ສິລະປະຂັບເດີນກາຕາຍຕື ເປັນສິລະປະພື້ນເມືອງປະເພດໜຶ່ງຢູ່ພາກໃຕ້ຫວຽດນາມ ຊຶ່ງໄດ້ກຳເນີດຂຶ້ນກ່ອນໜ້ານີ້ 100 ປີ. ຄຳຂັບຮ້ອງທີ່ລຽບງ່າຍ ແລະ ການສະແດງທີ່ໃກ້ຊິດກັບຊາວບ້ານ ໄດ້ຊ່ວຍໃຫ້ ສິລະປະຂັບເດີນກາຕາຍຕືໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວບ້ານແຫ່ງນີ້. ເຂົາເຈົ້າມັກ ຂັບເດີນກາຕາຍຕືພາຍຫຼັງທີ່ອອກແຮງງານດ້ວຍຄວາມອິດເມື່ອຍ ເພື່ອລະດົມກຳລັງໃຈໃຫ້ແກ່ກັນ. ສຳລັບຊາວບ້ານຢູ່ເກາະໂຖຈູ, ແຂວງກຽນຢາງ ກໍເຊັ່ນດຽວກັນ, ສຽງຂັບຮ້ອງ ແລະ ສຽງດົນຕີດັງກ້ອງກັງວານໃນທ່າມກາງທະເລ ແລະ ທ້ອງຟ້າ ກໍເຮັດໃຫ້ຈິດໃຈຂອງພວກເຂົາມີຄວາມອົບອຸ່ນຍິ່ງຂຶ້ນ.
ສະໂມສອນຂັບເດີນກາຕາຍຕື ແລະ ສະແດງດົນຕີຂອງສະມາຄົມຊາວກະສີກອນ ເກາະໂຖຈູ |
ເຂົ້າຮ່ວມໃນການສະແດງຂັບຮ້ອງໃນມື້ນີ້ຢູ່ຄອບຄົວລຸງເລເຈືອງຢາງ ຢູ່ ເກາະໂຖຈູ ຍັງມີລຸງ ຫງວຽນວັນຕ້າມຢູ່ ແຣກຢ້າ ມາຮ່ວມພ້ອມກັບບັນດາອ້າຍເອື້ອຍນ້ອງບ້ານໃກ້ເຮືອນຄຽງເປັນຈຳນວນຫຼວງຫຼາຍ. ໃນເບື້ອງຕົ້ນ, ຍ້ອນອາລົມຈິດຄວາມຮັກແພງນັ້ນ, ການຂັບເດີນກາຕາຍຕືໄດ້ເຮັດໃຫ້ເຂົາເຈົ້າໃກ້ຊິດສະໜິດສະໜົມກວ່າ. ພາຍຫຼັງໄລຍະໜຶ່ງ, ປະຊາຊົນໃນ ເກາະໂຖຈູໄດ້ສ້າງຕັ້ງເປັນສະໂມສອນ, ສະແດງເປັນປະຈຳ. ນາງ ຫງວຽນທິຢຸງເປີດເຜີຍວ່າ : ຢູ່ແຫ່ງນີ້, ນອກຈາກເວລາເດີນເຮືອໄປຫາປາ, ໄປຕະຫຼາດ ແລະ ໃນຍາມຄ່ຳ , ເມື່ອກິນເຂົ້າແລ້ວ, ພໍ່ແມ່ພີນ້ອງພັດເຕົ້າໂຮມກັນຂັບເດີນກາຕາຍຕືເພື່ອສ້າງຄວາມມ່ວນຊື່ນ. ນາງ ຫງວຽນທິຢຸງ ເວົ້າວ່າ :
“ ຂ້າພະເຈົ້າເຫັນວ່າ ພວກບາວສາວຢູ່ນີ້ຂັບຮ້ອງມ່ວນຫຼາຍ. ການດຳລົງຊີວິດໃນເກາະທີ່ຫ່າງໄກແມ່ນບໍ່ມີຍັງເລີຍ. ດັ່ງນັ້ນ ປະຊາຊົນໃນເກາະ ໃນຍາມມີເວລາວ່າງ ເຄີຍເຕົ້າໂຮມກັນຂັບເດີນກາຕາຍຕືເພື່ອສ້າງຄວາມມ່ວນຊື່ນ, ຖືວ່ານີ້ແມ່ນອາຫານທາງດ້ານຈິດໃຈຂອງທະຫານ ແລະ ປະຊາຊົນໃນເກາະ ”
ສະໂມສອນຂັບເດີນກາຕາຍຕື ແລະ ສະແດງດົນຕີຂອງສະມາຄົມຊາວກະສີກອນ ເກາະໂຖຈູ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2001 ແລະ ມີການເຄື່ອນໄຫວເປັນປະຈຳຄືທຸກວັນນີ້, ແມ່ນຍ້ອນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງລຸງ ເລເຈືອງຢາງ ຫົວໜ້າສະໂມສອນ. ລຸງ ເລເຈືອງຢາງ ເລົ່າສູ່ຟັງວ່າ ລຸງໄດ້ອອກໄປດຳລົງຊີວິດຢູ່ ເກາະໂຖຈູນັບແຕ່ປີ 1993 , ຄາວນັ້ນຊີວິດທາງດ້ານຈິດໃຈຂອງປະຊາຊົນຍັງຂາດເຂີນຫຼາຍ. ໂດຍແມ່ນຜູ້ມີລະດັບຄວາມຮູ້ເລິກກ່ຽວກັບ ສິລະປະຂັບເດີນກາຕາຍຕື ທັງເປັນສະມາຊິກຂອງສະມາຄົມສິນລະປະວັນນະຄະດີ ຟູ້ກ໋ວກ, ດັ່ງນັ້ນ ລຸງ ເລເຈືອງຢາງ ຢາກປະກອບເຫື່ອແຮງອັນນ້ອຍໆຂອງຕົນເພື່ອພ້ອມກັນສ້າງຊີວິດທາງດ້ານຈິດໃຈຂອງປະຊາຊົນໃນເກາະໂຖຈູ. ລຸງ ເລເຈືອງຢາງ ເວົ້າວ່າ :
