ເພີ່ມທະວີການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ ຫວຽດນາມ - ອິນໂດເນເຊຍ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ດ້ານ​ກາ​ນເ​ມື​ອງ, ການ​ຕ່າງປະ​ເທດ ​ແລະ ​ເສດຖະກິ​ດ ລະຫວ່າງ​ຫວຽດນາມ ອິນ​ໂດ​ເນ​​ເຊຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ, ບໍ່​ພຽງ​ແຕ່​​ໃນ​ສອງ​ຝ່າຍ, ຫລາຍ​ຝ່າຍ​ເທົ່າ​ນັ້ນ ຫາກ​ໃນ​ຂອບ​ເຂດ ອາ​ຊຽນ ອີກ​ດ້ວຍ. ພິ​ເສດ ພາຍຫລັງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເມື່ອ​ເດືອນ 6/2013 ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບ​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​​ໃນ​ລາຍການ​ຊາຍ​ຄາ ອາຊຽນພາກ​ນີ້ ພວກ​ເຮົາ​ຂໍທົບ​ທວນຄືນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​​ເສດຖະກິດ. ​

ເພີ່ມທະວີການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ  ຫວຽດນາມ - ອິນໂດເນເຊຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງພ້ອມ​ດ້ວຍ​ພັນ​ລະ​ຍາ
ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີອິນ​ໂດ​ເນ​ເຊຍ Susilo Bambang ແລະ ພັນ​ລະ​ຍາ
ພາບ:internet


        ປະຈຸ​ບັນ, ອິນ​ໂດ​ເນ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ 4 ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍລະຫວ່າງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ,​ຈາກ 2,5 ຕື້ USD ​ໃນ​ປີ 2008 ຂຶ້ນ​ເຖິງ 4,6 ຕື້ USD ​ໃນ​ປີ 2011 ​ແລະ ບັນລຸ​ລະດັບ 4,86 ຕື້ USD ​ໃນ​ປີ 2012. ທ່ານ Herry Hotma ທີ່​ປຶກສາດ້ານເສດຖະກິດ, ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ປີ 2013, ພວກ​ເຮົາ​ສາມາດ​ເຫັນ​ໄດ້​ລະດັບ​ເຕີບ​ໂຕ​ດ້ານ​ການ​ຄ້າ​ສອງ​ຝ່າຍ ​ແລະ ພວກ​ເຮົາ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ​ໃນ​ປີ​ນີ້​ຈະສູງ​ກວ່າ​ປີ​ກ່ອນ. ພວກ​ຂ້າພະ​ເຈົ້າ​ກໍ​ປາດ​ຖະຫນາ​ວ່າ ຈຸດໝາຍ​ແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ​ຈະ​ບັນລຸ​ລະດັບ 5 ຕື້ USD ​ໄວ​ກວ່າ​ແຜນການ​ທີ່​ໄດ້ວາງ​ອອກ​ໃນ​ປີ 2015. ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຫວ່າ​ງ​ແລ້ວ​ນີ້, ການ​ນຳ​ສອງ​ປະ​ເທດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນວ່າ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຈະ​ເພີ່ມຂຶ້ນ​ສອງ​​ເທ່ົາ, ບັນລຸ 10 ຕື້ USD ​ໃນ​ປີ 2018. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ນຳ​ສອງ​ປະ​ເທດ​ມີ​ຄວາມ​ປະ​​ເອີ​ບ​ໃຈ​ຕໍ່ລະດັບ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດນັບ​ມື້​ນັບ​ເພີ່ມ​ຂຶ້ນ.”

        ​ໃນ​ຂົງ​ເຂດ​ການ​ລົງທຶນ, ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ຢືນ​ອັນ​ດັບທີ 27  ​ໃນ​ຈຳນວນ​ 101 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ ​ຢູ່​ຫວຽດນາມ ດ້ວຍ 35 ​ໂຄງການ​ຍັງ​ມີ​ຜົນ​ສັກສິດ, ລວມຍອດ​ຈຳນວນທຶນ​ຈົດ​ທະບຽນ​ກວ່າ 285 ລ້ານ USD. ອິນ​ໂດ​ເນ​ເຊຍ ​ໄດ້​ລົງທຶນ​ເຂົ້າ 11 ​ໃນ​ຈຳນວນ 21 ຂົງ​ເຂດ, ​ໃນ​ນັ້ນ ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ສ້າງ ຢືນ​ອັນ​ດັບ​ຫນຶ່ງ​ດ້ວຍ 16 ​ໂຄງການ ​ແລະ ດ້ວຍ​ທຶນ​ຈົດ​ທະບຽນ​ 112,17 ລ້ານ USD, ກວມ 39,34% ຍອດ​ຈຳນວນ​ເງິນ​ລົງທຶນ.

