ເບິ່ງຄືວ່າບໍ່ມີປະເທດໃດໃນໂລກພັດມີວັນໄຫວ້ບູຊາຮ່ວມຂອງທັງຊາດ ແລະມີເຂດປູຊະນີຍະສະຖານລະດັບຊາດເພື່ອໄຫວ້ບູຊາບັນພະບຸລຸດຄືວິຫານຮຸ່ງທີ່ແຂວງຟູ້ເທາະປະເທດຫວຽດນາມ. ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຖືກລັດຫວຽດນາມ ຖືເອົາເປັນວັນໄຫວ້ບູຊາລະດັບຊາດ ຄືວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິ ທິນຫວຽດນາມໃນແຕ່ລະປີ ແລະ ໄດ້ກາຍເປັນງານບຸນວັດທະນະທຳທີ່ມີຂອບ ຂະໜາດໃຫຍ່ກ່ວາໝູ່ ໃນທົ່ວປະເທດຫວຽດນາມ. ດ້ວຍຈຸດວັດທະນະທຳຂອງ ງານບຸນປະເພນີອັນເປັນເອກະລັກສະເພາະທີ່ມີນັບຫຼາຍພັນປີນັ້ນ, ຫວຽດນາມພວມສືບຕໍ່ສ້າງສຳເນົາວິທະຍາສາດກ່ຽວກັບ “ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ແຂວງຟູ້ເທາະ ” ໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມ່ວນມະນຸດ.
ງານບຸນວິຫານຮຸ່ງຢູ່ແຂວງຟູ້ເທາະ
(ພາບ: baomoi.com)
|
ຊາວຫວຽດນາມບໍ່ວ່າຜູ້ໃດກໍລ້ວນແຕ່ຮູ້ຈັກກ່ຽວກັບເລື່ອງລາວເລົ່າຂານສືບທອດກັນມາກ່ຽວກັບພະບິດາຫຼາກລອງກວນ ແລະ ພະມານດາເອົາເກີ ໄດ້ປະສູດອອກໄຂ່ຮ້ອຍໜ່ວຍ ແລະ ຫຼັງຈາກນັ້ນກໍແຕກອອກເປັນລູກຮ້ອຍຄົນ. ນັບແຕ່ນັ້ນມາໄດ້ກາຍເປັນວົງຄະນະຍາດບັນດາເຜົ່າຫວຽດເນາມ. ເພາະສະນັ້ນ, ຊາວຫວຽດນາມທຸກໆຄົນລ້ວນແຕ່ຖຶຕົນເອງແມ່ນລູກຫຼານຂອງ ພະບິດາຫຼາກລອງກວນ ແລະ ພະມານດາເອົາເກີ, ມີກົກເຄົ້າເຫງົ້າກໍອັນດຽວກັນ.ເລື່ອງລາວດັ່ງກ່າວແມ່ນມີມາແຕ່ສະໄໝລາດຊະວົງຮຸ່ງ ແລະ ໃນຄວາມຊົງຈຳຂອງຊາວຫວຽດນາມນນັ້ນ, ເຈົ້າຊີວິດຮຸ່ງອົງຕ່າງໆແມ່ນບັນດາບຸກຄົນໄດ້ສ້າງຕັ້ງລັດວັນລາງ ຊຶ່ງແມ່ນລັດທຳອິດໃນປະຫວັດສາດຂອງຊາດຫວຽດນາມ( ໃນສະຕະວັດທີ່ 4-5ກ່ອນ ຄ.ສ) ແລະ ສະໄຫວລາດຊະວົງ ຮຸ່ງນີ້ເອງໄດ້ກໍ່ສ້າງເຂດປູຊະນີຍະສະຖານວິຫານຮຸ່ງແຫ່ງປະຫວັດສາດ. ໃນທຸກວັນນີ້, ມີຮ່ອງຮອຍບູຮານຄະດີ, ປູຊະນີຍະສະຖານຫຼາຍແຫ່ງພ້ອມກັບບັນດາຮີດຄອງປະເພນີຂອງຊາວທ້ອງຖິ່ນໄດ້ພິສູດໃຫ້ເຫັນວ່າ ຍຸກສະໄໝເຈົ້າຊີວິດຮຸ່ງແມ່ນຍຸກສະໄໝເຄີຍໄດ້ຄົງຕົວໃນປະຫວັດສາດຂອງຊາດຫວຽດນາມ. ທ່ານ ຫງວຽນແອງຕວນ ນັກຄົ້ນຄ້ວາບູຮານຄະດີ, ຜູ້ອຳນວຍການຫໍພິພິຕະພັນເຈົ້າຊີວິດຮຸ່ງແຂວງຟູ້ເທາະ, ໃຫ້ຮູ້ວ່າ (ເທບ)
“ ດ້ວຍມໍລະດົກວັດທະນະທຳບູຮານທີ່ຮຸ່ງເຮືອງ ແລະ ສວຍງາມທີ່ມີມາແຕ່ສະໄໝເຈົ້າຊີວິດຮຸ່ງນັ້ນ, ຄຽງຂ້າງລະບົບວັດທະນະທຳພື້ນເມືອງທີ່ບໍ່ຕັດແຍກອອກຈາກບັນດາປູຊະນີຍະສະຖານບູຮານຄະດີ, ເຂດດິນແດນຂອງບັນດາເຈົ້າຊີວິດຮຸ່ງຍັງຕິດພັນກັບເລື່ອງລາວເລົ່າຂານກັນມານັບຮ້ອຍເລື່ອງກ່ຽວກັບສະໄໝລາດຊະວົງຮຸ່ງສ້າງສາປະເທດຊາດ. ບັນດາກິດຈະກຳປະຫວັດສາດໄດ້ບັນທຶກເລື່ອງລາວກ່ຽວກັບບັນດາເຈົ້າຊີວິດຮຸ່ງ, ພະລາຊະທິດາ, ພະລາຊະນານີ.... ແລ້ວກໍມີທັງຮ່ອງຮອຍສະຖານເຈົ້າຊີວິດຮຸ່ງສອນປະຊາຊົນເຮັດໄຮ່ໄຖນາ ຫຼືໂພນ ມ້າລາວຊຶ່ງແມ່ແຫ່ງເຈົາຊີວິດຮຸ່ງອົງຕ່າງໆພ້ອມກັບນາຍ ແລະ ພັນທະຫານຟຶກຊ້ອມການທະຫານ ”.
