Kpan - ຕັ່ງແຫ່ງສິດອຳນາດຂອງຊາວເຜົ່າ ເອເດ

(VOVWORLD) -Kpan ແມ່ນຊື່ເອີ້ນຕັ່ງຍາວປະເພດຫນຶ່ງຂອງຊາວເຜົ່າ ເອເດ ເຮັດດ້ວຍໄມ້ ທ່ອນ ແລະ ຖືກຕັ້ງໄວ້ຢູ່ໃນເຮືອນຍາວ ເຄີຍແມ່ນບ່ອນນັ່ງຂອງກຸ່ມຕີກອງຕີຄ້ອງໃນບັນດາງານບຸນຕ່າງໆ ຫລື ພິທີບູຊາທີ່ສຳຄັນ. ຊາວເຜົ່າ ເອເດ ຖື Kpan ແມ່ນຕັ່ງແຫ່ງສິດອຳນາດ ເພາະວ່າ ມີພຽງຜູ້ຮັ່ງມີ ມີເຮືອນຍາວຈຶ່ງມີຕັ່ງ Kpanເທົ່ານັ້ນ. ບົດຂຽນຂອງ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ທີ່ມີຫົວຂໍ້ວ່າ: Kpan - ຕັ່ງແຫ່ງສິດອຳນາດຂອງຊາວເຜົ່າ ເອເດ

Kpan ແມ່ນຕັ່ງຍາວຖືກຖາກມາຈາກຕົ້ນໄມ້ຕົ້ນຫນຶ່ງທີ່ມີຄວາມຍາວແຕ່ 5 – 15 ແມັດ, ກວ້າງປະມານ 70 – 90 cm, ດ້ວຍຄວາມຫນາ 80 cm, ຫົວຕັ່ງທັງສົ້ນກົ່ງເລັກນ້ອຍອັນສ້າງເປັນຄວາມງາມແບບອ່ອນໂຍນ ແຕ່ຍັງຄົງແຫນ້ນຫນາ. ເພື່ອເຮັດ Kpan ໃຫ້ສຳເລັດ ຕ້ອງມີກຳລັງແຮງລວມໝູ່  ແລະ ຕ້ອງເສຍເວລາ 7 ມື້, 11 ມື້ ຫລື 13 ມື້. ເຈົ້າຂອງບໍ່ພຽງແຕ່ຕ້ອງກະກຽມຄວາຍ, ໝູ, ໄກ່, ເຫລົ້າ, ເຂົ້າສານ ເພື່ອຮັບໃຊ້ໃຫ້ພໍ່ແມ່ປະຊາຊົນໃນຊຸມວັນເຮັດ Kpan ຫາກຕາມປະເພນີແລ້ວ ຍັງຕ້ອງເປັນຜູ້ຈັດຕັ້ງບັນດາພິທີ ພາວະນາຂໍໃຫ້ສຸຂະພາບເຂັ້ມແຂງ ແລະ ມີສິ່ງຂອງຫລາຍຢ່າງເພື່ອຈັດງານລ້ຽງຮັບຕ້ອນວົງຄະນາຍາດອີກດ້ວຍ. ເຈົ້າກົກເຈົ້າເຫລົ່າ  ອາເອຮາວ ຢູ່ ບ້ານ ຕູ ຕາແສງ ອີອາຕູນ ເມືອງ ກືມະກາ ແຂວງ ດັກລັກ ໃຫ້ຮູ້ວ່າ: ເລື່ອງຊອກຫາ ແລະ ຕັດຕົ້ນໄມ້ເພື່ອເອົາມາເຮັດຕັ່ງຍາວນັ້ນ ຕ້ອງມີການປຶກສາຫາລືກັບຄອບຄົວຂອງເມຍກ່ອນ. ຫລັງຈາກນັ້ນ ຖາກເອົາເປືອກໄມ້ນ້ອຍປ່ຽງຫນຶ່ງໄປບູຊາເທວະດາຟ້າແຖນເພື່ອຂໍອະນຸຍາດຕັດຕົ້ນໄມ້ຕົ້ນນັ້ນ. ຮຸ່ງເຊົ້າຂອງມື້ສັນວັນດີ ຈຶ່ງໄປຕັດຕົ້ນໄມ້. ມື້ໄປຕັດຕົ້ນໄມ້ໃນບ້ານຕ້ອງແມ່ນມື້ທີ່ບໍ່ມີງານສົບຈຶ່ງດີ. ເຈົ້າກົກເຈົ້າເຫລົ່າ ອາເມຮາວ ໃຫ້ຮູ້ວ່າ:

        “ກ່ອນທີ່ໄປຕັດຕົ້ນໄມ້ມາເຮັດ ຕັ່ງ Kpan ຕ້ອງມີຄູ່ບ່າວສາວ 3 ຄູ່ ໃນບ້ານຈະພ້ອມກັນຟ້ອນລຳທຳເພງອ້ອມຕົ້ນໄມ້. ບັນດາຜູ້ບ່າວຜູ້ສາວເຫລົ່ານີ້ຈະນຸ່ງຊຸດອາພອນປະຈຳເຜົ່າ, ຜູ້ສາວນຸ່ງກະໂປ່ງປັກແສ່ວລວດລາຍຢ່າງງາມຕາ, ສ່ວນ ຜູ້ບ່າວນຸ່ງກະຕ່ຽວ. ຫລັງຈາກນັ້ນ ໝໍພອນຈະທຳພິທີບູຊາກ່ອນແລ້ວຈຶ່ງຕັດຕົ້ນໄມ້. ເຮັດຄືແນວນັ້ນ ຕັ່ງ Kpan  ຈະງາມກວ່າແລະ  ບໍ່ເປັນແຫງຫລືບໍ່ແຕກ.”

Kpan - ຕັ່ງແຫ່ງສິດອຳນາດຂອງຊາວເຜົ່າ ເອເດ - ảnh 1 ຕັ່ງ Kpan ຂອງຊາວເຜົ່າ ເອເດ

        ໝໍພອນ ແມ່ນຜູ້ນຳໃຊ້ຂວານຕັດຕົ້ນໄມ້ບາດທຳອິດ. ຕໍ່ຈາກນັ້ນ 7 ຄົນທີ່ໄດ້ຮັບການຄັດເລືອກຈະຖືຂວານ ຟັນ 3 ບາດ. ຫລັງຈາກນັ້ນ ປະຊາຊົນໃນບ້ານຈຶ່ງຊ່ວຍກັນຕັດໄມ້. ເມື່ອຕົ້ນໄມ້ຖືກຕັດງ່າໃບອອກໝົດແລ້ວ, ເຈົ້າຂອງເຮືອນ ແລະ ໝໍພອນຂຶ້ນຕົ້ນໄມ້ 7 ເທື່ອ ເພື່ອຂັບໄລ່ຜີສາງນາງໄມ້ອອກ. 7 ຄົນທີ່ໄດ້ຮັບການຄັດເລືອກ ແມ່ນຊ່າງຕົ້ນຕໍທີ່ໃຊ້ຂວານຖາກໄມ້ໃຫ້ເປັນ ຕັ່ງ Kpan ມີຮູບຮ່າງຄ້າຍຄືເຮືອລຳຫນຶ່ງທີ່ມີບັນດາລວດລາຍລະອຽດລະອໍ. ແລະ ເມື່ອເຮັດ ຕັ່ງ Kpan ສຳເລັດແລ້ວ, ພິທີແຫ່ ຕັ່ງ Kpan  ຈະຖືກຈັດຂຶ້ນຄ້າຍຄືກັນກັບພິທີຮັບສະມາຊິກໃຫມ່ເຂົ້າຄອບຄົວ. ຕາມເຈົ້າກົກເຈົ້າເຫລົ່າ ອາເອວູຍ ຢູ່ ບ້ານ ປົວ ຢູ່ ຕາແສງ ຮ່ວາດົງ, ເມືອງກະຣົງແປກ ແຂວງ ດັກລັກ ແລ້ວ, ສຳລັບຊາວເຜົ່າ ເອເດ, ຕັ່ງ Kpan  ກໍເຊັ່ນດຽວກັນກັບມະນຸດ, ມີວິນຍານ ສະນັ້ນ ເມື່ອຮັບເຂົ້າເຮືອນຈຶ່ງຕ້ອງການມີຜ້າຫົ່ມ, ມຸ້ງ, ໂສ້ງເສື້ອ,

