ຂັບເຫ້ວ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນເມືອງ ຫຼວງເກົ່າ ຊຶ່ງໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ, ປະກອບສ່ວນເຊີດຊູ ແລະ ອະນຸລັກປະເພດສິລະປະການສະແດງມີ່ເປັນເອກະລັກສະເພາະນີ້. ແຕ່ເພື່ອໃຫ້ຂັບເຫ້ວເສີມຂະຫຍາຍໄດ້ຄຸນຄ່າມໍລະດົກໃນການດຳລົງຊີວິດ, ແມ່ນຍັງຄົງຕ້ອງການມີການຊ່ວຍເຫຼືອຈາກບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ແລະ ສະຕິປົກປັກຮັກສາມໍລະດົກຂອງທັງສັງຄົມ.
ລາຍການສະແດງຂັບເຫ້ວ ບົນລຳແມ່ນ້ຳເຮືອງ |
ກວ່າ 3 ທົດສະວັດທີ່ຜ່ານມາ, ການເຄຶ່ອນໄຫວສະແດງຂັບເຫ້ວບົນລຳແມ່ນ້ຳເຮືອງ ໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ, ອັນໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເມື່ອມາຢ້ຽມຢາມກຸ່ງເກົ່າເຫ້ວ. ແຕ່ຍ້ອນຄວາມຕ້ອງການຮັບໃຊ້ປະຊາຊົນ, ດັ່ງນັ້ນ ຂັບເຫ້ວບົນລຳແມ່ນ້ຳເຮືອງໄດ້ມີແນວໂນ້ມຖືກສູນຫາຍໄປ ຂະນະທີ່ບັນດາບົດເພງເກົ່າຂອງຂັບເຫ້ວເຊັ່ນ: ກວາຟຸ, ນາມຊວນ, ນາມອາຍ….ເກືອບຄືວ່າ ບໍ່ປະກົດຕົວເລີຍ. ດັ່ງນັ້ນ ຄວນເພີ່ມທະວີວຽກງານເກັບຮັກສາສິລະປະການສະແດງຂັບເຫ້ວພື້ນເມືອງ, ພ້ອມທັງເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງອ້າຍເອື້ອຍນ້ອງ ນັກສິລະປີນອີກດ້ວຍ. ນັກສິລະປີນຂັບເຫ້ວ ຊຶ່ງແມ່ນຜູ້ໄດ້ທຳການສະແດງຂັບເຫ້ວບົນແມ່ນ້ຳເຮືອງເປັນເວລາ 20 ປີ ໃຫ້ຮູ້ວ່າ :
“ ເງິນທີ່ໄດ້ຈາກການສະແດງຂັບເຫ້ວຂອງອ້າຍເອື້ອຍນ້ອງ ນັກສິລະປີນແມ່ນຕ່ຳທີ່ສຸດ, ຊີວິດການເປັນຢູ່ຂອງພວກເຂົາກໍປະສົບກັບຄວາມຫຍຸ້ງຍາກ. ແຕ່ກໍດີໃຈ ຍ້ອນວ່າຂັບເຫ້ວ ນັບມື້ນັບຂະຫຍາຍຕົວ. ຂ້າພະເຈົ້າຫວັງວ່າ ອ້າຍເອື້ອຍນ້ອງ ນັກສິລະປີນພວກເຮົາ ຕ້ອງຮັບໃຊ້ຄືແນວໃດເພື່ອມີຄຸນນະພາບເພື່ອດຶງດູດແຂກມາຊົມຫຼາຍຂຶ້ນ ”
ເມື່ອຂັບເຫ້ວໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດເມື່ອເດືອນ 6/2015 ນັ້ນ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂັບເຫ້ວໄດ້ຮັບການເອົາໃຈໃສ່ຫຼາຍກ່ວາຈາກອຳນາດການປົກຄອງ, ຂະແໜງການຂັ້ນຕ່າງໆ ແລະ ປະຊາຊົນ. ແຕ່ເຖິງຢ່າງໃດກໍດີ, ສິ່ງທ້າທາຍຢ່າງໃຫຍ່ຫຼວງສຳລັບຂັບເຫ້ວໃນໄລຍະປະຈຸບັນ ນັ້ນແມ່ນເຮັດແນວໃດເພື່ອໃຫ້ເພດສິລະປະນິ້ີ້ ນັບມື້ນັບດຶງດູດໄວໜຸ່ມ ຂະນະທີ່ບັນດານັກສິລະປີນທີ່ມີຊື່ສຽງຄື: ມິງເມີ້ນ, ແທງເລືອງ, ກິມວ່າງ ໄດ້ເຖົ້າແກ່ແລ້ວ ແລະ ສຸຂະພາບໄດ້ອອ່ນເພຍແລ້ວ. ປະຈຸບັນ, ຢູ່ເຫ້ວ ມີຮາກຖານບຳລຸງສ້າງກ່ຽວກັບສິລະປະຂັບເຫ້ວ, ນັ້ນແມ່ນໂຮງຮຽນວັດທະນະທຳສິລະປະຂັ້ນກາງເຫ້ວ ແລະ ສະຖາບັນດົນຕີເຫ້ວ ຊຶ່ງເປັນບ່ອນບຳລຸງສ້າງນັກສິລະປີນ ແລະ ນັກເສບເຄືອ່ງດົນຕີລຸ່ນສືບທອດໃຫ້ແກ່ສິລະປະຂັບເຫ້ວ. ນັກສິລະປີນ ວໍ້ເກວ ເວົ້າວ່າ :
