ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ
Huong Tra -  
(vovworld) - ໄລ່ຮອດປີ 1974, ຮ່າໂນ້ຍ ພຽງແຕ່ມີຂົວແຫ່ງດຽວທີ່ກ່າຍຂ້າມແມ່ນ້ຳແດງເທົ່ານັ້ນ, ຄືຂົວລອງບຽນ (ຂົວ Paul Doumer). ຂົວແຫ່ງທຳອິດນີ້ໄດ້ເຊື່ອມຕໍ່ນະຄອນຫຼວງກັບບັນດາແຂວງທາງທິດຕາເວັນອອກສ່ຽງເໜືອນຳກັນ. ຕໍ່ມາ, ເພື່ອຕອບສະໜອງຄວາມຕ້ອງການໄປມາກ່າຍຂ້າມແມ່ນ້ຳແດງ, ທັງອະນຸລັກຮັກສາຄຸນຄ່າສະຖາປັດຕະຕະກຳເດີມຂອງຂົວລອງບຽນ ແລະ ເພີ່ມທະວີການພົວພັນແລກປ່ຽນດ້ານການຄ້າກັບບັນດາແຂວງນະຄອນ, ຮ່າໂນ້ຍ ໄດ້ໃຫ້ກໍ່ສ້າງຂົວຕື່ມອີກ 6 ແຫ່ງ, ໃນນັ້ນມີຂົວເຍິດເຕິນ. ຂົວທັນສະໄໝແຫ່ງນີ້ເຊື່ອມຕໍ່ກັບສາຍທາງດ່ວນໃນນະຄອນ, ຫຼຸດຜ່ອນເວລາໄປມາລະຫວ່າງທ່າອາກາດສະຍານໂນ້ຍບ່າຍກັບໃຈກາງນະຄອນຫຼວງລົງ. ປະເທດຊາດໄດ້ມີການປ່ຽນແປງ, ນະຄອນຫຼວງກໍ່ມີການຫັນປ່ຽນໄປນຳ. ຮູບພາບຂົວສອງແຫ່ງ, ຂົວເກົ່າ ແລະ ຂົວໃໝ່, ແມ່ນການພິສູດໃຫ້ເຫັນຂະບວນວິວັດແຫ່ງການຫັນນະຄອນຫຼວງເປັນທັນສະໄໝໃນ 100 ປີທີ່ຜ່ານມາ.
|
ວັນທີ 12/9/1898, ຂົວເຫຼັກກ້າແຫ່ງທຳອິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍບໍລິສັດ Daydé & Pillé ຂອງ ຝລັ່ງອອກແບບ ແລະ ປະມູນກໍ່ສ້າງເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. |
|
ປີ 2009, ຂົວເຍິດເຕິນ, ຂົວແຂວນແຫ່ງທຳອິດ ແລະ ທັນສະໄໝທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໂດຍບັນດານັກສະຖາປານິກ, ກຳມະກອນສອງປະເທດ ຫວຽດນາມ-ຍີ່ປຸ່ນກໍ່ສ້າງ, ດ້ວຍແຫຼ່ງທຶນ ODA ຂອງຍີ່ປຸ່ນແລະທຶນສົມທົບຂອງລັດຖະບານຫວຽດນາມ ເລີ່ມລົງມືກໍ່ສ້າງ. |
|
ພາຍຫຼັງສາມປີແຫ່ງການກໍ່ສ້າງ. ປີ 1902 ຂົວໄດ້ຮັບການກໍ່ສ້າງສຳເລັດ ແລະ ມີຊື່ວ່າ Paul Doumer. |
|
ຂົວ ເຍິດເຕິນ ແມ່ນໝາກຜົນແຫ່ງການອອກແຮງງານຂອງນາຍຊ່າງສອງປະເທດ ຫວຽດນາມ - ຍີ່ປຸ່ນນັບພັນຄົນໃນຕະຫຼອດ 5 ປີ ແລະໄດ້ຮັບການເປີດສະຫຼອງໃນວັນທີ 4-1-2015. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາກິດຈະກຳຄົມມະນາຄົມຈຸດສຸມຂອງ ຮ່າໂນ້ຍ. |