“ ເຮົາແມ່ນພະນັກງານ, ດັ່ງນັ້ນເຮົາມີຄວາມຮັບຜິດຊອບກັບສັງຄົມຫຼາຍກວ່າ. ຈາກນັ້ນ ຈຶ່ງລົງທຶນເອງ ຊື້ເຄື່ອງອຸປະກອນ ແລ້ວກໍເຕົ້າໂຮມບັນດາຜູ້ນິຍົມສິລະປະ. ທຳອິດພວກເຮົາຝຶກແອບຂັບຮ້ອງເພື່ອສ້າງຄວາມມ່ວນຊື່ນ, ຕໍ່ມາໄດ້ເຄື່ອນໄຫວໂດຍພື້ໜຖານກວ່າ ແລະ ໄດ້ດຶງດູດຜູ້ມາເຂົ້າຮ່ວມສະໂມສອນຫຼາຍຂຶ້ນ. ”
ການຮັກສາການເຄື່ອນໄຫວ ແລະ ຍົກສູງຄຸນນະພາບການສະແດງສິລະປະຂັບເດີນກາຕາຍຕືຂອງສະໂມສອນ ແມ່ນສິ່ງທີ່ບໍ່ງ່າຍດາຍສຳລັບຜູ້ເປັນຫົວໜ້າ ແລະ ບັນດາສະມາຊິກໃນສະໂມສອນ ເພາະການເຄື່ອນໄຫວຂອງສະໂມສອນແມ່ນຂຶ້ນກັບວັນເວລາ ແລະ ວຽກງານຂອງສະມາຊິກແຕ່ລະຄົນ. ມີບາງເວລາ ຈຳນວນສະມາຊິກໃນສະໂມສອນຂຶ້ນເຖິງ 20 ຄົນ, ແຕ່ເມື່ອຂ້ອງຄ່າກັບວຽກງານທຳມາຫາກິນ, ຈຳນວນສະມາຊິກໃນສະໂມສອນຍັງເຫຼືອພຽງ 8 ຄົນເທົ່ານັ້ນ.
ລຸງ ເລເຈືອງຢາງ ໃຫ້ຮູ້ອີກວ່າ :
“ ຂ້າພະເຈົ້າພະຍາຍາມເດີນຕາມເຄື່ອນໄຫວສິລະປະນີ້. ມີຫຼາຍຄົນສາມາດຂັບຮ້ອງໄດ້ດີ, ເຮົາກໍເຊີນເຂົາເຈົ້າເຂົ້າຮ່ວມສະໂມສອນ. ມີຫຼາຍຄົນສາມາດກາຍເປັນສະມາຊິກຖາວອນໃນສະໂມສອນ, ມີບາງຄົນບໍ່ສາມາດຂະຫຍາຍຕົວໄດ້ ກໍອອກໄປ. ປະຈຸບັນ, ພວກຂ້າພະເຈົ້າຍັງພະຍາຍາມຮັກສາການເຄື່ອນໄຫວຂອງສະໂມສອນ ”
ສ່ວນນາງ ເຈີນກິມຮັ່ງ ສະມາຊິກໃນສະໂມສອນ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າມັກຂັບຮ້ອງຫຼາຍ, ຢາກໄປສະແດງຢູ່ບ່ອນນີ້, ບ່ອນນັ້ນເພື່ອສ້າງຄວາມລຶ້ງເຄີຍ, ແຕ່ຍັງບໍ່ທັນມີເງື່ອນໄຂເທື່ອ. ບາງຄັ້ງໄປພົບປະແລກປ່ຽນຢູ່ ແຂວງແນຢາງ ມີສະໂມສອນ ບິນມິນ. ເຫັນມະມາຊິກກອງສິລະປະກອນນຸງໂສ້ງຂາວ, ເສື້ອສີແດງ, ຂ້າພະເຈົ້າກໍຫວັງຢາກຄືກັບເຂົາເຈົ້າ ”
ການສ້າງຕັ້ງ ແລະ ການເຄື່ອນໄຫວຂອງ ສະໂມສອນຂັບເດີນກາຕາຍຕື ແລະ ສະແດງດົນຕີຂອງສະມາຄົມຊາວກະສີກອນ ເກາະໂຖຈູ ປຽບເໝືອນສິ່ງລະດົມກຳລັງໃຈ ແລະ ຜູກຮັກລະຫວ່າງປະຊາຊົນໃນເກາະ. ສຽງຂັບຮ້ອງ ແລະ ສຽງດົນຕີດັງກ້ອງກັງວານໃນທ່າມກາງທະເລ ແລະ ທ້ອງຟ້າ ກໍເປັນສິ່ງກະຕຸ້ນໃຫ້ຊາວບ້ານເພີ່ມຄວາມຮັກບ້ານເກີດເມືອງນອນ, ອອກແຮງງານຢ່າງຫ້າວຫັນ ພ້ອມກັນປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ.