(ທ່ານສາມາດຮັບຟັງລາຍການຢູ່ທີ່ນີ້)
# ຄອບຄົວ ຫວຽດລາວ - ເຕັມໄປດ້ວຍຄວາມຮັກແພງ
ເອື້ອຍຈັນສີດາ ໃນມື້ຮັບໃບປະກາດປະລິນຍາໂທ
|
ເວລາ 20 ກວ່າປີຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ມາຮອດດຽວນີ້, ເອື້ອຍ ຈັນສີດາ ອິນຄະວິໄລ - ເຊິ່ງປັດຈຸບັນພວມເຮັດວຽກຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ ຍັງຈື່ຄວາມຊົງຈຳໃນສະໄໝຫາກໍມາຮຽນຢູ່ ຫວຽດນາມ. ນະຄອນຫຼວງ ຮ່າໂນ້ຍ ເຊິ່ງເປັນດິນແດນທີ່ເອື້ອຍພຽງແຕ່ໄດ້ຟັງຜ່ານການເຫຼົ່າເລື່ອງຂອງ ພໍ່ເຖົ້າແມ່ເຖົ້າ - ພະນັກງານກະຊວງການຕ່າງປະເທດລາວ ທີ່ເຄີຍມປະຕິບັດງານທາງການທູດຢູ່ ຫວຽດນາມ, ແລະມາຮອດປັດຈຸບັນນີ້, ເອື້ອຍໄດ້ຕິດພັນກັບດິນແດນແຫ່ງນີ້ຕະຫຼອດໄລຍະ 4 ປີ ຮຽນປະລິນຍາຕີ.
ດ້ວຍອະນຸສອນຫຼາຍຢ່າງຈົນນັບບໍ່ຖ້ວນ - ບັນດາອະນຸສອນນັ້ນເອງ ໄດ້ເປັນສິ່ງຊັກຊ່ວນຈູງໃຈເອື້ອຍຈັນສີດາ ໃຫ້ກັບມາຮຽນຕໍ່ປະລິນຍາໂທ ພາຍຫຼັງທີ່ເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດ ລາວ ເປັນເວລາ 2 – 3 ປີ. ຮ່າໂນ້ຍ ແມ່ນນະຄອນສວຍງາມ, ສະຫງົບງຽບ, ປອດໄພ, ສັນຕິພາບ ດ້ວຍທັດສະນີຍະພາບ, ເຂດປູຊະນີຍະສະຖານວັດທະນະທຳຫຼາຍແຫ່ງຄື ວັດເສົາດຽວ, ສຸສານປະທານໂຮ່ຈີມິນ, ໜອງເຕົາ (ຮວ່ານກຽມ)…, ປະຊາຊົນ ຫວຽດນາມ ຈິງໃຈ, ໃຈດີ, ຮັກແພງແຂກຄົນ, ພ້ອມດ້ວຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທຳ, ສາສະໜາ…. ລະຫວ່າງສອງຊາດ ໄດ້ຊ່ວຍໃຫ້ເອື້ອຍ ຈັນສີດາ ຮູ້ສຶກໃກ້ຊິດສະໜິດສະໜົມ ແລະ ມີຄວາມຜູກພັນກັບດິນແດນແຫ່ງນີ້ຫຼາຍກວ່າ. ໂດຍສະເພາະ, ເມື່ອນາງສາວລາວຄົນນີ້ ຫຼົງຮັກຜູ້ບ່າວຫວຽດ:
"ໃນເບື້ອງຕົ້ນແມ່ນມາຮຽນ, ສູ້ຊົນເພື່ອເອົາບົດຮຽນຈາກ ຫວຽດນາມ ເພື່ອກັບເມື່ອເຮັດວຽກຢູ່ລາວ, ເພາະສະນັ້ນຢາກຮຽນຍົກລະດັບແມ່ນເລືອກມາຮຽນຢູ່ ຫວຽດນາມ ແລະ ຫຼັງຈາກນັ້ນຈຶ່ງມາພົບກັບອ້າຍຫ໋າຍ ແລະ ກໍ່ຕັດສິນໃຈແຕ່ງງານກັບອ້າຍຫ໋າຍ. ຫວຽດນາມ ກໍ່ມີຄວາມດຶງດູດໃຈຢູ່ບ່ອນວ່າ ມາ ຫວຽດນາມ ເຮົາເຫັນຜູ້ຄົນ ຫວຽດນາມ ມີຄວາມຮັກແພງແຂກຄົນ, ໂດຍສະເພາະກັບຄົນລາວ, ປະເທດ ຫວຽດນາມ ມີຄວາມທັນສະໄໝ, ຄວາມຫຼາກຫຼາຍ ແລະ ກໍ່ມີຫຼາຍບ່ອນທີ່ສວຍງາມ ທັງແມ່ນເພື່ອຢາກຍົກລະດັບ ທັງແມ່ນເພື່ອຢາກເບິ່ງໂລກກວ້າງ".
"ຫວຽດນາມ ແມ່ນທາງເລືອກທຳອິດໃນເສັ້ນທາງສະແຫວງຫາຄວາມຮູ້"
ສ່ວນຜົວຂອງເອື້ອຍ ຈັນສີດາ, ອ້າຍ ລຶວຫາຍ, ບໍ່ເຊື່ອງໄດ້ຄວາມປະທັບໃຈກ່ຽວກັບນາງສາວລາວຄົນນີ້ ນັບແຕ່ການພົບກັນເທື່ອທຳອິດ. ລາວເວົ້າພາສາ ຫວຽດ ເກັ່ງຫຼາຍ ດ້ວຍນ້ຳສຽງອ່ອນຫວານ ແລະ ຈູງໃຈຜູ້ຟັງອີຫຼີ, ບໍ່ພຽງແຕ່ເທົ່ານັ້ນ ລາວຍັງມີຮອຍຍິ້ມທີ່ມີສະເໜ່ ແລະ ເບິ່ງແລ້ວກໍເຫັນໄດ້ວ່າ ລາວເປັນຄົນຈິດໃຈດີ ແລະ ຈິງໃຈ”. ໂດຍເຮັດວຽກຢູ່ບໍລິສັດ ໂທລະຄົມມະນາຄົມ Mobilphone ແລະ ເຄີຍໄປປະຕິບັດງານຢູ່ຫຼາຍປະເທດຄື ສ.ເກົາຫຼີ, ສິງກະໂປ, ຍີ່ປຸ່ນ… ອ້າຍໄດ້ຕັດສິນໃຈເລືອກນາງສາວລາວຄົນນີ້. ຍ້ອນໄດ້ຮັບການສະໜັບສະໜູນຈາກຄອບຄົວ, ອີກບໍ່ດົນອ້າຍບ່າວ ຫວຽດ ແລະ ນາງສາວ ລາວ ກໍໄດ້ເປັນຄູ່ເປັນຄອງ.
“ຂ້າພະເຈົ້າຮູ້ສຶກໂຊກດີຫຼາຍ ເມື່ອໄດ້ເມຍເປັນຜູ້ມີຄວາມຮູ້, ວ່ອງໄວ, ມີໄຫວພິບ ແລະ ປັບຕົວເຂົ້າກັບທຸກສະພາບການໄດ້ເປັນຢ່າງດີ... ແມ່ຂອງຂ້າພະເຈົ້າ ກໍບໍ່ຕິບ່ອນໃດຕໍ່ລູກໃພ້ລາວນີ້. ການປະພຶດກັບທາງຄອບຄົວ ຜົວ ຫຼື ເມຍ, ບາງເທື່ອຂ້າພະເຈົ້າຕ້ອງຮຽນນຳລາວ, ເພາະວ່າ ຂ້ອຍກໍຍັງບໍ່ທັນເຮັດ ລ້ອນໜ້າທີ່ກັບຄອບຄົວທາງເມຍ”.
