ທ່າກຳປັ່ນຍ່າຣົງ - ປູຊະນີຍະສະຖານຫໍພິພິທະພັນໂຮ່ຈິມິນ

ທ່າກຳປັ່ນຍ່າຣົງ - ປູຊະນີຍະສະຖານຫໍພິພິທະພັນໂຮ່ຈິມິນ - ảnh 1
ທ່າກຳປັ່ນຍ່າຣົງ - ແຫ່ງທີ່ທ່ານປະທານໂຮ່ຈິມິນ
ອອກ​ເດີນທາງໄປ​ຕ່າງປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ​

    ນັບ​ຕັ້ງ​ແຕ່​ຈຸດ​ເວລາ​ປະຫວັດສາດ ທ່ານ​ປະທານໂຮ່ຈິມິນອອກເດີນທາງຈາກ ທ່າກຳປັ່ນຍ່າຣົງບົນ​ແມ່ນ​ແມ່​ນ້ຳ​ໄຊ​ງ່ອນ ນະຄອນ​ໂຮ່ຈິ​ມິນ ​ໄປ​ຕ່າງປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ​ນັ້ນ, ມາ​ຮອດ​ປະຈຸ​ບັນ​ໄດ້​ກ່ວາ 100 ປີ​ແລ້ວ. ​ໃນ​ທຸກ​ວັນ​ນີ້, ທ່າກຳປັ່ນຍ່າຣົງ​ໄດ້​ກາຍ​ເປັນ​ສະຖານ​ທີ່​ເພື່ອ​ໃຫ້​ຊາວ​ຫວຽດນາມ​ກັບ​ເມືອ​ຫາ​ເພື່ອ​ຊອກ​ຮູ້ ​ແລະ ​ເຊີດ​ຊູ​ບັນດາ​ຄຸນຄ່າ​ຂອງ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ນ້ຳ​ໃຈ​ຕໍ່​ສູ້​ປະຕິວັດ​ທີ່​ອົງອາດ​ກ້າ​ແກ່ນ​ຂອງປະທານໂຮ່ຈິມິນ.

   ທ່າກຳປັ່ນຍ່າຣົງ​ໃນ​ປະຈຸ​ບັນ ​ແມ່ນ​ຂຶ້ນ​ກັບ​ເມືອງ 4, ນະ​ຄອນໂຮ່ຈິມິນ. ຫວ່າງປີ 1863, ຊາວ​ຝະລັ່ງ​ໄດ້​ໃຫ້​ກໍ່ສ້າງ​ກິດຈະກຳ​ນີ້​ເພື່ອ​ໃຊ້​ເປັນ​ສຳນັກງານ​ຂອງ​ບໍລິສັດ​ກຳ​ປັ່ນ​ທະ​ເລ 5 ດາວ. ​ໃນ​ຂະນະ​ທີ່​ປະຊາຊົນ​ຫວຽດນາມ​ຕ້ອງ​ມີ​ຊີວິດ​ດ້ວຍ​ຊາຕະ​ກຳ​ເປັນ​ຂ້າ​ທາດ, ຖືກ​ກົດ​ຂີ່​ຂູດ​ຮີດ​ແບບ​ທໍລະມານ, ຈາກ​ແຫ່ງ​ນີ້, ຊາຍ​ໜຸ່ມ ຫງວຽນ​ເຕິ​ດ​ແທ່ງ, ​ໄລຍະ​ຕໍ່​ມາ​ໃຊ້​ຊື່​ແມ່ນ​ຫງວຽນ​ອ້າ​ນກວກ (ໝາຍ​ເຖິງ​ທ່ານປະທານ ໂຮ່ຈິມິນ) ​ໄດ້​ລົງ​ກຳ​ປັ່ນ​ທີ່​ມີ​ຊື່ວ່າ Amiral Latouche Tréville ຂອງ​ຝະລັ່ງ, ​ເລີ່​ມຕົ້ນ​ການ​ເດີນທາງ ໄປ​ຕ່າງປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ, ນຳ​ມາ​ເຊິ່ງ​ເອກະລາດ, ອິດສະຫຼະພາບ​ໃຫ້​ເກ່ປະ​ເທດ​ຊາດ. ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຂອງ ປະທານໂຮ່ຈິມິນ ​ແລະ ຮັບ​ໃຊ້​ຄວາມ​ຕ້ອງການ​ມາ​ທັດສະນະ​ສຶກສາ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ປີ 1979, ທ່າກຳປັ່ນຍ່າຣົງ​ໄດ້​ຮັບ​ເລືອກ​ເຟັ້ນ​ເປັນ​ສະຖານ​ທີ່​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ກ່ຽວ​ກັບ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ເພິ່ນ. ຄາວ​ນັ້ນ, ​ແຫ່ງ​ນີ້​ຍັງ​ແມ່ນ​ເຮືອນ​ອະນຸສອນ​ສະຖານ​ດ້ວຍ​ຂອບ​ຂະໜາດ​ຖືກ​ຈຳກັດ. ມາ​ຮອດ​ປີ 1995, ເຮືອນ​ອະນຸສອນ​ສະຖານ​​ແຫ່ງ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ, ວັດຖຸ​ພັນ​ກໍ່​ຖືກ​ເກັບ​ຮັກສາ​ຫຼາຍ​ກ່ວາ ​ແລະ ​ໄດ້​ປ່ຽນ​ຊື່​ເປັນ ຫໍພິພິທະພັນ​ໂຮ່ຈິມິນສາຂາ​ນະຄອນ​ໂຮ່ຈິມິນ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ສະຖານ​ທີ່​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ກ່ຽວ​ກັບທ່ານ ປະທານໂຮ່ຈິມິນດ້ວຍ​ຫົວ​ເລື່ອງ “ ​ຄວາມ​ຮັກ​ແພງຂອງປະທານ ໂຮ່ຈິມິນ​ທີ່​ມີ​ຕໍ່​ພາກ​ໃຕ້ ​ແລະ ຄວາມ​ຮັກ​ແພງ​ຂອງ​ຊາວ​ພາກ​ໃຕ້​ທີ່​ມີ​ຕໍ່ ປະທານ ໂຮ່ຈິມິນ”

