ໄທ ເພີ່ມທະວີການດຶງດູດແຂກທ່ອງທ່ຽວ ຫວຽດນາມ

(VOVWORLD) -ວັນທີ 13 ທັນວາ 2018, ໄທ ໄດ້ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ມາຢ້ຽມຢາມ ໃນປີ 2018 ຜູ້ທີ 1 ລ້ານ. 

ນີ້ແມ່ນຕົວເລກປະທັບໃຈສຳລັບຂະແໜງທ່ອງທ່ຽວຂອງ ໄທ, ພ້ອມທັງກໍ່ສະແດງໃຫ້ເຫັນ ຫວຽດນາມ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ດູດດື່ມສຳລັບຂະແໜງທ່ອງທ່ຽວຂອງປະເທດນີ້. ເພື່ອບໍ່ໃຫ້ພາດໂອກາດ, ໃນຊຸມວັນກຽມກ້າວເຂົ້າສູ່ປີ 2019, ໄທ ໄດ້ເລີ່ມປະຕິບັດບັ້ນໂຄສະນາການທ່ອງທ່ຽວຢູ່ຕະຫລາດ ຫວຽດນາມ.

ໄທ ເພີ່ມທະວີການດຶງດູດແຂກທ່ອງທ່ຽວ ຫວຽດນາມ - ảnh 1 “ໄທ ສຸດຍອດ - Amazing Thailand” 

“ໄທ ສຸດຍອດ - Amazing Thailand” ທີ່ຫາກໍ່ດຳເນີນໃນໄລຍະມໍ່ໆມານີ້ ແມ່ນການເຄື່ອນໄຫວເປີດສາກ ແລະ ກໍ່ແມ່ນເຫດການໂຄສະນາການທ່ອງທ່ຽວໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ໂດຍກົມທ່ອງທ່ຽວ ໄທ ຈັດຕັ້ງຢູ່ນະຄອນຫລວງ ຮ່າໂນ້ຍ. ເຫດການດັ່ງກ່າວໄດ້ຈັດຕັ້ງຢູ່ສະໜາມຫລວງ ດົງກິງເງ້ຍທຸກ, ບໍລິເວນຖະໜົນຍ່າງອ້ອມໜອງ ຮ່ວານກ໊ຽມ, ຮ່າໂນ້ຍ ເຊິ່ງໄດ້ດຶງດູດແຂກຜູ້ຊົມມາເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ນອກຈາກການແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະທີ່ສຸດຂອງ ໄທ ຄື: ອາຫານການກິນ, ວັດທະນະທຳ…ກໍ່ຄືບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມລື້ງເຄີຍຄື: ບາງກອກ, ພັດທະຍາ ແລ້ວ. ໃນນຄັ້ງນີ້, ໄທ ຍັງເປີດກ້ວາງການແນະນຳສະຖານທີ່ທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວ ຫວຽດນາມ ຫລາຍຄົນຍັງບໍ່ທັນຮູ້ຈັກເຖິງຄື: ຊຽງໃໝ່, ຊຽງຣາຍ - ແມ່ນສະຖານທີ່ໄດ້ພັນລະນາຄື “ດອກກຸຫລາບທາງທິດເໜືອ” ຂອງ ໄທ. ທ່ານ ຢຸດທະສັກ ສຸພາສອນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ໄທ ໃຫ້ຮູ້ວ່າ:

ໄທ ເພີ່ມທະວີການດຶງດູດແຂກທ່ອງທ່ຽວ ຫວຽດນາມ - ảnh 2 ທ່ານ ຢຸດທະສັກ ສຸພາສອນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ໄທ (ຜູ້ທີ 3 ເບື້ອງຂວາ)

