(vovworld)-
ໃນໄລຍະມໍ່ໆມານີ້, ຜູ້ຊົມໃນທຸກເກນອາຍຸຢູ່ນະຄອນໂຮ່ຈິມິນ ມີຄວາມນິຍົມຊົມຊອບການສະແດງລະຄອນຢູ່ຮ້ານກາເຟ. ຢູ່ທີ່ນີ້, ນອກຈາກໄດ້ຊິມລົດຊາດກາເຟແລ້ວ, ຜູ້ຊົມສາມາດມີໂອກາດໄດ້ພົບກັບນັກສະແດງທີ່ຕົນນິຍົມ, ເຈືອຈານເຂົ້າກັບຄວາມຮູ້ສຶກຂອງຕົວລະຄອນອີກດ້ວຍ. ຍ້ອນການສະໜິດຕິດພັນນັ້ນໄດ້ສ້າງໃຫ້ມີຈຸດພິເສດຂອງຮ້ານກາເຟ-ສະແດງລະຄອນ.
(ພາບ: tuoi tre)
ໃນຕອນຄ່ຳຂອງວັນຈັນ, ອັງຄານ ແລະ ວັນພະຫັດຂອງທຸກໆສັບປະດາ, ຮ້ານກາຟາ-ສະແດງລະຄອນ Yumi ຢູ່ເຮືອນເລກທີ 208 ຮ່ວາຮຶງ, ເມືອງ 10, ນະຄອນໂຮ່ຈິມິນ ລ້ວນແຕ່ມີຄວາມຟົດຟື້ນ. ແຂກມາແຫ່ງນີ້ສ່ວນຫຼາຍແມ່ນໄວໜຸ່ມ, ມັກດື່ມກາເຟ ແລະ ນິຍົມຊົມຊອບລະຄອນ. ນາງເຈິ່ນທູຮົ່ງ, ຢູ່ຕາແສງ 6, ເມືອງ 11 ແບ່ງປັນວ່າ:
“ຂ້ອຍ ແລະ ເພື່ອນມິດຂອງຕົນໄດ້ມານີ້ດື່ມກາເຟ, ທັງດື່ມ, ທັງໂອ້ລົມກັນ ແລະ ເຫັນວ່າ, ບົດລະຄອນຕ່າງໆສະແດງຢູ່ທີ່ນີ້ມ່ວນຫຼາຍ, ລາຄາກໍ່ເໝາະສົມ, ສະນັ້ນກໍ່ມັກແວ່ຮ້ານນີ້“
(ພາບ: sggp.org.vn)
ບໍ່ພຽງແຕ່ຢູ່ຮ້ານກາຟາ-ສະແດງລະຄອນ Yumi ເທົ່ານັ້ນ, ປະຈຸບັນ, ຢູ່ນະຄອນໂຮ່ຈິມິນ ຮູບແບບຮ້ານກາຟາ-ສະແດງລະຄອນໄດ້ເປີດຫຼາຍພໍສົມຄວນ. ໃນຮ້ານກາເຟ, ມີເວທີສະແດງນ້ອຍໄດ້ຮັບການອອກແບບລຽບງ່າຍ, ເວທີສະແດງຂອງນັກສະແດງຄັບແຄບພໍສົມຄວນ, ບາງເທື່ອນັກສະແດງຕ້ອງສະແດງຢູ່ບ່ອນນັ່ງຂອງຜູ້ຊົມເລີຍ, ສິ່ງດັ່ງກ່າວໄດ້ສ້າງຄວາມສະໜິດຕິດພັນລະຫວ່າງຜູ້ຊົມ ແລະ ນັກສະແດງ. ນາງຫງຽວນທີທູຈາງ, ຢູ່ເມືອງ 5 ໃຫ້ຮູ້ວ່າ:
“ເມື່ອຊົມການສະແດງລະຄອນຢູ່ນີ້, ຂ້ອຍມີຄວາມຮູ້ສຶກວ່າ ມີຄວາມອົບອຸ່ນລະຫວ່າງຜູ້ຊົມ ແລະ ນັກສະແດງ.. ຂ້ອຍມີຄວາມຮູ້ສຶກເໝືອນກັບຄວາມຮູ້ສຶກຂອງນັກສະແດງໃນບົດລະຄອນນັ້ນ“
ການດຳເນີນທຸລະກິດຕາມຮູບແບບສະແດງລະຄອນຮັບໃຊ້ຜູ້ຊົມດື່ມກາເຟນັ້ນແມ່ນສິ່ງທີ່ບໍ່ງ່າຍດາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມເມົາມົວ ແລະ ຄວາມນິຍົມຊົມຊອບລະຄອນ, ເຈົ້າຂອງບັນດາຮ້ານກາຟາ-ສະແດງລະຄອນພວມພະຍາຍາມຮັກສາ ແລະ ພັດທະນາຮູບແບບນີ້. ນາງຫງວຽນທຽນກີມ, ເຈົ້າຂອງຮ້ານກາຟາ-ສະແດງລະຄອນຢູ່ຕາແສງ 6, ເມືອງ 3 ໃຫ້ຮູ້ວ່າ:
“ໃນເບື້ອງຕົ້ນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ໂດຍສະເພາະແມ່ນດ້ານນັກສະແດງ, ເມື່ອມີນັກສະແດງແລ້ວກໍ່ຕ້ອງຊອກຫາບົດລະຄອນ, ຜູ້ກຳກັບການສະແດງ, ອີກຢ່າງໜຶ່ງ, ບັນດາເຄື່ອງອຸປະກອນໃນເວທີສະແດງຕ້ອງມີໜ້ອຍທີ່ສຸດ. ເຮົາຕ້ອງເຮັດແນວໃດເພື່ອຮັບໃຊ້ຜູ້ຊົມເປັນຢ່າງດີ, ຕ້ອງກຳແໜ້ນຄວາມນິຍົມຂອງຜູ້ຊົມໄດ້“
ນັກສະແດງຈິ້ງກີມຈີ
(ພາບ: Phạm Thiết Mẫn)
ສຳລັບນັກສະແດງຈິ້ງກີມຈີແລ້ວ, ເຖິງວ່າໄດ້ຮູ້ລ່ວງໜ້າວ່າຈະຕ້ອງປະສົບກັບຄວາມຫຍຸ້ງ ຍາກໃນບັນຫາກຳໄລກໍ່ຕາມແຕ່ເອື້ອຍຍັງຕັດສິນໃຈເປີດຮ້ານກາຟາ-ສະແດງລະ ຄອນ CK ເພື່ອສ້າງໂອກາດໃຫ້ບັນດານັກສະແດງໜຸ່ມ ແລະ ກໍ່ແມ່ນເພື່ອຕອບສະໜອງຄວາມເມົາມົວຂອງຕົນ:
“ນີ້ແມ່ນເວທີສະຫງວນໃຫ້ແກ່ບັນດານັກສະແດງໜຸ່ມ ແລະ ກໍ່ແມ່ນເພື່ອສ້າງຄວາມລຶ້ງເຄີຍ, ຄວາມນິຍົມຂອງບັນດາເພື່ອນໜຸ່ມກໍ່ຄືທ່ານຜູ້ຊົມທີ່ມີຕໍ່ເວທີສະແດງລະ ຄອນຫຼາຍກ່ວາ, ນັ້ນແມ່ນຄວາມນຶກຄິດຂອງຂ້າພະເຈົ້າເພື່ອເປີດຮ້ານກາເຟ-ສະແດງລະຄອນແຫ່ງນີ້“.
ໃນສະພາບການທີ່ເວທີສະແດງອາຊີບຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ການເປີດບັນດາຮ້ານກາຟາ-ສະແດງລະຄອນບໍ່ພຽງແຕ່ໄດ້ສ້າງບັນດາເວທີສະແດງສິລະປະທີ່ມີພະລັງຊີວິດໃໝ່, ນຳສິລະປະມາໃກ້ຊິດກັບມວນຊົນກ່ວາເທົ່ານັ້ນ, ຫາກຍັງແມ່ນບ່ອນພັດທະນາບັນດານັກສະແດງໜຸ່ມທີ່ມີຄວາມເກັ່ງກ້າສາມາດອີກດ້ວຍ. ຢູ່ທີ່ນີ້ກໍ່ປະກອບສ່ວນຢັ້ງຢືນຊື່ສຽງໃຫ້ແກ່ບັນດານັກສະແດງໃໝ່, ເຂົາເຈົ້າກໍ່ມີຜູ້ນິຍົມສະເພາະຂອງຕົນ. ນັກສະແດງໂຮ່ແທງຟອງ, ກອງລະຄອນແທງຟອງໃຫ້ຮູ້ວ່າ:
“ເວທີສະແດງລະຄອນແມ່ນແຫ່ງທີ່ຕົນເອງສາມາດສະແດງໂດບສວມບົດຕົວລະຄອນຕ່າງໆ ແລະ ເພື່ອທົດສອບຕົນເອງ ຍ້ອນວ່າ, ຢູ່ເວທີສະແດງໃນຮ້ານກາເຟ, ໄລຍະຫ່າງລະຫວ່າງນັກສະແດງ ແລະ ຜູ້ຊົມບໍ່ຄືກັນກັບບັນດາເວທີສະແດງລະຄອນໃຫ່ຍ, ສະນັ້ນ, ເມື່ອມາສະແດງຢູ່ແຫ່ງນີ້ ຕ້ອງຕັ້ງສະຕິສູງກ່ວາ“.
ສິ່ງທີ່ຮ້ານກາຟາ-ສະແດງລະຄອນພວມເຮັດ ໄດ້ປະກອບສ່ວນເຮັດໃຫ້ຊີວິດວັດທະນະທຳ, ການບັນເທິງຂອງຊາວນະຄອນໂຮ່ຈິມິນ ມີຄວາມອຸດົມສົມບູນກ່ວາອີກ. ຜ່ານນັ້ນ, ໄດ້ນຳສິລະປະສະແດງລະຄອນມາໃກ້ຊິດກັບມວນຊົນກ່ວາອີກ./.