|
ເພື່ອປະຕິບັດການກໍ່ສ້າງໃຫ້ສຳເລັດ, ບໍລິສັດ Daydé & Pillé ໄດ້ນຳໃຊ້ຫີນ 3.000 m2 ແລະ ໂລຫະ 6.000 ໂຕນ, ດ້ວຍຄ່າໃຊ້ຈ່າຍທັງໝົດແມ່ນ 6.200.000 francs (1,2 ລ້ານ USD). |
|
ບັນດາເຕັກໂນໂລຢີ ເຕັກນິກກ້າວໜ້າກວ່າໝູ່ຢູ່ໂລກຖືກນຳໃຊ້ເຂົ້າໃນການກໍ່ສ້າງຂົວເຍິດເຕິນ. ພິເສດແມ່ນບັນດາເສົາຄ້ຳຖືກຕັ້ງເທິງພື້ນອ້ອມຮອບເສົາດ້ວຍເຫຼັກກ້າ SPSP ທີ່ທັນສະໄໝ, ເຊິ່ງຖືກນຳໃຊ້ຢູ່ ຫວຽດນາມເປັນຄັ້ງທຳອິດ, ດ້ວຍຍອດຈຳນວນເງິນລົງທຶນ 16.300 ຕື້ດົ່ງ (730 ລ້ານ USD) |
|
ວັນທີ 28/3/1902, ຜູ້ມີອຳນາດເຕັມອິນດູຈີນ ໄດ້ອອກມະຕິເລກ 953 ເລີ່ມນຳໃຊ້ສາຍທາງລົດໄຟຮ່າໂນ້ຍ - ຢາເລິມ, ລົບລ້າງທ່າບັກທາງນ້ຳ ຮ່າໂນ້ຍ ແລະ ຈັດທາງໄປໃຫ້ລ່ອງຕາມເບື້ອງຊ້າຍຂົວ, ຫາກບໍ່ແມ່ນເບື້ອງຂວາຄືຂົວອື່ນໆ. |
|
ຂົວເຍິດເຕິນມີລວງຍາວ 8,3 km. ໃນນັ້ນສ່ວນກ່າຍຂ້າມແມ່ນ້ຳແດງມີລວງຍາວ 1,5 km. ຂົວກວ້າງ 33,2m, ປະກອບດ້ວຍ 8 ແລວ, ອະນຸຍາດໃຫ້ບັນດາພາຫະນະກ່າຍຂ້າມດ້ວຍຄວາມໄວ 80km/h. ປະຈຸບັນ, ບັນດານັກທ່ອງທ່ຽວພຽງແຕ່ເສຍເວລາ 30 ນາທີເທົ່ານັ້ນ ກໍ່ສາມາດໄປຜ່ານເສັ້ນທາງ 15 km ເຂົ້າໃຈກາງນະຄອນໄດ້, ຫຼຸດຜ່ອນເວລາໄປມາລົງເຄິ່ງໜຶ່ງເມື່ອທຽບໃສ່ເສັ້ນທາງເກົ່າ. |
|
ເຖິງປີ 1954, ເມື່ອບັນດາທະຫານຝລັ່ງຖອນອອກຈາກຫວຽດນາມ, ຂົວ Paul Doumer ຖືກປ່ຽນຊື່ເປັນຂົວ ລອງບຽນ. ຂົວລອງບຽນໃນປະຈຸບັນມີ 3 ແລ້ວ, ແລວໃຈກາງແມ່ນທາງລົດໄຟ, ສ່ວນ 2 ແລວຍັງເຫຼືອແມ່ນສະຫງວນໃຫ້ລົກຈັກ. ສະເພາະລົດໂອໂຕແມ່ນບໍ່ໄດ້ໄປຜ່ານຂົວນີ້. |
|
ຂົວເຍິດເຕິນ ອະນຸຍາດໃຫ້ລົດຈັກໄປຜ່ານ 2 ແລວ. ສ່ວນ 6 ແລວຢູ່ກາງຂົວແມ່ນສະຫງວນໃຫ້ລົດໂອໂຕ. ສະເພາະລົດກະບະບໍ່ໄດ້ໄປຜ່ານຂົວແຫ່ງນີ້, ຫາກຕ້ອງໄປຕາມທາງທັງລອງເໜືອ - ໂນ້ຍບ່າຍ. ບັນດາພາຫະນະໄປມາຕາມເສັ້ນທາງນີ້ລ້ວນແຕ່ບໍ່ຕ້ອງເສຍຄ່າຂົວທາງ. |
|