     ​ຈຳນວນ​ເອກະສານ, ພາບ​ຖ່າຍ, ວັດຖຸ​ພັນ​ກ່ຽວ​ກັບປະທານໂຮ່ຈິມິນ ຊຶ່ງ ຫໍພິພິທະພັນ​ໂຮ່ຈິມິນສາຂາ​ນະຄອນ​ໂຮ່ຈິມິນພວມ​ວາງສະ​ແດງ​ນັ້ນ ​ແມ່ນຂຶ້ນ​ເຖິງ​ເກືອບ 20.000 ຢ່າ​ງ. ພ້ອມ​ກັບ​ໜ້າທີ່, ຄົ້ນ​ຄ້ວາ, ​ເກັບ​ກຳ, ວາງສະ​ແດງ, ​ໂຄສະນາ​ສຶກສາ​ກ່ຽວ​ກັບ​ຊີວິດ ​ແລ​ະ ພາລະກິດ​ຂອງ ປະທານໂຮ່ຈິມິນນັ້ນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພະນັກງານ, ພາລະ​ກອນ, ກຳມະກອນ​ສັງກັດ ຫໍພິພິທະພັນ​ໂຮ່ຈິມິນຍັງ​ເລັ່ງ​ໃສ່​ເກັບ​ກຳ​ບັນດາ​ວັດ​ຖຸພັນ ​ແລະ ບັນດາ​ເລື່ອ​ງລາວ​ເລົ່າ​ກ່ຽວ​ກັບ​ລຸງ​ໂຮ່ດ້ວຍ​ຫົວ​ເລື່ອງ: “ ​ຄວາມ​ຮັກ​ແພງຂອງປະທານ ໂຮ່ຈິມິນ​ທີ່​ມີ​ຕໍ່​ພາກ​ໃຕ້ ​ແລະ ຄວາມ​ຮັກ​ແພງ​ຂອງ​ຊາວ​ພາກ​ໃຕ້​ທີ່​ມີ​ຕໍ່ ປະທານ ໂຮ່ຈິມິນ” ​ແລະ “ການ​ເດີນທາງ​ອອກໄປ​ຕ່າງປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດຂອງ​ລຸງ​ໂຮ່” ​ເພື່ອ​ເຮັດ​ໃຫ້ຫໍພິພິທະພັນ​​ເພີ່ມ​ຄວາມ​ອຸດົມສົມບູນ​ຂຶ້ນ​ຕື່ມ. ນາງ​ຫງວຽນ​ທິກິມລຽນ ຫົວໜ້າ​ຫ້ອງ ໂຄສະນາ​ສຶກສາ, ຫໍພິພິທະພັນ​ໂຮ່ຈິມິນສາຂາ​ນະຄອນ​ໂຮ່ຈິມິນ ​ໃຫ້​ຮູ້​ວ່າ : 

