ກອນເລື່ອງ “ເກີດດິນອອກນຳ້“ ທີ່ເປັນເອກະລັກສະເພາະຂອງຊົນເຜົ່າເມື່ອງ

ກອນເລື່ອງ “ເກີດດິນອອກນຳ້“  ທີ່ເປັນເອກະລັກສະເພາະຂອງຊົນເຜົ່າເມື່ອງ - ảnh 1
ຊຸດກອນ​ເລື່ອງ
“​ເກີດ​ດິນ​ອອກນຳ້“
(vovworld) - ຊົນ​ເຜົ່າ​ເມື່ອ​ງມີ​ຊຸດກອນ​ເລື່ອງ “​ເກີດ​ດິນ​ອອກນຳ້“ ​ເພື່ອ​ເລົ່າ​ໃຫ້​ລູກ​ຫຼານ​ຟັງ​ກ່ຽວ​ກັບ​ຊີວິດ​ຂອງ​ບັນພະບຸລຸດ​ນັບ​ແຕ່​ເວລາ​ກໍ່​ບ້ານ​ສ້າງ​ເມືອງ. ກອນ​ເລື່ອງ​ຊຸດ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ວັດຈະນານຸກົມ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ເມື່ອ​ງ. ​ໃນ​ນັ້ນ​ປະຫວັດສາດ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ໄດ້​ຮັບ​ການສະ​ແດງ​ອອກ​ຜ່ານ​ຈິດ​ສຳນຶກ​ຂອງ​ມະນຸດ.

ເກີດ​ດິນ​ອອກ​ນຳ້ ​ແມ່ນ​ກອນ​ເລື່ອງ​ທີ່​ລວບ​ລວມບັນດາ​ເທບ​ນິຍາຍ​ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງດິນ​ຟ້າ. ແມ່ນ​ບົດ​ປະພັນ​ທີ່​ເຕົ້າ​ໂຮມ​ທັງ​ສອງ​ປະ​ເພດວັນນະຄະດີ​ພື້ນ​ເມືອງນັ້ນ​ແມ່ນ: ​ເທບ​ນິຍາຍ ​ແລະ ກອນ​ເລື່ອງ​ພື້ນ​ເມືອງ. ກອນ​ເລື່ອງ​ເກີດ​ດິນ​ອອກ​ນ້ຳ ​ໄດ້​ຮັບ​ການ​ເລົ່າ​ດ້ວຍ​ກາບກອນ​, ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ​ໂລກ, ນັບ​ແຕ່​ເວລາ​ໜ່ວຍ​ໂລກ​ບໍ່​ທັນ​ມີ​ຊີວິດ, ຈົນ​ຮອດ​ເວລາ​ບ້ານ​ເມືອງ​ມີ​ຊີວິດ​ເປັນ​ປົກກະຕິ. ​ໃນພິທີ​ງານ​ສົບ, ​ເຊິ່ງ​ແມ່ນ​ງານ​ບຸນ​ທີ່​ສຳຄັນ​ຂອງ​ຊົນ​ເຜົ່າ​ເມື່ອ​ງ, ໝໍ​ຜີ​ເຄີຍ​​ເລົ່າກອນ​ເລື່ອງ​ນີ້. ສຳລັບ​ຜູ້​ໃກ້​ຈະ​ອຳ​ລາ​ໂລກ​ມະນຸດ​​, ​ເຂົາ​ເຈົ້າກໍ່​ໄດ້​ຟັງ​ໝໍ​ຜີ​​ເລົ່າ​ກອນ​ເລື່ອງ​ກ່ຽວ​ກັບ​ກົກ​ເຄົ້າຂອງ​ບັນພະບຸລຸດ ກໍ່​ຄື​ຮີດຄອງ​ປະ​ເພນີ​ຂອງຊາວ​ເຜົ່າ​ເມື່ອ​ງ​​ແມ່ນຄື​ແນວ​ໃດ. ສາດສະດາຈານ ​ໂງ​ດຶກ​ທິ້ງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ອະນຸລັກ​ຮັກສາ​ວັດທະນະທຳ​ເຊື່ອ​ຖື​ຂອງ​ຊາວ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

