(VOVWORLD) - ໂດຍເປັນອາຈານສອນວິຊາພາສາອັງກິດ, ຫງວຽນທິເຮົ້າ ບໍ່ເຄີີຍຄິດວ່າ ຕົນຈະສາມາດຟ້ອນແລະຍາດໄດ້ທຶນການສຶກສາຂະແໜງສິລະປະ. ແຕ່ໝາກຜົນຂອງການຮຽນຟ້ອນມາເປັນເວລາ 3 ເດືອນຢູ່ນະຄອນ Padang ເຊິ່ງເປັນເມືອງເອກຂອງແຂວງ Sumatra ຕາເວັນຕົກ, ອິນໂດເນເຊຍໄດ້ພິສູດໃຫ້ເຫັນສິ່ງທີ່ກົງກັນຂ້າມ ແລະ ໄດ້ຊ່ວຍໃຫ້ ເອື້ອຍຄູ ຫວຽດນາມ ອາຍຸ 29 ປີນີ້ມີການປ່ຽນແປງຫຼາຍຢ່າງ.ຕໍ່ໄປນີ້, ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ທີ່ພາດຫົວຂໍ້ວ່າ “ເສັ້ນທາງ ແຫ່ງການພິຊິດວາດຟ້ອນ ພື້ນເມືອງອິນໂດເນເຊຍຂອງເອື້ອຍຄູ ຫວຽດນາມ”.
ນາງເຮົ້າ ສະແດງວາດຟ້ອນຈານ “Tari Piring” |
ໃບໜ້າທີ່ແຕ່ງແຕ້ມຢ່າງລະອຽດລະອໍ ພ້ອມກັບຊຸດອາພອນປະຈໍາຊາດທີ່ເຫຼື້ອມຍິບຫຍັບຂອງອິນໂດເນເຊຍຍິ່ງເຮັດໃຫ້ ນາງເຮົ້າ ສວຍງາມກວ່າ ແລະມີສະເໜ່ທີ່ສຸດໃນວາດຟ້ອນຈານ “Tari Piring”. ນີ້ແມ່ນໜຶ່ງໃນ 2 ລາຍການ ເຊິ່ງບັນດາເພື່ອນໜຸ່ມທີ່ເຂົ້າຮ່ວມ “ທຶນການສຶກສາວິຊາສິລະປະ ແລະວັດທະນະທໍາອິນໂດເນເຊຍ” (IACS) ປີ 2019 ຢູ່ນະຄອນ Padang ສະແດງ. ເຂົາເຈົ້າມາຈາກ 10 ປະເທດໃນໂລກ, ໃນນັ້ນ ເຮົ້າ ເປັນຜູ້ຕາງໜ້າຂອງຫວຽດນາມ.
Tari Piring ແມ່ນໜຶ່ງໃນບັນດາວາດຟ້ອນທີ່ເປັນມູນເຊື້ອຂອງ Padang ເຊິ່ງເປັນການຍ້ອງຍໍຊົມເຊີຍຄວາມງາມການອອກແຮງງານຂອງປະຊາຊົນ. ຜູ້ເປັນຜົວເຮັດວຽກຢ່າງລໍາບາກກາກກໍາຢູ່ໃນທົ່ງນາ ແລ້ວຜູ້ເປັນເມຍໄດ້ເອົາເຂົ້າໃສ່ຈານໄປໃຫ້ຜົວ. ແຕ່ລະວາດຟ້ອນ ແມ່ນບັນດາການກະທໍາທີ່ສະແດງໃຫ້ເຫັນເຖິງຄວາມຮັກຂອງຄູ່ຜົວເມຍ ເປັນຕົ້ນແມ່ນຜູ້ເປັນເມຍໄລ່ນົກ, ແມງໄມ້ເພື່ອຮັກສາອາຫານຫຼືຜູ້ເປັນຜົວໄຕ້ທຽນເພື່ອເຍືອງທາງໃຫ້ເມຍຍ່າງໄປ...