ຜົວເມຍອ້າຍຫາຍ ເອື້ອຍ ຈັນສີດາ |
ຮັກກັນ, ກາຍເປັນຜົວເມຍກັນ, ຄູ່ສົມລົດໃໝ່ນີ້ ຍາມໃດກໍເຄົາລົບ, ຮັກແພງກັນ, ແບ່ງປັນນຳກັນ ແລະ ຮູ້ບຸນຄຸນຕໍ່ຜູ້ເປັນພໍ່ເປັນແມ່, ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ໃຫ້ການຊ່ວຍເຫຼືອນາງສາວລາວ ສາມາດ ກົມກຽວກັບຄອບຄົວທາງຜົວ. ເອື້ອຍ ຈັນສີດາ ສະແດງຄວາມໃນໃຈສູ່ຟັງວ່າ:
"ເລື່ອງວັດທະນະທຳ, ອາຫານການກິນ ແລະ ການໄປການມາລະຫວ່າງ ລາວ ແລະ ຫວຽດນາມ ກໍ່ຄ້າຍໆຄືກັນ, ຄອບຄົວມີຄວາມຮັກແພງ, ມີຄວາມແບ່ງປັນຄືກັນກັບຢູ່ລາວ, ອ້າຍເອື້ອຍນ້ອງຄອບຄົວກໍ່ຄືກັນ. ໃນຕົວຈິງ ກໍ່ສະແດງໃຫ້ເຫັນວ່າ ຄອບຄົວຂ້າພະເຈົ້າຢູ່ນຳກັນກໍ່ມີຄວາມກົມກຽວກັນ, ເຂົ້າກັນໄດ້ດີ. ອ້າຍຫ໋າຍ ຈະທັງເປັນຜົວ, ທັງເປັນພໍ່ຂອງລູກ, ທັງເປັນໝູ່ ແລະ ກໍ່ເປັນຜູ້ດຽວທີ່ວ່າ ຢູ່ຫວຽດນາມ ເຮົາສາມາດລົມໄດ້ໝົດທຸກເລື່ອງ."
ສ່ວນອ້າຍຫາຍ ກໍມີຄວາມຕື້ນຕັນໃຈເມື່ອເວົ້າເຖິງແມ່ເມຍ:
“ຂ້າພະເຈົ້າເຄີຍເວົ້າວ່າ ຈັນສີດາ ເປັນເມຍລາວ ເຮໂຣ ແລະ ຜູ້ທີ່ເປັນເຮໂຣກວ່ານັ້ນແມ່ນ ແມ່ເມຍຂອງຂ້າພະເຈົ້າ. ແມ່ໄດ້ມອບລູກສາວ ຜູ້ໜຶ່ງມີຄວາມພຽບພ້ອມໃຫ້ຂ້າພະເຈົ້າ. ດັ່ງນັ້ນ, ໃນທຸກມື້ນີ້, ລູກຂອງຂ້າພະເຈົ້າ ຈິ່ງມີຄວາມສະດວກໃນການຮ່ຳຮຽນຜ່ານການສອນຂອງເມຍ ແລະ ຄອບຄົວ ຂ້າພະເຈົ້າກໍຮູ້ສຶກອຸ່ນອ່ຽນໃຈກັບລູກໃພ້ຄົນນີ້ຫຼາຍ. ໃນດວງໃຈ, ຂ້າພະເຈົ້າຂອບໃຈແມ່ຫຼາຍໆ! ໂດຍເປັນລູກຜູ້ຊາຍຜູ້ໜຶ່ງ, ຂ້າພະເຈົ້າເຫັນວ່າ ເມຍຕົນໄດ້ເສຍສະຫຼະຫຼາຍສິ່ງຫຼາຍຢ່າງເພື່ອຂ້າພະເຈົ້າ ແລະ ຄອບຄົວຂ້າພະເຈົ້າກໍປາບປື້ມໃຈ.”
ລູກຂອງເອື້ອຍຈັນສີດາ ໄປທ່ຽວ ຫວຽດນາມ ພ້ອມກັບແມ່ເຖົ້າ (ພາບ: ສະໜອງໂດຍຜູ້ກ່ຽວ)
|
ພວກຂ້າພະເຈົ້າໄດ້ມີໂອກາດພົບກັບ ປ້າ ກິມພອນ ວົງສີຄຳລາ, ແມ່ຂອງເອື້ອຍ ຈັນສີດດາ, ເມື່ອ ປ້າຫາກໍແຕ່ ວຽງຈັນ ມາ ຮ່າໂນ້ຍ ເພື່ອຢາມລູກຢາມຫຼານ ພາຍຫຼັງສອງປີຖືກຫ່າງເຫີນກັນຍ້ອນໂລກລະບາດໂຄວິດ - 19. ເມື່ອເວົ້າເຖິງເລື່ອງລູກສາວເອົາຜົວ ຫວຽດ, ປ້າຍິ້ມແລ້ວເວົ້າວ່າ: “ພໍ່ແມ່ຂອງປ້າເປັນພະນັກງານການທູດເຄີຍມາປະຕິບັດງານຢູ່ ຫວຽດນາມ ເປັນເວລາ 2 – 3 ປີ; ອີກຢ່າງ ປ້າກໍມີຄວາມປະທັບໃຈທີ່ດີງາມເມື່ອໄດ້ພົບປະກັບທະຫານ, ພະນັກງານ, ນັກຊ່ຽວຊານ ຫວຽດ ໄປຊ່ວຍເຫຼືອລາວ. ປ້າຮັກແພງຄົນ ຫວຽດ ຫຼາຍ. ສະນັ້ນ, ເວລາທີ່ໄດ້ຍິນລູກເວົ້າວ່າ ລູກຮັກຜູ້ບ່າວ ຮ່າໂນ້ຍ, ປ້າດີໃຈຫຼາຍ ແລະ ກໍບໍ່ລັ່ງເລໃຈຝາກລູກສາວຂອງຕົນໃຫ້ ທ້າວ ຫາຍເລີຍ:
“ຕອນຍັງນ້ອຍໆ, ປະເທດຊາດຫາກໍ່ປົດປ່ອຍ, ອ້າຍນ້ອງຫວຽດ ເຂົ້າໄປລາວ, ອ້າຍນ້ອງຫວຽດໄດ້ເປັນຊ່ຽວຊານຊ່ວຍສ້າງສາ, ເຮັດນາເຮັດສວນ, ເປັນໝໍ...ກໍ່ເລີຍວ່າ ມີຄວາມສຳພັນມາແຕ່ດົນ. ຫວຽດ - ລາວ ເປັນປະເທດອ້າຍນ້ອງກັນ, ຢູ່ຫວຽດ ກໍ່ຄືຢູ່ລາວ, ແມ່ກໍ່ໂສກດີໄດ້ລູກເຂີຍທີ່ດີ, ເຂີຍ ຫວຽດ ກໍ່ຄືກັນເຂີຍລາວ. ລູກເຂີຍ, ເປັນຄົນແບບຄືນິດໄສຄົນລາວ, ລາວເປັນແບບວ່າໃຫ້ຄວາມອົບອຸ່ນດີ, ສົມມຸດວ່າ ເຮົາມາຢູ່ນີ້ ຫຼື ຢູ່ພູ້ນກໍ່ຄືກັນ, ເຖິງວ່າບໍ່ຮູ້ພາສາກໍ່ຍັງບອກເມຍ, ບອກລູກ ຖາມວ່າ ແມ່ມີຫຍັງບໍ, ຕ້ອງການຫຍັງບໍ…ເປັນຄົນດີ, ແນວຄິດກ້ວາງຂວາງ, ຄັນມີບັນຫາ ລາວ ກໍ່ຊ່ວຍ.”