ຕາມບົດລາຍງານຂອງກົມໃຫຍ່ທ່ອງທ່ຽວ ໄທ (TAT) ແລ້ວ, ແຕ່ລະປີ, ໄທ ໄດ້ໃຊ້ຈ່າຍເງິນປະມານ 600 ແສນຫາ 1 ລ້ານ USD ໃຫ້ແກ່ບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ ຫວຽດນາມ. ໃນປີ 2019, ໄທ ຈະສຸມໃສ່ເຂົ້າໃນເກນອາຍຸໄວໜຸ່ມ, ກວມເອົາປະມານ 33% ປະຊາກອນຂອງ ຫວຽດນາມ ແລະ ພວມມີລະດັບໃຊ້ຈ່າຍນັບມື້ນັບສູງ. ໄທ ພວມມານະພະຍາຍາມຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ປີ 2019 ໃຫ້ບັນລຸ 1,1 ລ້ານເທື່ອຄົນ. ເພື່ອປະຕິບັດເປົ້າໝາຍນີ້, ເປັນຄັ້ງທຳອິດ ໄທ ແຕ່ງຕັ້ງທູດທ່ອງທ່ຽວ ໄທ ຢູ່ ຫວຽດນາມ ປີ 2019, ນັ້ນແມ່ນ MC ກວາງບາວ - ລາວແບ່ງປັນວ່າ:

ກວາງບາວ ໄດ້ໄປຢ້ຽມຢາມ, ຜ່ານປະສົບການຕົວຈິງທີ່ເປັນໜ້າຈັບໃຈໃນເວລາ 8 ວັນຢູ່ບັນດາສະຖານທີ່ທ່ອງທ່ຽວຂອງ ໄທ. ນັ້ນແມ່ນ ບາງກອກ - ແມ່ນສະຖານທີ່ຄຸ້ນເຄີຍ ແຕ່ຍາມໃດກໍ່ມີສິ່ງແປກໃໝ່ຫລາຍຢ່າງ; ຢູ່ ຫົວຫີນ ແມ່ນດິນແດນແຫ່ງສະຫວັນພຽງແຕ່ສະຫງວນໃຫ້ພະບໍຣົມວົງສານຸວົງໃນສະໄໝເກົ່າເທົ່ານັ້ນ ແຕ່ປັດຈຸບັນໄດ້ເປີດປະຕູຮັບໃຊ້ແຂກທ່ອງທ່ຽວ ແລະ ພວກເພື່ອນສາມາດມາຢ້ຽມຢາມແຫ່ງນີ້ ແລະ ກໍ່ຄື ເຂົາໃຫຍ່- ແມ່ນສະຖານທີ່ສວຍງາມ, ສະຫງົບສຸກ ແລະ ມີອາກາດເຢັນສະບາຍ. ກວາງບາວ ຫວັງວ່າ ດ້ວຍຖານະເປັນທູດທ່ອງທ່ຽວຂອງ ໄທ ຢູ່ ຫວຽດນາມ, ດ້ວຍບັນດາເລື່ອງລາວຂອງຕົນ, ບັນດາການເດີນທາງຂອງຕົນ ຈະຊ່ວຍໃຫ້ທຸກຄົນເຂົ້າໃຈກ່ຽວກັບປະເທດ ໄທ ຫລາຍກ່ວາ. ໄທ ແມ່ນສະຖານທີ່ໄດ້ຮັບບຸລິມະສິດເມື່ອທຸກຄົນເລືອກໄປທ່ອງທ່ຽວ.

ໃນຊຸມປີມໍ່ໆມານີ້, ໄທ ໄດ້ເພີ່ມທະວີສົມທົບກັບຝ່າຍ ຫວຽດນາມ ເປີດບັນດາສາຍການບິນໂດຍກົງດ້ວຍລາຄາຖືກໄປຍັງບັນດາແຂວງ, ນະຄອນຂອງ ຫວຽດນາມ ນອກຈາກນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ຄື: ເງະອານ, ກວາງບີງ, ດ່າໜັງ, ຝູກວກ… ອ້າຍ ຕ້າຮືວຈ໊ຽນ - ຜູ້ອຳນວຍການບໍລິສັດທ່ອງທ່ຽວ SunVina Travel ແມ່ນໜຶ່ງໃນບັນດາບໍລິສັດຈັດຕັ້ງບັນດາ Tour ໃຫ້ແຂກທ່ອງທ່ຽວ ຫວຽດນາມ ໄປຍັງ ໄທ ແບ່ງປັນວ່າ:

ໄປທ່ອງທ່ຽວ ໄທ ບໍ່ພຽງແຕ່ມີບັນດາສະຖານທີ່ທ່ອງທ່ຽວທີ່ຄຸ້ນເຄີຍຄື: ບາງກອກ, ພັດທະຍາ ເທົ່ານັ້ນ ຫາກຍັງມີຫລາຍສະຖານທີ່ດູດດື່ມຄືຊຽງໃໝ່ ອີກດ້ວຍ. ນີ້ແມ່ນຈຸດນັດພົບພວມດຶງດູດໃຈແຂກທ່ອງທ່ຽວ ຫວຽດນາມ ດ້ວຍບັນດາສາຍການບິນໂດຍກົງ. ດ້ວຍບັນດາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງ ໄທ, ຂ້າພະເຈົ້າຄິດວ່າ ມີກາລະໂອກາດດີຫລາຍຢ່າງ ແລະ ຈະຂະຫຍາຍຕົວໃນໄລຍະຈະມາເຖິງ. ປີ 2018, ບໍລິສັດທ່ອງທ່ຽວ SunVina Travel ກໍ່ແມ່ນ 1 ໃນບັນດາບໍລິສັດທີ່ເຄີຍຈັດຕັ້ງ Tour ທ່ອງທ່ຽວໄປຍັງ ໄທ ແລະ ບັນລຸໄດ້ຕົວເລກ 2.500 ເທື່ອຄົນໄປ ໄທ ດ້ວຍຖ້ຽວທ່ອງທ່ຽວ ບາງກອກ - ພັດທະຍາ.

ໃນປີ 2019, ຫ້ອງການ TAT ຢູ່ນະຄອນ ໂຮ່ຈີມິນ ຈະຜັນຂະຫຍາຍບາງແຜນການໂຄສະນາການທ່ອງທ່ຽວໃນທົ່ວທຸກແຂວງ, ນະຄອນຂອງ ຫວຽດນາມ. ຕາມນັ້ນແລ້ວ, TAT ຈະຈັດຕັ້ງການໂຄສະນາບັນດາລາຍການທ່ອງທ່ຽວ ໄທ ຢູ່ ຮ່າໂນ້ຍ ແລະ ບາງແຂວງ, ນະຄອນຄື: ຫາຍຟ່ອງ, ກວາງນິງ ແລະ ບາງທ້ອງຖິ່ນໃກ້ຄຽງ. ທ່ານ  ຢຸດທະສັກ ສຸພາສອນ ຫົວໜ້າກົມໃຫຍ່ທ່ອງທ່ຽວ ໄທ ໃຫ້ຮູ້ວ່າ:

ໄປຄຽງຄູ່ກັນນັ້ນ, ໃນປີ 2019, TAT ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາບໍລິສັດທ່ອງທ່ຽວ ແລະ ບັນດາບໍລິສັດການບິນ ເພື່ອດຶງດູດແຂກທ່ອງທ່ຽວ ຫວຽດນາມ ໄປຍັງ ໄທ ອີກດ້ວຍ. ບັນດາລາຍການນີ້ ແນໃສ່ບັນລຸຄາດໝາຍຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ 1,1 ລ້ານເທື່ອຄົນມາ ໄທ ໃນປີ 2019. ພ້ອມກັນນັ້ນ, ເລື່ອງເພີ່ມທະວີແຂກທ່ອງທ່ຽວ ຫວຽດນາມ ໄປ ໄທ ກໍ່ຊ່ວຍເພີ່ມທະວີການພົວພັນລະຫວ່າງ 2 ປະເທດ ຄືດັ່ງຄຳແບ່ງປັນຂອງທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ທານີ ແສງຣັດ ທີ່ວ່າ: ການທ່ອງທ່ຽວຈະ “ນຳມາເຊິ່ງຜົນປະໂຫຍດອັນດີງາມໃຫ້ການພົວພັນ 2 ປະເທດ, ເຮັດໃຫ້ການພົວພັນລະຫວ່າງປະຊາຊົນ 2 ປະເທດສະໜິດຕິດພັນ, ເຂົ້າໃຈກັນກ່ວາ”./.

ຕອບກັບ

ຂ່າວ/ບົດ​ອື່ນ