ເພີ່ມທະວີການຮ່ວມມື ອິນເດຍ - ອາຊຽນ

(vovworld)- ປີ 2012 ​ແມ່ນ​ປີ​ແຫ່ງ​ຂີດ​ໝາຍ​ຫລາຍ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ. ຖະ​ແຫລ​ງການ​ວິ​ໄສ​ທັດ “ອາ​ຊຽນ - ອິນ​ເດຍ ປີ 2020” ຫາ​ກໍ່​ໄດ້​ຮັບການ​ຮັບຮອງ​ເອົາ​ຈາກ​ການ​ນຳ​ສອງ​ຝ່າຍ, ​​​ເຊິ່ງ​ເປັນ​ການຢືນຢັນ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ໃຫມ່​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສະຫະ​ສະມາຄົມ ກັບ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ໃຫຍ່​ຊັ້ນ​ນຳ​ຂອງ​ພາກ​ພື້ນ. ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອິນ​ເດຍ ​ແລະ ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື​ສະ​ເຫລີ​ມສະຫລອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ ອິນ​ເດຍ - ອາ​ຊຽນ, ກຳ​ປັ່ນ​ກອງທັບ​ເຮືອ ອິນ​ເດຍ ທີ່​ມີ​ຊື່ວ່າ: Sudarshini ​ໄດ້​ເດີນທາງ​ເຖິງ​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ ​ເພື່ອ​ຫັນ​ຈຸດໝາຍ​ດັ່ງ​ກ່າວ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ເພີ່ມທະວີການຮ່ວມມື ອິນເດຍ - ອາຊຽນ - ảnh 1
ກຳ​ປັ່ນ​ກອງທັບ​ເຮືອ Sudarshini ​ຂອງອິນເດຍເຂົ້າທຽບທ່າ ຕຽນຊາ
ພາບ:qdnd.vn

        ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອິນ​ເດຍ ​ແລະ ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາຊຽນ), ກຳ​ປັ່ນ​ກອງທັບ​ເຮືອ Sudarshini ​ເລີ່​ມຕົ້ນ​ການ​ເດີນທາງ​ຈາກ ທ່າ​ກຳ​ປັ່ນ Chennai ປະ​ເທດ​ອິນ​ເດຍ ​ໃນ​ວັນ​ທີ 29/9/2012 ​ແລະ ​ຜ່ານ 9 ປະ​ເທດ ຊຶ່ງ​ລວມມີ: ອິນ​​ໂດ​ເນ​ເຊຍ, ມ້ຽນ​ມາ, ບຣູ​ໄນ, ມາ​ເລ​ເຊຍ, ຟິລິບ​ປີນ, ສິງກະ​ໂປ, ຫວຽດນາມ, ກຳປູ​ເຈຍ ​ແລະ ​ໄທ. ກຳ​ປັ່ນ​ລຳ​ດັ່ງກ່າວ ມາ​ຢ້ຽມຢາມ 13 ທ່າ​ກຳ​ປັ່ນ​ຂອງ 9 ປະ​ເທດ ດ້ວຍ​ຈຸດປະສົງ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ດັ່ງກ່າວ. ຜ່ານ​ທ່າ​ກຳ​ປັ່ນ​ແຕ່ລະ​ແຫ່ງ, ກຳ​ປັ່ນ​ດັ່ງກ່າວ​ໄດ້​ຮັບ​ລູກ​ເຮືອຂອງ​ປະ​ເທດ​ປະຈຳ​ຖິ່ນ 2 ຄົນ​ເພື່ອແລກປ່ຽນ​ດ້ວຍຈຸດປະສົງ​ເພ​ີ່ມທະວີ​ການ​ພົວພັນ​ສອງ​ຝ່າຍ. ດ້ວຍຈຳນວນ​ນາຍ​ທະຫານ​ເຮືອ​ແລະ ຕຳ​ຫລວດ​ປ້ອງ​ກັນ​ທະ​ເລ 35 ຄົນ, ​ໃນ​ນັ້ນ​ລວມມີ ກັບຕັນ​ເຮືອ ​ແລະ ລູກ​ເຮືອ 31 ຄົນ, ກຳ​ປັ່ນ Sudarshini ຄາດ​ວ່າ​ຈະ​​ເດີນທະ​ເລ​ດ້ວຍ​ໄລຍະທາງ​ຍາວ 12,217 ​ໄມ​ທະ​ເລ ກ່ອນຈະ​ກັບ​ຄືນທ່າກຳ​ປັ່ນ Kochi, ອິນ​ເດຍ ​ໃນ​ວັນ​ທີ 29/3/2013. ທ່ານ Ranjit Rea ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ​ໃຫ້​ຮູ້​ວ່າ:

