(VOVWORLD) -ບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດ ແມ່ນຈຸດເວລາເລີ່ມຕົ້ນຂອງປີໃໝ່, ລະດູບານໃໝ່, ຍາມໃດກໍ່ແມ່ນຈຸດເວລາພິເສດສຳລັບຊາວ ຫວຽດນາມ ແຕ່ລະຄົນ
ບຸນເຕັດຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ |
ສຳລັບບັນດາຜູ້ຄົນພວມດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ບຸນເຕັດ ຍິ່ງມີຄວາມຄິດຮອດຄິດເຖິງ ແລະ ຍິ່ງພິເສດຫຼາຍຂຶ້ນ ເມື່ອບຸນເຕັດປີນີ້ ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຫຼາຍຄົນບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດ ພ້ອມກັບບຄອບຄົວໄດ້. ເຖິງຢ່າງໃດກໍ່ຕາມ ເຂົາເຈົ້າຍາມໃດກໍ່ພາວະນາ ອວຍພອນໃຫ້ທຸກໆຄົນໃນຄອບຄົວມີສຸຂະພາບເຂັ້ມແຂງ ປະເທດຊາດນັບມື້ນັບຈະເລີນຮຸ້ງເຮືອງໃນປີໃໝ່.
“ຂ້າພະເຈົ້າຄິດຮອດຄິດເຖິງບັນດາຄາບເຂົ້າໃນເມື່ອກ່ອນນີ້ ມີເຂົ້າຕົ້ມ ມີຊີ້ນໄກ່. ອາຫານທຸກເຍື່ອງເຫຼົ່ານີ້ ພຽງແຕ່ຮອດບຸນເຕັດຈິ່ງໄດ້ກິນ. ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທັງຄອບຄົວໄປອວຍພອນບຸນເຕັດ ຢູ່ບັນດາຄອບຄົວບ້ານໃກ້ເຮືອນຄຽງ, ເດັກນ້ອຍກໍ່ໄດ້ນຸ່ງສົ້ງເສື້ອໃໝ່”.
“ຮອດບຸນເຕັດ ແມ່ກໍ່ໄດ້ຕົ້ມຜັກຫອມໃຫ້ທັງຄອບຄົວລ້າງໜ້າ.ຮອດຈຸດເວລາປັດຈຸບັນ ກິ່ນກອມຫວນນັ້ນຍັງຄົງຝັງເລິກໃນຄອບຄົວຂອງຂ້າພະເຈົ້າ”.
“ຮອດບຸນເຕັດປີໃດຂ້າພະເຈົ້າກໍ່ໄດ້ຮັບການມອບໝາຍຈາກພໍ່ແມ່ ໃຫ້ເບິ່ງໝໍ້ເຂົ້າຕົ້ມ. ທຸກໆຄົນກໍ່ນັ່ງອ້ອມເຕົາຟືນ ລໍຖ້າໝໍ້ເຂົ້າຕົ້ມສຸກຈົນຂ້ອນແຈ້ງ”.
