ເດັກນ້ອຍ ຫວຽດນາມ ຊອກຮູ້ພາສາ ອິນໂດເນເຊຍ ຜ່ານເລື່ອງນິທານ

(VOVWORLD) - ເລື່ອງນິທານແມ່ນອາຫານດ້ານຈິດໃຈ ແລະ ໃກ້ຊິດສະໜິດສະໜົມສຳລັບເດັກນ້ອຍໃນທົ່ວໂລກ. ປະຈຸບັນ, ສຳລັບເດັກນ້ອຍ ຫວຽດນາມ ແລ້ວ, ນອກຈາກເລື່ອງນິທານຂອງຕ່າງປະເທດ, ພວກນ້ອງຍັງໄດ້ມີເງື່ອນໄຂສຳຜັດກັບບັນດາເລື່ອງນິທານທີ່ມາຈາກຫຼາຍປະເທດ.

    ດ້ວຍຈຸດປະສົງເພື່ອສ້າງບ່ອນລະຫຼິ້ນດ້ານວັດທະນະທຳທີ່ມີຜົນປະໂຫຍດໃຫ້ແກ່ບັນດາເດັກນ້ອຍພວກເພື່ອນໜຸ່ມ, ຫວ່າງແລ້ວນີ້, ຢູ່ເຂດວາງສະແດງ “Umah Indo”, ສະຖານທູດ ສ. ອິນໂດເນເຊຍ ປະຈຳ ຫວຽດນາມ ທີ່ຮ່າໂນ້ຍ ໄດ້ຈັດຕັ້ງການຊອກຮູ້ກ່ຽວກັບພາສາ ອິນໂດເນເຊຍ ຜ່ານເລື່ອງນິທານ “Malin Kundang”. ຜ່ານນັ້ນ, ພວກນ້ອງຈະໄດ້ຊອກຮູ້ວັດທະນະທຳຂອງປະເທດ ອິນໂດເນເຊຍ ຈຳນວນໜຶ່ງດ້ວຍພາສາທີ່ໃໝ່ອ່ຽມນີ້.

ເດັກນ້ອຍ ຫວຽດນາມ ຊອກຮູ້ພາສາ ອິນໂດເນເຊຍ ຜ່ານເລື່ອງນິທານ - ảnh 1ພາບປະກອບ

        ເວລາ 14 ໂມງ 30 ນາທີຕອນບ່າຍຂອງມື້ໜຶ່ງ, ລາຍການໄດ້ເລີ່ມຈັດຕັ້ງຂຶ້ນ. ໃນສະຖານທີ່ກ້ວາງປະມານ 35 ຕາເມັດ, ເຕົ້າໂຮມນ້ອງນ້ອຍ 30 ຄົນ. ແຕ່ລະຄົນໄດ້ນັ່ງຢູ່ຊຸດໂຕະຕ່ັງນ້ອຍອັນໜຶ່ງ, ເທິງໜ້າໂຕະມີໝາກໄມ້, ເຂົ້າໜົມ ແລະ ນ້ຳດື່ມ. ໃນຂະນະນັ້ນ, ພໍ່ແມ່ເດັກນ້ອຍໄດ້ນັ່ງທາງຫຼັງເພື່ອສັງເກດລູກຂອງຕົນ. ຢູ່ຕາມຝາເຮືອນນັ້ນແມ່ນບັນດາຮູບພາບກ່ຽວກັບປະເທດ, ປະຊາຊົນ ອິນໂດເນເຊຍ ຂອງບັນດານັກຖ່າຍຮູບທີ່ມາຈາກອິນໂດເນເຊຍ.

        ກ່ອນທີ່ເລີ່ມກ້າວເຂົ້າສູ່ເລື່ອງນິທານທີ່ມີຊື່ວ່າ “Malin Kundang”, ເອື້ອຍເຈີ່ນແອງທື, ພາລະກອນຝຶກງານຢູ່ສະຖານທູດ ອິນໂດເນເຊຍ ໄດ້ແນະນຳໂດຍສັງເຂບກ່ຽວກັບປະເທດ ອິນໂດເນເຊຍ. ຜ່ານນ້ຳສຽງອ່ອນຫວານ ພ້ອມດ້ວຍຮູບພາບປະກອບໃນ slide, ເຊິ່ງໄດ້ຂຽນດ້ວຍທັງພາສາ ອິນໂດເນເຊຍ ແລະ ພາສາອັງກິດ, ພວກນ້ອງນ້ອຍຄືດັ່ງໄດ້ເຈື່ອຈານ, ເຊື່ອມຕົວເຂົ້າໃນການດຳລົງຊີວິດຂອງຊາວ Padang ໃນເມື່ອກ່ອນ. ເລື່ອງນິທານດັ່ງກ່າວເວົ້າເຖິງຜູ້ເປັນລູກຜູ້ໜຶ່ງຊື່ວ່າ Malin Kundang, ບໍ່ມີຄວາມກະຕັນຍູຕໍ່ແມ່ຂອງຕົນ. ຍ້ອນເຫດນັ້ນ, ລາວຖືກສາບແຊ່ງ ແລະ ຖືກປ່ຽນໂຕເປັນກ້ອນຫີນ.

