ກັບຄືນເມືອຢ້ຽມຢາມວິຫານ ຮູ່ງ

(vovworld) - ຍັງ​ອີກບໍ່​ດົນປານ​ໃດກໍ​ຈະ​ຮອດວັນໄຫວ້ບູຊາເຈົ້າຊີວິດຮູ່ງ ຄືວັນທີ 10 ​ເດືອນ​ 3 ​ໄລ່ຕາມຈັນທະປະຕິທິນ. ​ແຕ່ປະຈຸ​ບັນ ຈຳນວນ​ນັກ​ທ່ອງ​ທ່ຽວທີ່ມາ​ຢ້ຽມຢາມ​ວິຫານ​ຮູ່ງ ຢູ່​ແຂວງ ຟູ​ທໍ້ ນັບ​ມື້​ນັບ​ຫລາຍ. ​ໂດຍແມ່ນ​ຊາວ​ຫວຽດນາມ ​ຜູ້​ໃດ​ກໍ​ຢາກ​ຖະຫວາຍ​ທູບ​ທຽນ​ເພື່ອ​ໄຫ​ວ້ບູຊາ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່ບັນດາ​ເຈົ້າ​ຊີວິດ​ຮູ່ງ​ຜູ້​ທີ່​ໄດ້ໃຫ້ການກໍ່​ຕັ້ງ   ປະ​ເທດ​ຊາດ. ​

ຈາກ​ນະຄອນຫລວງ ຮ່າ​ໂນ້ຍ ຂີ່​ລົດ​ໂອ​ໂຕພຽງ​ 1 ຊົ່ວ​ໂມງ​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ກໍ​ຈະ​​ໄປ​ຮອດ​ເຂດ​ປູຊະນີຍະສະຖານ​ວິຫານ​ຮູ່ງ. ວິຫານ​ແຫ່ງ​ນີ້​​ໄດ້​ຮັບ​ການ​ລົງທຶນ​ບູລະນະ​ສ້ອມ​ແປງຢ່າງ​ໃຫຍ່​ໂຕ​ໂອ​່ຖົງ ​ແລະ​ສວຍ​ງາມ. ທຸກ​​ເສັ້ນທາງ​ພາ​ໄປ​ເຖິງ​ວິຫານລ້ວນ​ແຕ່ໄດ້ຮັບ​ການ​​ເປີດ​ກວ້າງ ​ແລະ ສະ​ອາດ. ບັນດາ​ຮ້ານ​ອາຫານ, ຮ້ານຂາຍ​ເຄື່ອງ​​ທີ່ລະນຶກ, ບ່ອນ​ລະ​ຫລິ້ນພັກຜ່ອນຢ່ອນ​ອາລົມ​ກໍ​ຖືກ​ສັບຊ້ອນ​ເປັນ​​ແຕ່ລະຈຸດ, ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ທຸກ​ສາລະ​ທິດຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ທ່ານ ຫງວຽນ​ຊວນ​ກາກ ຜູ​້ອຳນວຍ​ການ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ວິຫານ ຮູ່ງ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ຊຸມ​ມື້​ຕົ້ນ​ລະດູບານ​ໃຫມ່, ວິຫານ​ຮູ່ງ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ,​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນກວ່າ 2 ລ້ານ​ເທື່ອ​ຄົນ​ມາ​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ​ເພື່ອ​ອາ​ໄລຫາ​ຄຸນງາມຄວາມດີ​ຂອງ​ບັນພະ​ບຸລຸດ. ຄາດ​ວ່າ​ປີ​ນີ້​ມີ​ນັກ​ທ່ອງ​ທ່ຽວ​ກັບ​ຄື​ນ​ເມ​ືອຢ້ຽມຢາມ​ວິຫານ​ຮູ່ງ ປະມານ 6 ລ້ານ​​ເທື່ອ​ຄົນ. ​ເພື່ອ​ປະຕິບັດ​ວຽກ​ງານ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃຫ້​ເປັນ​ຢ່າ​ງດີ, ການ​ນຳ​ເຂດ​ປູຊະນີຍະສະຖານ​​ໄດ້ຊີ້ນ​ຳ​  ຕ້ອງ​ຮັບປະກັນຫລັກ​ອະນາ​ໄມ, ຄວາມ​ປອດ​ໄພ, ຮັກສາ​ສິ່ງ​ແວດ​ລ້ອມ​​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ພິ​ເສດ ​​ແມ່ນແນະນຳ​ໃຫ້​ພໍ່​ແມ່​ປະຊາຊົນ​ຮູ້ຈັກ​ເຖິງ​ວິທີ​ຖະຫວາຍ​ທູບ​ທຽນ ​ແລະ ຮ້ານ​ຂາຍ​ເຄື່ອງຕ່າງໆ​ ຕ້ອງຕິດ​ປະກາດ​ລາຄາຢ່າງ​ເປີດ​ເຜີຍ​.”