“ ຮູບພາບຂັບເຫ້ວບົນລຳແມ່ນ້ຳເຮືອງດ້ວຍການສະແດງແບບປະສານສຽງໄດ້ລົງເລິກເຂົ້າສູ່ແນວຄິດຈິດໃຈຂອງຫຼາຍຄົນ. ເພາະສະນັ້ນ, ກໍຕ້ອງມີການເຊື່ອມຕົວເຂົ້າເນື້ອໃນບົດເພງ, ເປັນຕົ້ນແມ່ນບັນດາບົດເພງທີ່ມີຊື່ສຽງຂອງ ຂັບເຫ້ວ. ຕ້ອງການມີບັນດາເນື່ອໃນໃໝ່ເພື່ອສ້າງເປັນຮູບປະທຳ, ປະກອບສ່ວນອະນຸລັກຮັກສາ ກໍຄືພັດທະນາປະເພດສິລະປະຂັບເຫ້ວ ”
ປະຈຸບັນ, ມີນັກສິລະປີນ, ນັກສະແດງ ແລະ ນັກເສບເຄື່ອງດົນຕີກວ່າ 400 ຄົນທີ່ເຂົ້າຮ່ວມການສະແດງຂັບເຫ້ວຮັບໃຊ້ແຂກທ່ອງທ່ຽວບົນແມ່ນ້ຳເຮືອງ. ໃນມໍ່ໆມານີ້, ແຂວງເທື່ອທຽນເຫ້ວ ໄດ້ປະກາດໃຊ້ຂໍ້ກຳນົດ, ແຕ່ລະລາຍການສະແດງຂັບເຫ້ວຕ້ອງໃຊ້ເວລາຢ່າງໜ້ອຍແມ່ນ 60 ນາທີຂຶ້ນໄປ ແລະ ຕ້ອງໃຊ້ ເຄື່ອງດົນຕີຢ່າງໜ້ອຍສຸດ 3 ຊະນິດເຊັ່ນ: ຊໍ, ຂຸ່ຍ, ພິນສຽຍດຽວ, ພິນ 16 ສາຍ…ທ່ານກາວຈີ້ຫາຍ, ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫ້ວໃຫ້ຮູ້ວ່າ : ຍ້ອນການບໍລິການສະແດງຖືກຈຳກັດ, ດັ່ງນັ້ນ, ບັນດາບົດເພງຂອງຂັບເຫ້ວທີ່ມີລັກສະນະນາມທຳຫຼືບັນດາບົດເພງທີ່ໂດດເດັ່ນ ແມ່ນບໍ່ສາມາດນຳມາສະແດງຮັບໃຊ້ແຂກເທິ່ງເຮືອບົນແມ່ນ້ຳໄດ້. ໃນວິວັດການບຳລຸງສ້າງ, ຄວນເອົາໃຈໃສ່ເຖິງການສິດສອນ, ຖ່າຍທອດໃຫ້ບັນດານັກສະແດງໜຸ່ມທີ່ສາມາດຂັບຮ້ອງໄດ້ບັນດາບົດເພງເກົ່າ. ທ່ານກາວຈີ້ຫາຍ, ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫ້ວເວົ້າວ່າ :
“ ປະຈຸບັນ, ຂັບເຫ້ວໄດ້ຮັບການຮັບຮອງແມ່ນມໍລະດົກແຫ່ງຊາດແລ້ວ. ພວກຂ້າພະເຈົ້າກໍພະຍາຍາມເພື່ອເຮັດແນວໃດ ໃຫ້ນັບມື້ນັບຍົກສູງຄຸນນະພາບການສະແດງຂັບເຫ້ວບົນລຳແມ່ນ້ຳເຮືອງເພື່ອຮັບໃຊ້ແຂກທ່ອງທ່ອງ; ພ້ອມກັນນັ້ນ, ໃນໄລຍະທີ່ຈະມາເຖິງ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວສົມທົບກັບນະຄອນ, ບັນດາສະໂມສອນເພື່ອສືບຕໍ່ຟື້ນຟູສິລະປະຂັບເຫ້ວຢູ່ວິຫານ, ຫໍໂຮງບູຊາ, ເຮືອນສວນຕ່າງໆ, ອັນໄດ້ສ້າງເປັນຜະລິດຕະພັນທີ່ເປັນເອກະລັກສະເພາະ, ຕິດພັນກັບບັນດາການເຄື່ອນໄຫວທ່ອງທ່ຽວ ”
ແຂວງເທື່ອທຽນເຫ້ວພວມຮີບຮ້ອນດຳເນີນການເກັບກຳ, ຮວບຮ່ວມເອກະສານກ່ຽວກັບບັນດາບົດເພງເກົ່າຂອງຂັບເຫ້ວ, ແຕ່ງຕັ້ງບັນດາສະພາກວດສອບເພື່ອຍົກສູງຄຸນນະພາບການສະແດງຂັບເຫ້ວ ບົນລຳແມ່ນ້ຳເຮືອງ. ພິເສດແມ່ນເຊີດຊູບັນດານັກສິລະປີນທີ່ມີ່ຄຸນງາມຄວາມດີໃນການຮັກສາ, ສະແດງ ແລະ ໂຄສະນາເຜີຍແຜ່ກ່ຽວກັບຂັບເຫ້ວ, ແນໃສ່ປະກອບສ່ວນເຊີດຊູ, ເສີມຂະຫຍາຍຄຸນຄ່າຂອງປະເພດສິລະປະທີ່ເປັນເອກະລັກສະເພາະນີ້.