(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ! ຢູ່ດິນແດນປະເທດລາວລ້ານຊ້າງ ມີບ້ານຂອງຄົນຫວຽດແຫ່ງໜຶ່ງ ໂດຍມີຕົ້ນໂພ, ທ່ານ້ຳ, ເດີ່ນສາລາບ້ານ ຢ່າງຄົບຊຸດ ເຊິ່ງໄດ້ຄົງຕົວເປັນເວລາກວ່າໜຶ່ງຮ້ອຍປີແລ້ວ, ນັ້ນຄືບ້ານຊຽງວາງ. ບ້ານຊຽງວາງຕັ້ງຢູ່ເມືອງໜອງບົກ, ແຂວງຄຳມ່ວນ ເຊິ່ງມີຊາຍແດນຕິດກັບໄທ. ເຖິງວ່າໄດ້ຜ່ານໄລຍະການເວລາກວ່າໜຶ່ງສະຕະວັດມາແລ້ວກໍຕາມ ແຕ່ຊາວຫວຽດນາມດຳລົງຊີວິດຢູ່ທີ່ນີ້ ຍັງຄົງຮັກສາວິຖີການດຳເນີນຊີວິດ ແລະ ຮີດຄອງປະເພນີ, ຈຸດວັດທະນະທຳຂອງຄົນຫວຽດໄວ້ໄດ້. ໃນລາຍການ ຊາຍຄາອາຊຽນ ພາກນີ້, ກຸ່ມນັກຂ່າວ VOV ຂໍເຊີນຊວນທ່ານຜູ້ຟັງໄປຢ້ຽມຢາມດິນແດນແຫ່ງນີ້ ເພື່ອຊອກຮູ້ກ່ຽວກັບການຮັກສາບັນດາຈຸດວັດທະນະທຳຂອງຊາວຫວຽດນາມຢູ່ໝູ່ບ້ານແຫ່ງນີ້.
ສາລາບ້ານ |
ບ້ານຊຽງວາງ ຕັ້ງຢູ່ຫ່າງຈາກໃຈກາງແຂວງຄຳມ່ວນ ປະມານ 23 km ໄປທາງທິດໃຕ້, ໂດຍຕັ້ງລຽບຕາມແຄມແມ່ນ້ຳຂອງ. ເບິ່ງຢູ່ໄກ, ບ້ານຊຽງວາງມີຄວາມພົ້ນເດັ່ນ ແລະ ສາມາດເຫັນໄດ້ຢ່າງງ່າຍດາຍທີ່ສຸດ ເມື່ອທຽບໃສ່ບັນດາໝູ່ບ້ານອື່ນໆ ເພາະວ່າ ຢູ່ທາງເຂົ້າບ້ານ ມີສາລາບ້ານຂອງຄົນຫວຽດ ໄດ້ກໍ່ສ້າງນັບແຕ່ຊຸມປີຕົ້ນສະຕະວັດທີ 19, ເຊິ່ງຕັ້ງຢູ່ມໍ່ໆເຂດອະນຸສອນສະຖານປະທານໂຮ່ຈີມິນ. ພໍ່ຕູ້ ຫງວຽນວັນລາຍ, ອາຍຸກວ່າ 80 ປີ ໃຫ້ຮູ້ວ່າ: ເຖິງວ່າບ້ານແຫ່ງນີ້ໄດ້ຄົງຕົວມາເປັນເວລາກວ່າ 100 ປີແລ້ວກໍຕາມ, ຊາວຫວຽດນາມທຸກຄົນຢູ່ທີ່ນີ້ ລ້ວນແຕ່ໄດ້ເກີດຢູ່ປະເທດລາວ, ແຕ່ຊີວິດທາງດ້ານຈິດວິນຍານ, ການເຫຼື້ອມໃສຂອງຄົນຫວຽດນາມ ເປັນຕົ້ນແມ່ນຄວາມຊີນເຄີຍບູຊາບັນພະບຸລຸດ, ເມື່ອຮອດບຸນປີໃໝ່ປະຈຳຊາດ, ວັນສິນ, ວັນເພັງ.. ກໍໄປຖະຫວາຍທູບທຽນຢູ່ສາລາບ້ານນັ້ນ ເຂົາເຈົ້າຍັງຄົງໄດ້ຮັກສາໄວ້. ທ່ານກ່າວວ່າ:
“ຢູ່ໝູ່ບ້ານກໍທຳພິທີບູຊາຢູ່ສາລາບ້ານທຸກໆປີ, ສຳຄັນທີ່ສຸດແມ່ນວັນເພັງເດືອນ 1 ແລະ ວັນເພັງເດືອນ 7 ແມ່ນໄດ້ຈັດໃຫຍ່ທີ່ສຸດ. ປະຊາຊົນທຸກຄົນໃນໝູ່ບ້ານ ໄດ້ນຳພາເຂົ້າໄປໄຫວ້ບູຊາ, ນຸ່ງຊຸດເສື້ອຍາວ, ຖະຫວາຍຊີ້ນໝູປິ່ນ, ເຂົ້າໜົມປ່ານ, ເຝີ, ເຫຼົ້າຂາວ, ບັນດາຜະລິດຕະພັນຂອງທ້ອງຖິິ່ນ ເພື່ອທຳພິທີຖະຫວາຍບູຊາເຈົ້າຖິ່ນເຈົ້າຖານ ແນໃສ່ພາວະນາຂໍໃຫ້ໝູ່ບ້ານແຫ່ງນີ້ມີຄວາມສະຫງົບ, ປະຊາຊົນໃນບ້ານມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ”.