    “ ບໍ່​ສະ​ເພາະ​ຕົນ​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ອ້າ​ຍເອື້ອຍ​ນ້ອງ​ພະນັກງານ, ພາລະ​ກອນ​ທັງ​ໝົດ​ໃນ​ຫ້ອງ, ກໍ​ລ້ວນ​ແຕ່​ຕ້ອງ​ອ່ານ, ຄົ້ນ​ຄ້ວາ​ເອກະສານ, ພິ​ເສດ​ຍັງ​ມີ​ການ​ຄົ້ນ​ຄ້ວາຕາ​ມຫົວ​ເລື່ອງ​. ຍົກ​ຕົວຢ່າງ​ຄື ສຳລັບ​ເປົ້າໝາຍນັກ​ສຶກສາ, ​ເຮົາ​ຈະ​ແນະນຳ​ຄື​ແນວ​ໃດ, ​ແຂກ​ທ່ອງ​ທ່ຽວ​ແມ່ນ​ຄື​ແນວ​ໃດ. ຕາມ​ນັ້ນ​ແລ້ວ, ​ເຮົາ​ຈະ​ຂຸດ​ຄົ້ນ​ບັນດາ​ເລື່ອງລາວ​ຫຼື​ວັດຖຸ​ພັນ​ຕ່າງໆ​ເພື່ອ​ດຶງ​ດູດ​ແຂກ​ມາ​ຢ້ຽມ​ຊົມ ກໍ​ຄື​ຊ່ວຍ​ໃຫ້​ແຂກ​ທ່ອງທ່ຽວສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງປະທານ ໂຮ່ຈິມິນ”

    ນອກຈາກ​ຄວາມ​ໝາຍ​ປະຫວັດສາດ, ວັດຖຸພັນແຕ່ລະຢ່າງທີ່ນຳມາວາງ ສະແດງຢູ່ ຫໍພິພິທະພັນ​ໂຮ່ຈິມິນ ກໍ​ຍັງ​​ເປັນ​ການສະ​ແດງ​ອາລົມ​ຈິດຄວາມ​ຮັກ​ແພງ ​ແລະ ​ເຄົາລົບ​ຮັກ​ຊຶ່ງ​ຊາວ​ພາກ​ໃຕ້​ແຕ່ລະ​ຄົນ​ໄດ້​ສະຫງວນ​ໃຫ້ ປະທານໂຮ່ຈິມິນ ອີກ​ດ້ວຍ. ຍົກ​ຕົວຢ່າງ​ຄື ​ເສື້ອ​ກັກ​ທີ່ ປະທານໂຮ່ຈິມິນ​ມອບ​ໃຫ້​ອ້າ​ຍທະຫານ​ເສ​ອົງຄະ​ໜັກ ​ເລ​ທົ້ງ​ເຍິດ, ​ເຄື່ອງໝາຍ ປະທານໂຮ່ຈິມິນ ທີ່​ມອບ​ໃຫ​້ບັນດາ​ສ່ວນ​ບຸກຄົນ​ຕົວ​ແບບ​ກ້າວໜ້າ, ​ແຜ່ນ​ບູຊາ ​ແລະ ບັນດາ​ເຄື່ອງຮັບ​ໃຊ້​ການ​​ໄຫວ້ບູຊາ ປະທານໂຮ່ຈິມິນຂອງ​ຄອບຄົວ​ໜຶ່ງ​ຢູ່​ພາກ​ໃຕ້.....ທ້າວ​ຫງວຽນ​ມິນ​ຖ້ຽນ ນັກ​ສຶກສາ​ສັງກັດ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດ​ນະຄອນ ໂຮ່ຈິມິນ ​ໃຫ້​ຮູ້​ວ່າ : 