ພະຍານຫຼັ້ກຖານທີ່ມີຊີວິດຊີວາເພື່ອຢັ້ງຢືນລະບົບການເຫຼື້ອມໃສໄຫວ້ບູຊາ ເຈົ້າຊີວິດຮຸ່ງໃນປະຈຸບັນແມ່ນຊາວຫວຽດນາມ 86 ລ້ານຄົນດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດທີ່ມີຮູບຕົວໜັງສື S ໄດ້ກໍ່ຕັ້ງຫໍ,ໂຮງ, ວິຫານບູຊາ ເຈົ້າຊີວິດຮຸ່ງລວມ 1400ແຫ່ງ ຢູ່ທ້ອງຖິ່ນຕ່າງໆ, ແລ້ວກໍຈັດຕັ້ງງານບຸນໃນແຕ່ລະປີເພື່ອສະແດງຄວາມຮູ້ບູນຄຸນຕໍ່ບັນພະບຸລຸດ. ໃນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ຊາວຫວຽດນາມທຸກໆຄົນເຖິງວ່າຈະຢູ່ໄສ, ພາຍໃນຫຼືຕ່າງປະເທດ, ເຊື່ອຖືສາສະໜາຫຼືບໍ່ເຊື່ອຖືສາສະໜາກໍລ້ວນແຕ່ຫວັງຢາກກັບຄືນເມືອ ຟູ້ເທາະຊຶ່ງແມ່ນ ດິນແດນແຫ່ງບັນພະບຸລຸດເພື່ອຖະຫວາຍທູບທຽນບູຊາອາໄລຫາບັນພະບຸລຸດ. ນັ້ນແມ່ນສະຕິອວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ແມ່ນສິນລະທຳ “ຄົນຊາດດຽວຕ້ອງຮັກແພງອຸ້ມຊູ່ຊ່ວຍເຫຼືອຊຶ່ງກັນແລະກັນ ” ຂອງຊາວຫວຽດນາມ. ຟູ້ເທາະ - ດິນແດນແຫ່ງບັນພະບຸລຸດຍັງແມ່ນແຫ່ງເກັບຮັກສາຫຼາຍປະເພດວັດທະນະທຳງານບຸນປະເພນີເປັນເອກະລັກສະເພາະ, ໃນນັ້ນພົ້ນເດັ່ນແມ່ນແມ່ນສິລະປະຂັບຊວານຊຶ່ງ
ຫາກໍໄດ້ຮັບການຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມ່ວນມະນຸດ ຄວນໄດ້ຮັບການຮັກສາໄວ້ຢ່າງຮີບດ່ວນ. ໂດຍເລີ່ມມາຈາກການໄຫວ້ບູຊາເທວະດາຟ້າແຖນທີ່ມີມາແຕ່ສະໄໝລາດຊະວົງຮຸ່ງ, ສິລະປະຂັບຊວານໄດ້ຖືກສືບທອດກັນມາຜ່ານຫຼາຍລຸ່ນຄົນ, ອັນໄດ້ກາຍເປັນປະເພດສິລະປະຂັບລຳທຳເພງພື້ນເມືອງທີ່ມີລັກສະນະພິທີກຳວັດທະນະທຳວົງຄະນະຍາດ. ພະລັງຊີວິດທີ່ມະຫັດ ສະຈັນຂອງປະເພດວັດທະນະທຳພື້ນເມືອງນີ້, ໄດ້ສ່ອງແສງຄວາມເລິກເຊິ່ງ ຂອງ ການເຕົ້າໂຮມຍອດຍິ່ງໃນຊີວິດອອກແຮງງານຂອງປະຊາຊົນຜ່ານຫຼາຍລຸ່ນຄົນ, ປະກອບສ່ວນເຂົ້າໃນສາງວັດທະນະທຳຂອງຊາດ. ທ່ານ ຫງວຽນຫິວຍ່ານ ນັກຄົ້ນ ຄວ້າວັດທະນະທຳພື້ນເມືອງແຂວງຟູ້ເທາະໃຫ້ຮູ້ວ່າ : (ເທບ)
“ ວັດທະນະທຳພື້ນເມືອງຢູ່ຟູ້ເທາະ ແມ່ນເຂັ້ມຂົ້ນໄປດ້ວຍວັດທະນະທຳຍຸກສະໄໝລາດຊະວົງຮຸ່ງ, ນັ້ນແມ່ນພື້ນຖານວັດທະນະທຳຜະລິດເຂົານາທາມຂອງຊາວກະສີກອນ, ຊຶ່ງຕົ້ນກຳເນີດຂອງມັນຖືກສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດໃນງານບຸນ, ຫຼືການເຫຼື້ອມໃສ. ໃນໄລຍະທີ່ຜ່ານມາ, ຟູ້ເທາະໄດ້ພະຍາຍາມຟື້ນຟູບັນດາປະເພດສິລະປະໃນງານບຸນປະເພນີ, ຍົກຕົວຢ່າງຄື: ຂັບຊວານ, ຂັບແກ້ວ ຊຶ່ງແມ່ນ 2 ປະເພດສິລະປະໄດ້ຮັບການຟື້ນຟູ ແລະ ສ້າງຕັ້ງບັນດາສະໂມສອນ ຂັບຊວານ, ຂັບແກ້ວ ”
ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງໃນວິວັດການແຫ່ງປະຫວັດສາດຍາມໃດກໍແມ່ນປັດໃຈກຳລັງພາຍໃນຂອງວັດທະນະທຳແຫ່ງຊາດ, ປະກອບສ່ວນປຸກລຸກ ຄວາມເອກອ້າງທະນົງໃຈຂອງຊາດ, ສ້າງຄວາມສາມັກຄີ, ຮັກເຊື້ອແພງຊາດຂອງຊາວຫວຽດນາມ, ເພາະສະນັ້ນ, ຜ່ານບັນດາສະໄໝແຫ່ງປະຫວັດສາດ, ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງພ້ອມກັບປະເພດວັດທະນະທຳພື້ນເມືອງຕ່າງໆຍັງຄົງ
ສືບຕໍ່ຄົງຕົວ ແລະ ຂະຫຍາຍຕົວໃນວົງຄະນະຍາດຊາວຫວຽດນາມ. ຈຸດໃໝ່ໃນງານບຸນວິຫານຮຸ່ງປີນີ້, ແມ່ນມີພິທີແຫ່ວໍຂອງບັນດາຕາແສງອ້ອມຂ້າງພ້ອມກັບການເຂົ້າຮ່ວມຂອງບັນດາຄະນະທູຕານຸທູດ, ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ. ໃນງານບຸນກໍຈັດການສະແດງຂັບຊວານຢູ່ຫຼາຍບ່ອນໃນບໍລິເວັນ. ກ່ອນທີ່ຈະຈັດງານບຸນວິຫານຮຸ່ງປີນີ້ແຕ່ວັນທີ 5-10ເດືອນ 3 ໄລ່ຕາມຈັນທະປະຕິທິນ ກົງກັບວັນທີ 26-31ມີນາ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມກໍໄດ້ຍື່ນສະໜີສຳເນົາເອກະສານກ່ຽວກັບ “ ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ” ຕໍ່ອົງການ UNESCO ເພື່ອຮັບຮູ້ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມ່ວນມະນຸດ. ສຳເນົາເອກະສານກ່ຽວກັບ “ ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ” ໂດຍມີການສົມທົບຢ່າງແໜ້ນແຟ້ນກັບສຳເນົາເອກະສານຂັບຊວານ ຈະເປັນການຢັ້ງຢືນສາຍສຳພັນຢ່າງ ສະໜິດແໜ້ນໂດຍພິສູດໃຫ້ເຫັນການຄົງຕົວຂອງຍຸກສະໄໝລາດຊະວົງຮຸ່ງ ແລະ ມີການນູນຊ່ວຍຊຶ່ງກັນ ແລະ ກັນ. ດ້ວຍບັນດາຈຸດວັດທະນະທຳງານບຸນທີ່ເປັນເອກະລັກສະເພາະທີ່ມີມານັບພັນໆປີນັ້ນ, ມໍລະດົກ “ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ” ໄດ້ ແລະ ພວມຮັບການຮັກສາ ແລະ ເສີມຂະຫຍາຍຈາກລຸ່ນຄົນປະຈຸບັນ ເພື່ອໃຫ້ມໍລະດົກອັນລ້ຳຄ່ານີ້ຂອງຊາດ ສືບຕໍ່ຍືນຍົງຄົງຕົວພ້ອມກັບການເວລາ.