ບັນດາເຮືອນຫຼັງແບບຫວຽດຢູ່ນີ້ ລຽບງ່າຍພໍສົມຄວນ ແຕ່ຍັງຄົງຮັກສາຈຸດທີ່ເປັນເອກະລັກສະເພາະຂອງເຮືອນຫວຽດໄວ້ໄດ້ ເປັນຕົ້ນແມ່ນ ໄຮ່ນາຮົ້ວສວນ, ຄອງເໝືອງ; ຕົ້ນງິ້ວ ລຳໃຫຍ່ຂະໜາດ 3 ຄົນກອດ ຈະເບັ່ງບານແດງແຈດໃນຊຸມວັນເດືອນ 3 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ; ຕົ້ນລຳໃຍ, ຕົ້ນໝາກມ່ວງ ແລະ ສຸມໄມ້ໄຜ່ໄດ້ປູກລຽບຕາມແຄມແມ່ນ້ຳຂອງ. ຄົນຫວຽດ ຢູ່ທີ່ນີ້ ນອກຈາກເຮັດກະສິກຳແລ້ວ ຍັງຮັກສາອາຊີບຫັດຖະກຳ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ແຕ່ນັບຮ້ອຍປີກ່ອນ ເຊັ່ນ: ເຂົ້າໜົມປ່ານ, ເສັ້ນເຝີແຫ້ງຂອງແຂວງກວ໋າງບິ່ງ. ປ້າ ເຈິ່ນທີ່ເລືອງ ຜູ້ທີ່ເຮັດເສັ້ນເຝີມາໄດ້ຫຼາຍກວ່າ 40 ປີ ໃຫ້ຮູ້ວ່າ:
ປ້າ ເຈິ່ນທີ່ເລືອງ |
“ແຕ່ລະມື້, ຄອບຄົວຂ້າພະເຈົ້າຜະລິດເສັ້ນເຝີແຫ້ງໄດ້ປະມານ 20 kg. ທັງຄົນຫວຽດ ແລະ ຄົນລາວ ລ້ວນແຕ່ນິຍົມກິນ, ເຂົາເຈົ້າໄດ້ນຳເອົາໄປຂາຍສົ່ງຢູ່ວຽງຈັນ ແລະ ຫຼາຍແຂວງ, ນະຄອນຂອງລາວ. ຍ້ອນມີອາຊີບທີ່ເປັນມູນເຊື້ອນີ້້ ສະນັ້ນຄອບຄົວຂ້າພະເຈົ້າກໍພໍຢູ່ພໍກິນ”.
ປູ່ ດັ້ງວັນຮົ່ງ ອາຍຸເກືອບເຂົ້າ 90 ປີ, ເຊິ່ງເປັນຄົນກວ໋າງບິ່ງ ໄດ້ມາລາວນຳພໍ່ແຕ່ຕອນອາຍຸຫາກໍ່ໄດ້ 2 ປີກ່ອນນີ້ ເພີ່ນເປັນຜູ້ຕິດຕໍ່ພາທາງໃຫ້ແກ່ທະຫານ ຫວຽດມິນ ແລະ ທະຫານ ລາວ ໃນສະໄໝສົງຄາມຕໍ່ຕ້ານຈັກກະພັດ ອາເມລິກາ. ຕາມປູ່ ຮົ່ງແລ້ວ, ຄົນຫວຽດ ເປັນຄົນດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ບໍ່ຍອມຮັບຊີວິດທີ່ທຸກຍາກລຳບາກ, ບໍ່ທໍ້ຖອຍໃຈຕໍ່ຄວາມຫຍຸ້ງຍາກລຳບາກ. ຍິ່ງຫຍຸ້ງຍາກລຳບາກເທົ່າໃດ ຍິ່ງສາມັກຄີ. ທ່ານກ່າວວ່າ:
ປູ່ ດັ້ງວັນຮົ່ງ |
“ເຂົາເຈົ້າວ່າ ມີຕົ້ນໂພ, ທ່ານ້ຳ, ເດີ່ນສາລາບ້ານ, ຄິດຮອດບ້ານຄິດຮອດຄຸ້ມບ້ານ ສະນັ້ນ ໄປໃສໃຜໆກໍຢາກກັບເມືອບ້ານ. ເມື່ອຢູ່ບ້ານມີຜູ້ເສຍຊີວິດ, ເວລານັ້ນ ປະຊາຊົນໃນບ້ານທັງໝົດ ຈະຮ່ວມແຮງຮ່ວມໃຈກັນເຂົ້າຮ່ວມພິທີສົ່ງສະການໃຫ້ແກ່ຜູ້ມີຊື່ສຽງຮຽງນາມຢູ່ທີ່ນີ້. ນັບທັງຜູ້ໄປທຳມາຄ້າຂາຍຢູ່ຕ່າງແຂວງ ຫຼື ຢູ່ປະເທດໄທ ກໍໄດ້ກັບເມືອ. ທີສອງແມ່ນບໍ່ພຽງແຕ່ມີຄວາມສາມັກຄີກັບຄົນຫວຽດນຳກັນເທົ່ານັ້ນ, ຫາກຍັງສາມັກຄີກັບຄົນລາວອີກດ້ວຍ ແລະ ລັດ ລາວ ກໍໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ດຳລົງຊີວິດຢູ່ທີ່ນີ້, ບໍ່ມີຜູ້ໃດທຳມາຫາກິນຜິດກົດໝາຍ, ຜູ້ໃດກໍໃຈດີ ສະນັ້ນ ຄວາມສາມັກຄີລະຫວ່າງຫວຽດນາມ ແລະ ລາວ ແມ່ນໝັ້ນແກ່ນຫຼາຍ”.