    “ ​ເມື່ອ​ເຂົ້າ​ຢ້ຽມ​ຊົ​ມຢູ່ ຫໍພິພິທະພັນ​ໂຮ່ຈິມິນ, ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງຕື່ມ​ອີກ​ກ່ຽວ​ກັບບັນດາ​ຮູບ​ພາບ ​ແລະ ບັນດາ​ບົດ​ປະພັນ​ໂດຍ​ທ່ານ ປະທານ ໂຮ່ຈິມິນ​ໄດ້​ແຕ່ງ ​ແລະ ​ໄດ້​ຜ່ານ​ຕະຫຼອດ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ ປະທານໂຮ່ຈິມິນ. ຮູບ​ພາບ​ເຫຼົ່າ​ນັ້ນ ​ແມ່ນ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງສຳລັບນັກຮຽນ,​ນັກ​ສຶກສາ​ຄື​ພວກ​ຂ້າພະ​ເຈົ້າ. ຜ່ານ​ການ​ມາ​ທັດສະນະ​ສຶກສາ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຮຳ​່ຮຽນ​ຕາມແບບຢ່າງປະທານໂຮ່ຈິມິນກ່ຽວ​ກັບ​ການ​ອຸທິດ​ສ່ວນ ​ແລະ ຄວາມ​ກະຕືລື​ລົ້ນ​ເພື່ອ​ສູ້​ຊົນ​ໃນ​ອະນາຄົດ”

    ປະຈຸ​ບັນ,ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາຢູ່ຫໍພິພິທະພັນ ​ໂຮ່ຈິມິນແມ່ນນັບມື້ ນັບຫຼາຍຂຶ້ນ. ປີ 2012, ທ່າກຳປັ່ນຍ່າຣົງ​ ແລະ ຫໍພິພິທະພັນ​ໂຮ່ຈິມິນໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ ພາຍໃນປະເທດ ແລະ ສາກົນ 350.000 ເທື່ອຄົນ ແລະ ໃນ 7 ເດືອນຕົ້ນປີນີ້, ຈຳນວນແຂກທ່ອງທ່ຽວ ມາຢ້ຽມຊົມແມ່ນ 250.000 ເທື່ອຄົນ. ແລະ ໃນມໍ່ມານີ້, ຫໍພິພິທະພັນ​ໂຮ່ຈິມິນສາຂາ​ນະຄອນ​ໂຮ່ຈິມິນ ໄດ້ນຳກິດຈະກຳບູລະນະປະຕິສັງຂອນ, ເປີດກ້ວາງສາຂາຫໍພິພິທະພັນ​ໂຮ່ຈິມິນເຂົ້າໃຊ້ການດ້ວຍ ຍອດຄ່າໃຊ້ຈາຍ 47 ຕື້ດົງ. ທ່ານນາງ ດຣ ຫງວຽນທິຮວາຊິງ ຜູ້ອຳນວຍການຫໍພິພິທະພັນ​ໂຮ່ຈິມິນສາຂາ​ນະຄອນ​ໂຮ່ຈິມິນ ໃຫ້ຮູ້ວ່າ:

   “ ສຳລັບຫໍພິພິທະພັນ​ໂຮ່ຈິມິນສາຂາ​ນະຄອນ​ໂຮ່ຈິມິນຂອງພວກຂ້າພະເຈົ້າ ໄດ້ຮັບເລືອກ 2 ຄັ້ງເຂົ້າບັນຊີລາຍຊື່ 10 ສະຖານທີ່ເປັນເອກະລັກສະເພາະ ເພື່ອທັດສະນະສຶກສາໃນການເລືອກເຟັ້ນ “ ນະຄອນໂຮ່ຈິມິນ - ສິ່ງທີ່ປະທັບໃຈ 100 ຢ່າງ ”

    ກ່ວາ 100 ປີໄດ້ຜ່ານພົ້ນໄປ ນັບຕັ້ງແຕ່ວັນທ່ານປະທານໂຮ່ຈິມິນອອກ ເດີນທາງໄປຊອກຫາເສັ້ນທາງ ກູ້ຊາດ, ທ່າກຳປັ່ນຍ່າຣົງ​ ກໍປ່ຽນແປງໄປຫຼາຍຕາມ ການເວລາ. ​ໄຊ​ງ່ອນ​ເມື່ອ​ກ່ອນ​ນີ້ ​ໃນ​ປະຈຸ​ບັນ​ໄດ້​ກາຍ​ເປັນ​ສູນ​ກາງ​ເສດຖະກິດ​ໃຫຍ່​ຂອງ​ປະ​ເທດ​ຊາດ ທີ່​ຂະຫຍັນ​ຂັ່ນ​ເຄື່ອນ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ດ້ວຍ​ຄຸນຄ່າປະຫວັດສາດທີ່​ຕິດ​ພັນກັບ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ ປະທານ ໂຮ່ຈິມິນ, ທ່າກຳປັ່ນຍ່າຣົງ​ ​ແລະ ປູຊະນີຍະສະຖານຫໍພິພິທະພັນ​ໂຮ່ຈິມິນ ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ຂອງ​ນະຄອນ​ໂຮ່ຈິ​ມິນ ​ແລະ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