ແມ່ກິມພອນ:"ຫວຽດນາມ ແລະ ລາວ ແມ່ນສອງປະເທດ ອ້າຍນ້ອງ,ເຂີຍ ຫວຽດ ກໍຄືເຂີຍລາວ"
ນອກຈາກການຊ່ວຍເພີ່ມພູນເສີມສ້າງ ໃຫ້ແກ່ຄອບຄົວຂອງລູກສາວແລ້ວ, ປ້າ ກິມພອນ ຍາມໃດກໍຫວັງວ່າ ຫຼານຂອງຕົນ ຈະເປັນສາຍໄຍຜູກພັນຄວາມສະໜິດສະໜົມ ລາວ - ຫວຽດນາມ. ຍາມໃດປ້າກໍຫາວິທີຊ່ວຍໃຫ້ຫຼານໄດ້ສື່ສານ, ທັກທາຍ ແລະ ເວົ້າພາສາລາວຫຼາຍໆ. ປ້າ ດີໃຈທີ່ເຫັນຫຼານເວົ້າເປັນພາສາລາວວ່ອງໄວ ແລະ ອອກສຽງໄດ້ຢ່າງຖືກຕ້ອງຊັດເຈນ.
ນັ້ນກໍແມ່ນສິ່ງທີ່ຜົວເມຍອ້າຍຫາຍ, ເອື້ອຍ ຈັນສີດາ ຍາມໃດກໍກຳນົດທິດໃຫ້ແກ່ລູກຂອງຕົນ.
ອ້າຍຫາຍ: “ຂ້າພະເຈົ້າກໍສອນໃຫ້ລູກຮູ້ທັງສອງພາສາ, ພາສາ ຫວຽດ ແລະ ພາສາ ລາວ, ເພື່ອໃຫ້ລູກເຂົ້າໃຈກ່ຽວກັບຄວາມງາມທາງດ້ານວັດທະນະທຳ, ຮີດຄອງປະເພນີຂອງທັງສອງຊາດ. ຂ້າພະເຈົ້າຫວັງວ່າ ລູກໆຈະຮຽນພາສາ ລາວ ແລະ ພາສາ ຫວຽດ ໃຫ້ເກັ່ງ, ເຖິງວ່າ ໃນອະນາຄົດ ລູກຢາກມາເຮັດວຽກຢູ່ ລາວ ຫຼື ຢາກຢູ່ ຫວຽດນາມ, ຂ້າພະເຈົ້າກໍລ້ວນແຕ່ຕົກລົງ, ເຫັນດີ”.
ຈັນສີດາ: “ຂ້າພະເຈົ້າເອງກໍ່ຕັ້ງໃຈຢາກໃຫ້ລູກໄດ້ສອງພາສາຄືກັນ ແລະ ຫວັງວ່າ ໃນອະນາຄົດ ລູກກໍ່ຈະພະຍາຍາມຄືກັນກັບພໍ່ແມ່ເປັນຂົວຕໍ່ມິດຕະພາບ, ເປັນຄອບຄົວມິດຕະພາບ ຫວຽດນາມ - ລາວ.”
ລູກທັງສາມຄົນຂອງອ້າຍຫາຍ ແລະ ເອື້ອຍ ຈັນສີດາ ໄປຢ້ຽມຊົມນະຄອນຫຼວງ ຮ່າໂນ້ຍ
|
ໂດຍເຂົ້າໃຈໄດ້ຄວາມໄຝ່ຝັນຂອງພໍ່ແມ່, ລູກສອງຄົນຂອງອ້າຍຫາຍເອື້ອຍຈັນສີດາ ກໍດີໃຈຫຼາຍ ເມື່ອໄດ້ກາຍເປັນສະມາຊິກໃນຄອບຄົວມິດຕະພາບ ລາວ - ຫວຽດ, ໄດ້ເຊື່ອມຕົວເຂົ້າກັບວິຖີການດຳລົງຊີວິດ, ຮີດຄອງປະເພນີຂອງສອງປະເທດ. ຍ້ອນເຫດນັ້ນ, ຫຼານໆກໍພ້ອມກັບຍາດຕິພີ່ນ້ອງຂອງຕົນພາໄປຢ້ຽມຊົມ, ຄົ້ນຫາທິວທັດທຳມະຊາດທີ່ສວຍສົດງົດງາມຂອງດິນແດນແຫ່ງຈຳປາທີ່ສວຍງາມ, ໄດ້ຊິມອາຫານພື້ນບ້ານຫຼາຍຢ່າງຂອງລາວ. ຫຼານ ຫາຍອຽນ ຊື່ລາວວ່າ ມະນີໄລ ແລະ ອ້າຍຂອງຕົນ ທ້າວ ແອງຕວນ, ຊື່ລາວວ່າ ປັນຍາໄຊ ເວົ້າດ້ວຍຄວາມດີໃຈວ່າ:
ຫາຍອຽນ: “ຫຼານດີໃຈຫຼາຍທີ່ມີພໍ່ ແລະ ແມ່ເປັນຄົນຂອງສອງປະເທດ, ພໍ່ເປັນຄົນ ຫວຽດ ແລະ ແມ່ເປັນຄົນ ລາວ. ລູກຮຽນພາສາ ລາວ ນຳອ້າຍຕວນ. ອ້າຍຕວນໄດ້ໄປລາວກ່ອນ. ສ່ວນພໍ່ສອນພາສາ ຫວຽດ ແລະ ແມ່ກໍສອນພາສາລາວ ໃຫ້ຫຼານ. ເມື່ອໄປລາວ ຫຼານຈະໄດ້ລົມກັບນ້າສາວ, ໄປຫຼີ້ນ, ໄປຊື້ເຄື່ອງກັບນ້າສາວ.”
ສາມອ້າຍນ້ອງໂທຖາມຂ່າວແມ່ເຖົ້າຢູ່ ລາວ
|
ສ່ວນ ແອງຕວນ ໄດ້ແບ່ງປັນເປັນສອງພາສາ ລາວ ແລະ ຫວຽດນາມ ຄືດັ່ງນີ້:
“ສະບາຍດີ ລູກຊື່ ລຶວແອງຕວນ, ອາຍຸ 9 ປີ. ລູກຢູ່ລາວ ລູກໄດ້ໄປຫຼີ້ນໄປທ່ຽວ. ລູກຮຽນພາສາ ລາວ ກັບ ແມ່ເຖ້ົາ ກັບ ຢູ່ ໂຮງຮຽນສາວປຶດ. ລູກມັກອາຫານລາວ. ລູກຮັກພໍ່ແມ່, ພໍ່ເຖົ້າແມ່ເຖົ້າ, ປູ່ຍ່າ ກັບຫຼາຍຄົນ. ລູກຄິດຮອດລາວ.”
ແອງຕວນ ສອນນ້ອງເວົ້າພາສາ ລາວ
|
"ລາວ ເປັນປະເທດທີ່ລູກເຄີຍໄດ້ໄປຫຼາຍເທື່ອ. ອາຫານລາວ ແຊບ, ເຖິງວ່າແດດຮ້ອນ ແຕ່ໄດ້ໄປລອຍນ້ຳຫຼາຍເທື່ອ. ຢູ່ລາວ ມີນ້າສາວ, ມີພີ່ປ້ານ້າອາ... ຫຼານສອນພາສາໃຫ້ນ້ອງ, ຄຳໃດນ້ອງບໍ່ຮູ້ຫຼານຈະບອກນ້ອງຄຳນັ້ນ. ຫຼານດີໃຈຫຼາຍທີ່ມີແມ່ເປັນຄົນລາວ ແລະ ພໍ່ເປັນຄົນ ຫວຽດ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ລູກມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ຮີດຄອງປະເພນີ ຂອງທັງສອງປະເທດ, ລູກສາມາດເວົ້າໄດ້ສອງພາສາ. ເມື່ອລະດູແລ້ງວຽນມາ, ລູກຈະໄປຫຼີ້ນຢູ່ທັງສອງປະເທດ ລາວ ແລະ ຫວຽດນາມ.”