        ພາຍຫຼັງການເລົ່າເລື່ອງກໍ່ແມ່ນພາກຮຽນພາສາ ອິນໂດເນເຊຍ. ບັນຍາກາດໄດ້ຟົດຟື້ນຍິ່ງກ່ວາອີກ, ໃຜໆກໍ່ຢາກໄດ້ຮູ້ຈັກພາສາໃໝ່.

ເທບສຽງປະກອບ

        ນັ່ງແຖວໜ້າແມ່ນນ້ອງ ຟ້າມຕູ່ງເລີມ, ອາຍຸ 10 ປີຮຽນຢູ່ໂຮງຮຽນປະຖົມ ຫງວຽນຈີເຟືອງ ພວມຕັ້ງໃຈຮັບຟັງບັນດາຄຳສັບໃໝ່ໂດຍ ເອື້ອຍແອງທື ແລະ ເອື້ອຍ Nafia, ກໍ່ເປັນພາລະກອນຝຶກງານຢູ່ສະຖານທູດ ອິນໂດເນເຊຍ, ເປັນຜູ້ແນະນຳ. ຕູ່ງເລີມ ໃຫ້ຮູ້ວ່າ:

        “ຫຼານເຫັນວ່າລາຍການນີ້ມີປະໂຫຍດທີ່ສຸດຍ້ອນວ່າຫຼານໄດ້ຮູ້ພາສາຕ່າງໆ. ກ່ອນທີ່ເຂົ້າຮ່ວມລາຍການນີ້ ຫຼານບໍ່ມີຄວາມຮູ້ຫຼາຍກ່ຽວກັບປະເທດຊາດ ແລະ ພາສາ ອິນໂດເນເຊຍ. ເລື່ອງນິທານນີ້ມ່ວນຫຼາຍ. ບົດຮຽນຈາກເລື່ອງລາວນີ້ແມ່ນ ພວກເຮົາຕ້ອງເຄົາລົບນັບຖືພໍ່ແມ່ ແລະ ອາຊີບຂອງພໍ່ແມ່.”

        ທຳອິດ, ເກືອບຄືວ່າບັນດານ້ອງນ້ອຍຍັງເປັນໜ້າອາຍເມື່ອຖືກແນະນຳຂຶ້ນອ່ານຄຳສັບທີ່ໄດ້ຮຽນແລ້ວ, ແຕ່ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນທຸກຄົນຮູ້ສຶກມີຄວາມເບີກບານມ່ວນຊື່ນຍ້ອນເມື່ອຕອບຖືກຄຳຖາມກໍ່ຈະໄດ້ຮັບຂອງຂວັນຕ່າງໆ. ເຖິງວ່າພວກຫຼານຕອບຖືກຫຼືຜິດກໍ່ໄດ້ຮັບການຊົມເຊີຍດ້ວຍການຕົບມື, ລະດົມກຳລັງໃຈຈາກທຸກໆຄົນ. ສິ່ງສຳຄັນນັ້ນແມ່ນ, ພາຍຫຼັງລາຍການນີ້ພວກນ້ອງນ້ອຍບໍ່ພຽງແຕ່ໄດ້ຮັບຟັງເລື່ອງລາວທີ່ແປກປະຫຼາດຂອງປະເທດ ອິນໂດເນເຊຍ ເທົ່ານັ້ນ, ຫາກຍັງໄດ້ຮຽນບາງຄຳສັບໃນພາສາ ອິນໂດເນເຊຍ ອີກດ້ວຍ. ນ້ອງ ບຸ່ຍທູຢາງ, ອາຍຸ 13 ປີທີ່ມາຈາກໂຮງຮຽນ ຫງວຽນຈູງຈຶກ, ໃຫ້ຮູ້ວ່າ:

        “ມື້ນີ້, ຫຼານຮຽນຮູ້ໄດ້ຫຼາຍຢ່າງ. ຫຼານຮຽນໄດ້ບາງຄຳສັບໃນພາສາອິນໂດເນເຊຍ ຄື: ແມ່ “Ibu”, ເຮືອນ ແມ່ນ “Rumad”, ໂຕໄກ່ ແມ່ນ“Ayam”… ຫຼານເຫັນວ່າພາສາ ອິນໂດເນເຊຍ ບໍ່ຢາກປານໃດ, ຄ້າຍຄືພາສາ ອັງກິດ. ຫຼານຮູ້ສຶກມ່ວນຫຼາຍ ແລະ ເຫັນວ່າມີປະໂຫຍດຫຼາຍ”