“Tari Piring ແມ່ນວາດຟ້ອນທີ່ສວຍງາມ. ເນື້ອໃນຈິດໃຈຂອງວາດຟ້ອນດ່ັງກ່າວ ແມ່ນສະແດງອອກຢູ່ສີໜ້າ, ຜູ້ສະແດງວາດຟ້ອນດັ່ງກ່າວແມ່ນຕ້ອງຍິ້ມຫົວຕະຫຼອດເວລາ. ທີສອງແມ່ນຊຸດອາພອນງາມເປັນຫນ້າຮັກຈຳອົກຈຳໃຈ. ນອກຈາກນັ້ນ, ພວກຂ້າພະເຈົ້າຕ້ອງໃສ່ມຸງກຸດ, ມີທຽນ ແລະ ໜັກ ແຕ່ກໍງາມຫຼາຍ”.
ຖ້າຫາກວ່າບັນດາເພື່ອນໜຸ່ມທີ່ມາຈາກບັນດາປະເທດອື່ນໆລ້ວນແຕ່ມີພື້ນຖານດ້ານສິລະປະມາກ່ອນທີ່ຈະເຂົ້າຮ່ວມທຶນການສຶກສາດັ່ງກ່າວນັ້ນ, ແຕ່ສໍາລັບ ເຮົ້າພັດຕ່າງ. ນາງສາວເກີດປີ 1991 ນີ້ ໄດ້ຮັບການຄັດເລືອກໂດຍທ່ານເອກອັກຄະລັດຖະທູດອິນໂດເນເຊຍປະຈໍາຫວຽດນາມ Ibnu Hadi ຍ້ອນນາງມີຄວາມອາດສາມາດໃນການແລກປ່ຽນສື່ສານ, ການປັບຕົວ ແລະການຮຽນຮູ້ຂອງນາງ. ຟ້ອນຈານ Tari Piring ຂອງ Padang ແມ່ນໜຶ່ງໃນບັນດາລາຍການສະແດງຍາກທີ່ສຸດໃນລາຍການທຶນການສຶກສາ IACS. ບໍ່ພຽງແຕ່ຕ້ອງຮັກສາຈານໃນມືເທົ່ານັ້ນ, ຫາກ ເຮົ້າ ຍັງຕ້ອງໃສ່ໝວກທີ່ມີນໍ້າໜັກປະມານ 3 ກິໂລກຣາມ ແລະຢູ່ໃນໝວກໜ່ວຍນັ້ນຍັງມີທຽນທີ່ພວມໄຕ້ອີກດ້ວຍ. ເພື່ອມີຄວາມໝັ້ນໃຈຂຶ້ນສະແດງຢູ່ເທິງເວທີ, ເຮົ້າພ້ອມກັບເພື່ອນຂອງຕົນຕ້ອງຜ່ານຜ່າໄລຍະການຮຽນ ແລະຝຶກຊ້ອມຢ່າງເຂັ້ມງວດ.
“ວາດຟ້ອນດັ່ງກ່າວ ຍາກຢູ່ບ່ອນວ່າພວກນ້ອງຕ້ອງຟ້ອນດ້ວຍຈານແທ້ໆ, ຖ້າຜູ້ໃດບໍ່ມີຄວາມໝັ້ນໃຈຍາກທີ່ຈະປະຕິບັດໄດ້. ເວລາຊ້ອມພວກນ້ອງໄດ້ເຮັດຈານແຕກກວ່າ 200 ໃບແລ້ວ ແລະ ບໍ່ມີເຕັກນິກໃດໆໃນການຮັກສາຈານ. ກ່ອນຈະເລີ່ມເຂົ້າຮຽນວາດຟ້ອນດັ່ງກ່າວ, ພວກນ້ອງຕ້ອງໄດ້ໃຊ້ເວລາ 2 ມື້ເພື່ອຮຽນຈັບຈານ, ເຊັດຈານ, ລ້າງຈານ... ຊໍ້າບໍ່ໜໍາ, ພວກເພື່ອນທີ່ມາຈາກອິນເດຍຍັງພາວະນານໍາຈານໃບນັ້ນ. ນັກສິລະປະຕ້ອງທໍາຄວາມລື້ງເຄີຍກັບຈານ ແລະຫາເຄັດລັບສະເພາະໃນການຈັບຈານຂອງຕົນ”.
