ບຸນຊ່ວງເຮືອງູຢູ່ແຂວງ ຊອກຈັງ
(ພາບ: vanhoadoisong)
|
ຊາວເຜົ່າຂະແມມີຫຼາຍງານບຸນ, ໃນນັ້ນມີງານບຸນ ອອ໋ກອອມບອ໋ກ ແລະ ຊ່ວງເຮືອງູແມ່ນໃຫຍ່ກ່ວາໝູ່ ແລະ ແມ່ນງານບຸນສຸດທ້າຍໃນປີ. ບຸນຊ່ວງເຮືອງູແມ່ນໂອກາດເພື່ອໃຫ້ພໍ່ແມ່ພີນ້ອງຊາວເຜົ່າຂະແມເຂດພາກໃຕ້ລະຫຼິ້ນມ່ວນຊື່ນພາຍຫຼັງຊຸມວັນອອກແຮງງານດ້ວຍຄວາມອິດເມື່ອຍ. ກິລາປະເພດຊ່ວງເຮືອທີ່ຟົດຟື້ນນີ້ ແມ່ນເລີ່ມມາຈາກຮີດຄອງປະເພນີເດີມຂອງຊາວເຜົ່າຂະແມ.
ບຸນຊ່ວງເຮືອງູແມ່ນຖືກຈັດຂື້ນຢູ່ຫຼາຍແຂວງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ແຕ່ຟົດຟື້ນກ່ວາໝູ່ແມ່ນຢູ່ແຂວງ ຊອກຈັງ. ເມື່ອກ່ອນນີ້ ບຸນຊ່ວງເຮືອງູຢູ່ຊອກຈັງ ຖືກຈັດຂຶ້ນຢູ່ ປກາມແກນໂທ ປະຈຸບັນແມ່ນຂື້ນກັບຕາແສງ ທາມດົນ ເມືອງ ມີ້ຊວຽນ. ແຕ່ໃນປະຈຸບັນເພື່ອສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນມາຊົມຊ່ວງເຮືອຢ່າງສະດວກສະບາຍນັ້ນ, ບຸນຊ່ວງເຮືອງູໄດ້ຖືກຍ້າຍມາຈັດຕັ້ງຢູ່ເທດສະບານແຂວງ ຊອກຈັງ. ນັບແຕ່ນັ້ນເປັນຕົ້ນມາ, ຮອດວັນເພັງເດືອນ 10 ແຕ່ລະປີໂດຍໄລ່ຕາມຈັນທະປະຕິທິນ, ພ້ອມກັບ ງານບຸນ ອອ໋ກອອມບອ໋ກ, ບຸນຊ່ວງເຮືອງູກໍຖືກຈັດຂຶ້ນບົນແມ່ນ້ຳ ມາດເປຣົດ ນະຄອນ ຊອກຈັງໃນປະຈຸບັນ.
ຢູ່ໃຈກາງນະຄອນ ຊອກຈັງໃນຄ່ຳຄືນກ່ອນວັນຈັດ ບຸນຊ່ວງເຮືອ, ຜູ້ຄົນຈາກສາລະທິດໄດ້ພາກັນຫຼັ່ງໄຫຼມາເຕົ້າໂຮມກັນລໍ່ຖ້າການຊ່ວງເຮືອໃນຕອນເຊົ້າມື້ອື່ນ. ບົນແມ່ນນ້ຳ, ລະບົບດອກໄຟມີສີຫຼາກຫຼາຍ. ເຮືອງູແຕ່ລະຝູງເຕົ້າໂຮມກັນ. ສຽງກອງ, ສຽງຂຸ່ຍ, ສຽງດົນຕີອ່ອນຊອນປະສານກັບສຽງຂັບຮ້ອງຂອງບາວສາວ ໄດ້ດັ່ງກ້ອງກັງວານຂື້ນຢ່າງຟົດຟື້ນມ່ວນຊື່ນ