ຕາມປູ່ຮົ່ງແລ້ວ: ບ້ານຊຽງວາງ ໄດ້ສ້າງຕັ້ງຂຶ້ນແຕ່ປີ 1882. ຕອນທຳອິດຢູ່ທີ່ນີ້ມີພຽງແຕ່ປະມານ 10 ຄອບຄົວຄົນຫວຽດນາມ ຍົກຍ້າຍມາດຳລົງຊີວິດ ແລະ ສ້າງຕັ້ງບ້ານແຫ່ງນີ້ຂຶ້ນມາ. ນີ້ແມ່ນຜູ້ຄົນເດີນຕາມຂະບວນການ ເກີ່ນເວືອງ ຕໍ່ຕ້ານຈັກກະພັດ ຝລັ່ງ, ຖືກຈັກກະພັດຝລັ່ງ ສືບຕາມຢ່າງເຄັ່ງຄັດ ສະນັ້ນ ຕ້ອງອົບພະຫຍົບມາຢູ່ດິນແດນແຫ່ງນີ້. ຫຼາຍປີຕໍ່ມາ, ມີໄລຍະ ຈຳນວນຊາວຫວຽດນາມ ມາດຳລົງຊີວິດຢູ່ນີ້ຂຶ້ນເຖິງນັບພັນຄົນ ແລະ ປັດຈຸບັນ ຍັງເຫຼືອ ເກືອບ 60 ຄອບຄົວ ຄົນລາວເຊື້ອຊາດຫວຽດນາມ ດຳລົງຊີວິດພ້ອມກັບຄົນປະຊາຊົນລາວ. ຊື່ບ້ານຊຽງວາງ ປະຊາຊົນກໍໄດ້ຕັ້ງຂື່ໃຫ້ເປັນພິເສດ, ເຂັ້ມຂົ້ນໄປດ້ວຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຂອງຊາວຫວຽດນາມ:
“ແຕ່ກີ້ແຕ່ກ່ອນ ປູ່ຍ່າຕາຍາຍຂອງຂ້າພະເຈົ້າມານີ້ທຳຄວາມລື້ງເຄີຍກັບຄົນລາວ ມີຊື່ວ່າ ຊຽງ. ຫຼັງຈາກນັ້ນ, ຄົນຜູ້ນີ້ໄດ້ອອກຈາກບ້ານ ແລະ ປະບ້ານແຫ່ງນີ້ໃຫ້ຄົນຫວຽດນາມ ມາບຸກເບີກໜ້າພຽງກໍ່ຮ່າງສ້າງຕົວ. ເພື່ອເປັນການຈາລຶກບຸນຄຸນຂອງທ່ານ ຊຽງ ສະນັ້ນ ບ້ານແຫ່ງນີ້ ໄດ້ຕົກລົງເອົາຊື່ທີ່ເປັນເອກະພາບວ່າ ບ້ານຊຽງວາງ.”
ເມື່ອເວົ້າກ່ຽວກັບວິຖີການດຳເນີນຊີວິດຂອງປະຊາຊົນຢູ່ທີ່ນີ້, ທ່ານ ຈັນທະຄິດ ມະນີປະກອນ, ນາຍບ້ານຊຽງວາງ ຕີລາຄາວ່າ:
ຊາວຫວຽດນາມ ດຳລົງຊີວິດ ຢູ່ບ້ານຊຽງວາງ ນີ້ ເບິ່ງຄືວ່າ ບໍ່ເຄີຍໄດ້ກັບເມືອບ້ານເກີດເມືອງນອນຈັກເທື່ອ. ແຕ່ບັນດາຈຸດວັດທະນະທຳຂອງຊາດ ຍາມໃດກໍເຂັ້ມຂົ້ນໃນວັດທະນະທຳ ແລະ ຈິດໃຈຂອງຊາວຫວຽດນາມ ຢູ່ທີ່ນີ້.