(vovworld)- ດ້ວຍທ່າໄດ້ປຽບແມ່ນປະເທດມີເນື້ອທີ່ກວ້າງໃຫຍ່ ດ້ວຍພົນລະເມືອງຫລາຍກວ່າໝູ່ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ກວ່າ 240 ລ້ານຄົນ), ລະດັບໃຊ້ສອຍສິນຄ້າສູງ, ອິນໂດເນເຊຍ ແມ່ນເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫລາຍຢ່າງໃຫ້ແກ່ຄົນງານບັນດາປະເທດໃນພາກພື້ນ. ເຖິງຢ່າງໃດກໍຕາມ, ສຳລັບ ລັດຖະບານ ອິນໂດເນເຊຍ ແລ້ວ, ສິ່ງດັ່ງກ່າວກໍແມ່ນສິ່ງທ້າທາຍໃຫຍ່ຕໍ່ກຳລັງຄົນງານປະເທດນີ້ ໃນວິວັດການແກ້ງແຍ້ງກັບຄົນງານມາຈາກປະເທດອື່ນ ຫລື ວຽກເຮັດງານທຳຢູ່ບັນດາປະເທດໃນພາກພື້ນ. ເພື່ອກະກຽມໃຫ້ແກ່ການເຊື່ອມໂຍງແຮງງານພາຍໃນກຸ່ມ ອາຊຽນ, ໃນຫລາຍປີຜ່ານມາ ອິນໂດເນເຊຍ ກຳນົດໄດ້ທິດທາງ, ຈຸດດີ, ຈຸດອ່ອນຂອງແຮງງານພາຍໃນປະເທດ ເພື່ອກຽມພ້ອມໃຫ້ວິວັດແຫ່ງການເຊື່ອມໂຍງຕະຫລາດແຮງງານ ອາຊຽນ.
ຄົນງານອິນໂດເນເຊຍໄປເຮັດວຽກຢູ່ຕ່າງປະເທດ
ພາບ:dpiap.org
|
ໃກ້ຈະຮອດວັນສ້າງຕັ້ງຕະຫລາດຮ່ວມ ອາຊຽນ. ການຍົກຍ້າຍຄົນງານພາຍໃນກຸ່ມເຖິງບັນດາປະເທດໃນພາກພື້ນດຽວແມ່ນສິ່ງທີ່ຈຳເປັນ. ສະນັ້ນ ປະຈຸບັນ ບັນດາປະເທດ ອາຊຽນ ພວມມານະພະຍາຍາມຮ່ວມແຮງຮ່ວມໃຈສ້າງບັນດາມາດຖານລວມ, ໃນນັ້ນ ມີຄວາມມານະພະຍາຍາມຂອງແຕ່ລະປະເທດໃນການຍົກສູງສີມື ແລະ ກະກຽມແຮງງານໃຫ້ແກ່ຕະຫລາດທີ່ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແຕ່ກໍມີສິ່ງກີດຂວາງຫລາຍຢ່າງ. ສິ່ງດັ່ງກ່າວແມ່ນຄຳຢືນຢັນຂອງທ່ານ Khairul Anwar, ຫົວຫນ້າກົມໃຫຍ່ຝຶກອົບຮົມ, ບຳລຸງສ້າງ ແລະ ສະມັດຕະພາບແຮງງານ ຂຶ້ນກັບກະຊວງແຮງງານ ແລະ ອົບພະຍົບ ອິນໂດເນເຊຍ ເນື່ອງໃນໂອກາດທ່ານນຳຫນ້າຄະນະຜູ້ແທນ ອິນໂດເນເຊຍ ເຂົ້າຮ່ວມງານແຂ່ງຂັນສີມືແຮງງານ ອາຊຽນ ທີ່ດຳເນີນໄປຢູ່ ຮ່າໂນ້ຍຫວ່າງແລ້ວນີ້.
“ກ່ຽວກັບບັນຫາກຳລັງຄວາມສາມາດ, ປະຈຸບັນ ພວກຂ້າພະເຈົ້າໄດ້ກຳນົດ ແລະ ຍົກອອກບັນດາມາດຕະຖານ, ຄຸນນະພາບໃຫ້ແກ່ສີມືແຮງງານຂອງອິນໂດເນເຊຍ. ນອກນັ້ນ ພວກຂ້າພະເຈົ້າ ພວມພ້ອມກັບບັນດາປະເທດ ອາຊຽນ ອື່ນ ມານະພະຍາຍາມເປັນເອກະພາບມຸ່ງໄປເຖິງການຮັບຮູ້ລວມກ່ຽວກັບມາດຕະຖານຄຸນນະພາບສີມືແຮງງານລະຫວ່າງບັນດາປະເທດສະມາຊິກພາຍໃນກຸ່ມ. ຈາກນັ້ນ ພວກຂ້າພະເຈົ້າປາດຖະຫນາວ່າ ບັນດາມາດຕະຖານຄຸນນະພາບສີມືແຮງງານຂອງ ອິນໂດເນເຊຍ ຈະໄດ້ຮັບການຮັບຮູ້ຈາກບັນດາປະເທດອື່ນ.”