ຕອນເຊົ້າຂອງມື້ຕໍ່ມາ. ການຊ່ວງເຮືອໄດ້ເລີ່ມຂຶ້ນ. ຢູ່ລຽບຕາມ 2 ຟາກຝັ່ງ ແມ່ນ້ຳ ມາດເປຣົດທີ່ໃຈກາງນະຄອນ ຊອກຈັງທີ່ມີລວງຍາວເກືອບ 2 ກິໂລແມດ, ປະຊາຊົນນັບໝື່ນຄົນຢືນຮັບຊົມຢ່າງໜ້າແໜ້ນ ບໍ່ມີບ່ອນວ່າງເລີຍ. ຜູ້ມາຊົມບໍ່ພຽງແຕ່ແມ່ນປະຊາຊົນຢູ່ພາຍໃນແຂວງເທົ່ານັ້ນ, ຫາກຍັງແມ່ນຜູ້ມາຈາກຕ່າງ ແຂວງ, ກໍຄືຊາວຕ່າງປະເທດອີກດ້ວຍ. ບໍ່ພຽງແຕ່ຊາວຂະແມມັກຊົມເທົ່ານັ້ນ, ຫາກຍັງມີຊາວກິງ, ຊາວຈີນກໍມັກຊົມເຊັ່ນດຽວກັນອີກດ້ວຍ. ທ່ານ Tran Xuan Canh ຢູ່ ຊອກຈັງ ໃຫ້ຮູ້ວ່າ :
“ ກິລາແມ່ນເລື່ອງສຳຄັນສຳລັບຊາວເຜົ່າຂະແມນັບແຕ່ປາງກ່ອນເປັນຕົ້ນມາ. ກິລາປະເພດອື່ນໆກໍເຂົ້າຮ່ວມ, ແຕ່ສຳຄັນທີ່ສຸດແມ່ນການຊ່ວງເຮືອງູນີ້. ຖ້າຫາກທິມໃດໄດ້ຮັບລາງວັນດ້ວຍເງິນເທົ່າໃດກໍມອບໃຫ້ວັດໝົດ ເພື່ອໃຫ້ວັດກໍ່ສ້າງພື້ນຖານວັດຖຸ. ເຂົາເຈົ້າເຂົ້າຮ່ວມການຊ່ວງເຮືອແມ່ນເພື່ອຄວາມມ່ວນຊື່ນເທົ່ານັ້ນ ”
ພໍ່ຕູ້ Giang Thich ປີນີ້ມີອາຍຸ 80 ປີ,ແຕ່ເພິ່ນຍັງຄົງບອກລູກຫຼານພາໄປຊົມຊ່ວງເຮືອງູ. ພໍ່ຕູ້ໃຫ້ຮູ້ວ່າ ເຮືອງູ ໄດ້ກຳເນີດຂື້ນຈາກຈຸດພິເສດການດຳລົງຊີວິດຂອງຊາວທ້ອງຖິ່ນຊຶ່ງອາໄສການປູກເຂົ້ານາທາມເປັນຕົ້ນຕໍ່. ພໍ່ແມ່ປະຊາຊົນໄດ້ໃຊ້ເຮືອໄມ້ເປັນຍານພາຫະນະເພື່ອໄປມາ. ຕາມພໍ່ຕູ້ Thich ແລ້ວ, ໃນປາງກ່ອນ, ໃນປ່າມີສັດຮ້າຍຫຼາຍທີ່ສຸດ, ສ່ວນແມ່ນ້ຳແມ່ນມີແຂ້. ປະຊາຊົນທ່ຽວປ່າກໍ່ຢ້ານເສືອຮ້າຍ, ດັ່ງນັ້ນມັກຂີ່ເຮືອບົນແມ່ນ້ຳ. ແຕ່ເມື່ອຂີ່ເຮືອກໍຢ້ານແຂ້. ຈາກເລື່ອງເທບນິຍາຍ ງູວິເສດ ນາກາ ຊຶ່ງແມ່ນສັດປະເພດສັກສິດຂອງຊາວເຜົ່າຂະແມໄດ້ເຮັດໃຫ້ແຂ້ຕົກສະທ້ານຢ້ານກົວ ລອຍຫຼົບໜີນັ້ນ, ພໍ່ແມ່ພີນ້ອງຊາວເຜົ່າຂະແມໄດ້ຜະລິດອອກເຮືອທີ່ມີຮູບງູທີ່ສັກສິດນີ້. ຊາວເຜົ່າຂະແມຍາມໃດກໍຖືເຮືອງູ ແມ່ນສິ່ງທີ່ສັກກະຫຼະບູຊາຂອງໝູ່ບ້ານ. ພໍ່ຕູ້ Giang Thich ເປີດເຜີຍວ່າ :