        ໂດຍນັ່ງຢູ່ທາງຫຼັງ, ບັນດາພໍ່ແມ່ຂອງພວກຫຼານໄດ້ພະຍາຍາມລະດົມກຳລັງໃຈພວກຫຼານ. ໃນນັ້ນມີຜູ້ໜຶ່ງພິເສດທີ່ສຸດ, ຍ້ອນເອື້ອຍໄດ້ພານັກຮຽນ 10 ຄົນມາເຂົ້າຮ່ວມລາຍການນີ້, ນັ້ນແມ່ນເອື້ອຍຄູ ຫງວຽນເຟືອງຢູງ, ເອື້ອຍຄູຂອງໂຮງຮຽນປະຖົມ ຫງວຽນຈູງຈຶກ. ເອື້ອຍຄູໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າລາຍການນີ້ມີປະໂຫຍດທີ່ສຸດ, ບັນດາຄວາມຮູ້ທີ່ໄດ້ຍົກອອກມາແມ່ນເໝາະສົມກັບເກັນອາຍຸນີ້, ວັດທະນະທຳເຂດພາກມ່ວນຫຼາຍ. ຂ້າພະເຈົ້າຫວັງວ່າ, ຖ້າຫາກມີຫຼາຍລາຍການທີ່ມີປະໂຫຍດຄືແນວນີ້ສຳລັບພວກນ້ອງ, ແນ່ນອນວ່າພວກນ້ອງຈະເຂົ້າຮ່ວມຫຼາຍກ່ວາອີກ.”

        ສ່ວນທ່ານນາງ Linda Widiyanti, ເລຂາທີ 3 ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ທີ່ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າເລືອກເອົາເປົ້າໝາຍແມ່ນພວກນ້ອຍນັກຮຽນໂຮງຮຽນປະຖົມ ຍ້ອນວ່າພວກນ້ອງຄືດັ່ງເຈ້ຍຂາວ, ເວລານັ້ນ, ພວກນ້ອງຈະຈື່ເອົາຄວາມຮູ້ງ່າຍດາຍ ແລະ ມີຄວາມເມົາມົວກ່ວາເມື່ອທຽບໃສ່ຜູ້ຄົນໃນເກັ່ນອາຍຸເຕີບໃຫຍ່. ແລະ ສາຍເຫດທີ່ພວກຂ້າພະເຈົ້າເລືອກເອົາເລື່ອງລາວ “Malin Kundang” ກໍ່ຍ້ອນເລື່ອງລາວນີ້ມີບົດຮຽນກ່ຽວກັບດ້ານຄຸນສົມບັດ, ສິດສອນໃຫ້ພວກເຮົາມີຄວາມກະຕັນຍູຕໍ່ພໍ່ແມ່. ນີ້ບໍ່ພຽງແຕ່ແມ່ນເລື່ອງເລື່ອງລາວໜຶ່ງເທົ່ານັ້ນ, ຍິ່ງກ່ວານັ້ນ, ມັນໄດ້ສົ່ງສານ ແລະ ມີຄຸນຄ່າລວມຄ້າຍຄືກັນກັບຢູ່ ຫວຽດນາມ, ທີ່ວ່າ ພວກເຮົາຕ້ອງເຄົາລົບນັບຖືພໍ່ແມ່, ພິເສດແມ່ນຜູ້ເປັນແມ່ຂອງພວກເຮົາ.”

        ເວລາ 4ໂມງ 30 ນາທີ, ລາຍການໄດ້ສິ້ນສຸດລົງ. ພວກນ້ອງນ້ອຍກັບບ້ານ, ໃຜກໍ່ໄດ້ຮັບຂອງຂວັນທີ່ມີຄວາມໝາຍ. ມີພໍ່ແມ່ນັກຮຽນ ແລະ ນັກຮຽນຫຼາຍຄົນຍັງຍາດແຍ່ງເວລາເພື່ອໄປຢ້ຽມຢາມເຂດວາງສະແດງບັນດາຮູບຖ່າຍກ່ຽວກັບປະເທດ ອິນໂດເນເຊຍ. ຕາມເອື້ອຍ Linda, ເລຂາທີ 3 ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ແລ້ວ, ໃນໄລຍະຈະມາເຖິງ, ຢູ່ “Umah Indo” ຈະສືບຕໍ່ຈັດຕັັ້ງເຫດການອື່ນໆເພື່ອແນະນຳວັດທະນະທຳ, ປະຊາຊົນ ອິນໂດເນເຊຍ ເຖິງຊາວນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