ກອນ​ເລື່ອງ​ໄດ້​ເລົ່າ​ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ​ດິນ​ຟ້າ, ມະນຸດ​ແມ່ນ​ຄື​ແນວ​ໃດ, ອະທິບາຍ​ກ່ຽວ​ກັບ​ກົກ​ເຄົ້າຂອງ​ປະ​ເທດ, ຂອງ​ບ້ານ​ເມືອງ ກໍ່​ຄື​ສ່ອງ​ແສງ​ໄລຍະ​ປະຫວັດສາດ​ໃດ​ໜຶ່ງ​ຂອງ​ຊາວ​ເຜົ່າ​ເມື່ອ​ງ. ສິ່ງ​ສຳຄັນ​ແມ່ນ​ກອນ​ເລື່ອງ​ຖືກ​ເລົ່າ​ໃນ​ພິທີ​ງານ​ສົບ. ກ່ອນ​ຈະ​ສົ່ງ​ຜູ້​ຕາຍ​ໄປ​ຍັງ​​ໂລກ​ອື່ນ, ໝໍ​ຜີ​ກໍ່​​ເລົ່າໃຫ້​ຜູ້​ຕາຍ​ຮູ້​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ມະນຸດ, ມະນຸດ​ຄົງ​ຕົວ​ຄື​ແນວ​ໃດ ​ແລະ ການ​ສົ່ງ​ຄົນ​ຕາຍໄປ​ຍັງ​​ໂລກ​ອື່ນແມ່ນ​ຄື​ແນວ​ໃດ. ຍ້ອນ​ເຫດ​ນັ້ນ, ​ເຂົາ​ເຈົ້າ​ຈຶ່ງເອີ້ນ​ນີ້​ວ່າ​ກອນ​ເລື່ອງ​ທີ່​ມີ​ຊີວິດ, ມີ​ຄວາມ​ໝາຍ​ສຳລັບ​ຊີວິດ​ຂອງ​ມະນຸດ.

ນັບ​ແຕ່​ກີ້​ແຕ່​ກ່ອນ, ຊົນ​ເຜົ່າ​ເມື່ອ​ງ​ໄດ້​ມີ​ຄວາມ​ຮັບ​ຮູ້, ຂຸດ​ຄົ້ນ ​ແລະ ອະທິ​ບາຍ​ກ່ຽວ​ກັບ​ກົກ​ເຄົ້າ​ຂອງ​ສັດສາ​ວາ​ສິ່ງ ​ແລະ ມະນຸດ, ​ເຂົາ​ເຈົ້າ​ໄດ້​ຊອກ​ຮູ້​ບັນດາ​ປະກົດ​ການ​ທຳ​ມະ​ຊາດ​ທີ່​ເລິກ​ລັບ​​ແຕ່​​ກະທົບ​ເຖິງ​ຊີວິດ​ຂອງ​ມະນຸດ. ຊາວ​ເຜົ່າ​ເມື່ອ​ງຖື​ວ່າ​, ດິນ​ນຳ້ບໍ່​​ແມ່ນ​ເທວະ​ດາສ້າງ​ຂຶ້ນ, ຫາກ​​ແມ່ນ​ທຳ​ມະ​ຊາດ​ສ້າງ​ຂຶ້ນເອງ, ​ແຕ່​ເວລາ​ນັ້ນ​ບໍ່​ທັນ​ມີ​ມະນຸດ, ​ສັດສາ​ວາ​ສິ່ງ, ດິນ​ຟ້າ​ຍັງ​ຮົກ​ເຮື້ອ​ວ່າງ​​ເປົ່າ​ແລະ​ໜາວ​ເຢັນຫຼາຍ.

ນີ້​ແມ່ນ​ກອນ​ເລື່ອງ​ທີ່​ເລົ່າ​ສືບ​ປາກ​ຕໍ່ປາກ. ​ໃນ​ກອນ​ເລື່ອງ​ສ່ອງ​​ແສງ​ເຖິງຫຼາຍ​ເຫດການ​ຄື: ຕົ້ນ​ໄມ້​ໃບ​ຫຍ້າ​, ໂລກ​ມະນຸດ, ຟ້າ, ດິນ ​ແລະ ​ເຫດການ​ຊາວ​ເຜົ່າ​ເມື່ອ​ງ​ໄດ້​ຮັບການກຳ​ເນີ​ດຄື​ແນວ​ໃດ. ພິ​ເສດ​ແມ່ນ​ມີ​ເລື່ອງ​ອອກ​ໄຂ່, ​ໄຂ​ອອກ​ບັນດາ​ເຜົ່າ​ຄື​ແນວ​ໃດ. ຄວາມ​ສຳນຶກ​​ໃນກອນ​ເລື່ອງ​ແມ່ນ​ອຸດົມສົມບູນ​ທີ່​ສຸດ. ນີ້​ແມ່ນ​ບົດ​ປະພັນ​ເລົ່າ​ສືບ​ປາກ​ຕໍ່ປາກ. ດັ່ງ​ນັ້ນ​ທັງຮັກສາ​ກອນ​ເລື່ອງ​, ທັງ​ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ​ຂອງ​ກອນ​ເລື່ອງໄດ້“.