ເຮົ້າ ທໍາຄວາມລຶ້ງເຄີຍກັບຈານ |
ນອກຈາກການຟ້ອນກັບຈານແທ້ໆແລ້ວ, ສຳລັບວາດຟ້ອນ Tari Piring, ນັກຟ້ອນຕ້ອງໂຢະລົງຫຼາຍ. ເພາະສະນັ້ນ ເລື່ອງເຈັບຫົວເຂົ່າ, ຈານຕົກແຕກ, ມີບາດ ກໍແມ່ນຄວາມຫຍຸ້ງຍາກ ເຊິ່ງພວກເພື່ອນຕ້ອງປະເຊີນໜ້າ, ບາງມື້ນອນບໍ່ຫຼັບຍ້ອນປວດຂາ. ໂດຍເປັນຄັ້ງທໍາອິດຮຽນຟ້ອນ ແຕ່ ເຮົ້າ ກໍມີຄວາມເຊື່ອໝັ້ນຕໍ່ຕົນເອງ. ນາງພະຍາຍາມດຸໝັ່ນຝຶກຊ້ອມ ແລະຫາອາຈານ, ໝູ່ເພື່ອນແນະນໍາບັນດາທ່າທີ່ຍາກ, ຫຼັງຈາກນັ້ນຮອດຕອນຄໍ່າກັບເມືອບ່ອນພັກນາງກໍໝົກມຸຸ້ນຝຶກຊ້ອມໃຫ້ຄ່ອງແຄ້ວກວ່າອີກ. ດ້ວຍຄວາມມານາພະຍາຍາມຂອງຕົນ, ຍາມໃດ ເຮົ້າກໍໄດ້ຮັບການຍ້ອງຍໍ ແລະຕີລາຄາສູງຈາກຄູອາຈານ ແລະກໍເປັນຜູ້ດຽວທີ່ເຮັດຈານແຕກພຽງແຕ່ 1 ໃບເທົ່ານັ້ນ. ອາຈານ Andrea, ເຊິ່ງເປັນໜຶ່ງໃນບັນດາຄູສອນຟ້ອນຂອງ ເຮົ້າ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຕີລາຄາສູງຕໍ່ນໍ້າໃຈຮໍ່າຮຽນຂອງ ເຮົ້າ. ລາວເປັນອາຈານສອນວິຊາພາສາອັງກິດ ແລະບໍ່ມີພື້ນຖານກ່ຽວກັບການຟ້ອນມາກ່ອນ. ເຖິງວ່າລາວບໍ່ມີທັກສະຄືກັບໝູ່ຄົນອື່ນ ແຕ່ລາວພັດມີນໍ້າໃຈມັກຮັກການຮໍ່າຮຽນ. ຕົວຢ່າງຄືໃນເວລາຊ້ອມ, ຂ້າພະເຈົ້າສອນເຕັກນິກໃໝ່, ລາວອາດຈະຮຽນຊ້າກວ່າໝູ່ເພື່ອນຄົນອື່ນ ແຕ່ລາວບໍ່ຖືຕົວດ້ອຍກວ່າຫາກຍາມໃດກໍຢາກກ້າວໜ້າ ແລະຫາອາຈານ ແລະໝູ່ເພື່ອແນະນໍາໃຫ້”.
ເຮົ້າໄດ້ຮັບການຄັດເລືອກວ່າ ແມ່ນໜຶ່ງໃນຈໍານວນນັກຟ້ອນ 4 ຄົນໃນທິມໄດ້ໃສ່ໝວກ ແລະທຽນຢູ່ເທິງຫົວໃນບົດຟ້ອນ “Tari Piring”. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງຄູອາຈານທີ່ມີຕໍ່ເຮົ້າ. ໃນຕອນສະແດງ, ນາງສາວສວຍງາມທີ່ມາຈາກຫວຽດນາມນີ້ ໄດ້ສະແດງຢ່າງຄ່ອງແຄ້ວບໍ່ຕ່າງຫຍັງກັບບັນດາເພື່ອນໆອິນໂດເນເຊຍ ແລະປະເທດອື່ນໃນໂລກ.