ໃນຈຳນວນຊາວ ຫວຽດນາມ 4.500.000 ຄົນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫຼາຍປະເທດໃນໂລກນັ້ນ, ບໍ່ວ່າຜູ້ໃດກໍ່ມີໂອກາດໄດ້ກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ. ອ້າຍ ຫງວຽນກ໊ວກແຄັ໊ງ ດຳລົງຊີວິດຢູ່ລັດ ຮຳເບີກ ປະເທດເຢຍລະມັນໃຫ້ຮູ້ວ່າ ຫຼາຍປີມານີ້ ລາວໄດ້ຕ້ອນຮັບບຸນເຕັດຢູ່ແດນໄກ ດັ່ງນັ້ນໃນໂອກາດບຸນເຕັດ ລາວຍັງຄົງໄປເຮັດວຽກຢູ່. ໂດຍໄດ້ລົງຊີວິດຢູ່ແດນໄກມາເປັນເວລາ 29 ປີ ແຕ່ອ້າຍ ແຄັ໊ງ ຍັງຮັກດສາຮີດຄອງປະເພນີຂອງປູ່ຍ່າຕາຍາຍ ລາວໄດ້ແຕ່ງພາໝາກໄມ້ 5 ຊະນິດ ແລະ ແຕ່ງພາເຂົ້າບູຊາບັນພະບູລຸດ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່. ອ້າຍ ຫງວຽນກ໊ວກແຄັ໊ງ ເວົ້າວ່າ:
“ພວກຂ້າພະເຈົ້າເກືອບທັງໝົດ ໄດ້ຜ່ານເກນອາຍຸໄວໜຸ່ມແຕ່ດົນແລ້ວ ດັ່ງນັ້ນ ກໍ່ບໍ່ຮູ້ສຶກເຖິງຄວາມຕື່ນເຕັ້ນ ເມື່ອປີເກົ່າໃກ້ຈະຜ່ານພົ້ນໄປ ແລະ ປີໃໝ່ພວມວຽນມາ. ແຕ່ຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນຍັງຄົງປະກົດຂຶ້ນໃນຈິດໃຈຂອງແຕ່ລະຄົນ ແລະ ພິເສດຍິ່ງຄິດຮອດຄິດເຖິງ ເມື່ອບຸນເຕັດວຽນມາ. ກ້າວເຂົ້າສູ່ປີໃໝ່ ຂ້າພະເຈົ້າມີຄວາມຫວັງພຽງຢ່າງດຽວວ່າ ຄອບຄົວຈະມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ທຸກໆວຽກງານກໍ່ດຳເນີນໄປດ້ວຍດີ, ລູກເຕົ້າກໍ່ເປັນເດັກຄຳຮູ້ຮຽນເກັ່ງ. ດິນຟ້າອາກາດອຳນວຍຄວາມສະດວກ, ໂລກລະບາດ ໂຄວິດ - 19 ຈະຖືກຍຸ້ໃຫ້ຖອຍໄປໂດຍໄວ ເພື່ອປະເທດ ຫວຽດນາມຈະເລີນຮຸ່ງເຮືອງ, ໂລກມີຄວາມປອດໄພ”
ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ ເປັນເວລາ 23 ປີ ແຕ່ນາງ ຫວູຮວ່າງແອັງ ຊາວຫວຽດນາມ ອາໄສຢູ່ ການາດາ ຍັງຄົງຮັກສາປະເພນີ ຕ້ອນຮັບຈຸດເວລາທຳອິດຂອງປີໃໝ່ ເພື່ອພ້ອມກັນຍົກຈອກອວຍພອນປີໃໝ່ຈົ່ງມີຄວາມສຸກຄວາມຈະເລີນ. ນາງ ຮວ່າງແອັງ ເວົ້າວ່າ:
“ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ ບໍ່ໄດ້ກັບເມືອບ້ານ ຕ້ອນຮັບບຸນເຕັດກັບຍາດຕິພີ່ນ້ອງ, ຂ້າພະເຈົ້າຄິດຮອດຄິດເຖິງຄອບຄົວທີ່ສຸດ. ຮອດປີໃໝ່, ຂ້າພະເຈົ້າມີຄວາມຫວັງພຽງຢ່າງດຽວວ່າ ໂລກລະບາດໂຄວິດ - 19 ຈະຖືກຍູ້ໃຫ້ຖອຍໄປ, ຄອບຄົວຈະມີສຸຂະພາບແຂງແຮງ, ຍາດຕິພີ່ນ້ອງຢູ່ບ້ານເກີດເມືອງນອນມີຄວາມສະຫງົບສຸກ ໂລກມີສັນຕິພາບ ແລະ ພັດທະນາ”.