ຜົວເມຍ ຫວຽດ - ລາວ:"ພວກຂ້າພະເຈົ້າຢາກໃຫ້ລູກໄດ້ສອງພາສາ ແລະ ຫວັງວ່າ ໃນອະນາຄົດ ລູກກໍ່ຈະພະຍາຍາມຄືກັນກັບພໍ່ແມ່ ເປັນຂົວຕໍ່ມິດຕະພາບ, ເປັນຄອບຄົວມິດຕະພາບ ຫວຽດນາມ - ລາວ"
ຄອບຄົວອ້າຍຫາຍ ເອື້ອຍຈັນສີດາ ພ້ອມກັບແມ່ຍ່າ
|
ບໍ່ໄດ້ເລືອກບ່ອນເກີດ, ແຕ່ພວກເຮົາທຸກຄົນ ມີສິດເລືອກບ່ອນດຳລົງຊີວິດໃຫ້ແກ່ຕົນເອງ, ເພື່ອຮັກແພງກັນ ແລະ ອຸທິດສ່ວນ. ເລື່ອງລາວກ່ຽວກັບຄວາມຮັກ, ຄວາມສຸກຄວາມມ່ວນຊື່ນຂອງຜົວເມຍອ້າຍຫາຍ - ເອື້ອຍຈັນສີດາ ອິນຄະວິໄລ ແມ່ນໜຶ່ງໃນຫຼາຍໆຮູບພາບທີ່ສວຍງາມຂອງຄອບຄົວ ເມຍ ຫວຽດ ຜົວລາວ ຫຼື ເມຍລາວ ຜົວ ຫວຽດ ທີ່ກຳລັງດຳລົງຊີວິດຢູ່ ທັງສອງປະເທດ ຫວຽດນາມ ແລະ ລາວ. ຄວາມຜູກພັນຮັກແພງ, ຄວາມສຸກທີ່ລຽບງ່າຍນັ້ນ ມີໄດ້ກໍຍ້ອນມີພື້ນຖານຄວາມໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ເຊິ່ງສອງຊາດພວກເຮົາມີຕໍ່ກັນ ແຕ່ຊຸມວັນເດືອນປີທີ່ຫຍຸ້ງຍາກລຳບາກ, ພ້ອມກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດ, ເອກະພາບ, ທ້ອນໂຮມປະເທດຊາດໃຫ້ເປັນອັນໜຶ່ງອັນດຽວ ແລະ ສ້າງສາຊີວິດໃໝ່.
ແອງຕວນ ເຄົາລົບທຸງ ກ່ອນຊົ່ວໂມງຮຽນພາສາ - ພະຍາມຍາມຮຽນເກັ່ງທັງສອງພາສາ ຫວຽດ - ລາວ ເພື່ອສືບທອດມູນເຊື້ອຂອງຄອບຄົວ |
# ພໍ່ແມ່ ຫວຽດ - ຄວາມຮັກທີ່ກວ້າງໃຫຍ່ໄພສານ
ນັກສຶກສາ ລາວ 12 ຄົນ ຖ່າຍຮູບພ້ອມກັບພໍ່ແມ່ ຫວຽດນາມ |
ສຳລັບຄົນ ຫວຽດນາມ ຜູ້ທີ່ເຄີຍມີບຸນຫວາດສະໜາກັບປະເທດລາວ ແລ້ວ, ແຕ່ລະຄົນ ລ້ວນແຕ່ມີວິທີທີ່ແຕກຕ່າງກັນເພື່ອສະແດງຄວາມຮັກແພງ, ຄວາມຜູກພັນກັນຢ່າງສະໜິດສະໜົມກັບດິນແດນແຫ່ງຈຳປາທີ່ສວຍງາມ ແລະ ສະຫງົບສຸກນີ້. ອອກຈາກເສັ້ນທາງ ພູຫຼວງຕາເວັນຕົກ ທີ່ປ່ຽມລົ້ມໄປດ້ວຍຄວັນໄຟລະເບີດໃນດິນແດນຂອງລາວ, ບັນດາທະຫານອາສາສະໝັກ ຫວຽດນາມ ຄື ລຸງ ດ້າວຮ້າງ, ລຸງ ດວ່ານກວາງເຮວ, ປ້າ ດວ່ານທິຟຽມ…ຢູ່ແຂວງ ຫາຍເຢືອງ, ໄດ້ກັບເມືອບ້ານເກີດເມືອງນອນ ສ້າງຊີວິດໃໝ່. ເຖິງວ່າ 40 ປາຍປີຜ່ານໄປແລ້ວກໍຕາມ, ແຕ່ເມື່ອເວົ້າເຖິງປະເທດລາວ, ບັນດາຄວາມຊົງຈຳໃນຄາວເປັນທະຫານເຂົ້າຮ່ວມການສູ້ຮົບໃນທົ່ວທຸກສະໜາມຮົບຂອງລາວ ຈາກທົ່ງໄຫ່ຫີນ - ຊຽງຂວາງ ຕະຫຼອດຮອດ ໄຊສົມບູນ, ບ້ານດົງ, ເມື່ອງຟີ່ນ (ສະຫວັນນະເຂດ)… ກໍຫຼັ່ງໄຫຼ່ມາແບບບໍ່ຢຸດບໍ່ເຊົ່າ. ບໍ່ມີຜູ້ໃດບອກຜູ້ໃດ, ເຂົາເຈົ້າລ້ວນແຕ່ບອກກັບຕົນເອງວ່າ ຕ້ອງເຮັດອັນໃດອັນໜຶ່ງ ເພື່ອຕອບບຸນແທນຄຸນການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນລາວ ແລະ ນີ້ແມ່ນສິ່ງທີ່ລຸງປ້າໄດ້ພາກັນເຮັດ. ລຸງ ດ້າວຮ້າງ, ປ້າ ຟຽມ ແບ່ງປັນວ່າ:
“ໃນປາງສົງຄາມທີ່ຫຍຸ້ງຍາກລຳບາກ, ທະຫານ ຫວຽດນາມ ມີຊີວິດຢູ່ລອດ ກໍຍ້ອນມີໜໍ່, ໝາກອຶ, ມັນຕົ້ນຂອງປະຊາຊົນ ລາວ ແລະ ກໍຍ້ອນມີປະຊາຊົນລາວ ຊ່ວຍເຫຼືອ ເຮົາຈຶ່ງປະຕິບັດສຳເລັດໜ້າທີ່ຂອງຕົນ. ພວກຂ້າພະເຈົ້າ ມີຊີວິດໄດ້ຄືທຸກມື້ນີ້, ກໍຮູ້ສຶກວ່າມີຄວາມສຸກແລ້ວ. ສະນັ້ນ, ຂ້າພະເຈົ້າຂໍຂອບໃຈປະຊາຊົນລາວ ແລະ ປັດຈຸບັນນີ້, ພວກຂ້າພະເຈົ້າກໍຢາກແບ່ງປັນ ແລະ ຕອບແທນຄືນນ້ຳໃຈຄວາມຮັກແພງນັ້ນ”.
"ໃນປາງສົງຄາມ, ທະຫານ ຫວຽດນາມ ມີຊີວິດຢູ່ລອດກໍຍ້ອນມີປະຊາຊົນລາວຊ່ວຍເຫຼືອ"
“ຂ້າພະເຈົ້າໄດ້ປຶກສາກັບທຸກຄົນ ແລະ ໃນແນວຄິດຂອງຂ້າພະເຈົ້າແມ່ນຢາກໃຫ້ທະຫານອາສາສະໝັກ ຫວຽດນາມ ຢູ່ແຂວງ ຫາຍເຢືອງ ຜູ້ທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຢູ່ສະໜາມຮົບຂອງລາວ ປະກອບສ່ວນໃດສ່ວນໜຶ່ງເຂົ້າໃນວຽກງານນີ້, ສະນັ້ນ ຈຶ່ງຄິດເຖິງຮູບແບບອຸປະກະລະນັກສຶກສາລາວ ແຕ່ບໍ່ກ້າເວົ້າວ່າຈະຮັບມາລ້ຽງ. ຮອດວັນເສົາວັນທິດ ກໍໄປຮັບເອົາພວກຫຼານມາຢູ່ເຮືອນນຳ ເພື່ອບໍ່ໃຫ້ເຂົາເຈົ້າຄິດຮອດຄອບຄົວ, ຄິດຮອດບ້ານເກີດເມືອງນອນ ແລະ ເພື່ອປະຕິບັດໄດ້ຄວາມປາດຖະໜານີ້, ຂ້າພະເຈົ້າກໍໄດ້ສຶກສາຄວາມມຸ່ງມາດປາດຖະໜາຂອງບັນດາຄອບຄົວເບິ່ງວ່າເປັນແນວໃດ ແລະ ຫຼາຍຄົນເຫັນດີເຫັນພ້ອມຕໍ່ກັບບັນຫານີ້”.
