານ, ບັນດາບໍລິສັດຮັບສະໝັກຄົນງານປາດຖະຫນາຈະປັບປຸງບັນຫານີ້ໄດ້. ຄຽງຄູ່ກັນນັ້ນ ຮ່າງກົດໝາຍວ່າດ້ວຍຄົນງານສະບັບໃຫມ່ຂອງ ອິນໂດເນເຊຍ ຈະເຮັດໃຫ້ຄວາມຮັບຮູ້ຂອງຄົນງານປ່ຽນແປງ, ຊ່ວຍໃຫ້ເຂົາເຈົ້າມີສະຕິຄວາມຮັບຮູ້ກ່ຽວກັບບົດບາດ, ສິດຜົນປະໂຫຍດ, ພັນທະ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງ, ຊ່ວຍໃຫ້ເຂົາເຈົ້າເຮັດວຽກຊຳນານງານກວ່າ. ຮ່າງກົດໝາຍສະບັບດັ່ງກ່າວກໍເປັນຂີດໝາຍແຫ່ງການຕີລາຄາກ່ຽວກັບການປະກອບສ່ວນຂອງແມ່ບ້ານຕໍ່ສັງຄົມຢ່າງຍຸຕິທຳກວ່າ. ບາດລ້ຽວນີ້ ຫວັງວ່າຈະດຳເນີນໃນທ້າຍປີນີ້ ເມື່ອສະພາແຫ່ງຊາດອິນໂດເນເຊຍພິຈາລະນາຮັບຮອງເອົາກົດໝາຍສະບັບດັ່ງກ່າວ.