ບໍ່ພຽງແຕ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເທົ່ານັ້ນ ນັກຮຽນຊາວ ຫວຽດນາມ ກໍ່ມີຄວາມຄອງຄອຍຮອດວັນບຸນເຕັດ. ເຈິ່ນແທັງຕຸ່ງ ນັກສຶກສາຫວຽດນາມພວມສຶກສາຮ່ຳຮຽນຢູ່ ເຢຍລະມັນ ແບ່ງປັນວ່າ: ນ້ອງໄດ້ຕ້ອນຮັບບຸນເຕັດສອງເທື່ອຢູ່ຕ່າງປະເທດແລ້ວ, ປີນີ້ໂລກລະບາດ ໂຄວິດ - 19 ພວມຄຸກຄາມ ບວກກັບນ້ອງແມ່ນນັກສຶກສາປີສຸດທ້າຍ ດັ່ງນັ້ນ ນ້ອງກໍ່ບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດໄດ້. ເຖິງວ່າຄິດຮອດຄິດເຖິງບ້ານເກີດເມືອງນອນກໍຕາມ ແຕ່ຢູ່ຄຽງຂ້າງເຮົາກໍ່ຍັງມີໝູ່ເພື່ອນຫຼາຍຄົນ ແລະ ພວກນ້ອງຍັງຄົງກະກຽມທຸກສິ່ງທຸກຢ່າງ ເພື່ອມີບັນຍາກາດຂອງບຸນເຕັດ. ເຈິ່ນແທັງຕຸ່ງ ເວົ້າວ່າ:
“ມີເຫດຜົນຫຼາຍຢ່າງພາໃຫ້ນັກສຶກສາຢູ່ຕ່າງປະເທດ ບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດໄດ້ ແຕ່ເຫດຜົນໃຫຍ່ທີ່ສຸດໃນປີນີ້ ແມ່ນຍ້ອນໂລກລະບາດ ໂຄວິດ - 19, ທີສອງແມ່ນການກັບເມືອບ້ານ ກໍ່ຊິ້ນເບືອງເງິນທຶນ. ທຸກໆຄົນຕ່າງກໍ່ມີຄວາມຫວັງຢາກໄດ້ກັບເມືອບ້ານ ໄດ້ເຕົ້າໂຮມພ້ອມກັບຄອບຄົວ ພ້ອມກັນນັ່ງອ້ອມພາເຂົ້າ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.ນີ້ກໍ່ແມ່ນຈຸດຄວາມງາມທີ່ເປັນປະເພນີ ແລະ ເປັນເອກະລັກຂອງຊາວ ຫວຽດນາມ”.
ສຳລັບ ງອກບິກ ນັກສຶກສາ ພວມຮ່ຳຮຽນຢູ່ ໂຮນລັງ, ບຸນເຕັດປີນີ້ ກໍ່ແມ່ນບຸນເຕັດຢູ່ແດນໄກ ເຊິ່ງບໍ່ອາດຫຼົງລືມໄດ້. ງອກບິກ ໃຫ້ຮູ້ວ່າ:
“ສຳລັບນັກສຶກສາທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນເປັນຄັ້ງທຳອິດ, ໃນຍາມໂອກາດບຸນເຕັດ ບໍ່ມີຍາດຕິພິ່ນ້ອງໃນຄອບຄົວ, ເບິ່ງຄືວ່າ ນີ້ແມ່ນສິ່ງທີ່ພາໃຫ້ຄິດຮອດຄິດເຖິງບ້ານທີ່ສຸດ ແຕ່ພວກນ້ອງກໍ່ພະຍາຍາມປັບຕົວໃຫ້ແທດເໝາະກັບສະພາບການ ແລະ ໄດ້ກຳນົດວ່າ ມານີ້ ຕ້ອງຕັດສິນໃຈຮ່ຳຮຽນ ເພື່ອອະນາຄົດ”.
ສຳລັບວົງຄະນາຍາດຊາວ ຫວຽດນາມ ຢູ່ແດນໄກ, ບຸນເຕັດຍາມໃດກໍ່ແມ່ນໂອກາດ ເພື່ອໃຫ້ເຂົາເຈົ້າອວ່າຍໜ້າ ເມືອຫາບ້ານເກີດເມືອງນອນ ດ້ວຍຄວາມຫວັງມີແຕ່ສິ່ງທີ່ດີງາມທີ່ສຸດ.ບັນດາຄຸນຄ່າທີ່ເປັນເອກະລັກຂອງບຸນເຕັດບໍ່ຖືກສູນຫາຍໄປ, ກົງກັນຂ້າມມັນກໍ່ຍິ່ງໄດ້ຮັບຄວາມທະນຸທະໜອມຮັກສາ ແລະ ແຜ່ຂະຫຍາຍ.