ລູກໆມາກິນເຂົ້າຢູ່ຄອບຄົວພໍ່ຮັກແມ່ຮັກ |
ເມື່ອຄິດໄປແລ້ວ, ພວກລຸງເຂົ້າວຽກເລີຍ: ພາຍຫຼັງເຂົ້າຮຽນຢູ່ມະຫາວິທະຍາໄລ ຫ໋າຍເຢືອງໃນປີ 2018, ນັກສຶກສາລາວ 12 ຄົນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ລອບຄອບຖີ່ຖ້ວນຂອງ ໂຮງຮຽນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງຫ໋າຍເຢືອງ. ເຂົາເຈົ້າໄດ້ກາຍເປັນລູກເປັນຫຼານຂອງ 6 ຄອບຄົວຫວຽດນາມ, ໃນນັ້ນມີພໍ່, ແມ່ທີ່ເປັນນັກຮົບເກົ່າເຄີຍເຂົ້າຮ່ວມການຕໍ່ສູ້ຢູ່ສະໜາມຮົບຂອງລາວ. ຍິ່ງມີຄວາມໝາຍກ່ວານັ້ນ ເມື່ອພວກນ້ອງໄດ້ຕັ້ງຊື່ຫວຽດ ທີ່ມີຄວາມປະທັບໃຈ ແລະ ມີຄວາມໝາຍນັ້ນແມ່ນ: ຮົ່ງ, ຮ່າ, ກຶ໋ວ, ລອງ, ດ່ວານ, ເກັດ, ຮຶວ, ງິ, ຟາດ, ຈ໋ຽນ, ເບັ້ນ, ຫວຶງ. ປ້າ ຟຽມ ແລະ ລຸງ ດ້າວຮ້າງ ແບ່ງປັນວ່າ:
“ພວກຂ້າພະເຈົ້າກໍຄິດວ່າລູກໆມານີ້ກໍຄືລູກຄືຫຼານຄີງຂອງຕົນ. ພວກຫຼານມີອາຍຸກໍສ່ຳກັບອາຍຸຂອງຫຼານເຮົາແຕ່ເມື່ອໄດ້ຮັບມາເປັນລູກແລ້ວ, ເຮົາກໍຖືຄືລູກຄີງຂອງເຮົາ. ດັ່ງນັ້ນ, ພວກຂ້າພະເຈົ້າກໍໄດ້ບອກສອນລູກແທ້ໆຂອງເຮົາແນວໃດ, ລູກຮັກ ລາວ ກໍໄດ້ບອກແນວນັ້ນ. ຕົວຢ່າງຄື, ບອກໃຫ້ພວກລູກວ່າ ອັນນີ້ຢູ່ ຫວຽດນາມ ບໍ່ໄດ້ເຮັດແນວນີ້ ຫຼື ອັນນີ້ຕ້ອງເຮັດແບບນັ້ນ…”
“ໃນຊຸມວັນທ້າຍອາທິດ, ຂ້າພະເຈົ້າຈະຮັບລູກມາເຮືອນເພື່ອໃຫ້ພວກລູກບໍ່ຄິດຮອດຄອບຄົວ, ບໍ່ຄິດຮອດບ້ານເກີດເມືອງນອນ, ອາດຈະເຮັດອາຫານລາວໃຫ້ລູກກິນຕົວຢ່າງຄືປະເພດປີ້ງ, ຫຼືອັນໃດທີ່ເຜັດໆ ແມ່ນພວກລູກມັກຫຼາຍ. ພວກລູກມັກກິນປາຫຼາຍກວ່າກິນຊີ້ນ.”
"ພວກຂ້າພະເຈົ້າກໍໄດ້ບອກສອນລູກແທ້ໆຂອງເຮົາແນວໃດ, ລູກຮັກ ລາວ ກໍໄດ້ບອກແນວນັ້ນ."
ຮອດທ້າຍອາທິດ, ລູກໆກໍພາກັນມາກິນເຂົ້ານຳພໍ່ແມ່ຮັກ |
ໂດຍແຕກຕ່າງກັບຄວາມເປັນຫ່ວງເປັນໄຍກ່ອນອຳລາຈາກພໍ່ແມ່ໄປເລີ່ມຕົ້ນຊີວິດໃໝ່, ບັນດານັກສຶກສາລາວ ຢູ່ແຂວງຫາຍເຢືອງ ພັດຮູ້ສຶກວ່າຕົນມີຄວາມໂຊກດີ ແລະ ມີຄວາມສຸກເມື່ອໄດ້ກາຍເປັນລູກໃນຄອບຄົວຄົນຫວຽດ, ພາຍຫຼັງການຮຽນທີ່ອິດເມື່ອຍແລ້ວ, ເຂົາເຈົ້າໄດ້ກັບມາຢູ່ໃນອ້ອມກອດແຫ່ງຄວາມຮັກແພງອູ້ມຊູຂອງພໍ່ແມ່, ອ້າຍ, ເອື້ອຍຄົນຫວຽດທີ່ເຕັມໄປດ້ວຍຄວາມຮັກແພງ.
ເພື່ອນ ຈຽນ ຊື່ພາສາລາວແມ່ນ ເອ້ຍຢາງ ທົ່ວຊີວິດ - ນັກສຶກສາຂະແໜງການບັນຊີ, ມະຫາວິທະຍາໄລຫາຍເຢືອງແບ່ງປັນວ່າ:
“ຕອນທີ່ຫາກໍມາກໍຮູ້ສຶກເສົ້າໆຢູ່, ແຕ່ຫຼັງຈາກມີພໍ່ແມ່ຮັກແລ້ວກໍດີຂຶ້ນ. ນ້ອງຮູ້ສຶກວ່າ ຄືກັນກັບເຮົາຢູ່ນຳພໍ່ນຳແມ່ຢູ່ລາວເລີຍ. ຂ້າພະເຈົ້າມາຢູ່ນຳເພິ່ນ, ລູກຂອງເພິ່ນກໍຮັກຄືນ້ອງຄີງເລີຍ.”
ສ່ວນພໍ່ຮັກແມ່ຮັກກໍຮູ້ສຶກດີໃຈເມື່ອມີລູກມີຫຼານມາເພີ່ມເຕີມ, ເຖິງວ່າການດຳລົງຊີວິດຂອງຜູ້ພັກກິນເບ້ຍບຳນານບໍ່ມີຄວາມສະດວກດ້ານເສດຖະກິດຫຼາຍປານໃດກໍ່ຕາມ. "ພວກຂ້າພະເຈົ້າກໍບໍ່ໄດ້ຄິດຫຍັງຈັກໜ້ອຍ, ຮູ້ສຶກທຳມະດາ, ເພີ່ມລູກເພີ່ມຫຼານຄອບຄົວກໍເພີ່ມຄວາມສຸກຄວາມມ່ວນຊື່ນ."
"ເມື່ອເມຍຂອງຂ້າພະເຈົ້າມາລົມ, ຂ້າພະເຈົ້າກໍເວົ້າວ່າ: ມະນຸດຄືຊັບສິນອັນລ້ຳຄ່າ, ມີເງິນມີຄຳຫຼາຍເທົ່າໃດກໍຊື້ບໍ່ໄດ້ນ້ຳໃຈອາລົດຈິດລະຫວ່າງຄົນກັບຄົນ. ພວກຂ້າພະເຈົ້າພັກບຳນານໝົດແລ້ວ, ເຖິງວ່າດ້ານວັດຖຸແມ່ນມີໜ້ອຍແຕ່ມີນ້ຳໃຈກວ້າງ. ຂ້າພະເຈົ້າຄິດວ່າເມື່ອເອົາເຂົ້າຕົ້ມໃຫ້ພວກລູກອັນໜຶ່ງກໍສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງຂອງທັງພໍ່, ທັງແມ່, ທັງຄອບຄົວ. ເມື່ອພວກລູກກາຍເປັນສະມາຊິກໃນຄອບຄົວແລ້ວ, ບັນຍາກາດໃນຄອບຄົວກໍມີຄວາມອົບອຸ່ນແລະມ່ວນຊື່ນກວ່າ”.