        “ເມື່ອກະກຽມໃຫ້ພິທີແຫ່ ຕັ່ງ Kpan, ເຈົ້າຂອງເຮືອນ ຈະກະກຽມເຄື່ອງຂອງຫລາຍຢ່າງ. ແມ່ຍິງແມ່ນຜູ້ກະກຽມຜ້າຫົ່ມ, ກະໂປ່ງ, ເສື້ອເຮັດດ້ວຍແຜ່ແພພື້ນເມືອງ, ຜູ້ຊາຍກະກຽມກະຕ່ຽວ, ເສື້ອ ເພື່ອປົກ ຕັ່ງ Kpan, ຕ້ອນຮັບສະມາຊິກໃຫມ່ເຂົ້າເຮືອນ. ເຫລົ້າໄຫດອງໄວ້ປະມານ 3-5 ປີ.”

        ເລີ່ມຕົ້ນພິທີແຫ່, ບັນດາຍາດຕິພີ່ນ້ອງໃນວົງຕະກູນຂອງຜູ້ເປັນເຈົ້າຂອງ ຈະຢືນລຽນກັຍເປັນສອງແຖວຕົບມື  ຕ້ອນຮັບ ຕັ່ງ Kpan ເຂົ້າເຮືອນ. ເມື່ອຫົວ ຕັ່ງ Kpan  ຈຸໃສ່ຕີນຂັ້ນໄດແລ້ວ, ໝໍພອນຈະຍ່າງອອກໄປ ດ້ວຍມືຖືຫອກເຮັດພິທີປັກຫອກໃສ່ຫົວ ຕັ່ງ Kpan . ສິ່ງນີ້ແມ່ນມີຄວາມໝາຍຊ່ວຍຂັບໄລ່ປີສາງນາງໄມ້, ຂັບໄລ່ຜີສາດຮ້າຍອອກຈາກ Kpan ເພື່ອບໍ່ໃຫ້ທຳຮ້າຍເຈົ້າຂອງເຮືອນ. ເຈົ້າກົກເຈົ້າເຫລົ່າ ອາເອວູຍ ໃຫ້ຮູ້ວ່າ:

        “ເມື່ອໄປຮອດເຮືອນແລ້ວ, ໝໍເຢົານຸ່ງເສື້ອເພື່ອທຳພິທີແລະຟ້ອນຫອກຟ້ອນເຂນຢູ່ຕໍ່ຫນ້າລະບຽງເຮືອນຮ້ານ, ພາສາ ເອເດ ເອີ້ນວ່າ “ກາດ” ເພື່ອຂັບໄລ່ຜີສາງນາງໄມ້. ມີຄົນເປົ່າ ກີປາ, ດີງບວດ, ຕັກຕາ.. ສະເພາະແຄນຫາງໄກ່ແມ່ນ ບໍ່ໄດ້ເປົ່າ ຫລັງຈາກນັ້ນ ຕັ່ງ Kpan ຖືກນຳເອົາຂຶ້ນມາໄວ້ຢູ່ໃນເຮືອນຮ້ານ. ພິທີແຫ່ ຕັ່ງ Kpan ຈະຕ້ອງບູຊາ ຄວາຍສອງໂຕອີກ. ໂຕຫນຶ່ງແມ່ນບູຊາປູ່ຍ່າຕາຍາຍ, ໂຕຫນຶ່ງແມ່ນບູຊາເຈົ້າຂອງເຮືອນໃນມື້ຕໍ່ໄປ. ບູຊາ ຕັ່ງ Kpan  ຕ້ອງມີໝູດຳໂຕຫນຶ່ງ, ເຫລົ້າໄຫ ໄຫຫນຶ່ງ.”