       

ກັບຄືນເມືອຢ້ຽມຢາມວິຫານ ຮູ່ງ - ảnh 1
ງານບຸນວິຫານຮຸ່ງ
ພາບ:denhung.org.vn

        ວິຫານ​ຮູ່ງຕັ້ງ​ຢູ່​ພູ ​ເຫ​ງ້ຍຫລີງ ມີ​ຄວາມ​ສູງ​ປະມານ 175 ​ແມດ ​ເມື່ອ​ທຽບ​ກັບ​ລະດັບຫນ້າ​ນ້ຳ​ທະ​ເລ ຢູ່ ບ້ານ ​ໂກ໋ຕີກ ຕາ​ແສງ ຮີ​ເກືອ​ງ ​ເມືອງ ​ເລີມ​ທາວ ​ແຂວງ ຟູ​ທໍ້. ຄົນ​ລຸ້ນກ່ອນ​ໄດ້​ຂະຫນານ​ນາມ​ວ່າ ພູ ​ເຫ​ງ້ຍຫລີງ ປຽບ​ເໝືອນ​ມັງກອນພວມ​ອວ່າ​ຍ ຫນ້າ​​ໄປ​ສູ່ທິດ​ໃຕ້, ສ່ວນ ​ຕົວຄີງ​ຄົດໂຄ້ງ​ ​ເປັນ​ພູ ຈອກ, ພູວັ້ນ, ພູ​ ​ແຟວ .

        “​ໃນວິຫານຫຼັງ​ລາຊະ​ວັງ, ຕັ້ງ​ຮູບ​ຫຼໍ່ ລາກ​ລອງ​ກວັນ ດ້ວຍ​ທອງ​ແດງ ມີ​ນ້ຳຫນັກ 1.5 ​ໂຕນ, ສູງ 1.8 ​ແມດ ​​ເທິງ​ພະ​ລາຊະບັນລັງ. ພາຍຫລັງ​ວິຫານ​ແຫ່ງ​ນີ້ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ພໍ່​ແມ່ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່ກັບ​ຄືນ​​ເມືອ​ແຫ່ງ​ນີ້​ເພື່ອ​ໄຫວ້​ບູຊາ​ເຈົ້າ​ຊີວິດ.”

        ກຸ່ມ​ປູຊະນີຍະສະຖານ​ວິຫານ ຮູ່ງ ລວມມີວິຫານ 4 ​ແຫ່ງ, ວັດ ​ແຫ່ງ​ຫນຶ່ງ ​ແລະ ສຸສານ​ຂອງ​ເຈົ້າ​ຊີວິດ​ຮູ່ງ ​​ເຊິ່ງຖືກຈັດ​ສັນ​​ແຕ່​​ຕຳ​ຂື້ນ​ສູງ. ທາງ​ເບື້ອງ​ຂວາ​ຂອງປະຕູ​​ໂຂງ​ແມ່ນ​ວິຫານ​ຢຽງ (ໝາຍ​ເຖິງ​ນ້ຳ​ສ້າງ). ຢູ່​ທີ່​ນີ້ ມີ​ນ້ຳ​ສ້າງ​ອອກ​ບໍ່​ຕະຫລອດ​ປີ, ນ້ຳ​​​​ໃສ​ສະອາດ. ຜ່ານ​ວິຫານ ຢຽງ ​ແມ່ນ​ສີ​ລາຈາລຶກ​ຄຸນງາມຄວາມດີ. ຕໍ່​ມາ​ແມ່ນ​ວິຫານ ຫ້າ ​ເພື່ອ​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮູ່ງ. ຢູ່​ເບື້ອງ​ຂວາ​ຂອງ​ວິຫານ ຫ້າ​ແມ່ນ​ວັດ ທຽນ​ກວາງ​ທ່ຽນ​ຕື້. ທາງຫລັງ​ວິຫານ​ຫ້າ​ແມ່ນ​ວິຫານ​ຈູງ.  ຊຶ່ງ​ແມ່ນ​ບ່ອນ​ພັກ​ຜ່ອນ​ຊົ່ວ​ຄາ​ວ​ຂອງ​ບັນດາ​ເຈົ້າ​ຊີວິດ​ຮູ່ງ. ນີ້​ກໍ​ແມ່ນ​ສະຖານ​ທີ່​ເຊິ່ງ​ເຈົ້າ​ຊີວິດ​ເຄີຍ​ຈັດການປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆຂອງ​ປະ​ເທດ​ຊາດ.

