ແນະ​ນຳ​ບຸ​ລຸດ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ອົງ​ການ UNESCO

(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍ 422ສະບັບ ທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ.



ໃນອາທິດຜ່ານມາ, ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຈົດໝາຍຫຼາຍສະບັບຈາກທ່ານຜູ້ຟັງ ທັງ ຫວຽດນາມ ແລະ ລາວ ທີ່ໄດ້ສົ່ງຄຳຢື້ຢາມຖາມຂ່າວກ່ຽວກັບສະພາບການພາຍຸນ້ຳຖ້ວມ ແລະ ລະດົມກຳລັງໃຈເຊິ່ງກັນ ແລະ ກັນ. ໃນນັ້ນ, ທ່ານ ຫງວຽນຕວັນຕູ໊, ອະດີດນັກສຶກສາ ຫວຽດນາມ ທີ່ຮຽນຢູ່ ລາວ ໄດ້ແບ່ງປັນວ່າ: ຂ້າພະເຈົ້າມີຄວາມຕື້ນຕັນໃຈຕໍ່ຮູບພາບທີ່ວ່າ ມີຫຼາຍອົງກາຈັດຕັ້ງ, ທິມງານ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ແລະ ຊາວ ລາວ ອາໄສ ຢູ່ ຫວຽດນາມ ໄດ້ຈັດການແຜ່ບໍລິຈາເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງທັງ ລາວ ແລະ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ພິເສດກວ່ານັ້ນແມ່ນ ມີເດັກນ້ອຍຫຼາຍຄົນໄດ້ຕັດເອົາເງິນກິນເຂົ້າເຊົ້າຈຳນວນໜຶ່ງ ແລ້ວລຽນແຖວຝາກນ້ຳໃຈດັ່ງກ່າວໄປແບ່ງປັນ, ລະດົມກຳລັງໃຈພໍ່ແມ່ພີ່ນ້ອງຢູ່ເຂດຖືກຜົນກະທົບຈາກພາຍຸ. ນີ້ແມ່ນຮູບພາບທີ່ມີຊີວິດຊີວາ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງນ້ຳໃຈຖານອ້າຍນ້ອງຜູກພັນຮັກໄຄ່ ຕະກຽງມອດ ບໍ່ມີແສງໄຟກໍຢູ່ຄຽງຂ້າງກັນ  ລະຫວ່າງ ຫວຽດນາມ ກັບ ລາວ ແມ່ນບໍທ່ານຜູ້ຟັງ? ພວກຂ້າພະເຈົ້າມີຄວາມເຄົາລົບນັບຖືນ້ຳໃຈອັນລ້ຳຄ່າຈາກພວກເພື່ອນ ແລະ ຫວັງວ່າ ດ້ວຍນ້ຳໃຈຄວາມສາມັກຄີນັ້ນ, ຈະຊ່ວຍເປັນກຳລັງໃຈໃຫ້ບັນດາຄອບຄົວທີ່ຖືກຜົນກະທົບຈາກພາຍຸນ້ຳຖ້ວມຄັ້ງນີ້ ໃຫ້ໄດ້ຮັບການຟື້ນຟູ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

ໃນຈົດໝາຍຝາກເຖິງ VOV5, ເພື່ອນ Armando Francisco Higuera del Reyo ມາຈາກ ເມັກຊີໂກ ກໍໄດ້ເວົ້າເຖິງນ້ຳໃຈສາມັກຄີໃນການຮັບມືກັບໄພທຳມະຊາດ, ໂດຍຂຽນວ່າ: “ພວກຂ້າພະເຈົ້າຮັບຮູ້ຄວາມມານະພະຍາຍາມຂອງລັດຖະບານ, ແນວໂຮມປະເທດຊາດ ແລະ ກອງທັບ, ຄວາມສາມັກຄີຂອງພັກກອມມູນິດ ຫວຽດນາມ ເພື່ອຊ່ວຍເຫຼືອປະຊາຊົນຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຜ່ານມາ. ໃນພາລະກິດນີ້ ບໍ່ສາມາດບໍ່ເວົ້າເຖິງບົດບາດຂອງວິທະຍຸກະຈາຍສຽງ ຫວຽດນາມ.

ຕໍ່ໄປນີ້, ພວກຂ້າພະເຈົ້າຈະຕອບຄຳຖາມຂອງຜູ້ຟັງທີ່ໄດ້ສົ່ງມາລາຍການໃນອາທິດຜ່ານມາ.

ແນະ​ນຳ​ບຸ​ລຸດ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ອົງ​ການ UNESCO - ảnh 1ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຜູ້ຍິ່ງໃຫຍ່ ປະທານ ໂຮ່ຈີມິນ (ພາບເອກະສານ: bvhttdl.gov.vn)

ເພື່ອນ ຈຳປາພັນ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍຄຳຖາມວ່າ: ຫວຽດນາມ ມີບຸລຸດໃດແດ່ທີ່ໄດ້ຮັບໄດ້ການເຊີຊູຈາກອົງການ UNESCO?

ສຳລັບຄຳຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບຄືດັ່ງນີ້: ມາຮອດປັດຈຸບັນ, ຫວຽດນາມ ມີບຸລຸດ 7 ທ່ານໄດ້ຮັບການເຊີດຊູຈາກອົງການ UNESCO, ເຊິ່ງລວມມີ: ບຸລຸວັດທະນະທຳໂລກ 2 ທ່ານ: ນັ້ນແມ່ນ ທ່ານ ຫງວຽນຈ໋າຍ ແລະ ທ່ານ ຫງວຽນຢູ; ບຸລຸດວັດທະນະທຳໂລກ, ນາຍຄູ ຈູວັນອານ; ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຜູ້ຍິ່ງໃຫຍ່ ປະທານ ໂຮ່ຈີມິນ; ນັກກະວີ, ນັກວັດທະນະທຳໃຫຍ່ ຫງວຽນດິ່ງຈ໋ຽວ; ນັກປະພັນ ນາງ ໂຮ່ຊວັນເຮືອງ - ບຸລຸດວັດທະນະທຳທີ່ມີລັກສະນະຂອບຂະໜາດມະນຸດ ແລະ ແພດໝໍ ຫາຍເທື້ອງຫຼານອົງ. 

ຄຳຖາມຕໍ່ໄປ ແມ່ນມາຈາກເພື່ອນ ວົງເພັດ ຢູ່ແຂວງ ຫົວພັນ ດ້ວຍຄວາມປາດຖະໜາຢາກຊອກຮູ້ກ່ຽວກັບກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມກອງທັບ Viettel - ບໍລິສັດແມ່ຂອງ Unitel, ເຊິ່ງເປັນໜຶ່ງໃນບັນດາວິສາຫະກິດຫວຽດນາມ ທີ່ລົງທຶນປະສົບຜົນສຳເລັດທີ່ສຸດຢູ່ ລາວ.

ຫວ່າງມໍ່ໆມານີ້, ໃນຕາຕະລາງຈັດອັນດັບເຄື່ອງໝາຍການຄ້າໂທລະຄົມມະນາຄົມ ໂດຍອົງການ Brand Finance  ປະຕິບັດ, ກຸ່ມບໍລິສັດອຸດສາຫະກຳ ໂທລະຄົມມະນາຄົມກອງທັບ Viettel ຫາກໍຖືກຈັດອັນດັບທີ 2 ໃນໂລກ, ລືນກາຍບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງຄື Swisscom ຂອງ ສະວິດ, Jio ຂອງ ອິນເດຍ, STC ຂອງ ອາຣັບບີ ຊະອຸດິ. ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1989, ມາຮອດປັດຈຸບັນ, Viettel ໄດ້ມີທຸລະກຳລົງທຶນຢູ່ 10 ຕະຫຼາດຕ່າງປະເທດ ຢູ່ 3 ທະວີບໃນໂລກ, ເຊິ່ງລວມມີ ອາຊີ, ອາເມລິກາ ແລະ ອາຟະລິກາ. Viettel ແມ່ນເຄື່ອງໝາຍການຄ້າໂທລະຄົມມະນາຄົມອັນດັບ 1 ຢູ່ ອາຊີຕາເວັນອອກສ່ຽງໃຕ້, ຖືກຈັດອັນດັບທີ 9 ໃນອາຊີ ແລະ ອັນດັບທີ 16 ໃນໂລກ. ປັດຈຸບັນ, ກຸ່ມບໍລິສັດ ຍັງຮັກສາທີ່ຕັ້ງບົດບາດເປັນບໍລິສັດສະໜອງລະບົບນິເວດດີຈີຕອນຮອບດ້ານທີ່ສຸດໃນປັດຈຸບັນ ດ້ວຍ 6 ຂົງເຂດທີ່ເປັນພື້ນຖານ, ເຊິ່ງລວມມີ: ພື້ນຖານໂຄງລ່າງດີຈີຕອນ, ມາດຕະການແກ້ໄຂແບບດີຈີຕອນ (digital solution), ເນື້ອໃນດີຈີຕອນ (Digital Content), ຄວາມປອດໄພໄຊເບີ (Cyber Security) ແລະ ການຜະລິດດ້ວຍເຕັກໂນໂລຢີສູງ. ບັນດາມາດຕະການ, ການບໍລິການດີຈີຕອນ Viettel ກວມເອົາອັດຕາສ່ວນໃຫຍ່ໃນບັນດາຂົງເຂດ ສາທາລະນະສຸກ, ການສຶກສາ, ອຳນາດການປົກຄອງດີຈີຄອນຂັ້ນແຂວງ, ພ້ອມດຽວກັນນັ້ນ ກໍແມ່ນກຳລັງຫຼັກແຫຼ່ງຮັບປະກັນຄວາມປອດໄພໄຊເບີຢູ່ ຫວຽດນາມ.

ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