        “ການ​ຢ້ຽມຢາມ ບັນດາ​ປະ​ເທດສະມາຊິກ ອາ​ຊຽນ ຂອງ​ກຳ​ປັ່ນ​ກອງທັບ​ເຮືອ ອິນ​ເດຍ ​​ແມ່ນ​ການເດີນທະ​ເລຕາມ​ແລວ​ທາງຂອງ​ນັກຄ້າຂາຍ​​ອິນ​ເດຍ​ໃນ​ສະ​ໄຫມ​ກອ່ນ​ທີ​ເຄີຍ​ໄປ​ຜ່ານ​ບັນດາ​ປະ​ເທດ ອາ​ຊຽນ ​ແຕ່​ສັດຕະວັດ​ທີ 10- 11,  ສ້າງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ກັບ​ບັນດາ​ປະ​ເທດ ອາ​ຊຽນ. ການ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ສຳພັນ​ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ພົວພັນ​ແລກປ່ຽນ​ວັດທະນະ​ທຳ, ສາສະຫນາ, ​ເປັນ​ການ​ພິສູດ​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ​ກ້າວເຂົ້າ​ສູ່​ລວງ​ເລິກ, ​ເປັນ​ການ​ຊຸກຍູ້​ຄວາມ​ໃກ້ຊິດ​ລະຫວ່າງ ຊາວ ອິນ​ເດຍ ກັບ​ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ.”

        ນອກຈາກ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ານ​ການ​ຄ້າ ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ, ກຳ​ປັ່ນ​ກອງທັບ​ເຮືອ ອິນ​ເດຍ ກໍ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ສະ​ແດງດົນຕີ, ​ແຂ່ງຂັນກິລາອີກ​ດ້ວຍ.

ເພີ່ມທະວີການຮ່ວມມື ອິນເດຍ - ອາຊຽນ - ảnh 2
ທ່ານ ຮູ່ນດ໋າມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ Ranjit Rea
ພາບ:daidoanket.vn

        ປະຈຸ​ບັນ ກຳ​ປັ່ນ​ດັ່ງກ່າວ​ໄດ້​ຜ່ານ Padang, Bali Manado ຂອງ​ອິນ​ໂດ​ເນ​ເຊຍ, ບຣູ​ໄນ ​ແລະ Cebu, Manila ຂອງ​ຟິລິບ​ປີນ ​ແລະ ​​ເດີນທາງ​ຮອດ ດາ​ຫນັງ ​ໃນ​ຕອນ​ເຊົ້າ​ວັນ​ທີ 1/1/2013. ຢູ່ ຫວຽດນາມ, ນາຍ​ທະຫານ, ລູກ​ເຮືອ ອິນ​ເດຍ ຈະ​ພົບ​ປະ​ແລກປ່ຽນ​ສະ​ແດງສິລະ​ປະ, ວັດທະນະທຳ ​ແລະ ​ແຂ່ງຂັນກິລາ ກັບ ກອງ​ບັນຊາ​ການ​ທະຫານ​​ເຮືອ​ເຂດ 3, ​ເຂົ້າ​ຢ້ຽມຢາມ​ຄຸ້ມ​ຖະຫນົນ​ເກົ່າ ​ໂຮ້ຍອານ, ກຸງ​ເກົ່າ​ເຫ້ວ, ທັດສະນີ​ຍະ​ພາບ ດາ​ຫນັງ. ວັນ​ທີ 4/1/2013, ກຳ​ປັ່ນ​ກອງທັບ​ເຮືອ Sudarshini ​ຈະເດີນທາງ​ອອກ​ຈາກ ຫວຽດນາມ ສືບ​ຕໍ່​​ເດີນ​ທະ​ເລຢ້ຽມຢາມ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ຂອງ ອາ​ຊຽນ.