ກັບ​ຄືນ​ເມ​ືອຢ້ຽມຢາມ​ວິຫານ​ຮູ່ງ ​ແມ່ນ​ກັບ​ຄືນ​ສູ່ເຂດ​ດິນ​ແດນ​ຂອງ​ບັນພະບຸລຸດ ​ເພາະວ່າ ທັງ​ຊາດ​ຫວຽດນາມ ລ້ວນ​ແຕ່​ບູຊາ​ບັນພະບຸລຸດ​ຜູ້​ດຽວ ຊຶ່ງ​ບໍ່​ເຄີຍມີຢູ່​ປະ​ເທດ​​ໃດ​​ໃນ​ໂລກ. ສະ​ນັ້ນ ການ​ໄປ​ນະມັດສະການ​ວິຫານ​ຮູ່ງ​ໃນ​ຍາມ​ຕົ້ນ​ປີ ​​ແມ່ນ​ຈຸດ​ວັດທະນະທຳ​​ດ້ານ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ. ທ່ານ​ນາງ ບູ່​ຍທິຕວານ, ຜູ້ອຳນວຍການ​ສູນ​ບໍລິການ ​ແລະ ການທ່ອງທ່ຽວ​ວິຫານ​ຮູ່ງ​ໃຫ້​ຮູ້​ວ່າ: ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ວິຫານ​ຮູ່ງ ຍາມ​ໃດ​ກໍຮູ້ສຶກ​ອຸ່ນ​ອ່ຽນ​ໃຈ​ຕໍ່​ການ​ບໍລິການ​ຢູ່​ທີ່​ນີ້.

        “ສູນ​ບໍລິການ ​ແລະ ການທ່ອງທ່ຽວ​ວິຫານ​ຮູ່ງ ຈະ​ຕອບ​ສະຫນອງ​ການບໍລິການ​ຕ່າງໆ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວຄື: ການ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ, ພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ກຸ່ມ​ປູຊະນີ​ຍາ​ສະຖານ​ວິຫານ​ຮູ່ງ, ຮັບ​​ໃຊ້​ການ​ກິນການ​ຢູ່​ໃຫ້​ນັກ​ທ່ອງ​ທ່ຽວ. ”

​ ເຖິງ​ວ່າ​ຈະໄປ​ອາ​ໄສ, ຫຼື​ເຮັດ​ວຽກ​ຢູ່ປະ​ເທດ​ໃດ​ກໍ​ຕາມ​ແຕ່​​ຊາວ​ຫວຽດນາມ​ຜູ້​ໃດ​ກໍ່​ບໍ່ສາມາດ​ຫລົງ​ລືມ​ວັນ​ໄຫວ້ບູຊາ​ເຈົ້າ​ຊີວິດຮຸ່ງ​ໄດ້ ຍາມ​ໃດ​​ເຂົາ​ເຈົ້າກໍ​ອ່ວາຍ​ເມືອ​ຫາເຂດ​ດິນ​ແດນ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ກົກ​ເຄົ້າ​ເຫງົ້າກໍ​ຂອງ​ປະ​ເທດ​ຊາດ. ນີ້ແມ່ນ​ແຫ່ງເຕົ້າໂຮມດ້ານວັດທະນະທຳ​ຈິດ​ວິນ​ຍານ​ຂອງ​ຊາດ​ຫວຽດນາມ. ​ນັບ​ແຕ່​​ດົນ​ນານ​ມາ​ແລ້ວ, ວິຫານ​ຮູ່ງ ​ໄດ້​ກາຍ​ເປັນ​​ແຫ່ງ​ອາ​ໄລ​ຫາ, ​ເຊີດ​ຊູ​ບຸນຄຸນ ຂອງ​ບັນດາ​ເຈົ້າ​ຊີວິດ​ຮູ່ງ ​ແມ່ນ​ສັນຍາ​ລັກ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດນາມ. ​

ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