ແຮງງານ ອິນໂດເນເຊຍ ກ່ອນທີ່ເຊື່ອມໂຍງເຂົ້າກັບ AEC


(vovworld)- ວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດ ອາຊຽນ ພວມກ້າວເຂົ້າສູ່ໄລຍະສຸດທ້າຍ. ເພື່ອສາມາດຍາດແຍ່ງກາລະໂອກາດດີຂອງວິວັດທະນາການເຊື່ອມໂຍງນີ້, ປະຈຸບັນ ບັນດາປະເທດ ອາຊຽນ ພວມພິຈາລະນາ, ຕີລາຄາກຳລັງຄວາມສາມາດຂອງບັນດາວິສາຫະກິດພາຍໃນປະເທດຄືນ, ໃນນັ້ນ ປັດໄຈສີມືແຮງງານ, ວິຊາສະເພາະ ຍາມໃດ ກໍແມ່ນບັນຫາໃຫຍ່ພາຍຫລັງປະຊາຄົມເສດຖະກິດ ອາຊຽນ (AEC) ໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 2015. ສິ່ງດັ່ງກ່າວ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດປະເທດສະມາຊິກອາຊຽນ ໃນນັ້ນມີ ອິນໂດເນເຊຍ ເພາະວ່າ: ຈຳນວນພົນລະເມືອງຂອງ ອິນໂດເນເຊຍ ແມ່ນຫລວງຫລາຍ ແລະ ປະເທດນີ້ກໍແມ່ນປະເທດ ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດຫລາຍກວ່າໝູູ່ໃນພາກພື້ນ.

ແຮງງານ ອິນໂດເນເຊຍ ກ່ອນທີ່ເຊື່ອມໂຍງເຂົ້າກັບ AEC - ảnh 1
ພາບປະກອບ:internet

        ອິນໂດເນເຊຍ ແມ່ນປະເທດມີຈຳນວນພົນລະເມືອງຫລາຍກວ່າໝູູູ່ໃນ ອາຊຽນ ດ້ວຍພົນລະເມືອງກ່ວາ 250 ລ້ານຄົນ ແລະ ກໍແມ່ນປະເທດມີຍອດຈຳນວນວິສາຫະກິດຫລາຍສຸດ, ກ່ວາ 5 ລ້ານແຫ່ງ. ສະນັ້ນ ເມື່ອ AEC ໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີນີ້, ເລື່ອງບັນດາວິສາຫະກິດປະເທດນີ້ ເປີດກ້ວາງຕະຫລາດຂອງຕົນຢູ່ພາກພື້ນຈະສ້າງກະແສການລົງທຶນ, ການຄ້າໃຫຍ່ໃນກຸ່ມ ອະຊຽນ.

        ເຖິງຢ່າງໃດກໍຕາມ ເພື່ອສາມາດຜັນຂະຫຍາຍບັນດາຍຸດທະສາດພັດທະນາຢ່າງມີປະສິດທິຜົນ ເພື່ອຍາດແຍ່ງບັນດາກາລະໂອກາດຢ່າງສຸດຂີດ ຊຶ່ງ AEC ນຳມາໃຫ້, ບັນດາວິສາຫະກິດ ອິນໂດເນເຊຍ ຄວນມີຄວາມມານະພະຍາຍາມບໍ່ແມ່ນໜ້ອຍ. ກໍເຊັ່ນດຽວກັນກັບບັນດາປະເທດ ອາຊຽນ ອື່ນ ປັດໄຈແຫຼ່ງຊັບພະຍາກອນມະນຸດ ແລະ ລະດັບສີມືແຮງງານຍາມໃດກໍແມ່ນຮົ້ວກີດຂວາງໃຫຍ່ສຳລັບ ອິນໂດເນເຊຍ ເມື່ອເປີດກ້ວາງການຮ່ວມມືດ້ານການຄ້າໄປຍັງບັນດາປະເທດ ອາຊຽນ. ນັ້ນບໍໍ່ພຽງແຕ່ ແມ່ນສິ່ງທ້າທາຍຂອງບັນດາວິສາຫະກິດ ເທົ່ານັ້ນ ຫາກຍັງແມ່ນຄວາມວິຕົກກັງວົງຂອງລັດຖະບານ ອິນໂດເນເຊຍ ອີກດ້ວຍ. ທ່ານນາງ Wendy Ariyani ຫົວໜ້າກົມຄູ່ຮ່ວມມື ອາຊຽນ (ກະຊວງການຄ້າ ອິນໂດເນເຊຍ) ໃຫ້ຮູ້ວ່າ:

        “ຖ້າຫາກພວກເຮົາມີພຽງແຕ່ວິຊາການ ພວກເຮົາຈະບໍ່ປະຕິບັດໄດ້ສິ່ງໃດ ສະນັ້ນບັນຫາຊັບພະຍາກອນມະນຸດຕ້ອງໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ຕ້ອງເຮັດແນວໃດ ເພື່ອສາມາດສອດຄອງກັບບັນດາຄວາມຮຽກຮ້ອງຕ້ອງການ ຊຶ່ງວິສາຫະກິດມຸ່ງໄປເຖິງ”.