“ ນັບແຕ່ກ່ອນເປັນຕົ້ນມາ, ປີໃດຂ້າພະເຈົ້າກໍມາຊົມຊ່ວງເຮືອ, ບໍ່ຂາດຈັກເທື່ອ. ຂ້າພະເຈົ້າຍັງຊັກຊວນລູກຫຼານໄປຊົມນຳ. ຂ້າພະເຈົ້າຊົມຊອບກິລາປະເພດນີ້ທີ່ສຸດ. ມານີ້ໄດ້ເຫັນບັນຍາກາດຟົດຟື້ນມ່ວນຊື່ນ, ເຫັນເຮືອງູລຳຕ່າງໆພວມຊ່ວງກັນ ລ່ອງໄວບົນລຳແມ່ນ້ຳ. ຂ້າພະເຈົ້າຮູ້ສຶກຄືໄດ້ກັບຄືນສູ່ຄາວໄວໜຸ່ມ”
ເຮືອງູສ່ວນຫຼາຍໂດຍແມ່ນພໍ່ແມ່ປະຊາຊົນໃນໝູ່ບ້ານປະກອບເຮືອ່ແຮງເງິນທຶນເພື່ອຜະລິດອອກ. ດັ່ງນັ້ນ ເຮືອງູແມ່ນຊັບສົມບັດລວມ ແລະ ໄດ້ຮັບການຮັກສາທີ່ດີຢູ່ວັດ. ແຕ່ລະວັດຢູ່ແຂວງຊອກຈັງລ້ວນແຕ່ພະຍາຍາມປະກອບໃຫ້ທິມຂອງຕົນມີ ເຮືອງູລຳໜຶ່ງທີ່ດີ. ອ້າຍ Tran Van Yen ໃຫ້ຮູ້ວ່າກ່ອນທີ່ຈະຈັດບຸນຊ່ວງເຮືອ, ວັດຕ່າງໆຕ້ອງກະກຽມວຽກງານກ່ອນນັ້ນເປັນເດືອນເພື່ອເລືອກເອົາບັນດາສີພາຍທີ່ເປັນຊາຍໜຸ່ມຊົນເຜົ່າຂະແມທີ່ແຂງແຂງໃນໝູ່ບ້ານ ເພື່ອຝຶກແອບ. ອ້າຍ Tran Van Yen ໃຫ້ຮູ້ອີກວ່າ :
“ ເຮືອແຕ່ລະລຳປະກອບດ້ວຍນັກກິລາປະມານ 50 ຄົນ. ມີຜູ້ໜຶ່ງນັ່ງຢູ່ຫົວເຮືອ ຊຶ່ງແມ່ນຜູ້ມີປະສົບການ. ແລະ ມີອີກຄົນໜຶ່ງຢືນຢູ່ເຄິງກາງເຮືອເພື່ອເປົ່າແຄນ, ນັ້ນກໍແມ່ນຄົນທີີສຳຄັນ, ເພາະວ່າເປັນຜູ້ບັນຊາທຸກຄົນພາຍເຮືອ ”
ຕາມກົດລະບຽບໃນການຊ່ວງເຮືອ, ເຮືອ 2 ລຳຈະຊ່ວງກັນໃນບັນໄລຍະທາງ 1.200 ແມດ ສຳລັບເພດຊາຍ ແລະ 800 ແມດ ສຳລັບເພດຍິງ. ເມື່ອສຽງເປົ່າຫວີດດັ່ງຂຶ້ນ, ຊຶ່ງເປັນສັນຍານໃຫ້ການຊ່ວງເຮືອເລີ່ມຕົ້ນນັ້ນ, ເຮືອຊ່ວງແຕ່ລະຄູ່ ໃນທັນໃດກໍແລ່ນໄວມຸ່ງໄປຍັງເປົ້າໝາຍ ໃນທ່າມກາງສຽງກອງ, ສຽງໂທລະໂຄ່ງ ພ້ອມກັບສຽງໂຮຮ້ອງຕົບມືລະດົມກຳລັງໃຈແກ່ບັນດາທິມຊ່ວງເຮືອຂອງກອງເຊຍ.