ຂົວລອງບຽນແມ່ນຂົວໂລຫະທີ່ຕັ້ງເທິງເສົາຄ້ຳຖືກກໍ່ສ້າງແບບຖາວອນ. ຂົວຍາວ 1.862 m, ປະກອບດ້ວຍ19 ຕອນເປັນຂາງເຫຼັກກ້າ, ຕັ້ງເທິງ 20 ເສົາຄ້ຳສູງ 43,50 m. |
|
ຂົວເຍິດເຕິນໄດ້ຮັບການອອກແບບທັນສະໄໝ, ດ້ວຍສາຍກາບແຂວນຕໍ່ເນື່ອງກັນ 5 ຕອນ, ແຕ່ລະຕອນມີ 11 ຄູ່ສາຍກາບທີ່ບັນຈຸນ້ຳໜັກພ້ອມກັບບັນດາເສົາຄ້ຳສູງລຽນຕິດກັນ. ນອກນັ້ນຍັງມີລະບົບວັດແທກທິດລົມພັດເພື່ອດັດປັບສາຍກາບແຂວນເມື່ອມີຄວາມຈຳເປັນ ເພື່ອແນໃສ່ຮັບປະກັນຄວາມປອດໄພ. |
|
ຍ້ອນຖືກລະເບີດທຳລາຍ, ຂົວລອງບຽນ ໃນປະຈຸບັນຍັງເຫຼືອພຽງ ຕອນໜຶ່ງຢູ່ທິດເໜືອ, ຕອນໜຶ່ງຢູ່ທິດໃຕ້ ແລະ ເຄິ່ງຕອນຢູ່ກາງແມ່ນ້ຳ. ສ່ວນ 6 ຕອນຖືກທຳລາຍໄດ້ຮັບການປ່ຽນແທນແລ້ວ. |
|
ຜ່ານການຂຸດຄົ້ນ ແລະ ນຳໃຊ້ເປັນເວລາ 100 ກວ່າປີ, ລາງລົດໄຟກໍ່ ຖືກຊຸດໂຊມ, ດັ່ງນັ້ນຕ້ອງໃຊ້ຂາງໄມ້ເພື່ອຄ້ຳຈູນ, ແລະຕ້ອງກວດກາຂົວ ເປັນປະຈຳເພື່ອຮັບປະກັນຄວາມປອດໄພໃນການຄົມມະນາຄົມ. |
|
ຂົວເຍິດເຕິນ, ສ່ວນກ່າຍຂ້າມແມ່ນ້ຳແດງຖືກນຳໃຊ້ເຕັກໂນໂລຢີກ້າວໜ້າຫຼາຍຢ່າງເປັນຄັ້ງທຳອິດຢູ່ ຫວຽດນາມ |
|
ລະບົບໄຟເຍືອງທາງຂອງຂົວລອງບຽນແມ່ນງ່າຍດາຍທີ່ສຸດ. ເທິງຂົວພຽງແຕ່ຕິດຕັ້ງບັນດາດອກໄຟທຳມະດາທີ່ຖືກໝ້ຽງໄປຕາມການເວລາແລ້ວ. |
|
ຂົວເຍິດເຕິນຕິດຕັ້ງລະບົບໄຟເຍືອງທາງທີ່ທັນສະໄໝດ້ວຍຫຼາຍສີ. ແຕ່ເວລາ 19ໂມງ - 22ໂມງຂອງທຸກວັນ, ຂົວເຍິດເຕິນກໍ່ແຈ້ງສະຫວ່າງດ້ວຍໄຟເຍືອງທາງແຕ່ 6 – 12 ສີ, ສ້າງເປັນບັນດາວົງແສງສີຂະໜາດໃຫຍ່, ເຮັດໃຫ້ແມ່ນ້ຳແດງແຈ້ງເຫຼື້ອມກະຈ່າງ. |
|
ຊາວຮ່າໂນ້ຍມີຄວາມລຶ້ງເຄີຍທີ່ສຸດກັບຮູບພາບ ”ໂຕມັງກອນ” ເຫຼັກກ້າກ່າຍຂ້າມແມ່ນ້ຳແດງທີ່ມີມາກ່ອນນີ້ 100 ກວ່າປີ. |
|
ນັກທ່ອງທ່ຽວຈະມີຄວາມປະທັບໃຈທີ່ສຸດຕໍ່ຮູບພາບເສົາຄ້ຳສູງ 5 ເສົາ, ທີ່ເປັນສັນຍາລັກໃຫ້ປະຕູເຂົ້ານະຄອນຫຼວງ 5 ແຫ່ງ. ໂຄງການຈຸດສຸມແຫ່ງຊາດນີ້ ໄດ້ສ້າງໂສມໜ້າໃໝ່ທາງດ້ານຄົມມະນາຄົມ, ກໍ່ຄືເສດຖະກິດ - ສັງຄົມໃຫ້ນະຄອນຫຼວງ ຮ່າໂນ້ຍເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ. |
Huong Tra