        ນັ້ນກໍແມ່ນ ຄວາມເປັນຫ່ວງຂອງທ່ານນາງ Judit Emma ຜູ້ອຳນວຍການບໍລິຫານບໍລິສັດ Franchise ດຳເນີນທຸລະກິດໃນຂົງເຂດມອບ - ໂອນສິດດຳເນີນທຸລະກິດຢູ່ ອິນໂດເນເຊຍ. ທ່ານນາງໃຫ້ຮູ້ວ່າ: ປະຈຸບັນບໍລິສັດພວມສ້າງຍຸດທະສາດເປີດກ້ວາງການເຄື່ອນໄຫວຂອງຕົນໄປຍັງປະເທດຈຳນວນໜຶ່ງໃນພາກພື້ນຄື: ມາເລເຊຍ, ຟີລິບປີນ, ຫວຽດນາມ…ແລະ ວາງຈຸດສຸມເຂົ້າໃນວຽກງານກະກຽມຖັນແຖວບຸກຄະລາກອນ.

        “ບັນຫາທຳອິດຍັງແມ່ນບັນຫາຊັບພະຍາກອນມະນຸດ ນັ້ນແມ່ນບັນດາຄົນງານມີສີມືທີ່ໄດ້ຮັບການບຳລຸງສ້າງຂົງເຂດເຄື່ອນໄຫວຂອງບໍລິສັດຂອງຂ້າພະເຈົ້າ ຍາມໃດກໍໄດ້ຮັບການປະຕິບັດຕາມເນື້ອໃນທັງໝົດສັນຍາ ບໍ່ຕັດແຍກອອກເປັນແຕ່ລະພາກສ່ວນໄດ້ ນອກນັ້ນ ພວກຂ້າພະເຈົ້າບໍ່ພຽງແຕ່ສະໜອງຜະລິດຕະພັນທີ່ເປັນເອກະລັກສະເພາະເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງຄຸນນະພາບ ແລະ ເຄື່ອງໝາຍການຄ້າຂອງຜະລິດຕະພັນອີກດ້ວຍ”.

        ກ່ອນນີ້ ອິນໂດເນເຊຍ ພຽງແຕ່ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດໃນຂົງເຂດຈຳນວນໜຶ່ງຄື: ແມ່ເຮືອນ, ກຳມະກອນ, ນາງພະຍາບານ…ແຕ່ລະປີ ອິນໂດເນເຊຍ ສົ່ງຄົນງານ 500.000 ຄົນໄປເຮັດວຽກຢູ່ບັນດາປະເທດຄື: ອາຣັບບີ ຊາອຸດີດ, ມາເລເຊຍ, ໄຕ້ຫວັນ…ແລະໃນຈຳນວນນັ້ນ ບັນດາຄົນງານມີສີມືກວມບໍ່ຮອດ 1% ເຖິງຢ່າງໃດກໍຕາມ ປະຈຸບັນ ອິນໂດເນເຊຍ ພວມວາງຄາດໝາຍສົ່ງຄົນງານຮຽນຈົບມະຫາວິທະຍາໄລ ແລະ ມີສີມືແຮງງານສູງ ໄປຍັງບັນດາປະເທດໃນພາກພື້ນ ມຸ່ງໄປເຖິງ ສົ່ງຈຳນວນແຮງງານມີສີມືສູງບັນລຸ 10% ໃນປີ 2016 ແລະ 20% ໃນປີ 2020. ທ່ານ Bachrul Chairi ຫົວໜ້າກົມຮ່ວມມືການຄ້າສາກົນຂຶ້ນກັບກະຊວງການຄ້າ ອິນໂດເນເຊຍ ໃຫ້ຮູ້ວ່າ:

“ອິນໂດເນເຊຍ ມີຜົນປະໂຫຍດໃຫຍ່ຫລວງ ເມື່ອເຂົ້າຮ່ວມ AEC ແລະ ເວລານັ້ນ ພວກເຮົາຈະສົ່ງຄົນງານໄປເຫັດວຽກຢູ່ບັນດາປະເທດ ອາຊຽນ ເປັນຈຳນວນຫລາຍ. ເພື່ອຮັບປະກັນໃຫ້ບັນດາຄຳຮຽກຮ້ອງຍົກຍ້າຍຄົນງານ, ປະຈຸບັນ ພວກຂ້າພະເຈົ້າໄດ້ກຳນົດ 8 ຂະແໜງອາຊີບຈຸດສຸມ ໃນນັ້ນ ມີທ່ານໝໍນາງພະຍາບານ, ນັກວິສາວະກອນ, ຜູ້ຊ່ຽວຊານທະນາຄານ, ຊ່ຽວຊານການທ່ອງທ່ຽວ. ພາຍຫລັງໄດ້ຮັບການບຳລຸງສ້າງ ແລະ ຕອບສະໜອງມາດຕະຖານຂອງ ອາຊຽນ ຄົນງານເຫຼົ່ານັ້ນຈະໄປເຮັດວຽກຢູ່ຕ່າງປະເທດ.”

        ດ້ວຍການຍົກຍ້າຍຄົນງານລະຫວ່າງບັນດາປະເທດ ອາຊຽນ ພາຍຫຼັງເຊື່ອມໂຍງໃນທ້າຍປີນີ້ ແລະ ການເຂົ້າຮ່ວມຂອງບັນດາຄົນງານມີສີມືສູງ, ອິນໂດເນເຊຍ ຈະກາຍເປັນສູນສະໜອງແຮງງານຊັ້ນນຳໃຫ້ປະຊາຄົມເສດຖະກິດ ອາຊຽນ ຫລັງປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