        ຕັ່ງ Kpan ຖືກຕັ້ງໄວ້ໃນຫ້ອງຮັບແຂກ ແລະ ເວລານີ້ແມ່ນ ບໍ່ມີຜູ້ໃດໄດ້ນັ່ງຢູ່ ຕັ່ງ Kpan. ບັນດາຜູ້ຕີກອງຕີຄ້ອງກໍ່ບໍ່ໄດ້ນັ່ງ. ໝໍພອນຈະຈູງມືເຈົ້າຂອງເຮືອນຂຶ້ນລົງ 3 ເທື່ອ. ນີ້ແມ່ນການສະແດງໃຫ້ເຫັນຄວາມຄຸ້ນເຄີຍ ນັບແຕ່ນີ້ເປັນຕົ້ນໄປ ເຈົ້າຂອງເຮືອນຈະແມ່ນເຈົ້າຂອງໃຫມ່ຂອງ ຕັ່ງ Kpan. ຫລັງຈາກນັ້ນ ຜູ້ອື່ນຈຶ່ງໄດ້ນັ່ງຕັ່ງ Kpan . ໃນເວລາດຽວກັນນັ້ນ, ສຽງຄ້ອງດັງຂຶ້ນ, ໝໍພອນທຳພິທີບູຊາລາຍງານໃຫ້ເທວະດາຮັບຊາບວ່າ ຕັ່ງ Kpan  ໄດ້ມີເຈົ້າຂອງແລ້ວ. ເຈົ້າກົກເຈົ້າເຫລົ່າ ອາເອຮາວ ຢູ່ ບ້ານຕູ ຕາແສງ ແອອາຕູນ ເມືອງ ກືມະກາ ແຂວງ ດັກລັກ ໃຫ້ຮູ້ວ່າ:

        “ໝໍພອນຈະເອີ້ນຊື່ຂອງເທວະດາທັງໝົດຄື: ເທວະດານ້ຳ, ເທວະດາພູ, ເທວະດາຕົ້ນໄມ້… ແລະເອີ້ນວິນຍານຂອງປູ່ຍ່າຕາຍາຍກັບຄືນເຂົ້າຮ່ວມພິທີແຫ່ ຕັ່ງ Kpan ເຂົ້າເຮືອນ. ໃນພິທີແຫ່ Kpan, ຖ້າຫາກຍາດຕິພີ່ນ້ອງບໍ່ມາເຂົ້າຮ່ວມນຳນັ້ນຈະປະສົບກັບສິ່ງບໍ່ດີໃນຊີວິດ.”

        ສິ້ນສຸດພິທີບູຊາຕັ່ງ Kpan Kpan ແລ້ວ, ກໍ່ແມ່ນຈຸດເວລາທີ່ຈັດພາເຂົ້າ ພາເປັນທີ່ຮຽບຮ້ອຍ. ໝໍພອນເຊີນຜົວເມຍເຈົ້າຂອງດື່ມເຫລົ້າເປີດພິທີເພື່ອເຊີນພໍ່ແມ່ປະຊາຊົນໃນບ້ານຮ່ວມມ່ວນຊື່ນນຳ. ຕາມຄວາມສຳນຶກຂອງຊາວເຜົ່າ ເອເດແລ້ວ, ຕັ່ງ Kpan ແມ່ນຕັ່ງຂອງປູ່ຍ່າຕາຍາຍ ແມ່ນສັນຍາລັກຂອງອາລົມຈິດຄວາມຮັກແພງຂອງໝູ່ເພື່ອນ. ເມື່ອໄດ້ນັ່ງຕັ່ງ Kpan, ຄວາມອາຄາດບາດໝາງ ກໍ່ຄືໄລຍະຫ່າງບໍ່ຈັກວ່າເທົ່າໃດກ່ຽວກັບຕຳແຫນ່ງຊົນຊັ້ນກໍ່ຖືກຫາຍໄປ, ແລະຍັງເຫລືອມພຽງແຕ່ອາລົມຈິດຄວາມຮັກແພງເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