ແມ່ວັນ, ພໍ່ດ້າວ, ແມ່ຟຽມ ມາສະແດງຄວາມຍິນດີກັບລູກຮັກຂອງຕົນ ໃນໂອກາດລູກໆຮັບໃບປະກາດ |
ໄດ້ມາຮຽນຢູ່ຫວຽດນາມ, ໄດ້ຮັບການແນະນຳຢ່າງສຸດໃຈ ຈາກຄູອາຈານ ແລະ ການຊ່ວຍເຫຼືອຈາກໝູ່ເພື່ອນຄົນຫວຽດ ແລະ ໄດ້ກາຍເປັນລູກຮັກຂອງຄອບຄົວນັກຮົບເກົ່າ. ເພື່ອນ ຟາດ (ຊື່ລາວວ່າ: ເດດ) ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ເພິ່ນໄດ້ໂທຕິດຕໍ່, ໂທຖາມຕະຫຼອດ. ບາງທີຖ້າວ່າເພິ່ນໂທຫາເຮົາບໍ່ໄດ້, ອ້າຍກັບເອື້ອຍ (ລູກຄີງຂອງເພິ່ນ) ກໍໄດ້ມາຖາມວ່າຟາດ, ງິເປັນຈັ່ງໃດ, ສະບາຍດີບໍ? ມື້ໃດຫວ່າງເຂົ້າໄປຫາພໍ່ແມ່ແດ່ເດີ. ໄປຕອນໃດເຈີ້ກັນກໍຄືລູກກັບພໍ່. ຄັນໄປເຮືອນເພິ່ນ, ຖ້າວ່າເຮົາແຕ່ງກິນຫຼືວ່າເຮັດຫຍັງກໍແຕ່ງຕາມສະບາຍເລີຍ, ເຮັດຫຍັງກໍເຮັດຕາມສະບາຍຄືຢູ່ເຮືອນເຮົາເລີຍ. ຄືຍາມຮ້ອນຢູ່ໂຮງຮຽນບໍ່ມີແອເພິ່ນໂທມາຖາມລູກຮ້ອນບໍ? ຢູ່ໂຮງຮຽນເປັນຈັ່ງໃດ? ໂຮງຮຽນເບິ່ງດີບໍ? ຄັນຮ້ອນກໍມາຫາພໍ່ແມ່, ມານອນພັກນຳພໍ່ແມ່ກໍໄດ້. ເພິ່ນຊ່ວຍຮອດຂະໜາດນັ້ນເລີຍ, ຄວາມເພິ່ນຮັກເພິ່ນແພງຄືກັບລູກຢູ່ໃນເຮືອນເລີຍ.”
ຕິນ່າ ດີໃຈທີ່ໄດ້ເປັນລູກຮັກຂອງຄອບຄົວແມ່ຮັກ |
ເວລາຢູ່ຫ່າງໄກຈາກຄອບຄົວ, ຍາມເຈັບເປັນຕ້ອງການຄວາມເບິ່່ງແຍງດູແລຂອງຍາດຕິພີ່ນ້ອງຫຼາຍ. ພາຍຫຼັງຜ່າຕັດໄສ້ຕິງມາໄດ້ 2 ອາທິດ, ຕິນ່າ ນັກສຶກສາຢູ່ເມືອງໂພນໂຮງ, ແຂວງວຽງຈັນ ເລົ່າສູ່ຟັງດ້ວຍຄວາມຕື້ນຕັນໃຈວ່າ:
ບໍ່ເຄີຍຄິດວ່າເພິ່ນຈະດີກັບເຮົາປານນີ້. ຄືຂ້າພະເຈົ້າໄປຜ່າຕັດຢູ່ໂຮງໝໍ, ພໍ່ວັນກັບແມ່ລາວໄດ້ເຝົ້າຂ້າພະເຈົ້າແຕ່ຕອນຂ້າພະເຈົ້າເຂົ້າຫ້ອງຜ່າຕັດຈົນກວ່າຂ້າພະເຈົ້າຟື້ນມາ, ເພິ່ນບໍ່ໄດ້ນອນເລີຍ. ຕອນພໍ່ກັບແມ່ຂ້າພະເຈົ້າມາຫວຽດ, ເພິ່ນກໍຕ້ອນຮັບດີ, ເອົາໃຈໃສ່ພໍ່ແມ່, ຊ່ວນພໍ່ແມ່ເຂົ້າໄປເຮືອນຕະຫຼອດ. ຄືຂ້າພະເຈົ້າ, ສົມມຸດວ່າເຮົາມີຄວາມທຸກໃຈ, ເຮົາກໍເຂົ້າໄປເຮືອນປານນັ້ນຄືເຮົາເປັນລູກແທ້ໆເລີຍ. ພວກເອື້ອຍກໍຄືກັນ. ເພິ່ນຮູ້ວ່າເຮົາມາໄກ ເພິ່ນກໍຄິດເຫັນຕະຫຼອດ, ເພິ່ນເອີ້ນເພິ່ນໂທໄປເຮືອນຕະຫຼອດ”.
ຢູ່ຫ່າງໄກຈາກຄອບຄົວເຂົ້າໄປຮຽນຢູ່ມະຫາວິທະຍາໄລ, ເດີນບັນດາບາດກ້າວທຳອິດໃນເສັ້ນທາງຮັບເອົາຄວາມຮູ້ປັນຍາ, ບັນດານັກສຶກສາລາວ ມີຄວາມຮູ້ບຸນຄຸນຢ່າງຍິ່ງເມື່ອໄດ້ຮັບເອົາການເບິ່ງແຍງດູແລ, ສັ່ງສອນຢ່າງສຸດໃຈ ແບບແຜນການດຳລົງຊີວິດ, ປະພຶດໃນຊີວິດການເປັນຢູ່ຈາກພໍ່ຮັກແມ່ຮັກ, ອ້າຍເອື້ອຍນ້ອງຮັກຊາວ ຫວຽດນາມ ຄືກັນກັບຍາດຕິພີ່ນ້ອງຄີງຂອງຄົນ.
"ເພິ່ນສອນວ່າເປັນຜູ້ຍ່າຜູ້ຍິງຕ້ອງໄຫວແບບເບິ່ງວຽກຢ້າວວຽກເຮືອນ"
“ເວລານ້ອງໄປເຮືອນ, ເພິ່ນກໍສອນວ່າເປັນຜູ້ຍ່າຜູ້ຍິງຕ້ອງໄຫວແບບເບິ່ງວຽກຢ້າວວຽກເຮືອນ ແລະ ສອນວັດທະນະທຳເວລາກິນເຂົ້າ, ບອກວ່າຄວນເຮັດແນວນັ້ນແນວນີ້ກ່ອນເວລາມີແຂກມາເຮືອນ. ຮອດຍາມເຕັດເພິ່ນກໍສອນເຮົາວິທີເຮັດເຂົ້າຕົ້ມນັບແຕ່ວິທີຫໍ່, ວິທີມັດຕະຫຼອດຮອດວິທີຕັດແນວໃດໃຫ້ມັນງາມ. ກຸດ ຫວຽດ ເພິ່ນກໍສອນວັດທະນະທຳໃຫ້ພວກເຮົາ ແລະ ພາໄປທ່ຽວວັດເພື່ອເບິ່ງວັດທະນະທຳຂອງຄົນຫວຽດ.”