ຜ່ານ​ວິວັດ​ແຫ່ງ​ການ​ພັດທະນາ, ກອນ​ເລື່ອງ​ເກີດ​ດິນ​ອອກ​ນຳ້ຂອງ​ຊາວ​ເຜົ່າ​ເມື່ອ​ງ​ໄດ້​ປະກົດ​ມີ​ຫຼາຍ​ສະບັບ​ທີ່​​ແຕກ​ຕ່າງກັນ. ສາດສະດາຈານ ​ໂງ​ດຶກ​ທິ້ງ ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ, ກອນ​ເລື່ອງ​​ເກີດ​ດິນ​ອອກ​ນຳ້ສະບັບທີ່​ຄ້າຍຄື​ກັນມີປະມານ 7 - 8​ ​ສະບັບ​, ​ໃນ​ນັ້ນ​ສະບັບສັ້ນ​ສຸດ​ມີ 8000 ປະ​ໂຫຍ​ກ ​ແລະ ຍາວ​ສຸດ​ມີ 16000 ປະ​ໂຫຍ​ກ. ກອນ​ເລື່ອງ​ເຫຼົ່າ​ນີ້​ແມ່ນ​ອີງ​ໃສ່​​ແຕ່ລະທ້ອງ​ຖີ່​ນ​ແລະ ມູນ​ເຊື້ອ​ຂອງ​ປະຊາຊົນ, ມັນ​ຕ່າງ​ກັນ​ບາງ​ປະ​ໂຫຍ​ກ​ເທົ່າ​ນັ້ນ ​ແຕ່​​ເນື້ອ​ໃນຍັງຮັບປະກັນຢູ່. ຊາວ​ເຜົ່າ​ເມື່ອ​ງ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ຕໍ່ກອນ​ເລື່ອງຂອງ​ຕົນ. ມີ​ບາງ​ຕອນ​ເລົ່າ​ກ່ຽວ​ກັບ​ປະຊາຊົນ, ຊັ້ນ​ຂຸນ​ນາງ, ໝໍ​ຢາ… ນອກ​ຈາກ​ບົດບາດ​ຂອງ​ປະຊາຊົນ​ແລ້ວ, ຍັງ​ມີ​ບົດບາດ​ຂອງ​ຊັ້ນ​ຂຸນ​ນາງ​ ກໍ່​ຄື​ການ​ສືບ​ທອດ​ວົງ​ຕະກຸນ​ແມ່ນ​ຄື​ແນວ​ໃດອີກ “.

        ອາດ​ເວົ້າ​ໄດ້​ວ່າ, ກອນ​ເລື່ອງ​ເກີດ​ດິນ​ອອ​ກນ້ຳ ​ແມ່ນ​ກິດຈະກຳ​ວັດທະ ນະທຳ, ​ໃນ​ນັ້ນ​ມີ​ທັງ​ວັດທະນະທຳ​ພື້ນ​ເມືອງ, ວັນນະຄະດີ​ພື້ນ​ເມືອງ, ນັບ​ທັງ​ປັດ​ສະຍາ, ປະຫວັດສາດ, ຊົນ​​ເຜົ່າ​ວິທະຍາ… ​ໃນ​ກອນ​ເລື່ອງ​ນີ້​ສາມາດ​ເຫັນ​ໄດ້​ຈຸດ​ທີ່​ເປັນ​ເອກະລັກ​, ສີສັນ​ສະ​ເພາະຂອງ​ສິລະ​ປະ​ພື້ນ​ເມືອງ. ກໍ່​ຄື​ຄວາມ​ງາມ​ທັງ​ດ້ານ​ພູມ​ປັນຍາ ​ແລະ ຈິດ​ວີນຍານ​ຂອງ​ຊາວ​ເຜົ່າ​ເ​ມື່ອງ​ໃນ​ເມື່ອ​ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