ປະຈຸບັນ, ດ້ວຍທ່າແຮງກ່ຽວກັບຈຳນວນຄົນງານຫນຸ່ມ ກວມເກືອບ 40% ຈຳນວນພົນລະເມືອງ ແລະ ປີ 2020 ມີ 60% ຈຳນວນພົນລະເມືອງໃນເກັນອາຍຸອອກແຮງງານ, ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອກາຍເປັນຫນຶ່ງໃນບັນດາປະເທດສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດຫລາຍກວ່າໝູ່ໃນພາກພື້ນ ດ້ວຍຄຸນນະພາບສີມືແຮງງານສູງ, ກຳລັງແກ້ງແຍ້ງໃຫຍ່ໃນພາກພື້ນ. ທ່ານ Khairul Anwar, ຫົວຫນ້າກົມໃຫຍ່ຝຶກອົບຮົມ, ບຳລຸງສ້າງ ແລະ ສະມັດຕະພາບແຮງງານ ຂຶ້ນກັບກະຊວງແຮງງານ ແລະ ອົບພະຍົບ ອິນໂດເນເຊຍ ໃຫ້ຮູ້ຕື່ມອີກວ່າ:
“ໃນໄລຍະຜ່ານມາ ຫລາຍປະເທດໄດ້ຮັບຮູ້ຄຸນນະພາບສີມືແຮງງານ ອິນໂດເນເຊຍ ຕອບສະຫນອງຄວາມຕ້ອງການຂອງເຂົາເຈົ້າໄດ້. ຄຽງຄູ່ກັນນັ້ນ, ແຮງງານ ອິນໂດເນເຊຍ ກໍມີທ່າທີເຮັດວຽກຢ່າງເຂັ້ມງວດ ແລະ ເຈືອຈານເຂົ້າກັບວັດທະນະທຳປະເທດປະຈຳຖິ່ນ. ແຮງງານ ອິນໂດເນເຊຍ ໄດ້ຮັບຄວາມນິຍົມຈາກຫລາຍປະເທດ.”
ເຖິງຢ່າງໃດກໍຕາມ, ເມື່ອຕະຫລາດລວມໄດ້ຮັບການສ້າງຕັ້ງຂຶ້ນ, ແຮງງານ ອິນໂດເນເຊຍ ຈະຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃຫມ່. ເຊື່ອມໂຍງເຂົ້າກັບອາຊຽນ ໝາຍຄວາມວ່າ ດ້ວຍເລື່ອງຄົນງານ ອິນໂດເນເຊຍ ເວົ້າສະເພາະ ແລະ ອາຊຽນ ເວົ້າລວມ ຈະມີການຍົກຍ້າຍໄປຍັງບັນດາປະເທດໃນພາກພື້ນເປັນຈຳນວນຫລວງຫລາຍ. ສະນັ້ນ ດ້ວຍທ່າໄດ້ປຽບ ແລະ ຄວາມຈຳກັດຂອງຄົນງານແຕ່ລະປະເທດໃນອາຊຽນ ເມື່ອເຂົ້າຮ່ວມຕະຫລາດແຮງງານລວມ ຄວນກຳນົດຢ່າງຈະແຈ້ງ ເພື່ອສາມາດວາງອອກບັນດາມາດຕະການເໝາະສົມ. ສຳລັບແຮງງານ ອິນໂດເນເຊຍ, ທ່ານ ທ່ານ Khairul Anwar, ຫົວຫນ້າກົມໃຫຍ່ຝຶກອົບຮົມ, ບຳລຸງສ້າງ ແລະ ສະມັດຕະພາບແຮງງານ ຂຶ້ນກັບກະຊວງແຮງງານ ແລະ ອົບພະຍົບ ອິນໂດເນເຊຍ ໃຫ້ຮູ້ວ່າ:
“ດ້ວຍໝາກຜົນຂອງການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງນີ້, ພວກຂ້າພະເຈົ້າເຫັນວ່າ ອິນໂດເນເຊຍ ມີທ່າແຮງໃນຂົງເຂດຕິດຕັ້ງ. ເຖິງຢ່າງໃດກໍຕາມ, ເມື່ອເຮັດວຽກຢູ່ຕ່າງປະເທດ, ຄົນງານ ອິນໂດເນເຊຍ ຈະປະສົບກັບຄວາມຫຍຸ້ງຍາກດ້ານພາສາ. ດັ່ງນັ້ນ, ໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເອົາໃຈໃສ່ເຖິງການສອນພາສາຕ່າງປະເທດ ເພື່ອກະກຽມໃຫ້ແກ່ບັນດາຄົນງານອິນໂດເນເຊຍ ໄປເຮັດວຽກຢູ່ປະເທດອື່ນ.”
ອາດຈະເຫັນໄດ້ວ່າ ບໍ່ພຽງແຕ່ ອິນໂດເນເຊຍເທົ່ານັ້ນ ສິ່ງດັ່ງກ່າວກໍແມ່ນຄວາມຫຍຸ້ງຍາກລວມສຳລັບບັນດາປະເທດ ອາຊຽນ ເມື່ອສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ. ຕະຫລາດລວມ ອາຊຽນທັງແມ່ນກາລະໂອກາດ, ທັງແມ່ນສິ່ງທ້າທາຍສຳລັບແຮງງານບັນດາປະເທດພາຍໃນກຸ່ມເວົ້າລວມ ແລະ ອິນໂດເນເຊຍ ເວົ້າສະເພາະ. ດ້ວຍຈຸດໝາຍ ນຳອິນໂດເນເຊຍ ກາຍເປັນປະເທດສົ່ງຄົນງານທີ່ມີສີມືແຮງງານສູງໄປເຮັດວຽກຢູ່ຕ່າງປະເທດຫລາຍກວ່າໝູ່ໃນພາກພື້ນ, ໃນຊຸມປີຜ່ານມາ ລັດຖະບານ ອິນໂດເນເຊຍ ໄດ້ ແລະ ພວມນຳໃຊ້ຫລາຍໂຄງການບຳລຸງສ້າງ, ຝຶກອົບຮົມທັກສະ, ດ້ານພາສາ, ສົ່ງເສີມສຸຂະພາບ, ຄວາມສາມາດຮັບມືກັບການດຳລົງຊີວິດຢູ່ປະເທດອື່ນໃຫ້ແກ່ຄົນງານ.