ບໍ່ພຽງແຕ່ເອົາໃຈໃສ່ຕໍ່ການຢູ່ການກິນ, ການດຳລົງຊີວິດ ເທົ່ານັ້ນ ຍາມໃດພວກລຸງກໍ່ເປັນຫ່ວງຕໍ່ອະນາຄົດລູກຮັກຂອງຕົນ ດ້ວຍຄວາມປາດຖະໜາ ພາຍຫຼັງຮຽນຈົບ, ພວກລູກຈະມີວຽກເຮັດງານທຳ, ມີວິຊາສະເພາະໜັກແໜ້ນ ເພື່ອຮັບໃຊ້ໃຫ້ແກ່ບ້ານເກີດເມືອງນອນປະເທດຊາດ, ປະຊາຊົນລາວ.
ມາຮອດປັດຈຸບັນ, ລູກໆຜູ້ໃດກໍໄດ້ສຳເລັດການສຶກສາຢູ່ ຫວຽດນາມ ດ້ວຍໝາກຜົນທີ່ໜ້າຊື່ນຊົມ |
“ຂ້າພະເຈົ້າກໍ່ເຕືອນຢູ່ຕະຫຼອດວ່າ ພວກລູກຍາດເວລາມາຫາພໍ່ແມ່ເພື່ອມີໂອກາດແລກປ່ຽນກ່ຽວກັບວັດທະນະທຳຫວຽດນາມກໍ່ຄືປະສົບການຮ່ຳຮຽນຂອງພວກລູກ. ບໍ່ຮູ້ວ່າ, ໃນອະນາຄົດເມື່ອພວກລູກກັບຄືນໄປຮັບໃຊ້ປະເທດຊາດຈະເປັນຄືແນວໃດ, ແຕ່ກ່ອນອື່ນໝົດຂ້າພະເຈົ້າກໍ່ຕັກເຕືອນວ່າໄປຮຽນກັບມາແລ້ວຕ້ອງຮັບໃຊ້ຊາດຢ່າງສຸດໃຈ. ເຂົ້າເປັນທະຫານຕ້ອງປະຕິບັດຕາມກົດລະບຽບຂອງທະຫານໃຫ້ເຂັ້ມງວດ" .
ບໍ່ພຽງແຕ່ຢູ່ແຂວງຫ໋າຍເຢືອງເທົ່ານັ້ນ, ໃນຊຸມປີຜ່ານມາ, ມີນັກຮຽນນັກສຶກສາລາວ ນັບຫຼາຍຮ້ອຍຄົນມາຮ່ຳຮຽນຢູ່ ຫວຽດນາມ ໄດ້ຮັບການໜູນຊ່ວຍຈາກຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນຕ່າງໆ. ນັ້ນແມ່ນການສືບທອດຂະບວນການຮັບນັກສຶກສາລາວມາເປັນລູກຮັກ ເຊິ່ງເລີ່ມມີມານັບແຕ່ໄລຍະເກີດສົງຄາມຕ້ານຈັກກະພັດອາເມລິກາ. ເມືຶ່ອເຕີບໃຫຍ່ເຂັ້ມແຂງ, ເຂົາເຈົ້າຍາມໃດກໍ່ຄິດເຖິງຄວາມຊົງຈຳບໍ່ອາດຫຼົງລືມໄດ້ກ່ຽວກັບພໍ່ຮັກແມ່ຮັກຊາວ ຫວຽດນາມ ທີ່ໄດ້ຮັກແພງ, ເບິ່ງແຍງດູແລເຂົາເຈົ້າຢ່າງສຸດໃຈ. ນັ້ນແມ່ນສາຍໄຍ ເພື່ອຜູກພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວຍາມໃດກໍ່ໄດ້ຮັບການເຊື່ອມຕໍ່, ສືບທອດ ແລະ ຮັກສາ, ເພື່ອໃຫ້ນັກສຶກສາລາວ ໃນມື້ນີ້ ເຂົ້າໃຈໄດ້ວ່າ ຕ້ອງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມໃຫ້ຫຼາຍກ່ວາອີກ, ບໍ່ພຽງແຕ່ເພື່ອໃນອະນາຄົດກັບເມືອບ້ານເກີດເມືອງນອນຮັບໃຊ້ປະເທດຊາດ, ປະຊາຊົນລາວເທົ່ານັ້ນ, ຫາກຍັງສົມກັບຄວາມຮັກແພງ, ການແບ່ງປັນຂອງປະຊາຊົນຫວຽດນາມ...
ທ້າວ ຮ່ວາງທ໊າຍເຊີນ (ພາບ: ສະໜອງໂດຍຜູ້ກ່ຽວ) |
ຈາກຫຼັກຊາວ, ເມືອງຄຳເກີດ, ແຂວງ ບໍລິຄຳໄຊ, ນັກສຶກສາລາວ ທີ່ມີຊື່ວ່າ ພູວັນ ຄຳທະວີ (ຊື່ຫວຽດ ແມ່ນຮ່ວາງທ໊າຍເຊີນ) ໄດ້ຊອກທຶນການສຶກສາມາຮ່ຳຮຽນຢູ່ວິທະຍາໄລການແພດ - ການຢາຮ່າຕິງ, ພາຍຫຼັງຮຽນຈົບ, ລາວສືບຕໍ່ຮຽນປະລິນຍາໂທຢູ່ ມະຫາວິທະຍາໄລການແພດ - ການຢາ ທ໊າຍບິ່ງ ດ້ວຍຄວາມຫວັງ ຢາກກາຍເປັນທ່ານໝໍເກັ່ງ, ກຳແໜ້ນດ້ານວິຊາການເພື່ອກັບຄືນໄປປະເທດປິ່ນປົວໃຫ້ແກ່ປະຊາຊົນຢູ່ບ້ານເກີດເມືອງນອນຂອງຕົນ. ຍ້ອນມີຄວາມຮັກປະເທດຊາດ ແລະ ຮັກແພງຊາວ ຫວຽດນາມ ນັບແຕ່ຄາວຍັງນ້ອຍ, ເມື່ອໄດ້ຮັບຟັງ ລຸງປ້າອາວອາ ໃນໝູ່ບ້ານເລົ່າເລື່ອງ ກ່ຽວກັບທະຫານຫວຽດນາມ ມາລາວເພື່ອເປີດເສັ້ນທາງ ສາຍພູຫຼວງທາງທິດຕາເວັນຕົກ, ຊ່ວຍປະຊາຊົນລາວຕໍ່ສູ້ກູ້ຊາດ ແລະ ສ້າງສາເສດຖະກິດ. ສຳລັບ ອ້າຍ, ຫວຽດນາມ ແລະ ລາວຍາມໃດກໍ່ແມ່ນສອງປະເທດອ້າຍນ້ອງກັນ, ຮ່ວມຂຸມຄອງດຽວກັນ, ແບ່ງທຸກແບ່ງສຸກນຳກັນ.
"ໂຊກດີເມື່ອໄດ້ມາຮຽນຢູ່ ຫວຽດນາມ ແລະ ຮູ້ຈັກແຕ່ຄົນດີໆ, ໄດ້ຮັບການຊ່ວຍເຫຼືອຮັກແພງຈາກປະຊາຊົນ ຫວຽດນາມ"
"ໝູ່ຫວຽດ, ພໍ່ຮັກແມ່ຮັກ ແລະ ນັກຮົບເກົ່າຄັນເຮົາບໍ່ຮູ້ຫຍັງເພິ່ນກໍບອກກໍສອນ, ເພິ່ນໄດ້ເບິ່ງແຍງດູແລດີ, ມັກພາໄປລ້ຽງເຂົ້າລ້ຽງນ້ຳ, ພາໄປຫຼີ້ນນັ້ນຫຼີ້ນນີ້, ໄປໃສເພິ່ນກໍພາໄປນຳ, ຍາມໃດເພິ່ນກໍພ້ອມທີ່ຈະຊ່ວຍເຫຼືອ, ຢາກໃຫ້ເຮົາສະບາຍໃຈເພາະເພິ່ນຢ້ານເຮົາຄິດຮອດບ້ານ. ສະນັ້ນ, ເຮົາຮູ້ສຶກຄືຢູ່ບ້ານຕົນເອງໄປ, ໄປໃສມາໃສກໍຮູ້ສຶກປອດໄພ. ໄປໃສເພິ່ນຮູ້ເຮົາເປັນຄົນລາວເພິ່ນກໍຮັກກໍແພງ. ບາງເທື່ອເຮົາໄປຕະຫຼາດ ຮູ້ເຮົາເປັນຄົນລາວ, ເພິ່ນກໍວ່າ ເອົາຜັກເມືອກິນເດີ ຫຼື ຫຼຸດລາຄາໃຫ້.”