        ບັນດາ​ປະ​ເພດ​ສິນຄ້າ​ຕົ້ນຕໍ​ຂອງ ອິນ​ໂດ​ເນ​ເຊຍ ​ເຂົ້າ​ຫວຽດນາມ ລວມມີ: ​ເຫລັກ​ກ້າ, ກົນ​ຈັກ ​ແລະ ອຸປະກອນ​ການ​ຜະລິດ, ​ເຄມີ, ​ເຄື່ອງ​ອາ​ໄຫລ່​ລົດ​ໂອ​ໂຕ, ​ຄອມ​ພິວ​ເຕີ, ຝຸ່ນ​ເຄມີ ​ແລະ ການ​ຢາ..​​ໃນ​ຂະນະ​ນັ້ນ ອິນ​​ໂດ​ເນ​ເຊຍ ​ນຳ​ເຂົ້າ​ຈາກ ຫວຽດນາມ ບັນດາ​ປະ​ເພດ​ສິນຄ້າ​ຄື: ນ້ຳມັນ​ດີບ, ​ເຂົ້າສານ, ຊາ, ກາ​ເຟ.. ພິ​ເສດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຍັງ​ມີ​ຄວາ​ມສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ທີ່​ສາມາດ​ເພີ່ມ​ເຕີ​ມ​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​​ເຂດ​ຮັບປະກັນດ້ານ​ພະລັງງານ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ. ​ໃນ​ນັ້ນ ຫວຽດນາມ ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຖ່ານ​ຫີນ​ຢ່າງ​ຍາວ​ນານ ​ແລະ ​ເປັນ​ປົກກະຕິ​ຈາກ ອິນ​ໂດ​ເນ​ເຊຍ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ບັນດາ​ໂຮງງານ​​ໄຟຟ້າ​ໃຊ້ພະລັງ​ຄວາ​ມຮ້ອນ. ສ່ວນ​ຫວຽດນາມ ຮັບປະກັນ​ແຫ​ລ່ງສະຫນອງ​ຄວາມ​ຕ້ອງການ​ນຳ​ເຂົ້າ ​ເຂົ້າສານ​ຂອງ​ອິນ​ໂດ​ເນ​ເຊ​ຍ.

ເພີ່ມທະວີການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ  ຫວຽດນາມ - ອິນໂດເນເຊຍ - ảnh 2
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ-ອິນ​ໂດ​ເນ​ເຊຍ
ພາບ:TTXVN

        ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ນັບ​​ແຕ່​ຕົ້ນ​ປີ 2013, ສອງ​ປະ​ເທດ ​ໄດ້ຈັດ​ຕັ້ງ​​ເວທີ​ປາ​ໄສ​ເປັນ​ຫລາຍ​ຄັ້ງ ແລະ ການ​ເຄື່ອນ​ໄຫວ​ຕ່າງໆ ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ເວທີ​ປາ​ໄສ​ການ​ຄ້າ, ທ່ອງ​ທ່ຽວ ​ແລະ ລົງທຶນ ລະຫວ່າງ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຊື່​ງຖືກ​ຈັດ​ຂຶ້ນ​​ໃນ​ເດືອນ 6/2013 ຢູ່ ນະຄອນ ​ໂຮ່ຈິ​ມີນ. ​ເວທີ​ປາ​ໄສ​ນີ້ ​ໄດ້​ສ້າງ​ກາລະ​ໂອກາດ​ໂດຍ​ກົງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ພ້ອມ​ທັງ​ຊອກ​ຫາ​ກາລະ​ໂອກາດ​ໃຫມ່.​ ທ່ານ Herry Hotma ທີ່​ປຶກສາ​ດ້ານ​ເສດຖະກິດ, ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ມາ​ນະພະ​ຍາ​ຍາມ​ແນ​ະນຳ​ບັນດາ​ກາລະ​ໂອກ​າດດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ ​ແລະ ກົງກັນຂ້າມ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ສັນຍາ​ການຄ້າ​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ຝ່າຍ. ພວກ​ຂ້າພະ​ເຈົ້າ​ຈະ​ຈັດສົ່ງ​ບັນດາ​ວິ​ສາ​ຫະກິດ ອິນ​ໂດ​ເນ​ເຊຍ ມາ​ຫວຽດນາມ ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ການ​ຄ້າ ຢູ່ ຮ່າ​ໂນ້ຍ ​ແລະ ​ນະ​ຄອນໂຮ່ຈິ​ມີນ ຫລື ບັນດາ​ແຂວງ​ອື່ນໆ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ​ເຊີນ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ຄ້າ​ຢູ່ ອິນ​ໂດ​ເນ​ເຊຍອີກ”

        ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈຶອງ​ເຕີນ​ຊາງ​ໃນ​ເດືອນ 6 ຜ່ານ​ມາ, ມີ​ສັນຍາ​ການ​ຄ້າ ​ແລະ ຂໍ້​ຕົກລົງ​​ຮ່ວມ​ມື​​ໃນທຸກ​ຂົງ​ເຂດ​ສຳຄັນກວ່າ 30 ສະບັບ ​ໄດ້​ຮັບ​ການ​ລົງ​ນາມ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ອັນ​ໄດ້​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ທີ່​ໝັ້ນ​ຄົງ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດນາມ ອິນ​ໂດ​ເນ​ເຊຍ. ດ້ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ເອກະສານ​ຮ່ວມ​ມື, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ສາມາດ​ບັນລຸ​ໄດ້ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ 5 ຕື້ USD ກ່ອນ​ປີ 2015 ຄື​ຄາດໝາຍທີ່​​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