ດ້ວຍລາຍການສະແດງກາຍຍະສິນຢູ່ຕ່າງປະເທດຈຳນວນກວ່າ 300ຄັ້ງນັ້ນ, ລາຍການສະແດງກາຍຍະສິນ “ໝູ່ບ້ານຂອງຂ້ອຍ” ແລະ ໄດ້ຮັບການຍ້ອງຍໍຈາກຜູ້ຊົມຢ່າງສຸດໃຈ ແລະ ດຶງດູດຜູ້ມາຊົມເປັນຈຳນວນຫຼວງຫຼາຍ. ບັນດາລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ແມ່ນມີຄວາມເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ສະແດງໃຫ້ເຫັນຈິດວິນຍານຂອງຊາວຫວຽດນາມ.
ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ”
(ພາບ: vanhoathethao)
|
“ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ໄດ້ສ້າງຄວາມປະທັບໃຈແກ່ຜູ້ຊົມ” ; “ໝູ່ບ້ານຂອງຂ້ອຍ” ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ; “ໝູ່ບ້ານຂອງຂ້ອຍ - ຄວາມງາມຫວຽດນາມ” …ນັ້ນກໍແມ່ນຫົວຂໍ້ຂອງສ່ວນໜຶ່ງໃນຈຳນວນຫຼາຍບົດຂຽນໂດຍວົງການສື່ມວນຊົນ ກໍຄືບັນດານັກວິຊາສະເພາະເວົ້າເຖິງລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ຂອງສະຫະພັນກາຍຍະສິນຫວຽດນາມ. ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ຖືກສ້າງຂຶ້ນໂດຍອີງໃສ່ບັນດາຈຸດວັດທະນະທຳ ແລະ ປະຫວັດສາດທີ່ພົ້ນເດັ່ນຂອງຊາວຫວຽດນາມ, ດ້ວຍສິລະປະການສະແດງທີ່ເປັນໜ້າປະທັບໃຈ ແລະ ໃນແຕ່ລະລາຍການ, ຜູ້ຊົມກໍໄດ້ຮັບຟັງສຽງຂັບລຳທຳເພງພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ.
ເມື່ອໄດ້ລົງມືກຳກັບລາຍການສະແດງກາຍຍະສິນ “ໝູ່ບ້ານຂອງຂ້ອຍ”, ສະຫະພັນກາຍຍະສິນຫວຽດນາມ ຕ້ອງຍອມປັດເຂ່ຍບາງລາຍການສະແດງກາຍຍະສິນພື້ນເມືອງເພື່ອໃຫ້ບັນດານັກສະແດງກາຍຍະສິນເຂົ້າຮ່ວມລາຍການ. ປີ 2009, ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ໄດ້ມີໂອກາດທຳການສະແດງຢູ່ບັນດາປະເທດເອີລົບ ແລະ ໃນທັນທີ່ ໄດ້ເຮັດໃຫ້ພື້ນຖານກາຍຍະສິນຫວຽດນາມມີຊື່ສຽງໂດ່ງດັງ. ການເຊື່ອມໂຍງທາງດ້ານວັດທະນະທຳໄດ້ມີຄຸນຄ່າຢ່າງແທ້ຈິງເມື່ອທຳການສະແດງຢູ່ຕ່າງປະເທດ. ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ໄດ້ຮັບການຊົມຊົມຈາກຜູ້ຊົມຊາວຕ່າງປະເທດຢ່າງສຸດໃຈ ແລະ ເພາະສະນັ້ນ, ເຄື່ອງໝາຍກາຍຍະສິນຫວຽດນາມໄດ້ມີຊື່ສຽງໂດ່ງດັງບົນເວທີສະແດງສາກົນ. ທ່ານ ຝ້າມຊວນກວາງ ຮອງຫົວໜ້າສະຫະພັນກາຍຍະສິນຫວຽດນາມ ໃຫ້ຮູ້ວ່າ :
“ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ແມ່ນມີການຮ່ວມມືກັບຕ່າງປະເທດ, ດັ່ງນັ້ນ ຈຸດພິເສດສະເພາະໃນການສະແດງກາຍຍະສິນ ແມ່ນມີລັກສະນະຍຸກປະຈຸບັນ, ມີການປະສານສົມທົບລະຫວ່າງການຟ້ອນ, ການສຽງ, ລະບົບແສງສີ…ຮູບແບບນີ້ ແມ່ນຮຽນຈາກເອີລົບ. ກ່ອນນີ້ ມີພຽງແຕ່ລາຍການສະແດງກາຍຍະສິນພື້ນເມືອງເທົ່ານັ້ນ ”
ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນພາກເໜືອຫວຽດນາມ. ດ້ວຍເຕັກນິກການສະແດງກາຍຍະສິນໃໝ່, ໃນນັ້ນຮູບພາບຕົ້ນໄມ້ໄຜ່ແມ່ນວິນຍານຂອງບົດລະຄອນກາຍຍະສິນ, ແມ່ນໃຈກາງຂອງເລື່ອງລາວ. ບົດລະຄອນກາຍຍະສິນໄດ້ເຊື່ອມຕໍ່ລະຫວ່າງນັກສະແດງກາຍຍະສິນ 20 ຄົນກັບບັນດານັກເສບເຄື່ອງດົນຕີໃນສີສັນ, ການສຽງຂອງບັນດາເຄື່ອງດົນຕີພື້ນເມືອງ. ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ໂດຍ 3 ທ່ານຄື : ທ່ານ ຫງວຽນເລີນ, ທ່ານ ເລຕ້ວນ, ແລະ ຫງວຽນເຍິດຫຼີ ເປັນຜູ້ກຳກັບການສະແດງຮ່ວມ ໂດຍອີງໃສ່ຮູບພາບຫຼັກແມ່ນຕົ້ນໄມ້ໄຜ່ຫວຽດນາມ. ໃນນັ້ນ, ຕົ້ນໄມ້ໄຜ່ ແລະ ມະນຸດປະສານເຂົ້າກັນສ້າງເປັນບັນດາຈັ່ງຫວະທີ່ງາມຕາ ແລະ ເຕັມໄປດ້ວຍຫົວຄິດປະດິດສ້າງຂອງສິລະປະກາຍຍະສິນ. ບັນດາລາຍການສະແດງກາຍຍະສິນຖືກສະແດງໃນທ່າມກາງສຽງດົນຕີພື້ນເມືອງ ຊຶ່ງໄດ້ວາດພາບເຖິງຊີວິດປະຈຳວັນຢູ່ໝູ່ບ້ານເຂດບ້ານນາພາກເໜືອ. ເມື່ອຕີລາຄາກ່ຽວກັບແນວຄວາມຄິດທີ່ມີຫົວຄິດປະດິດສ້າງນີ້, ນັກສິລະປີນປະຊາຊົນ ເຕີມຈິ້ງ ຖືວ່າ ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ບໍ່ພຽງແຕ່ຢຸດຢູ່ໃນດ້ານເຕັກນິກການສະແດງເທົ່ານັ້ນ, ຫາກຍັງມີເນື້ອໃນຊ່ວຍໃຫ້ຜູ້ຊົມຊາວຕ່າງປະເທດສາມາດເຂົ້າໃຈກ່ຽວກັບປະເທດຊາດຫວຽດນາມ. ບົດລະຄອນກາຍຍະສິນຖືກສ້າງຂຶ້ນໂດຍອີງໃສ່ບັນດາຈຸດວັດທະນະທຳ ແລະ ປະຫວັດສາດທີ່ພົ້ນເດັ່ນຂອງຊາວຫວຽດນາມ, ນຳຜູ້ຊົມເຂົ້າສູ່ໄລຍະທາງທີ່ສະຫງົບງຽບ, ທັງມີຊີວິດຊີວາ ແລະ ທັງເຂັ້ມຂົ້ນໄປດ້ວຍລັກສະນະເພີ່ນຈິດ ເຮັດໃຫ້ຜູ້ຄົນທັງຫຼາຍອວາຍໜ້າສູ່ກົກເຄົ້າເຫງົ້າກໍໂດຍຜ່ານຮູບພາບຕ່າງໆເຊັ່ນ: ຈາກອະລຸນໃໝ່ຮອດຄ່ຳຄືນພະຈັນເຕັມດວງ, ຈາກຂົວໄມ້ໄຜ່ຮອດຕະຫຼາດນັດບ້ານນາ, ງານບຸນປະເພນີ…. ທ່ານ ຝ້າມຊວນກວາງ ຮອງຫົວໜ້າສະຫະພັນກາຍຍະສິນຫວຽດນາມ ແບ່ງປັນວ່າ :
“ ໂດຍແມ່ນຜູ້ເຮັດວຽກງານໃນຂົງເຂດການສະແດງກາຍຍະສິນ, ເຮົາເຫັນວ່າ ມັນມ່ວນຫຼາຍ ແລະ ງາມທີ່ສຸດ ເພາະມັນມີຈິດວິນຍານຫວຽດນາມ, ສີສັນຫວຽດນາມ. ບົດລະຄອນກາຍຍະສິນຖືກສະແດງຢູ່ຫຼາຍບ່ອນເຊັ່ນ: ໂຮງລະຄອນໃຫຍ່ຮ່າໂນ້ຍ, ໂຮງລະຄອນແຈວ, ແຕ່ກໍແມ່ນສິລະປະການສະແດງກາຍຍະສິນແບບໃໝ່ ແລະ ກໍແມ່ນສິ່ງທີ່ໃໝ່ອຽມຂອງຊາວຫວຽດນາມ ”
ລາຍການສະແດງກາຍຍະສິນ“ໝູ່ບ້ານຂອງຂ້ອຍ” ໄດ້ນຳສິ່ງທີ່ໃໝ່ອຽມ ແລະ ແປກປະຫຼາດມາສູ່ຜູ້ຊົມຊາວຕ່າງປະເທດ, ພິເສດແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຊຶ່ງເປັນການບັນເທົາຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ ທັງຊ່ວຍເຂົາເຈົ້າຄືໄດ້ກັບຄືນສູ່ເຂດບ້ານນາໃນຄາວເຍົາໄວ