ດ້ວຍຄວາມເມົາມົວຫຼົງໄຫຼກັບການຄົ້ນຫາ, ນອກຈາກເວລາຮ່ຳຮຽນແລ້ວ, ໃນຊຸມວັນພັກ ຫຼື ທ້າຍອາທິດ, ອ້າຍມັກໄປທ່ຽວທ້ອງຖິ່ນຕ່າງໆຢູ່ ຫວຽດນາມ ພ້ອມກັບໝູ່ເພື່ອນ ເພື່ອຢ້ຽມຊົມທິວທັດທຳມະຊາດ, ຮັບປະທານເຍື່ອງອາຫານທີ່ມີຊື່ສຽງ ແລະ ເປັນເອກະລັກຂອງຫວຽດນາມ ຢູ່ແຕ່ລະເຂດພາກ. ອ້າຍເຊີນແບ່ງປັນວ່າ: ການດຳລົງຊີວິດຢູ່ ຫວຽດນາມ ມີຄວາມສະດວກສະບາຍ, ສະພາບແວດລ້ອມ ແຫ່ງການຮ່ຳຮຽນກໍ່ດີ, ການບໍລິການທາງການແພດກໍ່ຮັບປະກັນ, ຄ່າຄອງຊີບກໍ່ບໍ່ແພງປານໃດ ແລະ ອາຫານກໍ່ແຊບຫຼາຍ. ກາເຟຢູ່ນີ້ກໍ່ມີຫຼາຍຊະນິດ ແລະ ແຊບອີກ, ເຍື່ອງອາຫານຫວຽດນາມ ກໍ່ມີຊື່ໃນບັນຊີລາຍການອາຫານທີ່ມີຊື່ສຽງໃນໂລກຄື: ເຂົ້າຈີ່, ເຝີ…”. ເພາະສະນັ້ນ, ເມື່ອມີເວລາຫວ່າງ ພູວັນ ຄຳທະວີ ກໍ່ສ້າງບັນດາຄຼິບວີດີໂອສັ້ນໆ ກ່ຽວກັບພາບພົດຂອງປະເທດ, ປະຊາຊົນ, ວັດທະນະທຳ ແລະ ອາຫານການກິນຢູ່ ຫວຽດນາມ ເພື່ອເອົາລົງສື່ສັງຄົມອອນລາຍ ເພື່ອແຜ່ຂະຫຍາຍພາບຫຼັກກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ປະຊາຊົນ ຫວຽດນາມ ໃຈດີ, ມີຄວາມຮັກແພງແຂກຄົນ.
ມັນກໍຄ້າຍຄືເປັນປະສົບການອັນໜຶ່ງທີ່ເປັນຄວາມຊົງຈຳທີ່ດີເມື່ອຮຽນຢູ່ ຫວຽດ ແລະ ກໍຖ່າຍຄຼິບໄວ້ໃຫ້ລູກໃຫ້ຫຼານ, ໃຫ້ໝູ່ຄູ່ເບິ່ງວ່າເຮົາໄປໃສແນ່, ເວລາຮຽນຢູ່ ຫວຽດ ເຮົາເປັນຈັ່ງໃດ ແລະ ກໍຢາກໃຫ້ເຂົາເຈົ້າຮູ້ເຖິງວັດທະນະທຳຂອງ ຫວຽດນາມ ກໍຄືວັດທະນະທຳລາວເປັນຈັ່ງໃດ”.
ພາຍຫຼັງຮຽນຈົບ, ຮວ່າງທ໊າຍເຊີນຈະກັບເມືອລາວ ເພື່ອປິ່ນປົວພະຍາດໃຫ້ແກ່ຄົນເຈັບ, ຊ່ວຍເຫຼືອຜູ້ທຸກຍາກ |
ລະດູໃບໄມ້ຫຼົ່ນປີນີ້, ພູວັນ ຄຳທະວີ ຈະສິ້ນສຸດເສັ້ນທາງ 10 ປີແຫ່ງການຮ່ຳຮຽນຂະແໜງການແພດ ເພື່ອກັບຄືນໄປເຮັດວຽກ, ຮັບໃຊ້ພໍ່ແມ່ປະຊາຊົນຢູ່ປະເທດລາວ. ສຳລັບອ້າຍ, ນ້ຳໃຈຄວາມຮັກແພງ ເຊິ່ງຄູອາຈານ, ເພື່ອນມິດແລະປະຊາຊົນຫວຽດນາມສະຫງວນໃຫ້ຕົນແມ່ນອະນຸສອນຄວາມຊົງຈຳຍາກທີ່ຈະຫຼົງລືມໄດ້. ອ້າຍເວົ້າວ່າ: “ແຕ່ດົນນານແລ້ວ, ຂ້າພະເຈົ້າຖື ຫວຽດນາມ ແມ່ນບ້ານເກີດເມືອງນອນແຫ່ງທີ່ສອງຂອງຕົນ”.
ນັບມື້ນັບມີນັກສຶກສາຫວຽດນາມ ໄປ ຮ່ຳຮຽນ, ທ່ອງທ່ຽວ, ຄົ້ນຫາວັດທະນະທຳຢູ່ລາວ. ກົງກັນຂ້າມ ນັບມື້ນັບມີນັກສຶກສາ, ນັກຮຽນລາວຫຼາຍຄົນ ເລືອກເອົາ ຫວຽດນາມ ແມ່ນສະຖານທີ່ຮ່ຳຮຽນ, ປະກອບພູມປັນຍາ ເພື່ອກັບເມືອຮັບໃຊ້ປະເທດຊາດ. ປະເທດ ຫວຽດນາມ ສະຫງົບສຸກ, ປອດໄພ, ຊາວ ຫວຽດນາມ ຮັກແພງແຂກຄົນ, ພໍ່ລ້ຽງແມ່ລ້ຽງ ຫວຽດນາມ ຍາມໃດກໍ່ພ້ອມແລ້ວຮັບເອົາລູກຮັກລາວມາເປັນສະມາຊິກໃນຄອບຄົວ, ຊ່ວຍເຫຼືອລູກຮັກຄົນລາວຂອງຕົນ. ນັ້ນບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບຄວາມຮັກລະຫວ່າງອ້າຍຫ໋າຍ - ເອຶ້ອຍ ຈັນສີດາ, ຫຼືການຮັບນັກສຶກສາລາວເປັນລູກຮັກຂອງນັກຮົບເກົ່າຢູ່ ຫ໋າຍເຢືອງ ເທົ່ານັ້ນ ຫາກຍັງແມ່ນບັນດາເລື່ອງລາວທີ່ອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບສອງຊາດ. ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈະນັບມື້ນັບມີໂອກາດແຜ່ຂະຫຍາຍ, ແຜ່ລາມເຂົ້າແຕ່ລະເຂດພາກ, ແຕ່ລະຄອບຄົບຊາວ ຫວຽດ, ຊາວລາວ, ເພື່ອເຮັດໃຫ້ແນວຄິດ, ການກະທຳຂອງແຕ່ລະຄົນຍາມໃດກໍ່ສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງ, ການອຸ້ມຊູຊ່ວຍເຫຼືອ, ແບ່ງປັນ, ສະໜິດຕິດພັນລະຫວ່າງສອງຊາດ, ສອງປະເທດ ຫວຽດນາມ - ລາວ./.