ນອກຈາກວາດຟ້ອນ “Tari Piring” ແລ້ວ, ເຮົ້າ ແລະໝູ່ຂອງຕົນຍັງໄດ້ຮຽນວາດຟ້ອນ “Tari Idang” ແລະ ເຄື່ອງຕົນຕີພື້ນເມືອງອື່ນໆອີກ. ເຂົາເຈົ້າມີໂອກາດໄດ້ສໍາຜັດກັບຊີວິດການເປັນຢູ່ຂອງປະຊາຊົນປະຈໍາຖິ່ນ, ໄດ້ເຂົ້າຮ່ວມການສະແດງໃນງານບຸນຕ່າງໆຢູ່ບັນດາທ້ອງຖິ່ນ. ໃນຊຸດຮຽນໄລຍະເວລາ 3 ເດືອນນີ້ ໄດ້ເຮັດໃຫ້ເຮົ້າຄໍານຶງເຖິງບັນດາສິ່່ງທີ່ໃໝ່ອ່ຽມ.
“ທີໜຶ່ງແມ່ນນ້ອງມີຄວາມເຊື່ອໝັ້ນຕໍ່ຄໍາເວົ້າທີ່ວ່າ “ຖ້າຫາກທ່ານຢາກເຮັດທ່ານຈະເຮັດໄດ້”. ກ່ອນທີ່ຈະເຂົ້າຮ່ວມຊຸດຮຽນນີ້, ນ້ອງບໍ່ເຄີຍຄິດວ່າຕົນເອງຈະສາມາດສະແດງໄດ້ຄືແນວນີ້. ທີສອງແມ່ນນອກຈາກມີພອນສະຫວັນແລ້ວ, ເຮົາຕ້ອງມີຝຶກຊ້ອມໃຫ້ຫຼາຍທີ່ສຸດເທ່ົາທີ່ຫຼາຍໄດ້. ຖ້າຫາກວ່ານ້ອງຄິດວ່ານ້ອງບໍ່ມີພອນສະຫວັນໃນການຟ້ອນ ແລະພຽງແຕ່ຝຶກຊ້ອມ 8 ຊົ່ວໂມງນໍາອາຈານນັ້ນ ແມ່ນບໍ່ສາມາດເຮັດໄດ້. ເພາະວ່າຕົນເອງບໍ່ມີພອນສະຫວັນສະນັ້ນ ເຮົາຕ້ອງຝຶກຊ້ອມຫຼາຍກວ່າອີກ. ສໍາລັບນ້ອງ, ຊຸດຮຽນຄັ້ງນີ້ ແມ່ນມີຄຸນຄ່າທີ່ສຸດແລະນ້ອງກໍຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງ”.
ເຮົ້າພ້ອມກັບໝູ່ຂອງຕົນສະແດງລາຍການຟ້ອນຈານຢ່າງຄ່ອງແຄ້ວບໍ່ຕ່າງຫຍັງກັບບັນດາເພື່ອນໆອິນໂດເນເຊຍ |
ໄລຍະໜຶ່ງພາຍຫຼັງກັບເມືອຫວຽດນາມໃນເດືອນກັນຍາ 2019, ຫງວຽນທິເຮົ້າ ໄດ້ເລີ່ມລົງມືປະຕິບັດຄໍາໝັ້ນໝາຍກັບທ່ານເອກອັກຄະລັດຖະທູດອິນໂດເນເຊຍປະຈໍາຫວຽດນາມ, ນັ້ນແມ່ນ ແນະນໍາວັດທະນະທໍາອິນໂດເນເຊຍໃຫ້ບັນດາເພື່ອນໜຸ່ມຫວຽດນາມ. ປັດຈຸບັນ, ເຮົ້າກໍາລັງຊ່ວຍສະໂມສອນໜຶ່ງຂອງມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດສອນບັນດາວາດຟ້ອນ ອິນໂດເນເຊຍທີ່ລາວໄດ້ຮຽນມາ. ສໍາລັບ ເຮົ້າ, ນີ້ບໍ່ພຽງແຕ່ແມ່ນການປະຕິບັດຄໍາໝັ້ນໝາຍເທົ່ານັ້ນຫາກນາງຢາກກາຍເປັນຂົວຕໍ່ວັດທະນະທໍາລະຫວ່າງສອງປະເທດຫວຽດນາມ - ອິນໂດເນເຊຍອີກດ້ວຍ./.