        ຫວນ​ຄືນ​ໄລຍະ​​ເວລາ​ສອງ​ທົດ​ສະ​ວັດຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ, ການ​ຄ້າ. ມາ​ຮອດ​ປະຈຸ​ບັນ, ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ບາງ​ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​​ເສດຖະກິດ​ຮອບດ້ານ, ສ້າງ​ພື້ນຖານ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ​ແລະ ການ​ລົງທຶນ ລະ​ຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ ອາ​ຊຽນ - ອິນ​ເດຍ (AITIG), ສັນຍາ​ແກ້​ໄຂ​ການ​ພິພາດ ອາ​ຊຽນ - ອິນ​ເດຍ. ປະຈຸ​ບັນ ອິນ​ເດຍ ​ແມ່ນ​ຄູ່​ ​ຄ້າ​ໃຫຍ່​ທີ 6 ຂອງ ອາ​ຊຽນ. ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Ranjit Rea ​ໄດ້​ເນັ້ນ​ຫນັກ​ວ່າ:

        “ການ​ພົວພັນ​ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ພັດທະນາ​ຢ່າງ​ຈົບງາມ​ໃນ​ປີຜ່ານມາ, ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ ​ແມ່ນ​ການ​ຕົກລົງ​ຍົກ​ການ​ພົວພັນ​ລະ​ຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທີ່​ກອງ​ປະຊຸມ​ຂັ້ນ​ສູງ ​ສະ​ເຫລີ​ມສະຫລອງ 20 ປີ ຊຶ່ງ​ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ອິນ​ເດຍ, ອາ​ຊຽນ ​ແລະ ອິນ​ເດຍ ​ໄດ້​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ກ່ຽວ​ກັບ​ບໍລິການ ​ແລະ ການ​ລົງທຶນ. ພາຍຫລັງ​ສັນຍາ​ການ​ຄ້າ​ເສລີ​ກ່ຽວ​ກັບ​ສິນຄ້າ​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2009, ສັນຍາ​ການ​ຄ້າ​ເສລີ​ກ່ຽວກັບ​ບໍລິການ ​ແລະ ການ​ລົງທຶນ​ຄາດ​ວ່າ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ເດືອນ 8/2013 ຈະ​ຊ່ວຍ​ຍົກ​ວົງ​ເງິນ​ການ​ຄ້າ​ປະຈຳປີ​ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ຈາກ 75 ຕື້ USD ​ໃນ​ປະຈຸ​ບັນ ​ໃຫ້​ຂຶ້ນ​ເຖິງ 200 ຕຶ້ USD ​ໃນ​ປີ 2020.”

        ບັນດາ​ຜົນງານ​ແຫ່ງ​ກາ​ນຮ່ວມ​ມື​ຢ່າງ​ຈົບງາມ​ລະຫວ່າງ ອາ​ຊຽນ ​ແລະ ອິນ​ເດຍ ​ໃນ​ໄລຍະ​ຜ່ານ​ມາ ພວມ​​ແມ່ນ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ສອງ​ຝ່າຍ​ຜັນ​ຂະຫຍາຍ​ບັນດາ​ຄຳ​ໝັ້ນ​ສັນຍາ, ຂໍ້​ຕົກລົງ ​ແລະ ​ໂຄງການ​ຮ່ວມ​ມື, ພິ​ເສດ​ແມ່ນ​ແຜນການ​ດຳ​ເນີນ​ງານ​ໃນ​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ ການ​ຢ້ຽມຢາມ​ຂອງ​ກຳ​ປັ່ນ Sudashini ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ ຈະ​ຊ່ວຍ​​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